ເຖິງແມ່ນວ່າສາຍພົວພັນລະຫວ່າງສອງປະເທດເກົາຫຼີໄດ້ຊຸດໂຊມ
ລົງຍ້ອນໂຄງການນິວເຄຼຍຂອງເກົາຫຼີເໜືອ ການທ້າທາຍເກາະຜິດ
ທາງດ້ານທະຫານຜ່ານໆມາ ແລະການລະເມີດສິດທິມະນຸດກໍຕາມ ແຕ່ກໍມີປະຊາຊົນເກົາຫຼີ ຫຼາຍຄົນທີ່ຍັງມີຄວາມຫວັງວ່າທັງສອງ
ປະເທດຈະກັບຄືນເຂົ້າມາຮວມກັນເປັນໜຶ່ງດຽວຢ່າງສັນຕິໃນທີ່ສຸດ.
Brian Padden ນັກຂ່າວຂອງວີໂອເອໄດ້ໄປຢ້ຽມຊົມເທດສະການ
“ເປັນໜຶ່ງດຽວກັນ ຫຼືເອກະພາບ” ທີ່ຈັດຂຶ້ນໃນສັບ ປະດາທີ່ຜ່ານມາ
ໃນນະຄອນຫຼວງ Seoul ບ່ອນທີ່ປະຊາຄົມໃນ ເຂດຕິດຊາຍແດນ
ສົ່ງເສີມການເພີ່ມຂຶ້ນຂອງການຮ່ວມມືລະຫວ່າງ ສອງປະເທດເກົາຫຼີ
ແລະ ຜູ້ຫຼົບໜີອອກຈາກປະເທດເກົາຫຼີເໜືອເລົ່າເລື່ອງຂອງພວກເຂົາ ກ່ຽວກັບການປັບຕົວເຂົ້າກັບສັງຄົມຂອງເກົາຫຼີໃຕ້. ພຸດທະສອນ ມີລາຍລະອຽດມານຳ ສະເໜີທ່ານ.
Shin Eun Ha ແມ່ນຊາວເກົາຫຼີເໜືອ ທີ່ຫຼົບໜີອອກຈາກປະເທດ ທີ່ໄດ້ກາຍເປັນຄົນດັງ ໃນປະເທດເກົາຫຼີໃຕ້ຫຼັງຈາກທີ່ນາງໄດ້ເຂົ້າຮ່ວມ ໃນລາຍການນັດພໍ້ຄົນຮັກທາງ ໂທລະພາບ. ສິ່ງທີ່ນາງຢາກບອກໃຫ້ຊາວເກົາຫລີໃຕ້ທັງໝົດ ທີ່ໄປຮ່ວມລາຍການ ຊຶ່ງຈັດຂຶ້ນ ໂດຍກະຊວງທ້ອນໂຮມຊາດຂອງເກົາຫລີໃຕ້ກໍຄື ສິ່ງທີ່ເຮັດໃຫ້ເຂົາເຈົ້າຮວມເຂົ້າເປັນນຶ່ງດຽວກັນແມ່ນເຂັ້ມແຂງກວ່າລັດຖະບານແລະແນວຄິດທີ່ແບ່ງແຍກເຂົາເຈົ້າ.
Shin Eun Ha ກ່າວວ່າ “ຂ້າພະເຈົ້າຢາກບອກໃຫ້ປະຊາຊົນເກົາຫຼີໃຕ້ ໄດ້ຮູ້ວ່າ ຄວາມຮັກ, ຄວາມສຸກ ແລະ ຄວາມຫວັງຢູ່ ເກົາຫຼີເໜືອ ກໍ່ຍັງຄົງມີຢູ່ຄືເກົ່າ.”
ມີຫຼາຍກວ່າ 160 ກຸ່ມອາສາສະໝັກ, ນັກທຸລະກິດ ແລະ ລັດຖະບານທ້ອງຖິ່ນໄດ້ຈັດງານ ວາງສະແດງໃນໃຈກາງຂອງນະຄອນຫຼວງ Seoul ເພື່ອເປັນປາກເປັນສຽງສະໜັບສະໜຸນ ໃຫ້ຍຸດຕິການແບ່ງແຍກໃນແຫຼມເກົາຫຼີ ທີ່ມີມາເປັນເວລາ 70 ປີແລ້ວຕັ້ງແຕ່ສົງຄາມໂລກ ຄັ້ງທີສອງໄດ້ສິ້ນສຸດລົງ.
ແຕ່ທັງສອງປະເທດເກົາຫຼີ ກໍຍັງຢູ່ໃນພາວະສົງຄາມ ແລະສາຍພົວພັນຂອງສອງຝ່າຍກໍ່ໄດ້ ຊຸດໂຊມລົງຕັ້ງແຕ່ປີ 2010 ເປັນຕົ້ນ ມາ ເມື່ອ Seoul ໄດ້ກ່າວຫາ Pyongyang ວ່າເປັນຄົນຫຼົ້ມ ເຮືອລົບຂອງເກົາຫຼີໃຕ້.
ເກົາຫຼີໃຕ້ໄດ້ທຳການລົງໂທດຕໍ່ເກົາຫຼີເໜືອ ເອີ້ນວ່າມາດຕະການ 14 ພຶດສະພາ ຫຼື May 14th measures ລວມມີການສິ້ນສຸດໂຄງການຂອງທ້ອງຖິ່ນ ໃນແຂວງ Kyungsang ເຊິ່ງໄດ້ສົ່ງເບ້ຍຂອງຕົ້ນ strawberry ນັບພັນຂ້າມຊາຍແດນໃນແຕ່ລະປີ.
ທ່ານ Kwon Moon-soo ຈາກສະມາຄົມການກະເສດແຂວງ Kyungsang ໄດ້ກ່າວວ່າ ມັນເຖິງເວລາແລ້ວທີ່ຈະລົ້ມເລີກຂໍ້ຈຳກັດພວກນີ້.
ທ່ານ Kwon Moon-soo ໄດ້ກ່າວວ່າ “ປີນີ້ກໍແມ່ນຂີດໝາຍຄົບ ຮອບ 70 ປີຂອງການ ແບ່ງແຍກ ແລະ ການກັບມາຮວມກັນຄືນກໍນັບມື້ນັບຍາກຂຶ້ນຫຼາຍ ຕາມກາລະເວລາທີ່ ຜ່ານໄປ.”
ແຂວງ Kangwon ເປັນແຂວງດຽວ ທີ່ຖືກແບ່ງແຍກ ໃນແຫຼມເກົາຫຼີ. ທາງພາກໃຕ້ຂອງ ຊາຍແດນ ທາງແຂວງຈະໄດ້ຈັດມະຫາກຳກິລາໂອລິມປິກລະດູໜາວໃນປີ 2018. ຂຶ້ນໄປ ທາງພາກເໜືອມີສາຍພູ Kuemgang, ເຊິ່ງເຄີຍເປັນເຂດສະຖານທີ່ທ່ອງທ່ຽວຮ່ວມພິເສດ ຈົນກວ່າປີ 2008 ເມື່ອນັກທ່ອງທ່ຽວຄົນໜຶ່ງໄດ້ຖືກຂ້າຕາຍໂດຍທະຫານເກົາຫຼີເໜືອ ເຊິ່ງ ໄດ້ເຮັດໃຫ້ການລົງທຶນຮ່ວມຢຸດລະງັບລົງ.
ເຈົ້າໜ້າທີ່ຂອງແຂວງ Kangwon ທ່ານ Kim Jung-yoon ໄດ້ກ່າວວ່າ ຖ້າຫາກໄດ້ເປີດ ໂຄງການຢູ່ພູຄືນອີກ ກໍອາດຈະສະແດງໃຫ້ເຫັນຂໍ້ຄວາມແຫ່ງຄວາມຫວັງ.
ທ່ານ Kim Jung-yoon ກ່າວວ່າ “ເຖິງແມ່ນວ່າການທ່ອງທ່ຽວຈະຖືກຢຸດລົງ, ຖ້າວ່າພວກ ເຂົາກັບມາດຳເນີນຄືນ, ມັນຈະມີຄວາມໝາຍຢ່າງຍິ່ງຕໍ່ເສດຖະກິດແລະສຳຄັນຕໍ່ຄວາມ ພະຍາຍາມ ໃນການກັບມາລວມກັນຄືນ.”
Pyongyang ໄດ້ປະຕິເສດຕໍ່ຂໍ້ສະເໜີຂອງ Seoul ມາຢ່າງຕໍ່ເນື່ອງກ່ຽວກັບຂໍ້ສະເໜີໃນ ການເຈລະຈາກ່ຽວກັບການລວມໂຕກັນຄືນ ໂດຍກ່າວວ່າ ເກົາຫຼີໃຕ້ທີ່ມີຄວາມກ້າວໜ້າ ໃນດ້ານເສດຖະ ກິດ ພຽງແຕ່ຢາກກືນເກົາຫຼີເໜືອເຊິ່ງທຸກຍາກ. ໃນຂະນະທີ່ການເຈລະຈາ ຂັ້ນສູງໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາ, ມີຫຼາຍຄົນຫວັງວ່າການເລີ່ມເປີດໂຄງການຂອງ ທ້ອງຖິ່ນຄືນອາດຈະຊ່ວຍພາໃຫ້ມີການແຂ້ໄຂຢ່າງສັນຕິຕໍ່ບັນຫາການປະເຊີນໜ້າເປັນ
ເວລາ 7 ທົດ ສະວັດ.
Although relations between the two Koreas have deteriorated over the North’s nuclear program, past military provocations and human rights abuses, many Koreans still hold out hope for eventual peaceful re-unification. A “unification fair” was held this week in Seoul, where border communities promoted the benefits of increased cooperation and North Korean defectors shared their stories of assimilating into the South.
Shin Eun-ha, a North Korean defector, became famous in the South after being featured on a television dating program. Her message for all Koreans who come to this event organized by South Korea’s Unification Ministry is that what unites them is stronger than the governments and ideologies that divide them.
“I would like to tell South Koreans that love, happiness and hope also exist in North Korea,” she said.
Over 160 civic groups, businesses and local governments set up exhibits in the heart of Seoul to voice support for ending the division of the Korean peninsula.
Korea was split 70 years ago, at the end of World War II, and the two Koreas remain on wartime footing since their war in the 1950s. Relations have deteriorated since 2010, when Seoul accused Pyongyang of sinking a South Korean warship.
South Korea’s imposed sanctions on the North - called the May 24th measures - included ending a local Kyungsang province project that sent thousands of strawberry plants across the border each year.
Kwon Moon-soo of the Kyungsang agriculture association said it is time to lift these restrictions.
“This year marks the 70th anniversary of the division and reunification is becoming more difficult as the years pass,” said Kwon.
Kangwon Province is the only divided province on the Korean peninsula. South of the border the province will host the 2018 Winter Olympics. To the North lies Mt. Keumgang, which was a special joint tourist zone until 2008, when the killing of a visitor by North Korean soldiers ended the venture.
Kangwon Province official Kim Jung-yoon said reopening the mountain project would offer a message of hope.
“Even though the tours have been stopped, if they resume, it will be meaningful for the economy and significant for the reunification effort," said Kim.
Pyongyang has repeatedly rejected Seoul’s offers to talk about unification, saying the economically advanced South only wants to absorb the impoverished North. While high-level negotiations have stalled, many here hope restarting local projects may help bring a peaceful resolution to the seven-decade standoff.
VOA Seoul Producer Youmi Kim contributed to this report.