ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຈົ້າໜ້າທີ່ອະວຸໂສ ຂອງຢູເຄຣນ ທ່ານນຶ່ງ ລາອອກຈາກຕຳແໜ່ງ ທ່າມກາງການປາບປາມ ການສໍ້ລາດບັງຫຼວງ


ທ່ານກີຣີໂລ ຕີໂມເຊັງໂກ (Kyrylo Tymoshenko) ຖືໜັງສືສະບັບນຶ່ງ ຂະນະທີ່ທ່ານລາອອກຈາກຕຳແໜ່ງ, ໂດຍຂໍໃຫ້ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ປົດທ່ານອອກຈາກໜ້າທີ່, ຊຶ່ງໃນພາບຖ່າຍນີ້ ບໍ່ຮູ້ຈັກວ່າ ຢູ່ໃນສະຖານທີ່ບ່ອນໃດ ແລະໄດ້ຖືກເປີດເຜີຍ ຢູ່ໃນສື່ສັງຄົມ ເມື່ອວັນທີ 24 ມັງກອນ 2023.
ທ່ານກີຣີໂລ ຕີໂມເຊັງໂກ (Kyrylo Tymoshenko) ຖືໜັງສືສະບັບນຶ່ງ ຂະນະທີ່ທ່ານລາອອກຈາກຕຳແໜ່ງ, ໂດຍຂໍໃຫ້ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ປົດທ່ານອອກຈາກໜ້າທີ່, ຊຶ່ງໃນພາບຖ່າຍນີ້ ບໍ່ຮູ້ຈັກວ່າ ຢູ່ໃນສະຖານທີ່ບ່ອນໃດ ແລະໄດ້ຖືກເປີດເຜີຍ ຢູ່ໃນສື່ສັງຄົມ ເມື່ອວັນທີ 24 ມັງກອນ 2023.

ຮອງຫົວໜ້າສຳນັກງານປະທານາທິບໍດີ ຂອງຢູເຄຣນ ໄດ້ລາອອກຈາກຕຳແໜ່ງໃນວັນອັງຄານມື້ນີ້ ທ່າມກາງສິ່ງທີ່ປະທານາທິບໍດີໂວໂລດີເມຍ ເຊເລັນສກີ ໄດ້ກ່າວວ່າ ເປັນການສັບປ່ຽນພະນັກງານບາງສວນ ໃນຄະນະລັດຖະບານຂອງທ່ານ.

ທ່ານກີຣີໂລ ທີໂມເຊັງໂກ ບໍ່ໄດ້ໃຫ້ເຫດຜົນສຳລັບການລາອອກຂອງທ່ານ ໃນຂໍ້ຄວາມທີ່ທ່ານໄດ້ຂຽນລົງໃນເທເລແກຣມ. ທ່ານໄດ້ຂອບໃຈ ທ່ານເຊເລັນສກີ “ສຳລັບຄວາມເຊື່ອໝັ້ນແລະໂອກາດເພື່ອໃຫ້ເຮັດຄວາມດີທຸກວັນແລະທຸກນາທີ.”

ດຳລັດໃນການຮັບເອົາການລາອອກ ໄດ້ຖືກນຳລົງໃນເວັບໄຊຂອງປະທານາທິບໍ ດີຢູເຄຣນ.

ທ່ານເຊເລັນສກີ ໄດ້ກ່າວໃນຄຳປາໄສ ປະຈຳແລງວັນຈັນວານນີ້ ວ່າ “ມີການຕັດສິນໃຈໄປແລ້ວ ໃນດ້ານຂອງພະນັກງານ ບາງສ່ວນໃນມື້ນີ້ ບາງສ່ວນໃນມື້ອື່ນ ກ່ຽວກັບເຈົ້າໜ້າທີ່ໃນລະດັບຂັ້ນລັດຖະມົນຢູ່ຫຼາຍຂະແໜງ ແລະຢູ່ໃນໂຄງສ້າງຂອງລັດຖະບານກາງອື່ນໆ ພ້ອມດ້ວຍຢູ່ໃນພາກພື້ນໆ ແລະໃນອົງການບັງຄັບໃຊ້ກົດໝາຍ.”

ຄຳເຫັນຂອງທ່ານ ໄດ້ມີຂຶ້ນນຶ່ງວັນ ຫຼັງຈາກຕຳຫຼວດປາບປາມການສໍ້ລາດບັງຫຼວງ ໄດ້ກ່າວວ່າ ພວກເຂົາໄດ້ຄວບຄຸມໂຕຮອງລັດຖະມົນຕີພື້ນຖານໂຄງລ່າງ ຍ້ອນຂໍ້ກ່າວຫາວ່າ ຮັບເງິນສິນບົນ 400,000 ໂດລາ ທີ່ກ່ຽວຂ້ອງກັບການນຳເຂົ້າເຄື່ອງປັ່ນໄຟຟ້າ ເມື່ອເດືອນກັນຍາປີກາຍນີ້.

ທ່ານເຈັນສ໌ ສະໂຕລເຕັນເບີກ ເລຂາທິການຂອງອົງການເນໂຕ້ ກຳລັງພົບປະກັບລັດຖະມົນຕີປ້ອງກັນປະເທດຂອງເຢຍຣະມັນ ທານບໍຣິສ ປິສໂຕຣິສ (Boris Pistorius) ຢູ່ນະຄອນຫຼວງເບີລິນ ໃນວັນອັງຄານມື້ນີ້ ຂະນະທີ່ເຢຍຣະມັນ ປະເຊີນກັບການກົດດັນຢ່າງຕໍ່ເນື່ອງ ເພື່ອໃຫ້ອະນຸມັດການສົ່ງອອກລົດຖັງລຽວປາດ 2 (Leopard 2) ຂອງຕົນ ໄປຊ່ອຍກອງກຳລັງຂອງຢູເຄຣນ ​ທີ່ສູ້ລົບກັບການບຸກລຸກຂອງຣັດເຊຍ.

ໂຄສົກສຳລັບ ທ່ານໂອລາຟ ໂຊລສ໌ ນາຍົກລັດຖະມົນຕີເຢຍຣະມັນ ໄດ້ກ່າວໃນວັນຈັນວານນີ້ ວ່າ ເຢຍຣະມັນ “ບໍ່ໄດ້ປະ​ຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້” ​ໃນການໂອນລົດຖັງຂອງຕົນ ແຕ່ວ່າ ຍັງບໍ່ໄດ້ຕັດສິນໃຈຫຍັງເທື່ອ.

ສ່ວນນາຍົກລັດຖະມົນຕີນຂອງໂປແລນ ໄດ້ກ່າວໃນວັນຈັນວານນີ້ ວ່າ ປະເທດຂອງທ່ານ ກຳລັງສ້າງຕັ້ງກຸ່ມພັນທະມິດຂອງປະເທດຕ່າງໆ ທີ່ພ້ອມຈະສົ່ງລົດຖັງຜະລິດໂດຍເຢຍຣະມັນ ໄປໃຫ້ຢູເຄຣນ ເຖິງແມ່ນວ່າ ເຢຍຣະມັນບໍ່ອະນຸມັດ ຢ່າງເປັນທາງການ ກໍຕາມ.

ຢູເຄຣນໄດ້ສະແຫວງຫາລົດຖັງຂະ​ໜາດໜັກມາດົນນານແລ້ວ ເພື່ອສູ້ລົບຕ້ານກອງກຳລັງຂອງຣັດເຊຍ ທີ່ນຳໃຊ້ລົດຖັງທີ່ທັນສະໄໝຫຼາຍກວ່າ ທີ່ຢູເຄຣນມີໃນຄັງອາວຸດຂອງຕົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG