ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຕັດສິນໃຈເຂົາຮ່ວມພິທີສາບານໂຕ ຂອງ ທ. ປູຕິນ ໂດຍລັດຖະບານໂຊລ ເປັນການເປີດໂອກາດແກ່ ສາຍພົວພັນທາງການທູດ ຂອງສອງປະເທດ


ແຟ້ມຮູບ-ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ ເດີນທາງມາກວດເບິ່ງກອງກຽດຕິຍົດ ລຸນຫຼັງພິທີສາບານຕົນຂອງທ່ານຢູ່ທີ່ວັງເຄຣັມລິນ ໃນນະຄອນຫຼວງມົສກູ, ວັນທີ 7 ພຶດສະພາ 2024.
ແຟ້ມຮູບ-ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ ເດີນທາງມາກວດເບິ່ງກອງກຽດຕິຍົດ ລຸນຫຼັງພິທີສາບານຕົນຂອງທ່ານຢູ່ທີ່ວັງເຄຣັມລິນ ໃນນະຄອນຫຼວງມົສກູ, ວັນທີ 7 ພຶດສະພາ 2024.

ໃນ​ການ​ເຄື່ອນ​ໄຫວ​ທີ່​ກົງກັນຂ້າມ​ກັບ​ສະຫະລັດ, ​ເກົາຫຼີໃຕ້ ໃຫ້ເອກ​ອັກຄະ​ລັດຖະທູດ​ຂອງຕົນປະຈຳ​ນະຄອນຫຼວງມົສກູ ເຂົ້າ​ຮ່ວມ​ພິທີ​ສາບານໂ​ຕ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ປະທານາທິບໍດີ​ຣັ​ດເຊຍ ຂອງ ທ່ານວະລາດີເມຍ ປູຕິນ, ອັນໄດ້ເບິ່ງຄືວ່າ ​ເປັນການ​ເປີດ​ໂອກາດຂອງຕົນ ຕໍ່ການ​ຮັກສາ​ສາຍ​ພົວພັນ​ທາງ​ການ​ທູດ​ກັບ ​ຣັດ​ເຊຍ ທ່າມກາງ​ການເພີ້ມ​ທະວີ​ສາຍ​ພົວພັນທີ່ເລິກເຊິ່ງ ​ກັບ​ ພຽງ​ຢາງ ຂອງ ມົສກູ.

ລັດຖະບານໂຊລ ກ່າວວ່າ ມັນຂຶ້ນຢູ່ກັບການຕັດສິນໃຈຂອງຕົນສໍາລັບເອກອັກຄະລັດຖະທູດ ທ່ານ ລີ ໂດ-ຮຸນ (Lee Do-hoon) ທີ່ຈະເຂົ້າຮ່ວມພິທີສາບານໂຕຂອງ ທ່ານ ປູຕິນ “ລຸນຫຼັງມີການພິຈາລະນາກ່ຽວກັບສະຖານະການທັງຫມົດທີ່ກ່ຽວຂ້ອງກັບສາຍພົວພັນສອງຝ່າຍລະຫວ່າງ ເກົາຫຼີໃຕ້ ແລະ ຣັດເຊຍ.”

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຂອງ​ເກົາຫລີ​ໃຕ້ ໄດ້ໃຫ້ຄວາມເຫັນຕໍ່​ VOA ​ໃນ​ວັນ​ສຸກແລ້ວ​ນີ້.

ສະຫະລັດ ​ແລະ ບັນດາ​ປະ​ເທດ​ໃນ​ສະຫະພາບຢູໂຣບ​ສ່ວນ​ໃຫຍ່ ​ໄດ້ພາກັນກໍານົດການລົງໂທດທາງດ້ານເສດຖະກິດ ກ່ຽວກັບການເຂົ້າ​ຮັບ​ຕຳ​ແໜ່​ງຂອງ ​ທ່ານ ປູຕິນ ຢູ່​ທີ່​ຫ້ອງປະຊຸມໃຫຍ່ຂອງວັງເຄຣັມລິນ ໃນ​ວັນ​ທີ 7 ພຶດສະພາ​ ທີ່ຜ່ານມາ.

ທ່ານ​ ປູຕິນ ​ໄດ້ຮັບການ​ເລືອກ​ຕັ້ງ​ຄືນ​ໃໝ່​ເປັນສະໄໝທີ 5 ເມື່ອ​ເດືອນ​ມີນາ​ຜ່ານ​ມາ​ ​ໃນ​ຂະນະ​ທີ່​ສົງຄາມ​ຂອງ ຣັດ​ເຊຍ ຢູ່​ໃນ ​ຢູ​ເຄຣນ ໄດ້ແກ່ຍາວ​ມາເປັນ​ເວລາ​ດົນ​ກວ່າ 2 ປີ ນັບ​ຕັ້ງ​ແຕ່​ປະເທດດັ່ງກ່າວທໍາການ​ບຸກ​ໂຈມ​ຕີ ຢູເຄຣນ ​ໃນ​ປີ 2022. ມົສກູ​ ຫັນໄປຫາ ພຽງຢາງ ສໍາລັບການເສີມອາວຸດ​ຍຸດ​ໂທ​ປະກອນ​ຕື່ມ ເພື່ອ​ຕໍ່ສູ້​ກັບ ​ຢູ​ເຄຣນ.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ກ່າວ​ໃນ​ວັນ​ພະຫັດ​ແລ້ວ​ນີ້​ວ່າ “ສະຫະລັດ​ໄດ້​ຊີ້​ນຳ​ສະຖານທູດ​ຂອງ​ພວກ​ເຮົາໂດຍກົງ ເພື່ອ​ບໍ່​ໃຫ້​ເຂົ້າ​ຮ່ວມ​ພິທີ​ສາບານໂຕຂອງ ທ່ານ ປູຕິນ ​ເນື່ອງຈາກ​ການປະ​ທ້ວງກ່ຽວກັບ​ສົງຄາມ​ຕໍ່​ ຢູ​ເຄຣນ ຂອງ ຣັດເຊຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG