ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ບັນ​ດາ​ສະ​ມາ​ຊິກ ສະ​ພາ​ສູງ ຈະ​ຖາມ​ຄຳ​ຖາມ ຕໍ່​ສອງ​ຝ່າຍ ​ໃນ​ການ​ດຳ​ເນີນ​ຄະ​ດີ ຟ້ອງ​ຮ້ອງ​ທ່ານ ທ​ຣຳ


ໃນ​ພາບ​ຈາກວິ​ດີ​ໂອນີ້, ຫົວ​ໜ້າ​ສານ​ສູງ​ສຸດ​ ສະ​ຫະ​ລັດ ທ່ານ ຈອນ ໂຣເບີດ​ສ໌ ໃຫ້​ຄຳ​ເຫັນ​ໃນ​ລະ​ຫວ່າງ​ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງຕໍ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນລ ທ​ຣຳ ໃນ​ສະ​ພາ​ສູງ ທີ່​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 28 ມັງ​ກອນ, 2020.
ໃນ​ພາບ​ຈາກວິ​ດີ​ໂອນີ້, ຫົວ​ໜ້າ​ສານ​ສູງ​ສຸດ​ ສະ​ຫະ​ລັດ ທ່ານ ຈອນ ໂຣເບີດ​ສ໌ ໃຫ້​ຄຳ​ເຫັນ​ໃນ​ລະ​ຫວ່າງ​ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງຕໍ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນລ ທ​ຣຳ ໃນ​ສະ​ພາ​ສູງ ທີ່​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 28 ມັງ​ກອນ, 2020.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ຈະ​ໃຊ້​ເວ​ລາ​ໃນ​ວັນ​ພຸດ​ມື້ນີ້​ຖາມ​ຄຳ​ຖາມ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ ບັນ​ຫາ​ຕ່າງໆທີ່​ລວມ​ຢູ່​ໃນ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ຫຼັງ​ຈາກ​ໄດ້​ໃຊ້​ເວ​ລາ​ສ່ວນ​ນຶ່ງ​ຂອງ​ຫົກ​ວັນ ​ເພື່ອ​ຟັງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ຍົກ​ກໍ​ລະ​ນີ​ຂອງ​ເຂົາ​ເຈົ້າຂຶ້ນ​ມາ ເພື່ອ​ລົງ​ໂທດ​ປະ​ທາ​ນາ​ທິ​ບໍ​ດີ, ແລະ ບັນ​ດາ​ທະ​ນາຍ​ຄວາມ​ຂອງ​ທ່ານ​ໄດ້​ໂຕ້​ແຍ້ງວ່າ ​ທ່ານບໍ່​ໄດ້​ເຮັດ​ຫຍັງ​ຜິດ.

ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ ແລະ ເດ​ໂມ​ແຄ​ຣັດ ໃນ​ສະ​ພາ​ສູງ ຈະ​ສົ່ງ​ຄຳ​ຖາມ​ຂອງ​ເຂົາ​ເຈົ້າ​ເພື່ອ​ໃຫ້​ຫົວ​ໜ້າ​ຜູ້​ພິ​ພາກ​ສາ ທ່ານ ຈອນ ໂຣ​ເບີດ​ສ໌ ​ເປັນ​ຄົນ​ອ່ານ. ຄຳ​ຖາມ​ຕ່າງໆ​ສາ​ມາດ​ຖາມ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ ທີ່​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ໄອ​ຍະ​ການ ຫຼື ທີມ​ນັກ​ກົດ​ໝາຍ​ຂອງ​ທ່ານ ທ​ຣຳ, ແລະ ມັນ​ກໍ​ບໍ່​ມີ​ການ​ຈຳ​ກັດ ​ເວ​ລາ​ເພື່ອ​ຕອບ​ຄຳ​ຖາມ​ຂອງ​ເຂົາ​ເຈົ້າ.

ຂັ້ນ​ຕອນ​ດັ່ງ​ກ່າວ​ຈະ​ດຳ​ເນີນ​ຕໍ່​ໄປ​ໃນ​ວັນ​ພະ​ຫັດ​ເຊັ່ນ​ກັນ, ກ່ອນ​ທີ່​ສະ​ພາ​ຈະ​ດຳ​ເນີນ​ການ​ພິ​ຈາ​ລະ​ນາ​ຄຳ​ຕອບ​ທີ່​ຖືກ​ຕິດ​ຕາມ​ຢ່າງ​ໃກ້​ຊິດ ກ່ຽວ​ກັບ​ວ່າ ເຂົາ​ເຈົ້າ​ຈະ​ລົງ​ຄະ​ແນນ​ສຽງ ​ເພື່ອ​ອະ​ນຸ​ຍາດ​ໃຫ້ພິ​ຍານ​ເຂົ້າ​ຮ່ວມ​ໃນ​ການ​ດຳ​ເນີນ​ຄະ​ດີຫຼືບໍ່.

ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ​ທ່ານ ມິດ​ຈ໌ ແມັກ​ຄອນ​ແນ​ລ ໄດ້​ກ່າວ​ຕໍ່​ເພື່ອ​ນ​ຮ່ວມ​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ທ່ານບໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນຫຼາຍ​ພໍ ​ໃນ​ພັກ​ຣີ​ພັບ​ບ​ລີ​ກັນ​ທີ່​ມີ​ສຽງ​ສ່ວນຫຼາຍ ເພື່ອ​ຢຸດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ການ​ຮຽກ​ຕົວພິ​ຍານ.

ທ່ານ ແມັກ​ຄ​ອນ​ແນ​ລ ແລະ ທີມ​ຝ່າຍ​ຈຳ​ເລີຍ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ຄັດ​ຄ້ານ ຕໍ່​ການ​ຮຽກ​ຕົວພິ​ຍານ, ທີ່ລວມ​ມີອະ​ດີດ​ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ ຈອນ ໂບ​ລ​ຕັນ ຜູ້​ທີ່​ໄດ້​ກ່າວ​ອ້າງ​ໃຫ້​ປຶ້ມ​ທີ່​ຈະ​ອອກວາງ​ຂາຍ​ໃນ​ໄວ​ໆ​ນີ້​ວ່າ​ທ່ານ ທ​ຣຳ ໄດ້​ບອກ​ທ່ານ​ໂດຍ​ກົງ​ວ່າ ທ່ານ​ໄດ້​ກັກ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ຂອງ ຢູ​ເຄ​ຣນ ໄວ້ເພື່ອ​ແລກ​ປ່ຽນ​ກັບ​ການ​ຊ່ວຍ​ເຫຼືອ​ທາງ​ການ​ເມືອງ.

ທ່ານ ທ​ຣຳ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ ໃນ​ວັນ​ອັງ​ຄານ​ວານນີ້ ເພື່ອ​ກ່າວ​ຢ້ຳ​ການ​ບໍ່​ເຫັນ​ດ້ວຍ​ຂອງ​ທ່ານ.

ທ່ານ​ໄດ້​ຂຽນ​ວ່າ “ບໍ່​ວ່າ​ເຈົ້າ​ຈະ​ເອົາພິ​ຍານ​ໃຫ້​ພວກ​ເດ​ໂມ​ແຄ​ຣັດ​ຈັກ​ຄົນ, ບໍ່​ວ່າ​ເຈົ້າ​ຈະ​ເອົາ​ຂໍ້​ມູນ​ໃຫ້ຫຼາຍ​ຊ່ຳ​ໃດ, ຄື​ສຳ​ເນົາ​ທີ່​ຖືກ​ຂຽນ​ອອກ​ມາ​ຢ່າງວ່ອງ​ໄວ​ນັ້ນ, ມັນ​ຈະ​ບໍ່​ມີ​ວັນ​ພຽງ​ພໍ​ສຳ​ລັບ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຈະ​ຮ້ອງ​ຄຳ​ວ່າບໍ່​ຍຸດ​ຕິ​ທຳ​ຕະຫຼອດໄປ. ການ​ຟ້ອງ​ຮ້ອງ​ທີ່​ຫຼອກ​ລວງ​ນັ້ນ ​ແມ່ນ​ພຽງ​ຄວາມຫຼອກ​ລວງ​ທາງ​ການ​ເມືອງ​ອີກ​ອັນ​ນຶ່ງ​ເທົ່າ​ນັ້ນ.”

ສະ​ມາ​ຊິກ​ສູງ​ພຽງ 51 ຄົນຂອງ​ຈຳ​ນວນ​ທັງ​ໝົດ 100 ຄົນ ທີ່​ພວມ​ຮັບ​ຟັງ​ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມ​ໃຫ້​ເອົາ​ພິ​ຍານ ໝາຍ​ຄວາມ​ວ່າ ຕ້ອງ​ການສະ​ມາ​ຊິກ​ສະ​ພາ​ສູງ​ພັກ​ຣີ​ພັບ​ບ​ລີ​ກັນ​ພຽງ 4 ຄົນ​ເທົ່າ​ນັ້ນ ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມ ​ກັບ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ແລະ​ບໍ່​ສັງ​ກັດ​ພັກ 47 ຄົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG