ບັນດາຫົວໜ່ວຍທຸລະກິດໃນພາກບໍລິການໃນແຂວງຫຼວງພະບາງຮ່ວມກັນຊຸກຍູ້ສົ່ງເສີມສະພາບ ການທ່ອງທ່ຽວໃຫ້ກັບຄືນມາຟື້ນຕົວໃຫ້ໄດ້ດ້ວຍການປັບຫຼຸດຄ່າບໍລິການຕ່າງໆລົງຈາກອັດຕາປົກ ກະຕິເຖິງ 50 ເປີເຊັນ.
ທ່ານນາງ ສຸດາພອນ ຄົມທະວົງ ຮອງຫົວໜ້າຜະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວປະຈຳແຂວງຫຼວງພະບາງຖະແຫຼງຍອມຮັບວ່າໃນຊ່ວງເດືອນມັງກອນ-ກັນຍາ 2020 ມີນັກທ່ອງ ທ່ຽວທັງພາຍໃນ ແລະ ຊາວຕ່າງຊາດເດີນທາງມາຢ້ຽມຢາມເມືອງມໍລະດົກໂລກຫຼວງພະບາງ 420,000 ກວ່າຄົນ ຊຶ່ງຫຼຸດລົງເຖິງ 64 ເປີເຊັນທຽບໃສ່ໄລຍະດຽວກັນໃນປີ 2019 ທັງນີ້ໂດຍມີສາ ເຫດມາຈາກການລະບາດຂອງພະຍາດໄວຣັສ COVID-19 ທີ່ເຮັດໃຫ້ຈຳນວນນັກທ່ອງທ່ຽວຫຼຸດ ລົງດັ່ງກ່າວ.
ໃນປີ 2020 ທາງການແຂວງຫຼວງພະບາງ ໄດ້ວາງຄາດໝາຍວ່າຈະມີນັກທ່ອງທ່ຽວຫຼາຍກວ່າ 800,000 ຄົນທີ່ຈະເດີນທາງມາທ່ອງທ່ຽວເມືອງມໍລະດົກໂລກຫຼວງພະບາງ ໃນນີ້ຈະເປັນນັກທ່ອງ ທ່ຽວຊາວຕ່າງຊາດຫຼາຍກວ່າ 600,000 ຄົນອັນຈະເຮັດໃຫ້ພາກບໍລິການ ແລະ ທ່ອງທ່ຽວສ້າງລາຍຮັບໄດ້ເກີນກວ່າ 210 ລ້ານໂດລາ ຫາກແຕ່ການທີ່ນັກທ່ອງທ່ຽວເດີນທາງເຂົ້າມາໃນແຂວງຫຼວງພະບາງຫຼຸດລົງໃນໄລຍະ 9 ເດືອນດັ່ງກ່າວຈຶ່ງເປັນໄປໄດ້ຍາກທີ່ຈະບັນລຸຄາດໝາຍທີ່ວາງໄວທັງຍັງຄາດວ່າຈະມີນັກທ່ອງທ່ຽວເດີນທາງເຂົ້າມາໃນແຂວງຫຼວງພະບາງບໍ່ເຖິງ 550,000 ຄົນໃນຕະ ຫຼອດປີ 2020 ນີ້ອີກດ້ວຍ.
ແຕ່ຢ່າງໃດກໍຕາມ ການທີ່ຊາວເມືອງຫຼວງພະບາງ ຍັງຮັກສາໄດ້ທັງວັດທະນະທຳ, ຮີດຄອງປະເພນີ ວິຖີຊີວິດດັ່ງເດີມ, ປະຫວັດສາດ ແລະ ທຳມະຊາດອັນສວຍງາມ ທັງຍັງສາມາດປະຕິບັດຕາມສົນທິ ສັນຍາທີ່ຕົກລົງໄວກັບອົງການ UNESCO ກ່ຽວກັບ ການປົກປັກຮັກສາເມືອງມໍລະດົກໂລກໄວ້ໄດ້ຢ່າງເຄັ່ງຄັດເຊັ່ນ ການກໍ່ສ້າງ ແລະ ບູລະນະສ້ອມແປງເຮືອນ, ອາຄານ, ວັດ ແລະ ສະຖານທີ່ຕ່າງໆທີ່ຈະຕ້ອງໄດ້ຮັກສາຮີດຄອງອັນດີງາມ ສິ່ງດັ່ງເດີມອັນເປັນເອກະລັກຂອງຫຼວງພະບາງ ໄວ້ຢ່າງຄົບ ຖ້ວນ, ການພັດທະນາ ແລະ ອະນຸລັກມໍລະດົກໂລກ ໄດ້ຕາມຂໍ້ກຳນົດຂອງ UNESCO ໃຫ້ໄດ້່ຢ່າງຄົບຖ້ວນນັ້ນ ກໍເຮັດໃຫ້ທາງການແຂວງຫຼວງພະບາງ ເຊື່ອໝັ້ນວ່ານັກທ່ອງທ່ຽວຈະເດີນທາງມາຫຼວງພະບາງ ເພີ່ມຂຶ້ນພາຍຫຼັງຈາກທີ່ສາມາດຄວບຄຸມການລະບາດຂອງໄວຣັສ COVID-19 ໄດ້ຢ່າງຄັກແນ່ແລ້ວນັ້ນ ແຕ່ວ່າສຳລັບໃນຊ່ວງນີ້ທາງການແຂວງຫຼວງພະບາງ ກໍໄດ້ຂໍການຮ່ວມມືຈາກບັນດາຫົວໜ່ວຍທຸລະກິດໃນທົ່ວແຂວງ ເພື່ອໃຫ້ປັບຫຼຸດຄ່າບໍລິການຕ່າງໝລົງຈາກອັດຕາປົກກະຕິ ແນໃສ່ສົ່ງເສີມການທ່ອງທ່ຽວພາຍໃນທີ່ເອີ້ນວ່າ ລາວ ທ່ຽວ ລາວ ນັ້ນ ຊຶ່ງກໍປາກົດວ່າໄດ້ມີການປັບຫຼຸດຄ່າບໍລິການຕ່າງໆລົງເຖິງ 50 ເປີເຊັນໃນທົ່ວແຂວງ ດັ່ງທີ່ຜູ້ປະກອບກິດຈະການທ່ອງທ່ຽວໃນແຂວງຫຼວງພະບາງ ໄດ້ໃຫ້ການຢືນຢັນວ່າ
“ຫຼັງຈາກທີ່ມາດຕະການຜ່ອນຄາຍຂັ້ນທີ 2, ຂັ້ນທີ 3 ມານີ້ພວກເຮົາກໍມີແຜນການປັບປຸງທາງດ້ານການບໍລິຫານ ກໍຄືປັບປຸງໃຫ້ພະນັກງານເຂົ້າເຮັດວຽກ ຖືວ່າອາທິດນຶ່ງພັກ 2 ມື້ເງິນເດືອນເຮົາກະ ຈ່າຍ 70 ເປີເຊັນໃນຊ່ວງນີ້ ຫຼັງຈາກທີ່ເຮົາປັບຕົວເລື່ອງບໍລິຫານແລ້ວກະຍັງມາເວົ້າເລື່ອງປັບຕົວການບໍລິການ, ສ້າງແພັກເກຈ໌ຕ່າງໆໃຫ້ກັບແຫຼ່ງທ່ອງທ່ຽວຂອງພວກເຮົາ ໂດຍສະເພາະແມ່ນກິດ ຈະກຳ, ຫ້ອງນອນ, ອາຫານການກິນ, ເຮົາກໍຫຼຸດໃຫ້ກວ່າ 50 ເປີເຊັນ. ຍົກຕົວຢ່າງຄືຫ້ອງນອນລາຄາປົກກະຕິປະມານ 70-80 ຫຼຽນ ລວມອາຫານເຊົ້າ. ແຕ່ປັດຈຸບັນນີ້ເຫຼືອແຕ່ 300,000 ກີບລວມອາຫານເຊົ້າ.”
ທັງນີ້ໃນປີ 2019 ມີນັກທ່ອງທ່ຽວ 755,000 ກວ່າຄົນທີ່ເດີນທາງມາຢ້ຽມຢາມເມືອງມໍລະດົກໂລກຫຼວງພະບາງ ໃນນີ້ເປັນນັກທ່ອງທ່ຽວຊາວຕ່າງຊາດ 550,000 ກວ່າຄົນ ເພີ່ມຂຶ້ນເກີນກວ່າ 15 ເປີ ເຊັນ ທຽບກັບປີ 2018 ຊຶ່ງກໍເຮັດໃຫ້ພາກບໍລິການ ແລະ ທ່ອງທ່ຽວໃນແຂວງຫຼວງພະບາງ ມີລາຍຮັບເກີນກວ່າ 200 ລ້ານໂດລາ ຫາກແຕ່ການຫຼຸດລົງຂອງຈຳນວນນັກທ່ອງທ່ຽວດັ່ງກ່າວກໍຍ່ອມຈະເຮັດໃຫ້ລາຍຮັບຂອງພາກບໍລິການ ແລະ ທ່ອງທ່ຽວຂອງແຂວງຫຼວງພະບາງໃນປີ 2020 ຫຼຸດລົງດ້ວຍເຊັ່ນກັນ ທັງນີ້ຄາດວ່າພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນແຂວງຫຼວງພະບາງຈະມີລາຍຮັບບໍ່ເກີນກວ່າ 120 ລ້ານໂດລາໃນຕະຫຼອດປີ 2020 ນີ້.
ທາງດ້ານທ່ານ ສາຍສະໝອນ ຄົມທະວົງ ສະພາຊິກສະພາແຫ່ງຊາດຈາກແຂວງຫຼວງພະບາງ ຍອມຮັບວ່າພາກບໍລິການ ແລະ ທ່ອງທ່ຽວໃນແຂວງຫຼວງພະບາງ ຍັງປະເຊີນກັບບັນຫາໃນຫຼາຍດ້ານໃນປັດຈຸບັນ ອັນເຮັດໃຫ້ການຈັດເກັບລາຍຮັບເຂົ້າກອງທຶນທ່ອງທ່ຽວບໍ່ໄດ້ຕາມແຜນການທີ່ວາງໄວ້ ທັງຍັງມີການດຳເນີນທຸລະກິດທີ່ຂັດຕໍ່ລະບຽບກົດໝາຍດ້ານການທ່ອງທ່ຽວ ແລະ ມີການກໍ່ອາຊະຍາກຳໃນຮູບແບບຕ່າງໆ ໃນນີ້ລວມເຖິງການລັກເອົາພະພຸດຮູບເກົ່າແກ່ໄປເຖິງ 34 ອົງ ແລະ ມີການນຳໃຊ້ສັກຍາລັກປູເຍີ-ຍ່າເຍີ ຢ່າງບໍ່ເໝາະສົມດ້ວຍການນຳເອົາຫົວຂອງ ປູເຍີ-ຍ່າເຍີ ມາ ເປັນແບບປະດັບຢູ່ໜ້າເອິກເສື້ອຂອງຜູ້ຍິງໃນວົງການແຟຊັ້ນ ຈຶ່ງຖືເປັນການບໍ່ເຄົາລົບຕໍ່ສິ່ງສັກສິດທີ່ຊາວຫຼວງພະບາງ ກໍຄືຄົນລາວ ກາບໄຫວ້ ແລະ ເຄົາລົບບູຊານັ້ນເອງ.