ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ຂຸດ​ຄົ້​ນບໍ່​ແຮ່ ຢູ່​ເມືອງ​ເຊ​ໂປນ ແລະ​ພູ​ເບ້ຍ ​ຈະ​ປິດ​ລົງ ​ໃນ​ປີ 2020 ຫາ​ປີ 2021


ກ​ານ​ຂຸດ​ຄົ້ນບໍ່​ແຮ່ ທີ່​ເຊ​ໂປນ ສ​ປ​ປ ລາວ.
ກ​ານ​ຂຸດ​ຄົ້ນບໍ່​ແຮ່ ທີ່​ເຊ​ໂປນ ສ​ປ​ປ ລາວ.

ບໍລິ​ສັດຂຸດ​ຄົ້ນ​ແຮ່ທາດຢູ່​ເຂດ​ເຊ​ໂປນ ແລະ​ພູ​ເບ້ຍຈະ​ຢຸດ​ການ​ຂຸດ​ຄົ້ນ ແລະ​ຜະ​ລິດ​ແຮ່​
ທາດ​ໃນ​ປີ 2020 ແລະ​ໃນ​ປີ 2021 ເພາະ​ປະ​ລິ​ມານ​ແຮ່​ທາດ​ທີ່​ເຫຼືອ​ຢູ່​ໃນ​ເຂດ​ສຳ​ປະ​
ທານ​ບໍ່​ຄຸ້ມ​ຄ່າທີ່​ຈະ​ລົງທຶນ​ຕໍ່​ໄປ ຊຶ່ງ​ຊົງ​ລິດ ໂພ​ນ​ເງິນ ນັກ​ຂ່​າວ ວີ​ໂອ​ເອ ມີ​ລາຍ​ງານ
​ຈາກ​ບາງກອກ.

ທ່ານ​ຄຳ​ມະ​ນີ ອິນ​ທິ​ລາດ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພະ​ລັງ​ງ​ານ ແລະ​ບໍ່​ແຮ່ຢືນ​ຢັນ​ວ່າ
​ແຮ່​ທາດ​ຢູ່ທີ່​ເຂດ​ສຳ​ປະ​ທານ​ຂອງ​ກຸ່ມ​ບໍ​ລິ​ສັດ Lane Xang Mineral ຈຳ​ກັດ ແລະ​ບໍ​ລິ​
ສັດ Phoubia Mining ຈຳ​ກັດ​ມີ​ປະ​ລິ​ມານ​ຫ​ລຸດ​ລົງ​ຢ່າງ​ຕໍ່​ເນື່ອງ ແລະ​ຈາກ​ສະ​ພາບ​ການ​
ທີ່​ເປັນ​ຢູ່​ໃນ​ປັດ​ຈຸ​ບັນ​ກໍ​ເຮັດ​ໃຫ້​ສາ​ມາດ​ຄາດ​ໝາຍ​ໄດ້​ວ່າ​ປະ​ລິ​ມານ​ແຮ່​ທາດ​ໃນ​ເຂດ​ສຳ
​ປະ​ທານ​ຂອງ​ທັງ​ 2 ບໍ​ລິ​ສັດ​ດັ່ງ​ກ່າວ​ຈະ​ຍັງ​ເຫຼືອ​ໃນ​ປະ​ລິ​ມານ​ທີ່​ບໍ່​ຄຸ້ມ​ຄ່າ ທີ່​ຈະ​ລົງ​ທຶນຂຸດ
​ຄົ້ນ​ອີກ​ຕໍ່​ໄປ​ໃນ​ປີ 2020 ແລະ​ປີ 2021 ຕາມ​ລຳ​ດັບ.

ໂດຍ​ສຳ​ລັບ​ເໝືອງ​ແຮ່​ເຊ​ໂປນ​ໃນ​ເຂດ​ເມືອງວີ​ລະ​ບູ​ລີ ແຂວງ​ສະ​ຫວັນ​ນະ​ເຂດ ຊຶ່ງ​ເປັນ
​ການ​ລົງ​ທຶນ​ຂອງ​ບໍ​ລິ​ສັດ Minerals and Metal Group (MMG) ຈາກ​ຈີນ​ນັ້ນໄດ້​ເລີ້ມ​
ການ​ຂຸດ​ຄົ້ນ ແລະ​ຜະ​ລິດ​ຄຳ​ໃນ​ປີ 2003 ແລະ​ທອງ​ແດງ​ໃນ​ປີ 2005 ຊຶ່ງ​ນັບ​ແຕ່​ໄດ້​ເລີ້ມ
​ການ​ຂຸດ​ຄົ້ນ​ດັ່ງ​ກ່າວ​ຈົນຮອດ​ກາງ​ປີ 2018 ນີ້​ກໍ​ປາ​ກົດ​ວ່າ​ສາ​ມາດ​ຜະ​ລິດ​ຄຳ​ໄດ້​ໃນ​ປະ​
ລິ​ມານ​ລວມ 1.2 ລ້ານ​ອອນ ແລະ​ທອງ​ແດງ 9 ແສນກວ່າ​ໂຕນ ໂດຍ​ໄດ້​ສົ່ງ​ມອບ​ຄ່າ​ສຳ
​ປະ​ທານ ແລະ​ພັນ​ທະ​ຕ່າງໆ​ໃຫ້​ແກ່​ລັດ​ຖະ​ບານ​ລາວ​ໃນ​ມູ​ນ​ຄ່າ​ລວມ 1,400 ລ້ານ​ໂດ​ລາ
ສະ​ຫະ​ລັດ ທັງ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເມືອງວີ​ລະ​ບູ​ລີ ທີ່​ສ້າ​ງ​ຕັ້ງ​ຂຶ້ນໃໝ່
​ໃນ​ມູນ​ຄ່າ​ 750,000 ​ໂດ​ລາ​ສະ​ຫະ​ລັດຕໍ່​ປີ.

ຫາກ​ແຕ່​ດ້ວຍ​ປະ​ລິມ​ານ​ແຮ່​ທາດ​ທີ່​ຫ​ລຸດ​ລົງ​ຢ່າງ​ຕໍ່​ເນື່ອງ ຈຶ່ງ​ເຮັດ​ໃຫ້​ກຸ່ມ​ບໍ​ລິ​ສັດ MMG
ໄດ້​ຢຸດ​ການ​ຂຸດ​ຄົ້ນ ແລະ​ຜະ​ລິດ​ຄຳ​ໃນ​ທ້າຍ​ປີ 2013 ເປັນ​ຕົ້ນ​ມາ​ຈຶ່ງ​ຍັງ​ເ​ຫຼືອ​ພຽງການ​
ຂຸດ​ຄົ້ນ ແລະ​ຜະ​ລິດ​ທອງ​ແດງ​ທີ່​ຄາດ​ວ່າ​ໃນປີ 2018 ນີ້ ຈະ​ຜະ​ລິດ​ໄດ້​ບໍ່​ເກີນ 80,000
​ໂຕນ ເພາະ​ໃນ​ຊ່ວງ 9 ເດືອນ​ຂອງ​ປີ 2018 ນີ້​ກຸ່ມ​ບໍ​ລິ​ສັດ MMG ສາ​ມາດ​ຂຸດ​ຄົ້ນ ແລະ
​ຜະ​ລິດ​ທອງ​ແດງ​ໄດ້​ພຽງ 62,941 ໂຕນ​ເທົ່າ​ນັ້ນ ຊຶ່ງ​ດ້ວຍ​ການ​ຜະ​ລິດ​ທີ່​ຫ​ລຸດ​ລົງ​ດັ່ງ​ກ່າວ​
ກໍ​ເຮັດ​ໃຫ້​ກຸ່ມ MMG ໄດ້​ຂາຍ​ສຳ​ປະ​ທານ​ໃຫ້​ກຸ່ມ Chifeng ຈາກ​ຈີນ​ໃນ​ເດືອນ​ມັງ​ກອນ​
ທີ່​ຜ່ານ​ມາ ໂດຍ​ຄາດ​ວ່າ​ຈະ​ສາ​ມາດ​ຂຸດ​ຄົ້ນ ແລະ​ຜະ​ລິດ​ທອງ​ແດງ​ໄດ້​ເຖິງ​ປີ 2020
ເທົ່າ​ນັ້ນ.

ສ່ວນ​ການ​ຂຸດ​ຄົ້ນ​ແຮ່​ຄຳ ແຮ່​ເງິນ ແລະ​ແຮ່​ທອງ​ແດງ​ຢູ່​ທີ່​ເຂດ​ພູ​ເບ້ຍ​ໃນ​ແຂວງ​ໄຊ​ສົມ​ບູນ​
ຂອງ​ບໍ​ລິ​ສັດ Phoubia Mining ຈຳ​ກັດ ຊຶ່ງ​ເປັນ​ບໍ​ລິ​ສັດ​ໃນ​ເຄືອຂອງ​ກຸ່ມ Pan Australia
ນັ້ນ ໄດ້​ເລີ້ມ​ການ​ຂຸດ​ຄົ້ນ ແລະ​ຜະ​ລິດ​ຄຳ ທອງ​ແດງ ແລະ​ເງິນ​ຢູ່​ທີ່​ເຂດ​ພູ​ຄຳ ນັບ​ແຕ່​ປີ
2008 ເປັນ​ຕົ້ນ​ມາ​ອີກ​ທັງ​ໄດ້​ເລີ້​ມ​ການຂຸດ​ຄົ້​ນ ແລະ​ຜະ​ລິດ​ຄຳ​ ແລະ​ເງິນ ຢູ່​ທີ່​ເຂດ​ບ້ານ​
ຫ້ວຍ​ຊາຍ ນັບ​ແຕ່​ປີ 2012 ເປັນ​ຕົ້ນ​ມາ​ເຖິງ​ປີ 2017 ນັ້ນ​ກໍ​ປາ​ກົດ​ວ່າ​ຜະ​ລິດ​ຄຳ​ໄດ້​ໃນ
​ປະ​ລິ​ມານ​ລວ​ມ​ເກີນ​ກວ່າ 1.15 ລ້ານ​ອອນ ທອງ​ແດງ 574,086 ໂຕນ ແລະ​ແຮ່​ເງິນ​ເກີນ
ກວ່າ 8 ລ້ານ ໂຕນ ໂດຍ​ໄດ້​ສົ່ງ​ມອບ​ຄ່າ​ສຳ​ປະ​ທານ ແລະ​ພັນ​ທະ​ຕ່າງໆ​ໃຫ້​ລັດ​ຖະ​ບານ
​ລາວ​ໃນ​ມູນ​ຄ່າ​ລ່ວ​ມເກີນກວ່າ 500 ລ້ານ​ໂດ​ລາ​ສະ​ຫະ​ລັດ ແລະ​ຄາດ​ວ່າ​ປະ​ລິ​ມານ​ແຮ່​
ທາດ ທີ່​ມີ​ຢູ່​ຈະ​ສາ​ມາດ​ຂຸດ​ຄົ້ນ​ໄດ້​ເຖິງ​ປີ 2021 ເທົ່າ​ນັ້ນ.

ແຕ່​ຢ່າງ​ໃດ​ກໍ​ຕາມ​ບັນ​ຫາ​ທີ່​ປະ​ຊາ​ຊົນ​ລາວ​ໃນ​ແຂວງ​ໄຊ​ສົມ​ບູນ​ໄດ້​ຮຽກ​ຮ້ອງ​ ​ຂໍການ​ຊ່ວ​ຍ
​ເຫຼືອຈາກ​ທາງ​ການ​ລາວ​ນັບ​ແຕ່​ປີ 2016 ເປັນ​ຕົ້ນ​ມາ​ກໍ​ຄື​ບໍ​ລິ​ສັດ Phoubia Mining ຍັງ​
ບໍ່​ຈ່າຍ​ຄ່າ​ຊົດ​ເຊີຍ​ທີ່​ດິນ ແລະ​ສິ່ງ​ປູກ​ສ້າງ​ຂອງ​ເຂົາ​ເຈົ້າ ທີ່​ຖືກ​ກະ​ທົບ​ຈາກ​ການ​ຂຸດ​ຄົ້ນ​ແຮ່​
ຄຳ​ຂອງ​ບໍ​ລິ​ສັດ Phoubia ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ດັ່ງ​ທີ່​ຂັ້​ນ​ສູງ​ແຂວງ​ໄຊ​ສົມ​ບູນ ໄດ້​ໃຫ້​ການ
​ຢືນ​ຢັນ​ວ່າ:

“ບັນ​ຫາ​ທີ່​ເຂົາ​ເຈົ້າ​ຮ້ອງ​ຮຽນ​ມາ​ນີ້ ແມ່ນ​ທາງ​ບໍ​ລິ​ສັດ Phoubia Mining ຍັງ​ບໍ່​ທັນ​ຈ່າຍ
​ຄ່າຊົດ​ເຊີຍ​ໃຫ້​ແກ່​ເຂົາ​ເຈົ້າ ບ່ອນ​ທີ່​ທີ່​ດິນ​ເຂົາ​ເຈົ້າ​ຖືກ​ຜົນ​ກະ​ທົບ​ໃນ​ບໍ​ລິ​ເວນ​ຂອບ​ເຂດ​
ຂອງ​ບໍ​ລິ​ສັດ ພ​ວກ​ເຮົາ​ກະ​ມີ​ແຕ່​ອີງ​ໃສ່​ກົດ​ໝາຍ​ການ​ຊົດ​ເຊີຍ ໃນ​ປັດ​ຈຸ​ບັນ​ນີ້​ຍັງ​ຢູ່​ໃນ​
ຂັ້ນ​ຕອນ​ຂອງ​ທາງ​ຂັ້ນເຈົ້າ​ເມືອງ ແລະພະ​ແນກຕ່າງໆ ໄດ້​ລົງ​ໄປ​ເກັບ​ກຳ​ຂໍ້​ມູນ​ຕື່ມ​ອີກ
ແລ້ວກະ​ສົມທົບ​ກັບພາກ​ສ່ວນ​ກ່ຽວ​ຂ້ອງ​ກະ​ວ່າ ພາຍ​ຫຼັງ​ທີ່​ມີ​ການຕິດ​ຕາມກວດ​ກາ​ມີ
​ການ​ແກ້​ໄຂ​ແນວໃດ​ຫັ້ນ​ກະ​ໃຫ້​ລາ​ຍ​ງານ​ສະ​ພາບ​ຂອງ​ພວກ​ເຮົາ.”

ໂດຍ​ເຂດ​ສຳ​ປະ​ທານ​ຂອງ​ບໍ​ລິ​ສັດ Phoubia Mining ທີ່​ເຂດ​ພູ​ຄຳ ແລະ​ເຂດ​ບ້ານ​ຫ້ວຍ
​ຊາຍ​ດັ່ງ​ກ່າວ ​ມີ​ເນື້ອ​ທີ່​ລວມກວ້າງກວ່າ 2,600 ກິ​ໂລ​ແມັດ​ມົນ​ທົນ ທີ່​ໄດ້​ກວມ​ເອົາ​ທີ່​ດິນ​
ທ​ຳ​ກິນ ແລະ​ສິ່ງ​ປູກ​ສ້າງ​ຂອງ​ປະ​ຊາ​ຊົນ​ລາວ 94 ຄົວ​ເຮືອນ ສ່ວນ​ບໍ​ລິ​ສັດ Phoubia
Mining ກໍ​ໄດ້​ສະ​ເໜີ​ລາຍ​ງານ​ວ່າ ​ໄດ້​ຈ່າຍ​ຄ່າ​ຊົດ​ເຊີຍ​ໃຫ້​ປະ​ຊາ​ຊົນ​ລາວ ທີ່​ຖື​ກກະ​ທົບ
​ແລ້ວ​ຫຼາຍກວ່າ 1 ລ້ານ​ໂດ​ລາ​ສະ​ຫະ​ລັດ ໃນ​ຊ່ວງ​ປີ 2014-2016 ທີ່​ຜ່ານ​ມາ.

XS
SM
MD
LG