ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານປະເທດ Senegal ພິຈາລະນາຄະດີ ຂອງອະດີດ ຜູ້ນຳຜະເດັດການປະເທດ Chad


ອະດີດຜູ້ນຳຜະເດັດການຂອງປະເທດ Chad ທ່ານ Hissene Habre ຍົກມືຂອງລາວຂຶ້ນໃນລະຫວ່າງການເດີນທາງສູ່ສານ
ໃນເມືອງ Dakar, ປະເທດ Senegal, 30 ພຶດສະພາ, 2016.
ອະດີດຜູ້ນຳຜະເດັດການຂອງປະເທດ Chad ທ່ານ Hissene Habre ຍົກມືຂອງລາວຂຶ້ນໃນລະຫວ່າງການເດີນທາງສູ່ສານ ໃນເມືອງ Dakar, ປະເທດ Senegal, 30 ພຶດສະພາ, 2016.

ສານແຫ່ງໜຶ່ງໃນປະເທດ Senegal ມີກຳນົດທີ່ຈະປະກາດຄຳຕັດສິນໃນວັນຈັນມື້ນີ້ໃນ ການພິຈາລະນາຄະດີຂອງອະດີດຜູ້ນຳຜະເດັດການຂອງປະເທດ Chad ທ່ານ Hissene Habre.

ທ່ານ Habre ໄດ້ຖືກພິພາກສາຄະດີໃນຂໍ້ຫາກໍ່ອາຊະຍາກຳສົງຄາມ, ການທໍລະມານ ແລະ ອະຊະຍາກຳຕໍ່ມະນຸດສະທຳ ໂດຍສານພິເສດທີ່ຮູ້ກັນ​ໃນ​ນາມ ຜູ້ພິພາກສາ ພິເສດ ອາຟຣິກາ.

ການຕັດສິນອາດເປັນການສິ້ນສຸດລົງຂອງການຕໍ່ສູ້ຄະດີ ທີ່ຈະນຳຕົວອະດີດຜູ້ນຳສູ່ຄວາມ ຍຸດຕິທຳໃນປະເທດ Senegal, ບ່ອນທີ່ທ່ານໄດ້ຫຼົບໜີ ແລະ ໄດ້ອາໄສຢູ່ນອກປະເທດ ຫຼັງຈາກຖືກໂຄ່ນລົ້ມອອກຈາກຕຳແໜ່ງໃນການກໍ່ລັດຖະປະຫານປີ 1990 ນັ້ນ.

ທ່ານ Reed Brody, ທີ່ປຶກສາຂອງອົງການສິ້ງຊອມສິດທິມະນຸດ, ເຊິ່ງໄດ້ເປັນຜູ້ຕິດຕາມ ການດຳເນີນຄະດີຢ່າງໃກ້ຊິດໄດ້ກ່າວວ່າ “ມັນໃຊ້ເວລານານ​ເຖິງ 25 ປີຂອງການຕໍ່ສູ້ ຢ່າງບໍ່ຮູ້ອິດເມື່ອຍ ໂດຍບັນດາຜູ້ໄດ້ຮັບເຄາະຮ້າຍຈາກທ່ານ Hissene Habre ເພື່ອ ເຮັດໃຫ້ການດຳເນີນຄະດີິນີ້ເກີດຂຶ້ນ.”

ບັນດາຜູ້ພິພາສາໄດ້ຟ້ອງຮ້ອງອະດີດປະທານາທິບໍດີປະເທດ Chad ໃນປີ 2013 ແລະ ຫຼັງຈາກການສືບສວນສອບສວນ​ເປັນ​ເວລາ 19 ເດືອນ, ບັນດາຜູ້​ພິພາກສາ​ສານຈຶ່ງໄດ້ ອອກຄຳສັ່ງໃຫ້ທ່ານ Habre ມາປະກົດຕົວ ​ແລະ​ໃຫ້​ປາກຄຳ​ຕໍ່ສານ.

ມັນເປັນຄັ້ງທຳອິດໃນປະຫວັດສາດໂລກ, ອີງຕາມອົງການສິ້ງຊອມສິດທິມະນຸດ, ທີ່ສານ ແຫ່ງຕ່າງໆໃນປະເທດໜຶ່ງໄດ້ຟ້ອງຮ້ອງອະດີດຜູ້ນຳຂອງປະເທດ ກ່ຽວກັບ ການ​ຖືກ​ກ່າວ​ຫາທີ່​ປະ​ຫັດ​ປະຫານ​ເລື້ອງ​ສິດທິມະນຸດ.

ທ່ານ Habre ໄດ້ປະຕິເສດທີ່ຈະຮັບຮູ້ຕໍ່ຄວາມຖືກຕ້ອງຕາມກົດໝາຍຂອງ​ສານ ແລະ ຕ້ອງໄດ້ຖືກນຳຕົວຂຶ້ນສານ​ໃນ​ການເລີ່ມຕົ້ນດຳເນີນຄະດີໃນເດືອນກໍລະກົດປີ 2015. ທະນາຍຄວາມຂອງທ່ານໄດ້ປະຕິເສດທີ່ຈະປະກົດຕົວ, ແລະ ສານ Senegal ໄດ້​ເລືອກ ບັນດາທະນາຍຄວາມ ​ເພື່ອໃຫ້ເປັນຕົວແທນແກ່ອະດີດຜູ້ນຳຂອງ Chad ທ່ານ​ນີ້.

ທ່ານ Bandoum Bandjim ອະດີດສະມາຊິກຂອງຕຳຫຼວດການເມືອງຂອງ Chad ໄດ້ ໃຫ້ການຢຶນຢັນວ່າຜູ້ອຳນວຍການຕຳຫຼວດໄດ້ໄປຫາທ່ານ Habre ຫຼາຍຄັ້ງພ້ອມດ້ວຍ ເອກະສານທີ່ສາມາດສັ່ງໃຫ້ປ່ອຍຕົວ, ທໍລະມານ ຫຼື ປະຫານຊີວິດຂອງພວກນັກໂທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

A court in Senegal is set to deliver a verdict Monday in the trial of former Chadian dictator Hissene Habre.

Habre was tried on charges of war crimes, torture and crimes against humanity by a special tribunal known as the Extraordinary African Chambers.

The verdict could mark the end of a battle to bring the former leader to justice in Senegal, where he fled and has lived in exile after being overthrown in a coup in 1990.

"It took 25 years of relentless campaigning by Hissène Habré's victims to make this trial happen," said Reed Brody, counsel at Human Rights Watch, which has followed the trial closely.

The chambers indicted the former Chadian president in 2013 and after a 19-month investigation, judges ordered Habre appear in court.

It was the first time in world history, according to Human Rights Watch, that courts in one country prosecuted the former ruler of another for alleged human rights abuses.

Habre refused to recognize the court's legitimacy and had to be carried into the court for the start of the trial in July 2015.His lawyers refused to appear, and the Senegalese court had to appoint lawyers to represent the former Chad leader.

Bandoum Bandjim, a former member of Chad's political police, testified the police director often went to Habre with documents that could order the release, torture or execution of prisoners.

XS
SM
MD
LG