ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ອາ​ເມ​ຣິ​ກັນ ລະ​ນຶກ​ເຖິງ ​ວັນ​ທີ 11 ກັນ​ຍາ ທີ່​ມີການ​ໂຈມ​ຕີ ຂອງ​ ພວກກໍ່​ການ​ຮ້າຍ ຢູ່​ໃນບ່ອນ​ສຳ​ຄັນ ຂອງ​ປະ​ເທດ


ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ເມ​ລາ​ເນຍ ທ​ຣຳ ພາ​ກັນ​ຍ່າງ​ອອກ​ໄປຢືນ​ງຽບຢູ່​ນອກ​ທຳ​ນຽບ​ຂາວ ເພື່ອທຳ​ການ​ລະ​ນຶກເຖິງ​ເຫດ​ການ​ດັ່ງ​ກ່າວ​ໃນ​ເວ​ລາ 8 ໂມງ 46 ນາ​ທີ​ ຕອນ​ເຊົ້າ ໃນ​ວັນ​ທີ 11 ກັນ​ຍາ
ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ເມ​ລາ​ເນຍ ທ​ຣຳ ພາ​ກັນ​ຍ່າງ​ອອກ​ໄປຢືນ​ງຽບຢູ່​ນອກ​ທຳ​ນຽບ​ຂາວ ເພື່ອທຳ​ການ​ລະ​ນຶກເຖິງ​ເຫດ​ການ​ດັ່ງ​ກ່າວ​ໃນ​ເວ​ລາ 8 ໂມງ 46 ນາ​ທີ​ ຕອນ​ເຊົ້າ ໃນ​ວັນ​ທີ 11 ກັນ​ຍາ

ຊາວ​ອາ​ເມ​ຣິ​ກັນ​ໄດ້​ຢຸດການ​ເຮັດ​ວຽກ​ເຮັດງານ​ໄວ້ຊົ່ວ​ໄລ​ຍະນຶ່ງ​ໃນ​ວັນ​ພຸດ​ວານນີ້ ເພື່ອ​ລະ​ນຶກ​ເຖິງການ​ໂຈມ​ຕີຂອງ​ພວກກໍ່​ການ​ຮ້າຍ​ໃນ​ວັນ​ທີ 11 ກັນ​ຍາປີ 2001 ທີ່​ໄດ້​ເຮັດ​ໃຫ້ເກືອບ​ຮອດ 3,000 ຄົນ ເສຍ​ຊີ​ວິດ​ຢູ່​ໃນ​ນະ​ຄອນ​ນິວຢອກ, ລັດ​ເວີ​ຈີ​ເນຍ ແລະ​ເພັນ​ຊິ​ລ​ເວ​ເນຍ.

​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ເມ​ລາ​ເນຍ ທ​ຣຳ ພາ​ກັນ​ຍ່າງ​ອອກ​ໄປຢືນ​ງຽບຢູ່​ນອກ​ທຳ​ນຽບ​ຂາວ ເພື່ອທຳ​ການ​ລະ​ນຶກເຖິງ​ເຫດ​ການ​ດັ່ງ​ກ່າວ​ໃນ​ເວ​ລາ 8 ໂມງ 46 ນາ​ທີ​ ຕອນ​ເຊົ້າ, ຊຶ່ງ​ກົງ​ກັບ​ເວ​ລາ​ທີ່​ພວກຈີ້​ເຮືອ​ບິນ ໄດ້​ບັງ​ຄັບເຮືອ​ບິນ​ອາຍ​ພົ່ນໂດຍ​ສານ ລຳ​ທຳ​ອິດ​ໄປ​ຕຳ​ໃສ່ສູນ​ກາງ​ການ​ຄ້າ​ໂລກ ຫລື World Trade Center ໃນ​ນະ​ຄອນ​ນິວຢອກ.

ໃນ​ເວ​ລາ​ຕໍ່​ມາ ທ່ານ ທ​ຣຳ ກໍ​ໄດ້​ກ່າວ​ຄຳ​ປາ​ໄສຢູ່​ໃນ​ພິ​ທີ​ທີ່​ຈັດ​ຂຶ້ນ​ຢູ່​ທຳ​ນຽບ​ຫ້າ​ແຈ ເພື່ອ​ໂອ້​ລົ​ມ​ກັບ​ຄອບ​ຄົວ​ຂອງ 184 ຄົນ ​ທີ່​ເສຍ​ຊີ​ວິດໄປ ​ໃນ​ຕອນທີ່​ພວກກໍ່​ການ​ຮ້າຍ​ອາ​ລ-ຄາຍ​ດາ ໄດ້​ເອົາ​ເຮືອ​ບິນ​ທີ່​ຖືກ​ຈີ້​ ໄປ​ຕຳ​ໃສ່ຕຶກກອງ​ບັນ​ຊາ​ການ ໃຫຍ່​ຂອງກອງ​ທັບ​ສະ​ຫະ​ລັດ.

"ມັນ​ເປັນ​ມື້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ວິ​ຕົກ, ຄວາມຢ້ານ​ກົວ, ຄວາມເສຍ​ໃຈ ແລະ ຄວາມໂກດ​ເຄືອງ​ທີ່ຖືກ​ຕ້ອງ​ຊອບ​ທຳ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ທ​ຣຳ​ທີ່ ໝາຍເຖິງມື້​ດຽວ​ກັນ​ໃນ 18 ປີ​ ກ່ອນ.

ແຕ່ທ່ານກໍ​ໄດ້​ຮັບ​ປະ​ກັນ​ຕໍ່​ບັນ​ດາ​ຄອບ​ຄົວ​ເຫລົ່າ​ນີ້ ໂດຍ​ກ່າວ​ຕໍ່​ໄປ​ວ່າ "ພວກ​ເຮົາ​ມາ​ຢູ່​ທີ່ນີ້ ໃນ​ມື້ນີ້ ກໍ​ແມ່ນ​ເພື່ອ​ເຮັດ​ໃຫ້​ຄວາມ​ແນ່ວ​ແນ່​ຂອງ​ພວກ​ເຮົາ ມີ​ສືບ​ຕໍ່ໄປ​ພວກ​ເຮົາ​ຈະ​ບໍ່ມີ​ວັນ​ຫລົງ​ລືມ​ມັນ​ໄດ້​ຈັກ​ເທື່ອ. ການ​ໂຈມ​ຕີ​ຂອງ​ພວກກໍ່​ການ​ຮ້າຍແມ່ນ​ ມີ​ຈຸດ​ປະ​ສົງ​ທີ່​ຈະ​ສ້າງ​ຄວາມທ້າ​ທາຍຕໍ່​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ພວກ​ເຮົາ ແລະ​ຫາ​ທາງ​ທີ່​ຈະ​ທຳ​ລາຍ​ຈິດ​ໃຈ​ຂອງ​ພວກ​ເຮົາ ໃຫ້ແຕກ​ສະ​ຫລາຍ. ແຕ່​ວ່າ ຈຸ​ດ​ປະ​ສົງ​ຂອງ​ພວກ​ເຂົາ​ບໍ່ສາ​ມາດ​ບັນ​ລຸ​ໄດ້​ຈັກ​ເທື່ອ. ວັນນັ້ນ ໄດ້​ເຮັດ​ໃຫ້​ພວກ​ເຮົາ​ເຂັ້ມ​ແຂງຫລາຍຂຶ້ນ, ມີ​ຄວາມເດັດ​ດ່ຽວສູງຂຶ້ນ, ແລະຕັດ​ສິນ​ໃຈຢ່າງ​ແນ້ວ​ແນ່​ຫລາຍ​ຂຶ້ນ​ອີກ ກວ່າ​ເກົ່າ ເພື່ອ​ປົກ​ປ້ອງ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ ແລະ​ ນັ້ນກໍຄື ​ວັນດັ່ງ​ກ່າວນີ້ສະ​ແດງ​ໃຫ້ຄົນຮູ້."

​ທ່ານ​ໄດ້​ສັນ​ລະ​ເສີນ "ຄວາມ​ອົງ​ອາດ​ກ້າ​ຫານ ແລະຈິດ​ໃຈ​ເດັດ​ດ່ຽວບໍ່ຢ້ານ​ກົວ​ຕໍ່​ອຸ​ປະ​ສັກ​ໃດໆ” ​ຂອງ​ທະ​ຫານ​ສະ​ຫະ​ລັດ ໃນ​ການ​ໂຕ້​ຕອບ​ຕໍ່​ໄພ​ຂົ່ມ​ຂູ່​ຢູ່​ທົ່ວ​ໂລກ. ຜູ້​ນຳ​ຂອງ​ສະ​ຫະ​ລັດ​ທ່ານນີ້ ​ເວົ້າ​ຕື່ມ​ວ່າ ອາ​ເມ​ຣິ​ກາ​ "ບໍ່​ໄດ້​ຊອ​ກ​ຫາກໍ່​ຄວາມ​ຂັດ​ແຍ້ງ" ແຕ່​ຈະ​ໃຊ້ທຸກ​ອາ​ວຸດ​ສະ​ສົມຂອງຕົນ ​ທີ່​ມີ​ຢູ່ "ໃນ​ແບບ​ທີ່​ເຕັມຂະ​ໜາດ” ເມື່ອ​ຖືກ​ໂຈມ​ຕີໄປ​ພ້ອມໆ​ກັບ "ຄວາມກ້າ​ແກ່ນ​ຂອງ​ຈິດ​ໃຈ​ຄົນ​ອາ​ເມ​ຣິ​ກັນ, ແລະ ​ຈິດ​ໃຈ​ນັ້ນ​ບໍ່​ມີ​ວັນ​ທີ່​ຈະ​ຖືກ​ທຳ​ລາຍ​ໃຫ້ແຕກ​ສະ​ຫລາຍ​ໄດ້."

​ພາຍ​ຫລັງ​ທີ່​ໄດ້​ຍົກ​ເລີກ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ​ບັນ​ດາ​ຜູ້​ນຳ​ຂອງ​ກຸ່ມ​ຕາ​ລີ​ບານ​ໃນ​ອາ​ທິດ​ທີ່​ຜ່ານ​ມາແລ້ວ, ທ່ານ​ທ​ຣຳ​ກໍ​ເວົ້າ​ວ່າ ສະ​ຫະ​ລັດ​ໄດ້​ຕີ​ພ​ວກ​ນັ​ກ​ ລົບຂອງ​ພວກນີ້​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ “​ຢ່າງ​ໜັກ​ແບບທີ່​ພວກ​ເຂົາບໍ່​ເຄີຍເຫັນ​ມາ​ກ່ອນຈັກ​ເທື່ອ” ເປັນ​ເວ​ລາ​ 4 ວັນ. ກຸ່ມ​ຕາ​ລີ​ບານທີ່​ໄດ້​ຄວບ​ຄຸມ​ເນື້ອ​ທີ່​ສ່ວນ​ໃຫຍ່​ຂອງ​ອັ​ຟ​ກາ​ນິ​ສ​ຖານ​ໃນ​ປີ 2001 ໄດ້​ໃຫ້​ບ່ອນ​ລີ້​ຊ່ອນ​ຂອງ​ເຄືອ​ຂ່າຍ​ອາ​ລ-ຄາຍ​ດາ​ໃນ​ພາກ​ພື້ນ​ດິນ ຊຶ່ງ​ເປັນ​ບ່ອນ​ທີ່​ພວກກໍ່​ການ​ຮ້າຍ​ໂຈມ​ຕີ​ໃນ​ວັນ​ທີ 11 ເດືອນ 9 ໄດ້​ຮັບ​ການ​ຝຶກ​ອົບ​ຮົມ.

ສ່ວນ​ຢູ່​ນິວຢອກນັ້ນ ກໍ​ມີ​ການ​ຈັດ​ພິ​ທີ​ຢູ່​ເຂດພື້ນ​ທີ່ສູນ ຫລື Ground Zero ຊຶ່ງ​ຜູ້​ຄົນ​ພາ​ກັນ​ອ່ານ​ຊື່​ຂອງ​ພວກ​ໄດ້​ຮັບ​ເຄາະ​ຮ້າຍ​ໃນ​ວັນ​ທີ່​ ດຽວນີ້ໄດ້​ຖືກຈົດ​ຈຳ​ ຢູ່​ໃນ​ຫ້ວງ​ຄວາມ​ຊົງ​ຈຳ​ຂອງ​ຄົນ​ອາ​ເມ​ຣິ​ກັນຢູ່​ທົ່ວ​ປະ​ເທດຢ່າງບໍ່​ມີ​ວັນ​ລືມ​ໄດ້.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໄມ​ຄ໌ ເພັນ​ສ ໄດ້​ເຂົ້າ​ຮ່ວ​ມ​ພິ​ທີ​ຕ່າງໆ ທີ່​ຈັດ​ຂຶ້ນ​ໃນ​ເມືອງ ແຊງສວີ​ລ (Shanksville) ໃນ​ລັດ​ເພັນ​ຊິລ​ເວ​ເນຍ, ຢູ່​ໃກ້​ບ່ອນ​ທີ່ ຖ້ຽວ​ບິນທີ 93 ຂອງສາຍ​ການບິນ United Airlines Flight ໄດ້​ຕົກ​ລົງ ​ພາຍ​ຫລັງ​ທີ່ ພວກ​ຄົນ​ໂດຍ​ສານ​ໄດ້​ຕໍ່​ສູ້​ກັບ​ພວກກໍ່​ການ​ຮ້າຍ​ທີ່​ໄດ້​ຈີ້​ເຮືອ​ບິນ ໂດຍ​ມີ​ຈຸດ​ປະ​ສົງ ຈະ​ເອົາ​ມັນ​ໄປ​ຕຳ​ໃສ່​ທຳ​ນຽບ​ຂາວ.

ຜູ້​ຊາຍ 19 ຄົນ​ທີ່​ມີ​ການ​ພົວ​ພັນ​ກັບ​ເຄືອ​ຂ່າຍ ອາ​ລ-ຄາຍ​ດາ ໄດ້​ດຳ​ເນີນການ​ຈີ້​ເຮືອ​ບິນ 4 ລຳ​ທີ່ກ່າວ​ມານັ້ນ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG