ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫລີ​ໃຕ້ ເວົ້າ​ວ່າ ເກົາຫຼີເໜືອໄດ້ຍິງ ລູກສອນໄຟຂີປະນາວຸດສອງລູກ


ຄົນ​ພາ​ກັນ​ເບິ່ງ​ໂທ​ລະ​ທັດທີ່​ສາຍ​ໃຫ້​ເຫັນພາບເກົາຫຼີເໜືອໄດ້ຍິງລູກສອນໄຟຂີປະນາວຸດ ຢູ່​ສະ​ຖາ​ນີ​ລົດ​ໄຟໃນ​ນະ​ຄອນ​ໂລ, ວັນ​ທີ 28 ຕຸ​ລາ, 2022 ຫລັງ​ຈາກ ເກົາຫຼີເໜືອຍິງລູກສອນໄຟຂີປະນາວຸດໄລ​ຍະ​ສັ້ນສອງ​ລູກ, ອີງ​ຕາມກອງ​ທັບ​ເກົາ​ຫລີ​ໃຕ້.
ຄົນ​ພາ​ກັນ​ເບິ່ງ​ໂທ​ລະ​ທັດທີ່​ສາຍ​ໃຫ້​ເຫັນພາບເກົາຫຼີເໜືອໄດ້ຍິງລູກສອນໄຟຂີປະນາວຸດ ຢູ່​ສະ​ຖາ​ນີ​ລົດ​ໄຟໃນ​ນະ​ຄອນ​ໂລ, ວັນ​ທີ 28 ຕຸ​ລາ, 2022 ຫລັງ​ຈາກ ເກົາຫຼີເໜືອຍິງລູກສອນໄຟຂີປະນາວຸດໄລ​ຍະ​ສັ້ນສອງ​ລູກ, ອີງ​ຕາມກອງ​ທັບ​ເກົາ​ຫລີ​ໃຕ້.

ເກົາຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດສອງ​ລູກ​ ໃນ​ວັນ​ສຸກ​ມື້​ນີ້, ອີງ​ຕາມ ກອງທັບ​ເກົາຫຼີ​ໃຕ້​ກ່າວ​, ຊຶ່ງ​ເປັນການ​ເຄື່ອນ​ໄຫວ​ຄັ້ງຫຼ້າ​ສຸດ​ຂອງ​ພຽງ​ຢາງທີ່​ໄດ້​ເຮັດ​ໃຫ້ຄວາມ​ເຄັ່ງ​ຕຶງ​ກັບ​ສະຫະລັດ ​ແລະ​ພັນທະ​ມິດ​ຂອງ​ປະ​ເທດນີ້​ ເພີ້ມຂຶ້ນ.

ເກົາຫຼີເໜືອໄດ້ຍິງລູກສອນໄຟຂີປະນາວຸດ ໄລຍະສັ້ນ 2 ລູກໄປສູ່ນອກຝັ່ງທະ​ເລຕາເວັນອອກໃນເວລາປະ​ມານຕອນທ່ຽງ, ອີງຕາມການເຕືອນຂອງ ເສນາທິ ການຮ່ວມຂອງເກົາຫຼີໃຕ້.

ຖະ​ແຫຼງການນີ້​ກ່າວ​ວ່າ ລູກ​ສອນ​ໄຟ​ດັ່ງກ່າວ​ໄດ້​ຖືກ​ຍິງ​ຈາກ​ແຂວງກາງວອນ (Gangwon) ຂອງ​ເກົາ​ຫລີ​ເໜືອ ຊຶ່ງ​ມີ​ຊາຍ​ແດນ​ຕິດ​ກັບເກົາ​ຫລີໃຕ້. ຖະ​ແຫຼງ ການນີ້​ບໍ່ໄດ້ໃຫ້ລາຍລະອຽດເພີ່ມເຕີມກ່ຽວກັບການຍິງ​ລູກ​ສອນ​ໄຟ​ດັ່ງ​ກ່າວ.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ, ກອງ​ບັນຊາ​ການ​ອິນ​ໂດ​ປາຊີ​ຟິກຂອງ​ກອງທັບ​ສະ​ຫະ​ລັດ ​ກ່າວ​ວ່າ, ການ​ຍິງ​ລູກ​ສອນ​ໄຟ​ຄັ້ງ​ນີ້ "ບໍ່​ໄດ້​ເປັນ​ໄພ​ຂົ່ມຂູ່​ໃນ​ທັນ​ທີຕໍ່​ທະຫານ​ ​ຫຼື​ ດິນ​ແດນຂອງ​ສະ​ຫະ​ລັດ ຫລື​ຕໍ່​ພັນທະ​ມິດ​ຂອງ​ພວກ​ເຮົາ", ​ແຕ່​ໄດ້​ຍົກ​ໃຫ້​ເຫັນ​ເຖິງ "ຜົນ​ກະທົບ​ທີ່​ເຮັດ​ໃຫ້​ຂາດ​ສະຖຽນ​ລະ​ພາບ" ຂອງ​ໂຄງການ​ອາວຸດ​ຂອງ​ເກົາຫຼີ​ເໜືອ.

ເກົາຫຼີເໜືອໄດ້​ທົດ​ລອງ​ຍິງລູກສອນໄຟຂີປະນາວຸດ 46 ລູກ ທີ່​ເປັນ​ຈຳ​ນວນ ສູງທີ່​ສຸດ​ແບບບໍ່​ເຄີຍ​ມາ​ກ່ອນໃນປີ 2022. ການຍິງທີ່​ວ່ານີ້ ແມ່ນຂັດ​ຕໍ່ມະຕິ ຂອງສະພາຄວາມໝັ້ນຄົງອົງ​ການສະຫະປະຊາຊາດ, ເຊິ່ງຫ້າມບໍ່ໃຫ້ມີການ ເຄື່ອນໄຫວທາງລູກສອນໄຟຂີປະນາວຸດໃດໆຂອງເກົາຫຼີເໜືອ.

ພຽງ​ຢາງ​ຍັງ​ຄາດ​ວ່າ​ຈະ​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ​ອີກ​ເທື່ອ​ນຶ່ງ​ໃນ​ໄວໆ​ນີ້, ຊຶ່ງເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ປີ 2017.

ຫົວໜ້າອົງການຕິດ​ຕາມດ້ານນິວເຄລຍຂອງສະຫະປະຊາຊາດ ກ່າວໃນວັນ ພະຫັດມື້ນີ້ວ່າ ຖ້າ​ມີການທົດລອງນິວເຄລຍຂອງເກົາຫຼີເໜືອອີກຄັ້ງນຶ່ງຈະເປັນ ການຢືນຢັນຄັ້ງຫລ້າສຸດວ່າ ໂຄງການນິວເຄລຍຂອງເກົາຫຼີເໜືອກຳ​ລັງ “ກ້າວໄປຂ້າງໜ້າຢ່າງເຕັມປ່ຽມ ໃນທາງທີ່ໜ້າເປັນຫ່ວງຢ່າງ​ຫລວງ​ຫລາຍ​ທີ່​ສຸດ.”

ທ່ານຣັຟຟາ​ແອ​ລ ກ​ຣອດ​ຊີ (Rafael Grossi), ຜູ້ອຳນວຍການໃຫຍ່ອົງການ ພະລັງງານປະລະມານູສາກົນ ຫລື ກ່າວວ່າ "ພວກເຮົາຫວັງວ່າມັນຈະບໍ່ເກີດ ຂຶ້ນ, ແຕ່ຫນ້າເສຍດາຍ, ຕົວຊີ້ວັດແມ່ນສະ​ແດງ​ໃຫ້​ເຫັນໃນທິດທາງອື່ນ".

ການທົດລອງນິວເຄລຍຈະເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງເກົາຫຼີເໜືອ ແລະ ເກົາຫຼີໃຕ້ຮ້າຍແຮງຂຶ້ນ, ເຊິ່ງໄດ້ມີສ່ວນພົວພັນຢູ່ໃນວົງຈອນອັນຕະລາຍຂອງ ການສະແດງການຕອບໂຕ້ຂອງກຳລັງແຮງ​ທາງທະຫານຢູ່​ແລ້ວ.

4 ​ມື້​ກ່ອນໜ້າ​ນີ້, ທັງສອງປະ​ເທດ​ເກົາຫຼີ​ໄດ້ຍິງເຕືອນ​ກັນ​ແລະ​ກັນ ຢູ່​ໃກ້​ກັບ​ເຂດ​ທີ່​ມີ​ການ​ຂັດ​ແຍ້​ງກັນ​ຢູ່​ນອກ​ຝັ່ງທະ​ເລດ​ຕາ​ເວັນ​ຕົກ​ຂອງ​ປະ​ເທດເຂົາ​ເຈົ້າ ຫຼັງ​ຈາກ​ຝ່າຍ ເກົາ​ຫລີ​ໃຕ້​ໄດ້​ກວດ​ພົບ​ກຳ​ປັ່ນ​ການຄ້າ​ຂອງ​ເກົາຫຼີ​ເໜືອ​ຂ້າມ​ຊາຍ​ແດນ​ທາງ​ທະ​ເລ​ທີ່​ແທ້​ຈິງເຂົ້າ​ໄປ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG