ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລົດ​ທີ່​ຂັບ​​ດ້ວຍ​ຕົວມັນ​ເອງ ຍັງມີຄວາມສ່ຽງ ໃນທ້ອງຖະໜົນ ໃນຂະນະນີ້ ຢູ່


ລົດທີ່​ຂັບ​​ດ້ວຍ​ຕົວມັນ​ເອງ
ລົດທີ່​ຂັບ​​ດ້ວຍ​ຕົວມັນ​ເອງ

ຫຼັງ​ຈາກໄດ້​ເກີດອຸບ​ບັດເຫດຮ້າຍ​ແຮງ​ເຖິງ​ຕາຍ​ ຂອງ​ລົດ​ໄຟຟ້າ Tesla ​ໃນ​ຂະນະ​ທີ່​ກຳລັງ​ ໃຫ້ ມັນບັງຄັບຂັບດ້ວຍໂຕ​ຂອງມັນເອງ​ແລ້ວ ​ກໍໄດ້​ມີ​ຄຳ​ຖາມ​ຂຶ້ນ​ມາ​ກ່ຽວກັບວ່າ ລົດ​ທີ່​ຂັບດ້ວຍ​ຕົວມັນ​ເອງ​ນັ້ນ ​ພ້ອມແລ້ວ​ບໍ່

​ທີ່ຈະລົງສູ່ຖະໜົນຕາມ​ປົກກະຕິໃນແຕ່ລະ​ວັນ​. ພວກ​ນັກ​ຊ່ຽວຊານພາກັນ​ກ່າວ​ວ່າ ​ເຫດ​ໂສກ​ນາຕະ​ກຳ​ດັ່ງກ່າວນີ້ ​ຈະບໍ່ຜ່ອນ​ເບົາການ​ຊ່ວງເສງ​ຂອງ​ພວກ​ສ້າງລົດອັດ​ຕະ​ໂນ​ມັດລົງແຕ່ ຢ່າງໃດ ​ແຕ່​ວ່າ ປະຊາຊົນ​ທົ່ວ​ໄປ​ຄວນ​ເຂົ້າໃຈ ​ເຖິງ​ຂອບ​ເຂດ​ຈຳກັດ ​ ​ຂອງ​ເທັກ​ໂນ​ໂລ​ຈີ​ປະຈຸ​ບັນ. ນັກ​ຂ່າວ VOA George Putic ມີ​ລາຍ​ງານ​ນີ້ ຊຶ່ງວັນນະ​ສອນ ຈະ​ນຳເອົາລາຍ​ລະອຽດ ​ມາສະ​ເໜີທ່ານ.​

​ໃນ​ວັນ​ທີ 7 ພຶດສະພາ ທີ່​ເມືອງ Williston ລັ​ດ Florida ຊາຍ​ໄວ 40 ປີ ຄົນ​ນຶ່ງ ນັ່ງ​ຢູ່ບ່ອນ​ຄົນ​ຂັບ​ລົດ ​Tesla ລຸ່ນ S ໄດ້ເສຍຊິວິດ ເວລາລົດ​ໄຟຟ້າຂອງລາວ​ຕຳລົດແກ່​ເຮືອນ​ລົດ​ຄັນນຶ່ງ.

ລົດ​ຂອງລາວແລ່ນໄປ​ດ້ວຍ​ຄວາມ​ໄວ​ສູງ ​ໃນ​ຂະນະ​ທີ່​ມັນ​ຢູ່ທ່າທີ່​ເອີ້ນ​ວ່າ autopilot mode​ ຫຼືຂັບເອງ.

ເຖິງ​ແມ່ນຈະ​ເອີ້ນມັນ​ວ່າ​ ​ລົດ​ຂັບເອງ ກໍຕາມ ແຕ່ຄວາມຈິງແລ້ວ ລົດ​ Tesla ລຸ່ນ S ກໍແມ່ນເປັນລົດອັດຕະໂນມັດແຕ່ພຽງບາງສ່ວນເທົ່ານັ້ນ. ​ຄວາມ​ຈິງ​ແລ້ວ​ລະບົບ autopilot mode ຂອງມັນ​ແມ່ນ​ເປັນ​ພາກສ່ວນ​ຊ່ອຍ​ ທີ່​ຄົນຂັບຈຳ​ເປັນ​ຕ້ອງ​ເອົາມືຈັບພວງ​ມາ​ໄລຢູ່ ຕະຫຼອດ​ເວລາ. ອຸບ​ບັດ​ເຫດດັ່ງກ່າວ ຍັງພວມຕົກ​ຢູ່​ໃນ​ການ​ສືບສວນ ສອບ​ສວນ​ຢູ່ ​ແຕ່​ວ່າ ບັນດາ​ນັກ​ຊ່ຽວຊານ​ສົງ​ໄສ​ວ່າ ສາຍຕາຂອງຄົນ​ຂັບຜູ້​ນັ້ນ ບໍ່​ໄດ້​ຢູ່ກັບ​ຖະໜົນ​ ໃນ​ຂະນະ​ທີ່​ເຄື່ອງ​ເຕືອນ​ສັນຍານ ​ຕີຄວາມໝາຍ​ຂໍ້​ມູນ​ຜິດ ວ່າແມ່ນສິ່ງຂອງອັນໃດ​ຢູ່ຕໍ່​ໜ້າ​ມັນ.

ທ່ານ Jim Holder ບັນນາທິການ​ຂອງ​ວາລະສານ Autocar ກ່າວວ່າ “ລະບົບລົດ Tesla ບໍ່​ໄດ້​ຮູ້ວ່າ ​ລົດ​ບັນທຸກຄັນດັ່ງກ່າວຢູ່ຫັ້ນ​. ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ​ມື້​ນັ້ນ​ມັນ​ແຈ້ງແສງແດດ ກ້າຫຼາຍ​ ທ້ອງຟ້າ​ສີ​ຄາມ ​ແລະທາງຂ້າງຂອງ​ລົດ​ບັນທຸກ​ກໍເຫັນເປັນສີຂາວ ​ລົດ​ Tesla ຈຶ່ງສືບຕໍ່ຂັບໄປເລື້ອຍໆ​.”

ບັນດາ​ນັກ​ຊ່ຽວຊານ ກ່າວ​ວ່າ ບໍລິສັດ​ຜະລິດ​ລົດ ຄວນ​ຈະ​ເຮັດ​ໜ້າ​ທີ່​ໃຫ້​ດີກ​ວ່າ​ນີ້ ໂດຍ​ບອກ​ເຕືອນ​ຄົນ​ຂັບ​ກ່ຽວ​ກັບ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ລົດ​ອັດຕະ​ໂນ​ມັດ​ເຕັມສ່ວນ ​ກັບລົດ​ອັດຕະ​ໂນ​ມັດ​ພຽງບາງສ່ວນ​.

ທ່ານນາງ Mary Cumming ຈາກ ມະຫາວິທະຍາ​ໄລ Duke ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ຄວາມ​ຮັບຜິດຊອບ ຂອງ​ບໍລິສັດ​ຜະລິດສຳລັບ​ລົດ​ເຄິ່ງອັດຕະໂນມັດ ກໍຄືຕ້ອງເຂົ້າໃຈ ວ່າ ຜູ້ຂັບທີ່ເປັນມະນຸດຈະເກີດມີຄວາມບໍ່ລະວັງໃນທັນທີ ແລະຖ້າວ່າ ລົດຄັນໃດຫາກມີ ຄວາມສາມາດໃນຂອບເຂດຈຳກັດ ໂດຍສະເພາະໃນຈຸດທີ່ເບິ່ງບໍ່ເຫັນ ຢູ່ເທິງຮາຍເວນັ້ນ​ ໜ້າທີ່ກໍຈະຕ້ອງແມ່ນ​ບໍລິສັດ​ຜູ້ຜະລິດເປັນ​ຜູ້​ແກ້​ໄຂບັນຫາ.”

​ລົດ​ເຄິ່ງອັດ​ຕະ​ໂນ​ມັດທັງຫຼາຍ ຈະ​ສາມາດ​ຂັບໄດ້​ຢູ່ເທິງຮາຍເວ​ ດ້ວຍຄວາມໄວ​ສະໝ່ຳສະ​ເໝີ​ ​ຢູ່ໄລຍະຫ່າງ​ທີ່​ປອດ​ໄພ​ຈາກລົດ​ຄັນ​ອື່ນໃຊ້ຄັນ​ຫ້າມ​ແລະ​ຄັນ​ເລັ່ງ ແລ້ວແຕ່ ຄວາມໄວ ຊ້າຂອງ​ການຈະລາ​ຈອນ ​ແລະ​ແມ່ນ​ແຕ່​ການ​ປ່ຽນເລນ ແລະຂັບ​ກາຍລົດ​ຄັນ​ອື່ນໆ​ທີ່​ແລ່ນຊ້າ​ນັ້ນ ກໍເຮັດໄດ້.

​ແຕ່​ວ່າ ພວກ​ນັກ​ຊ່ຽວຊານ ​ເຊັ່ນ​ທ່ານ Tim Caron ຊຶ່ງ​ໄດ້​ບອກ​ກັບ VOA ຜ່ານ​ທາງ Skype ວ່າ ການຄຳນວນບອກວ່າ ກ່ອນລົດອັດ​ຕະ​ໂນ​ມັດເຕັມສ່ວນຈະອອກມາໃຫ້ໃຊ້ ມັນກໍຈະກິນເວລາອີກ​ ປະມານ​ນຶ່ງ​ທົດ​ສະ​ວັດ.​

ທ່ານ Tim Caron ຈາກ​ມະຫາວິທະຍາ​ໄ​ລ Notre Dame ກ່າວ​ວ່າ “ພວກ​ເຮົາ​ຈະ​ເຫັນ​ວ່າ​ຈຳ​ນວນ​ອຸບ​ບັດ​ເຫດ ​ແລະ​ການ​ບາດ​ເຈັບ​ລົ້ມ​ຕາຍ​ຈະເພີ້ມຂຶ້ນ ໃນ​ຂະນະ​ທີ່​ລົດອັດ​ຕະ​ໂນ​ມັດເລີ້ມແລ່ນ​ອອກ​ມາ​ສູ່​ທ້ອງ​ຖະໜົນ​. ແຕ່​ວ່າ ​ເມື່ອເຖິງ​ຈຸດ​ໃດ​ຈຸດ​ນຶ່ງ ມັນກໍ​ຈະ​ຫຼຸດໜ້ອຍ​ລົງ. ​ແລະເວລາແນວ​ໂນ້ມທີ່​ລົດນ້ອຍ​ລົງ​ນັ້ນ​ ​ເຮົາ ກໍ​ຈະ​ຮັບຮູ້ເຖິງ ຜົນ​ປະໂຫ​ຍດຂອງ​ມັນ.”

​ໃນ​ປະຈຸ​ບັນ​ນີ້ ​ເກືອບ​ວ່າ ບໍລິສັດ​ຜະລິດລົດຍັກ​ໃຫຍ່​ທັງຫຼາຍ ​ແມ່ນ​ກຳລັງ​ພັດທະນາ​ລົດ​ອັດ ​ຕະ​ໂນ​ມັດ​ທັງໝົດ ທັງສຳລັບລົດ​ບັນທຸກນຳ ​ແຕ່ ພວກ​ນັກ​ຊ່ຽວຊານທັງຫຼາຍ​ເຫັນ​ພ້ອມ​ນຳ ກັນ​ວ່າ ​ມັນຈະລົງ​ຮອດ​ຖະໜົນ​ຫົນທາງ​ຊ້າໄວຊໍ່າໃດ ມັນ​ກໍ​ຂຶ້ນ​ຢູ່​ກັບ​ສາຍຕາຂອງປະຊາຊົນ ກ່ຽວກັບຄວາມ​ປອດ​ໄພ​ຂອງ​ມັນ.

XS
SM
MD
LG