ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການຕຸລາການ ສະພາສູງ ອະນຸມັດການແຕ່ງຕັ້ງ ທ.ນ. ບາເຣດໃຫ້ເຂົ້າ ຮັບຕໍາແໜ່ງ ໃນສານສູງສຸດ


ຜູ້ພິພາກສາ Amy Coney Barrett, ຜູ້ໄດ້ຮັບການແຕ່ງຕັ້ງ ໂດຍປະທານາທິບໍດີ ດໍໂນລ ທຣໍາ ໄປເຖິງກອງປະຊຸມແບບປິດລັບ ກັບບັນດາສະມາຊິກສະພາສູງຂອງພັກຣີພັບບລີກັນ, ວັນທີ 21 ຕຸລາ, 2020.
ຜູ້ພິພາກສາ Amy Coney Barrett, ຜູ້ໄດ້ຮັບການແຕ່ງຕັ້ງ ໂດຍປະທານາທິບໍດີ ດໍໂນລ ທຣໍາ ໄປເຖິງກອງປະຊຸມແບບປິດລັບ ກັບບັນດາສະມາຊິກສະພາສູງຂອງພັກຣີພັບບລີກັນ, ວັນທີ 21 ຕຸລາ, 2020.

ຄະນະກຳມະການຕຸລາການສະພາສູງທີ່ນໍາພາໂດຍພັກຣີພັບບລີກັນໄດ້ອະນຸມັດການແຕ່ງຕັ້ງຜູ້ພິພາກສາ ເອມມີ ຄອນນີ ບາເຣດ (Amy Coney Barrett) ເຂົ້າຮັບຕໍາແໜ່ງໃນສານສູງສຸດ, ຊຶ່ງເປັນການສົ່ງບັນຫາດັ່ງກ່າວໄປໃຫ້ສະພາສູງຄົບຄະນະພິຈາລະນາ.

ບັນດາສະມາຊິກພັກເດໂມແຄຣັດໃນຄະນະກຳມະການດັ່ງກ່າວ ໄດ້ພ້ອມໃຈກັນຄັດຄ້ານການລົງຄະແນນສຽງ ໃນວັນພະຫັດວານນີ້, ເຊິ່ງເຮັດໃຫ້ມີການລົງຄະ ແນນສຽງ 12 ຕໍ່ 0 ໃນການສະໜັບສະໜູນການແຕ່ງຕັ້ງດັ່ງກ່າວ.

ຜູ້ນຳພັກເດໂມແຄຣັດໃນສະພາສະພາສູງ, ທ່ານ ຈຊັກ ຊຸມເມີ (Chuck Schumer) ໄດ້ກ່າວຢໍ້າອີກເຖິງການຄັດຄ້ານຕໍ່ການເດີນໜ້າກ້າວໄປຂອງທ່ານປະທານາທິບໍດີ ດໍໂນລ ທຣໍາໃນການຫາຄົນມາແທນຜູ້ພິພາກສາ ຣູດ ເບເດີ ກິນສເບີກ (Ruth Bader Ginsburg) ຢູ່ໃນສານດັ່ງກ່າວໃນເວລາໃກ້ກັບການເລືອກຕັ້ງໂພດ, ໂດຍໃຫ້ເຫດຜົນວ່າການກະທຳດັ່ງກ່າວຄວນຈະປ່ອຍໃຫ້ຜູ້ສະໝັກເລືອກຕັ້ງຜູ້ໃດ ທີ່ຊະນະການເລືອກຕັ້ງປະທານາທິບໍດີສະຫະລັດໃນວັນທີ 3 ພະຈິກນີ້ ເປັນຜູ້ເຮັດ.

ທ່ານໄດ້ກ່າວເຖິງຕຳແໜ່ງຂອງສານສູງສຸດໃນປີ 2016, ໃນເວລານັ້ນ ປະທາ ນາທິບໍດີບາຣັກໂອບາມາໄດ້ແຕ່ງຕັ້ງຜູ້ພິພາກສາ ເມີຣິກ ກາແລນ (Merrick Garland) ແຕ່ວ່າ ສະມາຊິກສະພາສູງຈາກພັກຣີພັບບລີກັນໄດ້ສະກັດກັ້ນຂັ້ນຕອນດັ່ງກ່າວໃນຂະນະທີ່ມີການໃຫ້ເຫດຜົນທີ່ຄ້າຍຄືກັນນີ້ກ່ຽວກັບການປ່ອຍໃຫ້ຜູ້ປ່ອນບັດເລືອກຕັ້ງ ຕັດສິນໃຈເອົາເອງວ່າໃຜຄວນເລືອກເອົາຜູ້ພິພາກສາຄົນຕໍ່ໄປ.

“ເມື່ອທ່ານ ເມີຣິກ ກາແລນ (Merrick Garland) ຖືກແຕ່ງຕັ້ງ, 8 ເດືອນກ່ອນການເລືອກຕັ້ງ, ພວກເຮົາຕ້ອງໄດ້ລໍຖ້າໃຫ້ມີການເລືອກຕັ້ງກ່ອນ. ດຽວນີ້ການເລືອກຕັ້ງກຳລັງດຳເນີນໄປຢູ່, ພວກເຮົາກຳລັງເລັ່ງເຮັດໃຫ້ການແຕ່ງຕັ້ງນີ້ຜ່ານໄປ. ມັນເປັນຊ່ວງເວລາທີ່ຮ້າຍແຮງທີ່ສຸດອັນນຶ່ງ ທີ່ສະມາຊິກສະພາເຄີຍໄດ້ເຫັນມາ," ນັ້ນ ຄືຄໍາເວົ້າຂອງທ່ານ ຊຸມເມີ (Schumer).

ທ່ານໄດ້ເອີ້ນຂັ້ນຕອນດຳເນີນການຮັບຮອງເອົາທ່ານນາງ ບາເຣດ (Barrett) ວ່າ ເປັນ "ຂັ້ນຕອນຮີບເຮັ່ງທີ່ສຸດ, ເປັນການເຮັດແຕ່ລໍພັງພັກດຽວ ແລະມີຄວາມຖືກຕ້ອງໜ້ອຍທີ່ສຸດໃນປະຫວັດສາດຂອງການແຕ່ງຕັ້ງຄົນໄປຮັບຕໍາແໜ່ງໃນສານສູງສຸດ."

ທ່ານ ລິນເຊ ແກຣມ (Lindsey Graham), ປະທານຄະນະກໍາມະການດັ່ງ ກ່າວ ເວົ້າວ່າພວກພັກເດໂມແຄຣັດໄດ້ຮ່ວມໃຈກັນຄັດຄ້ານການລົງຄະແນນສຽງ “ເຮັດໃຫ້ຜູ້ພິພາກສາບາເຣດ (Barrett) ຜູ້ທີ່ສົມຄວນໄດ້ຮັບຄະແນນສຽງອັນນຶ່ງວ່າ ໃຫ້ຂຶ້ນ ຫລື ລົງ ນັ້ນ ໄດ້ຮັບຄວາມເສຍຫາຍ.”

ໂດຍທີ່ມີພວກສັງກັດພັກຣີພັບບລີກັນ ໄດ້ຮັບຄະແນນສຽງສ່ວນຫຼາຍ ໃນລະດັບ 53 ຕໍ່ 47 ບ່ອນນັ່ງໃນສະພາສູງ, ທ່ານແກຣມ (Graham) ໄດ້ສະແດງຄວາມຫວັງໃນແງ່ດີ ກ່ຽວກັບຄວາມເປັນໄປໄດ້ໃນການແຕ່ງຕັ້ງທ່ານນາງ ບາເຣດ (Barrett).

ທ່ານກ່າວວ່າ "ຜູ້ພິພາກສາບາເຣດ (Barrett) ສົມຄວນທີ່ຈະຢູ່ໃນສານສູງສຸດ ແລະທ່ານນາງຈະຖືກຮັບຮອງເອົາ."

ຜູ້ນຳສຽງສ່ວນຫລາຍຂອງສະພາສູງ, ທ່ານ ມິດຈ໌ ແມັກຄອນແນລ (Mitch McConnell) ມີແຜນທີ່ຈະປະຕິບັດຕາມການລົງຄະແນນສຽງຂອງຄະນະກຳ ມະການຕຸລາການ ດ້ວຍການລົງຄະແນນສຽງຕາມຂັ້ນຕອນໃນສະພາສູງໃນວັນອາທິດຈະມາເຖິງນີ້ ທີ່ສາມາດນຳເອົາການລົງຄະແນນສຽງຂັ້ນສຸດທ້າຍກ່ຽວກັບການແຕ່ງຕັ້ງທ່ານນາງບາເຣດ (Barrett) ໃນວັນຈັນຈະມາເຖິງນີ້.

ຖ້າທ່ານນາງບາເຣດ (Barrett) ໄດ້ຮັບການຮັບຮອງເອົາໃຫ້ເຮັດໜ້າທີ່ຕະຫຼອດ ຊີວິດ, ສານສູງສຸດກໍຈະມີຄະແນນສຽງສ່ວນຫຼາຍ ທີ່ມີຫົວອະນຸລັກນິຍົມຢູ່ 6 ຕໍ່ 3.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG