ສະພາສູງສະຫະລັດໄດ້ລົງຄະແນນສຽງໃນວັນສຸກວານນີ້ບໍ່ອະນຸຍາດໃຫ້ມີການຮັບ
ຟັງຄຳໃຫ້ການໃໝ່ ແລະບັນດາເອກກະສານຕ່າງໆກ່ຽວກັບການດຳເນີນຄະດີຟ້ອງ
ຮ້ອງປະທານາທິບໍດີດໍໂນລ ທຣຳ ຊຶ່ງຈະຈັດໃຫ້ມີການລົງຄະແນນສຽງອີກໃນອາທິດ
ໜ້າ ກ່ຽວກັບການຟ້ອງຮ້ອງ 2 ຂໍ້ ທີ່ປະເຊີນໜ້າປະທານາທິບໍດີຢູ່.
ໃນຄຳຖະແຫຼງປິດຄະດີ ໂດຍບັນດາສະມາຊິກສະພາຕ່ຳ ທີ່ເຮັດໜ້າທີ່ເປັນໄອຍະການ
ແລະທີມທະນາຍຄວາມປ້ອງກັນທ່ານທຣໍາ ອາດຈະມີຂຶ້ນ ໃນວັນຈັນຈະມາເຖິງນີ້ ແລະ
ບັນດາສະມາຊິກສະພາສູງ ຈະລົງຄະແນນສຽງໃນວັນພຸດ ກ່ຽວກັບຂໍ້ກ່າວຫາໃຊ້ອຳ
ນາດໃນທາງຜິດ ແລະຂັດຂວາງສະພາ.
ການລົງຄະແນນສຽງ 51 ຕໍ່ 49 ສ່ວນໃຫຍ່ແມ່ນແບ່ງໄປຕາມເສັ້ນສາຍຂອງພັກ ພ້ອມ
ດ້ວຍສະມາຊິກພັກຣີພັບບລິກັນສອງທ່ານຄື ທ່ານນາງຊູຊານ ຄອລລິນ ຈາກລັດເມນ
ແລະທ່ານມິຕ ຣອມນີ ຈາກລັດຢູທາ ທີ່ໄດ້ລົງຄະແນນສຽງກັບພັກເດໂມແຄຣັດ.
ສະພາສູງໄດ້ຢຸດພັກຫຼັງຈາກລົງຄະແນນສຽງແລ້ວ ແລະຕໍ່ມາໄດ້ພົບກັນອີກໃນວັນ
ສຸກວານນີ້ ເພື່ອຫາລືແລະລົງຄະແນນສຽງກ່ຽວກັບມາດຕະການສຳລັບອາທິດໜ້າ.
ການລົງຄະແນນສຽງໄດ້ເກີດຂຶ້ນ ໃນຂະນະທີ່ມີລາຍງານໃໝ່ອອກມາ ຈາກອະດີດ
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ໂບລຕັນ.
ສະພາສູງທີ່ຄວບຄຸມໂດຍພັກຣີພັບບລີກັນ ແມ່ນຄາດກັນໄວ້ຢ່າງກວ້າງຂວາງວ່າ
ຈະໃຫ້ທ່ານທຣຳບໍ່ມີຄວາມຜິດ ຫຼັງຈາກໄດ້ປະຕິເສດຕໍ່ການຮຽກຮ້ອງຈາກພັກເດ
ໂມແຄຣັດບໍ່ຮັບເອົາຫລັກຖານໃໝ່. ກຳນົດເວລາໃນການດຳເນີນການຂັ້ນສຸດທ້າຍ
ແມ່ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ ໃນຂະນະທີ່ສະພາສູງໄດ້ເລີ້ມອະພິປາຍເປັນເວ
ລາສີ່ຊົ່ວໂມງ ລະຫວ່າງບັນດາສະມາຊິກສະພາຕ່ຳ ທີ່ເຮັດໜ້າທີ່ເປັນໄອຍະການ
ແລະບັນດາທະນາຍຄວາມຂອງທ່ານທຣຳ ກ່ຽວກັບວ່າ ຈະຮ້ອງບັນດາພິຍານທັງ
ຫຼາຍ ຮວມທັງທ່ານໂບລຕັນ ຫຼືບໍ່.
ໜັງສືພິມນິວຢອກໄທມ໌ ໄດ້ລາຍງານໃນວັນສຸກວານນີ້ວ່າ ບັນທຶກຂອງທ່ານໂບລ
ຕັນ ໃນປື້ມທີ່ບໍ່ທັນໄດ້ພິມເທື່ອນັ້ນກ່າວວ່າ ທ່ານທຣຳໄດ້ສັ່ງໃຫ້ທ່ານເຂົ້າຮ່ວມຢູ່ໃນ
ການປຸກລະດົມເພື່ອກົດດັນ ໃຫ້ພວກເຈົ້າໜ້າທີ່ຢູເຄຣນມອບຂໍ້ມູນທີ່ເປັນໄພໃຫ້ແກ່
ສະມາຊິກພັກເດໂມແຄຣັດ ຮວມທັງອະດີດຮອງປະທານາທິບໍດີໂຈ ໄບເດັນ ແລະ
ລູກຊາຍຂອງທ່ານຄືທ່ານຮັນເຕີ ໄບເດັນ.
ບັນທຶກຂອງທ່ານໂບລຕັນ ມີລາຍງານວ່າ ທ່ານທຣຳໄດ້ອອກດຳລັດໃນລະຫວ່າງ
ການສົນທະນາຢູ່ທຳນຽບຂາວທີ່ຮວມທັງຫົວໜ້າທີ່ປຶກສາຊົ່ວຄາວຂອງທຳນຽບຂາວ
ທ່ານມິກ ມູລວານີ ທະນາຍຄວາມສ່ວນໂຕຂອງທ່ານທຣຳ ຄືທ່ານຣູດີ ຈູລີອານີ
ແລະທີ່ປຶກສາທຳນຽບຂາວ ທ່ານແພັດ ຊິໂພໂລນີ ຜູ້ທີ່ໄດ້ເຂົ້າຮ່ວມຢູ່ໃນການດຳ
ເນີນຄະດີຟ້ອງຮ້ອງປະທານາທິບໍດີນັ້ນ.
The U.S. Senate voted Friday not to allow new testimony and documents in President Donald Trump's impeachment trial, setting up a vote next week on the two articles of impeachment facing the president.
Closing arguments by House impeachment managers and Trump's defense team would likely take place Monday, and senators would vote Wednesday on charges of abuse of power and obstruction of Congress.
The 51-49 vote split largely along party lines, with two Republicans -- Susan Collins of Maine and Mitt Romney of Utah -- voting with the Democrats.
The Senate recessed after the vote, and then met later Friday to discuss and vote on measures for next week.
The vote occurred as reports of new revelations surface from Trump's former national security adviser, John Bolton.
The Republican-majority Senate is widely anticipated to acquit Trump after rejecting Democratic calls for new evidence. The precise timetable for final action was unclear as the Senate began four hours of debate between House managers and Trump's lawyers over whether to call witnesses, including Bolton.
The New York Times reported Friday that a manuscript of Bolton's unpublished book says that Trump directed him to participate in the Republican president's pressure campaign to get Ukrainian officials to obtain harmful information on Democrats, including former Vice President Joe Biden and his son, Hunter Biden.
Bolton's manuscript reportedly said Trump issued the directive during an Oval Office discussion that included acting White House Chief of Staff Mick Mulvaney, Trump's personal lawyer, Rudy Giuliani, and White House counsel Pat Cipollone, who is participating in the impeachment trial.