ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າໜ້າທີ່ອາວຸໂສຂອງ ຈີນ ເລີ້ມຕົ້ນເດີນທາງຢ້ຽມຢາມຂົງເຂດ ປາຊີຟິກ ເປັນເວລາ 10 ມື້


ແຟ້ມຮູບ-ແມ່ຍິງຄົນນຶ່ງ ຍ່າງຂ້າມທາງທີ່ຢູ່ໃກ້ໆບໍລິເວນປ້າຍສະເຫຼີມສະຫຼອງ ໃນການມາຢ້ຽມຢາມຂອງປະທານາທິບໍດີ ສີ ຈິ້ນຜິງ, ໃນນະຄອນປອດໂມເຣສບີ (Port Moresby), ປະເທດປາປົວນິວກີເນຍ , ເມື່ອວັນທີ 15 ພະຈິກ 2018.
ແຟ້ມຮູບ-ແມ່ຍິງຄົນນຶ່ງ ຍ່າງຂ້າມທາງທີ່ຢູ່ໃກ້ໆບໍລິເວນປ້າຍສະເຫຼີມສະຫຼອງ ໃນການມາຢ້ຽມຢາມຂອງປະທານາທິບໍດີ ສີ ຈິ້ນຜິງ, ໃນນະຄອນປອດໂມເຣສບີ (Port Moresby), ປະເທດປາປົວນິວກີເນຍ , ເມື່ອວັນທີ 15 ພະຈິກ 2018.

ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ທ່ານຫວັງ ຢີ (Wang Yi), ເລີ້ມການເດີນທາງຢ້ຽມຢາມຂົງເຂດປາຊີຟິກ ເປັນເວລາສອງອາທິດ ໃນວັນພຸດຜ່ານ​ມານີ້ ເຊິ່ງເປັນສັນຍານ​ຂອງ​ປັກ​ກິ່ງໃນຄວາມທະເຍີທະຍານທີ່ກວ້າງຂຶ້ນຢູ່ໃນພູມິພາກ ແລະເພື່ອສ້າງຄວາມສໍາພັນທາງດ້ານການຄ້າແລະຄວາມໝັ້ນຄົງໃຫ້ເຂັ້ມແຂງຂຶ້ນ. ນັກຊ່ຽວຊານກ່າວວ່າ ການເດີນທາງຂອງລັດຖະມົນຕີການຕ່າງປະເທດຈີນໃນຄັ້ງນີ້ ໄດ້ສ້າງຄວາມກັງວົນໃຈຫຼາຍຢ່າງ ໃຫ້ແກ່ລັດຖະບານສະຫະລັດ ແລະອອສເຕຣເລຍ. ຟີລ ເມີເຊີ (Phil Mercer) ມີລາຍງານຈາກ ນະຄອນຊິດນີ, ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ຈະເດີນທາງໄປຢ້ຽມຢາມທັງໝົດ 8 ປະເທດ ໃນເວລາ 10 ມື້, ເຊິ່ງລວມມີ ຊາມົວ, ທັອງກາ ແລະປາປົວນິວກີເນຍ. ພ້ອມກັນນັ້ນ ທ່ານກໍຍັງຈະເປັນເຈົ້າພາບຈັດກອງປະຊຸມກັບບັນດາລັດຖະມົນຕີກະຊວງການຕ່າງປະເທດຂອງບັນດາບັນ​ປະ​ເທດ​ໝູ່ເກາະປາຊີຟິກຕ່າງໆເຫຼົ່ານີ້.

ປັກກິ່ງ, ເມື່ອໄວໆມານີ້ໄດ້ລົງນາມຂໍ້ຕົກລົງ​ທີ່​ເປັນ​ບັນ​ຫາ​ໂຕ້​ແຍ້ງກັບປະເທດໝູ່ເກາະໂຊໂລມອນ, ເຊິ່ງທ່ານ ຫວັງ ໄດ້ມີກໍານົດເດີນທາງ​ໄປຮອດໃນມື້ວັນພຸດ. ການເດີນທາງດັ່ງກ່າວຈະສິ້ນສຸດລົງໃນວັນທີ 4 ມິຖຸນາ ທີ່ຈະມາເຖິງນີ້.

ອອສເຕຣເລຍ ຈະຕ້ອງຕິດຕາມເບິ່ງຢ່າງໃກ້ຊິດ ເນື່ອງຈາກບັນດາປະເທດຢູ່ໃນຂົງເຂດປາຊີຟິກແຫ່ງນີ້ ເຄີຍເປັນເຂດອິດທິພົນອັນເກົ່າແກ່ຂອງພວກເຂົາເຈົ້າ. ນິວຊີແລນ, ຝຣັ່ງ ແລະສະຫະລັດ ກໍມີຄວາມເຊື່ອມໂຍງທາງປະຫວັດສາດທີ່ເຂັ້ມແຂງກັບປະເທດຕ່າງໆ, ເຊິ່ງຈີນ ໄດ້ມີກໍານົດການໃນການຢ້ຽມຢາມ.

ລັດຖະບານໃໝ່ຂອງພັກແຮງງານ ອອສເຕຣເລຍ ໄດ້ຕ້ອງຕິອະດີດລັດຖະບານແຄນເບີຣາຫົວຊາດນິຍົມ ທີ່ເມີນເສີຍຕໍ່ຂົງເຂດປາຊີຟິກແຫ່ງນີ້. ລັດຖະມົນຕີກະ ຊວງການຕ່າງປະເທດຂອງອອສເຕຣເລຍ ທ່ານນາງເພັນນີ ວ່ອງ (Penny Wong) ໄດ້ໃຫ້ສັນຍາວ່າ ຈະສ້າງສາຍສໍາພັນກັບປະເທດເພື່ອນບ້ານຕ່າງໆເຫຼົ່ານີ້ໃຫ້ຫຼາຍຂຶ້ນກວ່າເກົ່າ, ເຊິ່ງ ທ່ານນາງໄດ້ກ່າວວ່າ:

ແຟ້ມຮູບ-ນາຍົກລັດຖະມົນຕີຂອງຈີນ ທ່ານລີ ເຄີຈຽງ (Premier Li Keqiang),ຊ້າຍ, ແລະນາຍົກລັດຖະມົນຕີຂອງປະເທດເກາະໂຊໂລມອນ ທ່ານມານາສເຊ ໂຊກາແວ (Manasseh Sogavare) ຍ່າງກວດກາ ແລະໃຫ້ກຽດແກ່ກອງຮັກສາຄວາມປອດໄພ ໃນລະຫວ່າງພິທີຕ້ອນຮັບ ທໍານຽບຮັບແຂກຂອງລັດຖະບານໃນນະຄອນຫຼວງປັກກິ່ງ, ເມື່ອວັນທີ 9 ຕຸລາ 2019.
ແຟ້ມຮູບ-ນາຍົກລັດຖະມົນຕີຂອງຈີນ ທ່ານລີ ເຄີຈຽງ (Premier Li Keqiang),ຊ້າຍ, ແລະນາຍົກລັດຖະມົນຕີຂອງປະເທດເກາະໂຊໂລມອນ ທ່ານມານາສເຊ ໂຊກາແວ (Manasseh Sogavare) ຍ່າງກວດກາ ແລະໃຫ້ກຽດແກ່ກອງຮັກສາຄວາມປອດໄພ ໃນລະຫວ່າງພິທີຕ້ອນຮັບ ທໍານຽບຮັບແຂກຂອງລັດຖະບານໃນນະຄອນຫຼວງປັກກິ່ງ, ເມື່ອວັນທີ 9 ຕຸລາ 2019.

“ພວກເຮົາມີຄວາມຕ້ອງການໃນການຊ່ວຍສ້າງຄອບຄົວປະເທດໃນຂົງເຂດປາຊີຟິກແຫ່ງນີ້ໃຫ້ເຂັ້ມແຂງຂຶ້ນ, ນັ້ນ ຄືເຫດຜົນທີ່ວ່າ ດ້ວຍເຫດໃດພວກເຮົາຈຶ່ງຈະຕ້ອງດໍາເນີນງານຫຼາຍຂຶ້ນ, ແຕ່ ພວກເຮົາຍັງຈະຕ້ອງປະຕິບັດໃຫ້ດີຂຶ້ນນໍາອີກດ້ວຍ. ພວກເຮົາຈະຕ້ອງຮັບຟັງ ເນື່ອງຈາກພວກເຮົາໃສ່ໃຈໃນສິ່ງທີ່ປະເທດປາຊີຟິກຕ່າງໆເຫຼົ່ານັ້ນຈະກ່າວຫຍັງ. ລັດຖະບານຂອງອອສເຕຣເລຍຮູ້ວ່າ ບໍ່ມີຫຍັງທີ່ຈະສໍາຄັນເທົ່າກັບຄວາມໝັ້ນຄົງ ແລະການເປັນຢູ່ທີ່ດີຂອງປະເທດປາຊີ ຟິກຕ່າງໆເຫຼົ່ານີ້ ຫຼາຍກວ່າການປ່ຽນແປງທາງສະພາບອາກາດ. ພວກເຮົາໄດ້ຍິນສຽງຂອງປະເທດຢູ່ໃນມະຫາສະມຸດປາຊີຟິກ ແລະພວກເຮົາຢືນຢູ່ຄຽງບ່າຄຽງໄຫຼ່ກັບພວກເຈົ້າ ໃນຂະນະທີ່ພວກເຮົາດໍາເນີນການກັບວິກິດການທາງສະ ພາບອາກາດ.”

ສື່ມວນຊົນຂອງທາງການຈີນກ່າວວ່າ ການເດີນທາງຂອງທ່ານຫວັງ ແມ່ນເປັນຫຼັກຖານອັນສໍາຄັນໃນການຂະຫຍາຍອິດທິພົນຂອງຈີນໄປທົ່ວຂົງເຂດປາຊີຟິກ.

ຄວາມສໍາພັນລະຫວ່າງ ອອສເຕຣເລຍ ແລະ ຈີນ ໄດ້ຊຸດໂຊມລົງໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ ກ່ຽວກັບຂໍ້ພິພາດທາງດ້ານພູມສາດການເມືອງ. ນອກນັ້ນ ຍັງໄດ້ມີການອ້າງວ່າ ຈີນໄດ້ເຂົ້າໄປແຊກແຊງຕໍ່ກິດຈະການພາຍໃນແລະການສືບລັບທາງດ້ານໄຊເບີ້ຂອງອອສເຕຣເລຍ. ປັກກິ່ງໄດ້ປະຕິເສດຂໍ້ກ່າວຫາດັ່ງ ກ່າວ ໂດຍອະທິບາຍວ່າ ແຄນເບີຣາ “ເປັນໂຣກປະສາດທີ່ຕໍ່ຕ້ານ ຈີນ.”

ຢ່າງໃດກໍຕາມ, ໃນຂໍ້ຄວາມສະແດງຄວາມຍິນດີກັບ ທ່ານແອນໂທນີ ອາລບານີສ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຢູ່ ອອສເຕຣເລຍ, ຈີນກ່າວວ່າ ພວກເຂົາພ້ອມແລ້ວທີ່ຈະດໍາເນີນງານຮ່ວມກັບລັດຖະບານໃໝ່ແຄນເບີຣາ ເພື່ອ “ປະເຊີນໜ້າກັບອະນາຄົດ,” ບາງທີ ອາດຈະເປັນສັນຍານວ່າ ຄວາມສໍາພັນທາງດ້ານທະວີພາຄີອາດຈະຖືກຈັດຕັ້ງຄືນໃໝ່.

ແຟ້ມຮູບ-ເຈົ້າໜ້າທີ່ຕໍາຫຼວດຈາກໜ່ວຍອາວຸດພິເສດ ແລະກົນລະຍຸດຂອງຈີນ ພາກັນຮ່ວມພາກສ່ວນການຝຶກຊ້ອມ ຢູ່ໃນເມືອງ ເຊັງດູ (Chengdu), ແຂວງຊີສວນ, ປະເທດ ຈີນ, ເມື່ອວັນທີ 3 ທັນວາ 2018.
ແຟ້ມຮູບ-ເຈົ້າໜ້າທີ່ຕໍາຫຼວດຈາກໜ່ວຍອາວຸດພິເສດ ແລະກົນລະຍຸດຂອງຈີນ ພາກັນຮ່ວມພາກສ່ວນການຝຶກຊ້ອມ ຢູ່ໃນເມືອງ ເຊັງດູ (Chengdu), ແຂວງຊີສວນ, ປະເທດ ຈີນ, ເມື່ອວັນທີ 3 ທັນວາ 2018.

Chinese Foreign Minister Wang Yi begins a two-week tour of the Pacific Wednesday designed to signal Beijing’s broader ambitions in the region and strengthen commercial and security ties. Experts say the trip raises concern for administrations in the U.S. and Australia, weary of increased adversarial Chinese influence in the region. For VOA, Phil Mercer has this report from Sydney.

Chinese Foreign Minister Wang Yi will travel to eight countries in 10 days, including Samoa, Tonga, and Papua New Guinea. He will also host a meeting of Pacific Island foreign ministers while in Fiji.

Beijing recently signed a controversial security pact with Solomon Islands, where Wang is due to arrive on Wednesday. The tour will last until June 4.

Australia will be watching closely since the Pacific has traditionally been its sphere of influence. New Zealand, France and the United States also have strong historical links to the countries set for Chinese visits.

Australia’s new Labor government has criticized the former conservative administration in Canberra for ignoring the Pacific. Foreign Minister Penny Wong is promising more engagement with neighboring countries.

Penny Wong

“We want to help build a stronger Pacific family. That is why we will do more, but we will also do it better. We will listen because we care what the Pacific has to say. The Australian government knows that nothing is more central to the security and wellbeing of the Pacific than climate change. We’ve heard the Pacific, and we will act standing shoulder to shoulder with you as we address the climate crisis.”

Chinese state media outlets have said Wang’s trip was evidence of China’s growing influence throughout the Pacific.

Australia’s relations with China have deteriorated in recent years over various geopolitical disputes. There were also claims of Chinese interference in Australia’s domestic affairs and cyber-espionage. Beijing denied the allegations, describing them as “anti-China hysteria.”

However, in a message congratulating Anthony Albanese on his election win in Australia, China said it was ready to work with the new administration in Canberra to “face the future,” a sign, perhaps, that bilateral ties could be reset.

XS
SM
MD
LG