ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການພົບປະກັນລະຫວ່າງຜູ້ນໍາອາວຸໂສຂອງສະຫະລັດ ແລະຈີນ ທ່າມກາງຄວາມສໍາພັນທີ່ມີການໂຕ້ແຍ້ງກັນ


ລາຍງານກ່ຽວກັບ ການພົບປະກັນລະຫວ່າງຜູ້ນໍາອາວຸໂສຂອງສະຫະລັດ ແລະຈີນ ທ່າມກາງຄວາມສໍາພັນທີ່ໂຕ້ແຍ້ງກັນ

ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ທ່ານລອຍ ອອສຕິນ (Lloyd Austin) ຈະພົບປະກັບຄູ່ຮ່ວມຕໍາແໜ່ງ ລັດຖະມົນຕີ ກະຊວງປ້ອງກັນປະເທດຂອງຈີນ ທີ່ກອງປະຊຸມດ້ານ​ປ້ອງ​ກັນ​ປະ​ເທດໃນ ສິງກະໂປ. ການປະຊຸມດັ່ງກ່າວ ຈະເປັນການພົບປະແບບໜ້າຕໍ່ໜ້າ ກັນ​ທີ່ບໍ່​ຄ່ອຍ​ມີ ລະຫວ່າງເຈົ້າໜ້າທີ່ລະດັບສູງຂອງສະຫະລັດ ແລະ ຈີນ. ທັງສອງຝ່າຍ ອາດຈະບໍ່ສາ​ມາດ​ມີ​ສິ່ງ​ທີ່​ເຫັນ​ພ້ອມ​ນຳກັນຫຼາຍ ທ່າມກາງຄວາມສໍາພັນທີ່ກໍາລັງ ມີຂໍ້ໂຕ້ແຍ້ງ​ກັນ, ດັ່ງທີ່ ບີລ ກາລໂລ (Bill Gallo) ມີລາຍງານໃຫ້ VOA ຈາກນະຄອນຫຼວງໂຊລ, ປະເທດເກົາຫຼີໃຕ້. ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສັນຍານຫຼ້າສຸດສໍາລັບຄວາມເຄັ່ງຕຶງ ລະຫວ່າງສະຫະລັດ ແລະ ຈີນ ກໍ​ຄື ເຮືອບິນກອງທັບຈີນ ແລະ ຣັດເຊຍເຫຼົ່ານີ້ໄດ້ພາກັນບິນໄປໃກ້ໆກັບ ເຂດໜ່ານຟ້າພັນທະມິດໃນ​ເຂດເອເຊຍຂອງສະຫະລັດ ເມື່ອທ້າຍເດືອນພຶດ ສະພາທີ່ຜ່ານມາ ຂະ​ນະ​ທີ່ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ເດີນ ທາງໄປຂົງເຂດເອເຊຍໂດຍມີຈຸດປະສົງເພື່ອຕ້ານ​ຢັນລັດຖະບານປັກກິ່ງ.

ສົງຄາມຂອງຣັດເຊຍ ຢູ່ໃນຢູເຄຣນ, ມີແຕ່ເຮັດ​ໃຫ້​ການແບ່ງແຍກລະຫວ່າງ ສະຫະລັດ ແລະ ຈີນ ເລິກລົງໄປອີກ.

ເຖິງແມ່ນວ່າ ຈີນ ຈະບໍ່ໄດ້ສະແດງອອກເຖິງການສະໜັບສະໜຸນສົງຄາມຂອງ ຣັດເຊຍກໍ​ຕາມແຕ່ເຂົາເຈົ້າກໍໃຫ້ຄໍາໝັ້ນວ່າ ຈະເປັນພັນທະມິດທີ່ໃກ້ຊິດກັນ, ເຊິ່ງໄດ້ເຮັດໃຫ້ຫຼາຍໆຄົນໃນວໍຊິງຕັນມີຄວາມ​ເປັນ​ຫ່ວງ.

ທ່ານໂຈເຊັບ ໂບສໂກ (Joseph Bosco), ອະດີດເຈົ້າໜ້າທີ່ຂອງທໍານຽບຫ້າ ແຈກ່່າວວ່າ:

“ມັນເປັນການລະບຸເຖິງປະເທດທີ່ຮຸນ​ແຮງຫລາຍ, ແລະສະຫະລັດມີຄວາມກັງ ວົນວ່າ ນັ້ນ​ເປັນ​ວິ​ທີ​ທີ່ຈີນຢາກ​ໃຊ້​ເພື່ອເຂົ້າສູ່ສະຖານະການໃນໄຕ້ຫວັນອີກ​ດ້ວຍ, ໂດຍໃຊ້ກຳ​ລັງທີ່ໂຫດຮ້າຍເພື່ອໃຫ້ບັນລຸຈຸດປະສົງຂອງເຂົາ.”

ຈີນມອງວ່າໄຕ້ຫວັນທີ່ເປັນປະຊາທິປະໄຕນັ້ນ ຄືສ່ວນນຶ່ງຂອງດິນແດນຕົນ. ພວກເຂົາຂົ່ມຂູ່ວ່າ ຈະເອົາໄຕ້ຫວັນມາໂດຍການໃຊ້ກອງກໍາລັງທາງທະຫານ.

ທ່ານໄບເດັນ ໄດ້ໃຫ້ສັນຍາວ່າ ສະຫະລັດຈະປົກປ້ອງໄຕ້ຫວັນ ຖ້າຫາກຈີນ ຫາກເຂົ້າໄປບຸກ​ລຸກ, ເຊິ່ງໄດ້ເພີ້ມຄວາມຢ້ານກົວກ່ຽວກັບຄວາມຂັດແຍ້ງຂອງ ປະ​ເທດມະຫາອໍານາດທັງສອງ.

ໄຕ້ຫວັນ ຈະເປັນເປົ້າໝາຍຫຼັກ ເມື່ອທ່ານອອສຕິນ ພົບປະເຈລະຈາ ກັບຄູ່ຕໍາ ແໜ່ງຈີນຂອງທ່ານໃນປະເທດສິງກະໂປອາທິດນີ້, ເຖິງແມ່ນນັກວິເຄາະ ຈະ ກ່າວວ່າການພົບປະດັ່ງກ່າວເບິ່ງຄືວ່າຈະບໍ່ສົ່ງຜົນໃຫ້ມີຄວາມຄືບໜ້າໃດໆເລີຍກໍຕາມ.

ທ່ານລິມ ໄຕ ເຫວີຍ (Lim Tai Wei), ຜູ້ຊ່ວຍອາວຸໂສ ດ້ານງານວິໄຈ ແຫ່ງມະຫາວິທະຍາໄລສິງກະໂປ ກ່າວວ່າ:

“ບັນຫາຂອງໄຕ້ຫວັນ ອາດເປັນບັນຫາຂອງຄວາມແຕກຕ່າງທີ່ຍິ່ງໃຫຍ່ທີ່ສຸດ ລະຫວ່າງປະເທດມະຫາອໍານາດທັງສອງ.”

ທັງສະຫະລັດ ແລະຈີນ ຕ່າງກໍເພີ້ມຄວາມອາດສາມາດທາງທະຫານຂອງ ເຂົາເຈົ້າໃນຂົງເຂດບໍລິເວນອ້ອມຮອບໄຕ້ຫວັນ, ອັນໄດ້ສ້າງຄວາມຢ້ານກົວໃຫ້ ແກ່ຫຼາຍໆປະເທດວ່າ ເຂົາເຈົ້າອາດນໍາໄປສູ່ຄວາມຂັດແຍ້ງອັນຍິ່ງໃຫຍ່ໄດ້, ເຊິ່ງທ່ານລິມ ໄຕ ເຫວີຍ ກ່າວວ່າ:

“ຢູ່ໃນພູມີພາກນີ້ ສ່ວນໃຫຍ່ຢາກໃຫ້ເພີ້ມຂັ້ນຕອນຕ່າງໆ ໃນການຫຼຸດຄວາມ ເຄັ່ງຕຶງລົງ ໂດຍຮູ້ດີແລ້ວວ່າ ມັນເປັນໄປບໍ່ໄດ້ທີ່ຈະແກ້ໄຂບັນຫາທີ່ສົບ​ສົນເຫຼົ່ານີ້ໄດ້, ຢ່າງໜ້ອຍກໍຫາຈຸດທີ່​ມີ​ຄວາມ​ເຫັນ​ກົງ​ກັນບາງຈຸດທີ່ສາມາດນໍາ ມາເຈລະຈາກັນໄດ້ຫຼາຍກວ່າ.”

ມີ​ບາງ​ຂົງ​ເຂດ​ທີ່ເປັນໄປໄດ້ວ່າ​ສາ​ມາດມີການຮ່ວມມືກັນ​ໄດ້ລະຫວ່າງສະຫະລັດ ແລະຈີນ ອັນລວມມີການປ່ຽນແປງທາງສະພາບອາກາດ ແລະບັນຫາດ້ານນິວ ເຄລຍຂອງເກົາຫຼີເໜືອ, ແຕ່ ດ້ວຍຄວາມສໍາພັນໃນສະພາບປັດຈຸບັນຂອງ ພວກເຂົາເຈົ້າ, ຂອບ​ເຂດເພື່ອ​ໃຫ້ດໍາເນີນງານຮ່ວມກັນອາດຈະມີຫນ້ອຍ.

U.S. Defense Secretary Lloyd Austin will meet his Chinese counterpart this week at a defense forum in Singapore. The meeting will be a rare face-to-face encounter between senior U.S. and Chinese officials. The two sides may not find much common ground amid fraying relations, as VOA’s Bill Gallo reports from Seoul, South Korea.

The latest sign of U.S.-China tensions. These Chinese and Russian military planes flew late last month near U.S. Asian allies’ airspace …… while U.S. President Joe Biden was on an Asia trip aimed at countering Beijing.

Russia’s war in Ukraine has only deepened the U.S.-China divide.

Although China has not openly supported Russia’s war, it has pledged closer ties, worrying many in Washington.

Joseph Bosco, Former Pentagon Official

“It's identifying with a very aggressive country, and the United States worries that that's the way China wants to approach the situation in Taiwan as well – use brute force to achieve its objectives.”

China views democratic Taiwan as part of its own territory. It threatens to take it by force.

Biden has promised the United States would defend Taiwan if China invades, raising fears of a superpower conflict.

Taiwan will be a major focus when Austin meets his Chinese counterpart in Singapore this week, although analysts say the meeting is unlikely to result in any progress.


Lim Tai Wei, Adjunct Sr. Research Fellow, National University of Singapore

“The Taiwan issue is possibly the issue with the greatest divergence between the two superpowers."

The United States and China have both increased their shows of military might in the region surrounding Taiwan. Many other countries fear they could be drawn into a major conflict.

Lim Tai Wei, Adjunct Sr. Research Fellow, National University of Singapore

“Most in the region prefer to have incremental steps in turning down the temperature, knowing that it is not possible to resolve such a complicated issue – at least find some common points where they can at least find the atmosphere much more conducive for talks.”

There are some areas of possible U.S.-China cooperation, including climate change and the North Korean nuclear issue, but with ties in their current state, the space for working together may be small.

XS
SM
MD
LG