ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂໍ້​ລິ​ເລີ້ມ​ສັນ​ຕິ​ພາບ​ຂອງ​ໂຊ​ລ ແມ່ນ​ຂັດ​ກັນ ກັບ​ຍຸດ​ທະ​ສາດ ການ​ສ້າງ​ແນວ​ໂຮມ ຂອງ​ລັດ​ຖະ​ບານ​ທ່ານ​ໄບ​ເດັນ


​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ມູນ ແຈ ອິນ ຖອດ​ໜ້າ​ກາກ​ອອກ ຂະ​ນະ​ທີ່​ທ່​ານ​ເຂົ້າ​ຮ່ວມ​ເປັນ​ສັກ​ຂ​ີ​ພະ​ຍານ ໃນ​ພິ​ທີ​ລົງ​ນາມ ທີ່​ຕຶກ​ສະ​ພາ ໃນ​ນະ​ຄອນ​ຫຼວງ​ແຄນ​ເບີ​ຣາ ຂອງອອ​ສ​ເຕ​ຣ​ເລຍ ເມື່ອ​ວັນ​ທີ 13 ທ​ັນ​ວາ 2021.
​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ມູນ ແຈ ອິນ ຖອດ​ໜ້າ​ກາກ​ອອກ ຂະ​ນະ​ທີ່​ທ່​ານ​ເຂົ້າ​ຮ່ວມ​ເປັນ​ສັກ​ຂ​ີ​ພະ​ຍານ ໃນ​ພິ​ທີ​ລົງ​ນາມ ທີ່​ຕຶກ​ສະ​ພາ ໃນ​ນະ​ຄອນ​ຫຼວງ​ແຄນ​ເບີ​ຣາ ຂອງອອ​ສ​ເຕ​ຣ​ເລຍ ເມື່ອ​ວັນ​ທີ 13 ທ​ັນ​ວາ 2021.

ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ເກົາ​ຫຼີ​ໃຕ້ ທີ່​ຈະ​ຟື້ນ​ຟູ​ການ​ທູດ​ກັບ​ເກົາ​ຫຼີ​ເໜືອ​ແມ່ນ​ຂັດ​ແຍ້ງ​ກັນ​ກັບ​ຍຸດ​ທະ​ສາດ​ຂອງ​ລັດ​ຖະ​ບານ​ທ່ານ​ໄບ​ເດັນ ທີ່​ຈະ​ສ້າງ​ແນວ​ໂຮມ​ລະ​ຫວ່າງ​ປະ​ເທດ ເພື່ອ​ຕໍ່​ຕ້ານ​ກັບ​ໄພ​ຂົ່ມ​ຂູ່​ສອງ​ຢ່າງ ທີ່​ມາ​ຈາກ​ເກົາ​ຫຼີ​ເໜືອ ແລະ​ຈາກ​ຈີນ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ພວກ​ນັກ​ຊ່ຽວ​ຊານ.

ເກືອບ​ຈະ​ໝົດ​ສະ​ໄໝ ​ການ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ ຊຶ່ງ​ຈະ​ສິ້ນ​ສຸດ​ລົງ ໃນ​ເດືອນ​ພຶດ​ສະ​ພາ ປີ 2022 ນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ມູນ ແຈ ອິນ ໄດ້​ເລັ່ງ​ລັດ​ຂໍ້​ລິ​ເລີ້ມ​ສັນ​ຕິ​ພາບ​ຂອງ​ທ່ານ ດ້ວຍ​ການ​ເຂົ້າ​ໄປ​ພົວ​ພັນ​ຄືນ​ໃໝ່​ກັບ​ພຽງ​ຢາງ. ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ ​ມີ​ຂຶ້ນ​ທ່າມ​ກາງ​ການຢຸດ​ຊະ​ງັກ​ໃນ​ການ​ເຈ​ລະ​ຈາ​ທາງດ້ານນິວ​ເຄ​ລຍ​ມາ​ເປັນ​ເວ​ລາ​ດົນ​ນານລະ​ຫວ່າງວໍ​ຊິງ​ຕັນ​ແລະ​ພຽງ ​ແລະ​ການ​ໂອ້​ລົມ​ສົນ​ທະ​ນາ ລະ​ຫວ່າງ​ສອງ​ເກົາ​ຫຼີ ທີ່ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ.

ເພື່ອ​ຈະ​ຟື້ນ​ຟູ​ການ​ເຈ​ລະ​ຈາ ລັດ​ຖະ​ບານ​ທ່ານ​ມູນ ແຈ ອິນ ໄດ້​ຊຸກ​ຍູ້​ໃຫ້​ມີ​ການ​ປະ​ກາດ​ຢ່າງ​ເປັນ​ກ່ຽວ​ກັບ​ການ​ສິ້ນ​ສຸດ​ລົງ​ຂອງ​ສົງ​ຄາມ​ເກົາ​ຫຼີໃນ​ຕົ້ນ​ຊຸມ​ປີ 1950 ຊຶ່ງ​ຄຳ​ປະ​ກາດ​ດັ່ງ​ກ່າວ ແມ່ນ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ທັງ​ຈາກ​ສະ​ຫະ​ລັດ​ແລະ​ຈີນ ສອງ​ປະ​ເທດ​ທີ່​ພວມ​ມີ​ການ​ແຂ່ງ​ຂັນ​ກັນ​ຢ່າງ​ຂຸ້ນ​ຂ້ຽວ.

ລັດ​ຖະ​ບານທ່ານ​ມູນ ແຈ ອິນ ພິ​ຈາ​ລະ​ນາ​ວ່າ “ການ​ປະ​ກາດ​ທາງ​ການ​ເມືອງ​ກ່ຽວ​ກັບ​ການ​ສິ້ນ​ສຸດ​ຂອງ​ສົງ​ຄາມ ແມ່ນ​ຈຸດ​ເລີ້ມ​ຕົ້​ນ​ຂອງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ” ອີງ​ຕາມ​ເວັບ​ໄຊ​ທ໌​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເກົາ​ຫຼີ​ໃຕ້.

ທ່ານ​ເຄັນ ກາວ​ສ໌ (Ken Gause) ຜູ້​ອຳ​ນວຍ​ການ​ໂຄງ​ການ​ວິ​ເຄາະ​ຄູ່​ປໍ​ລະ​ປັກ​ທີ່​ອົງ​ການ CNA ກ່າວ​ວ່າ ການ​ຜັກ​ດັນ​ຂອງ​ໂຊ​ລ​ເພື່ອ​ໃຫ້​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ຈີນ ໃນ​ການ​ປະ​ກາດ​ດັ່ງ​ກ່າວ ຊຶ່ງ​ສ່ວນ​ນຶ່ງ​ໄດ້​ເຮັດ​ໃຫ້​ເກົາ​ຫຼີ​ໃຕ້ ບໍ່​ບອຍ​ຄອດ​ໃນ​ການ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ປັກ​ກິ່ງ.

ທ່ານ​ກ່າວ​ສ໌ ເວົ້າ​ວ່າ “ກິ​ລາ​ໂອ​ລິມ​ປິກ​ຈະ​ອຳ​ນວຍ​ໃຫ້​ພວກ​ເຂົາ​ເຈົ້າມີໂອ​ກາດ​ໄດ້​ໂອ້​ລົມ​ກັບ​ເຈົ້າ​ໜ້າ​ທີ່​ຈີນເພື່ອ​ຢາກ​ຮູ້​ຈັກ​ວ່າ​ປັກ​ກິ່ງ​ມີ​ຄວາມ​ເຕັມ​ໃຈ​ໜ້ອຍ​ຫຼາຍ​ປານໃດ​ທີ່​ຈະ​ເອົາ​ບົດ​ບາດ​ເພື່ອ​ຊ່ວຍ​ໃຫ້​ເກົາ​ຫຼີ​ເໜືອ​ແລະ​ເກົາ​ຫຼີ​ໃຕ້​ໄດ້​ພົບ​ປະ​ກັນ ຢ່າງໜ້ອຍ​ກໍ​ແມ່ນ​ການ​ໂອ້​ລົມ​ກັນ​ໃນ​ທຳ​ນອງ​ໃດ​ນຶ່ງ.”

ໂຊ​ລ ບໍ່ “ໄດ້​ພິ​ຈາ​ລະ​ນາ” ທີ່​ຈະ​ບອຍ​ຄອດ​ທາງ​ດ້ານ​ການ​ທູດ ຕໍ່​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ປັກ​ກິ່ງ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ມູນ ແຈ ອິນ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ສັບ​ປະ​ດາ​ແລ້ວນີ້ ທີ່​ມີ​ຂຶ້ນ​ຫຼັງ​ຈາກ​ການ​ພົບ​ປະສຸດ ຍອດສອງຝ່າຍ​ກັບອອ​ສ​ເຕ​ຣ​ເລຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG