ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຊລ ເຕືອນເກົາຫຼີເໜືອ ບໍ່ໃຫ້ຍິງສົ່ງດາວທຽມສອດແນມ ຂຶ້ນສູ່ອະວະກາດ


ໃນພາບນີ້ທີ່ສະໜອງໂດຍໜັງສືພິມລາຍວັນປ້ອງກັນເກົາຫຼີ (Korea Defense Daily) ແລະໄດ້ຖືກເປີດເຜີຍໂດຍ ກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້, ໃຫ້ເຫັນເຈົ້າໜ້າທີ່ອະວຸໂສ ກອງທັບເກົາຫຼີໃຕ້ ທ່ານ ກາງ ໂຮປີລ ກ່າວຖະແຫລງ ຢູ່ທີ່ກະຊວງປ້ອງກັນປະເທດ ໃນນະຄອນຫຼວງ ໂຊລ, ວັນທີ 20 ພະຈິກ 2023.
ໃນພາບນີ້ທີ່ສະໜອງໂດຍໜັງສືພິມລາຍວັນປ້ອງກັນເກົາຫຼີ (Korea Defense Daily) ແລະໄດ້ຖືກເປີດເຜີຍໂດຍ ກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້, ໃຫ້ເຫັນເຈົ້າໜ້າທີ່ອະວຸໂສ ກອງທັບເກົາຫຼີໃຕ້ ທ່ານ ກາງ ໂຮປີລ ກ່າວຖະແຫລງ ຢູ່ທີ່ກະຊວງປ້ອງກັນປະເທດ ໃນນະຄອນຫຼວງ ໂຊລ, ວັນທີ 20 ພະຈິກ 2023.

ກອງທັບຂອງເກົາຫຼີໃຕ້ ໄດ້ເຕືອນເກົາຫຼີເໜືອ ບໍ່ໃຫ້ດຳເນີນການສົ່ງດາວທຽມສອດແນມຂຶ້ນ ຕາມທີ່ໄດ້ວາງແຜນໄວ້ ອີງຕາມລາຍງານຂອງອົງການຂ່າວເອພີ.

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງ ໄດ້ສະເໜີແນະໃນວັນຈັນວານນີ້ ທີ່ວ່າ ເກົາຫຼີໃຕ້ ອາດຈະໂຈະຂໍ້ຕົກລົງລະຫວ່າງສອງເກົາຫຼີວ່າດ້ວຍການຫລຸດຜ່ອນຄວາມເຄັ່ງຕຶງ ແລະຟື້ນຟູຄືນໃໝ່ການຕິດຕາມກວດກາທາງອາກາດຢູ່ເຂດແນວໜ້າໃນການຕອບໂຕ້.

ເກົາຫຼີເໜືອໄດ້ພະຍາຍາມເທື່ອທຳອິດ ສອງຄັ້ງຜ່ານມາ ທີ່ຈະສົ່ງດາວທຽມສອດແນມຂຶ້ນສູ່ອະວະກາດ ຊຶ່ງກໍໄດ້ລົ້ມແຫຼວ ແລະຄຳໝັ້ນສັນຍາທີ່ຈະພະຍາຍາມຄັ້ງທີສາມ ກໍໄດ້ຖືກເລື່ອນອອກໄປ. ບັນດາເຈົ້າໜ້າທີເກົາຫຼີໃຕ້ ກ່າວວ່າ ການຊັກຊ້າດັ່ງກ່າວ ອາດເປັນໄປໄດ້ສູງ ຍ້ອນວ່າ ເກົາຫຼີເໜືອກຳລັງໄດ້ຮັບການຊ່ອຍເຫຼືອດ້ານເທັກໂນໂລຈີຂອງຣັດເຊຍ ແລະການຍິງອາດເກີດຂຶ້ນໃນບໍ່ເທົ່າວັນຂ້າງໜ້ານີ້.

ສະພາຄວາມໝັ້ນຄົງສະຫະປະຊາຊາດ ຫ້າມການຍິງສົ່ງດາວທຽມໃດໆ ໂດຍເກົາຫຼີເໜືອ ເນື່ອງຈາກວ່າ ສະພານີ້ ເຫັນວ່າ ພວກມັນເປັນການທົດລອງທີ່ປິດບັງ ຂອງເທັກໂນໂລຈີດ້ານລູກສອນໄຟຕ່າງຫາກ.

South Korea's military warned North Korea not to go ahead with its planned spy satellite launch, suggesting Monday that Seoul could suspend an inter-Korean agreement to reduce tensions and resume front-line aerial surveillance in response.

North Korea failed in its first two attempts to put a military spy satellite into orbit earlier this year and didn't follow through with a vow to make a third attempt in October. South Korean officials said the delay was likely because North Korea is receiving Russian technology assistance and that a launch could happen in coming days.

XS
SM
MD
LG