ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມີການຮັກສາ ຄວາມປອດໄພ ຢ່າງແໜ້ນໜາ ກ່ອນການຢ້ຽມຢາມ ຮົງກົງ ຂອງທ່ານສີ ຈິ້ນຜິງ


China Hong Kong
please wait
Embed

No media source currently available

0:00 0:01:27 0:00

ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ໄດ້​ເລີ່​ມການ​ຢ້ຽມຢາມ​ຮົງ​ກົງ ​ເປັນ​ເວລາ 3 ມື້ ​
ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ເປັນ​ຂີດ​ໝາຍຄົບຮອບ 20 ປີ ນັບ​ຕັ້ງ​ແຕ່​ນະ​ຄອນ​ດັ່ງກ່າວ ​ໄດ້​ກັບ
​ຄືນ​ໄປ​ສູ່​ການ​ປົກຄອງ​ຂອງ​ຈີນ ຫຼັງ​ຈາກໄດ້ເປັນ​ເມືອງ​ຂຶ້ນອັງກິດ​ ມາເປັນ​ເວລາ​ດົນນານ
ແລ້ວນັ້ນ.

ການ​ຢ້ຽມຢາມ​ທີ່​ວ່າ​ນີ້ ຈະສິ້ນ​ສຸດ​ລົງ​ດ້ວຍ​ພິທີເຂົ້າຮັບ​ຕຳ​ແໜ່​ງຂອງທ່ານນາງ Carrie
Lam ຜູ້​ຊຶ່ງ​ຈະ​ເຂົ້າ​ສາບານ​ຕົວ ໃນ​ວັນ​ເສົາຈະ​ມາ​ເຖິງ​ນີ້ ຊຶ່ງ​ເປັນ​ຜູ້ນຳແມ່ຍິງຜູ້​ທຳ​ອິດ
ຂອງ​ຮົງ​ກົງ.

ການ​ຮັກສາ​ຄຸ້ມ​ກັນ​ຕ່າງໆ ​ແມ່ນ​ໜາ​ແໜ້ນທົ່ວ​ເມືອງ ​ແລະ​ຕຳຫຼວດ ກໍ​ໄດ້​ຈັບ​ກຸມ
ກຸ່ມປະ​ທ້ວງ​ທີ່​ສະໜັບສະໜຸນ​ປະຊາທິປະ​ໄຕ ກ່ອນ​ໜ້າການ​ໄປ​ຮອດ​ໄປ​ເຖິງ​ຂອງ​
ທ່ານ Xi.

ຄາດ​ວ່າ​ຈະ​ມີ​ການ​ປະ​ທ້ວງ​ໃຫຍ່ຕື່ມ​ອີກ ຊຶ່ງຮວມທັງ ການ​ເດີນ​ຂະ​ບວນປະ​ທ້ວງ​ປະຈຳ​ປີ
​ໃນ​ວັນ​ເສົາ​ ທີ່​ຈະ​ມາ​ເຖິງ​ນີ້ ຊຶ່ງຜ່ານ​ມາ​ນັ້ນ ​ແມ່ນ​ໄດ້ດຶງ​ດູດ​ຜູ້​ຄົນມາຮ່ວມ​ຢ່າງ​ຫຼວງຫຼາຍ.

ຈີນ ໄດ້ປົກຄອງ​ຮົງ​ກົງ ພາຍ​ໃຕ້​ຫລັກການ ທີ່ຮູ້ກັນວ່າ “​ນຶ່ງ​ປະ​ເທດ ສອງ​ລະບົບ”
ທີ່ໝາຍຄວາມວ່າ ໃຫ້ນະຄອນນີ້ ມີສິດ​ເສລີພາບພິເສດ ແລະການປົກຄອງຕົນເອງ
ແຕ່ວ່າ ເຫດ ການຫວ່າງມໍ່ໆມານີ້ ທີ່ມີການຈັບກຸມນັກຂາຍປື້ມ 5 ຄົນ ໄດ້ສ້າງຄວາມ
ຢ້ານກົວ ກ່ຽວ​ກັບການຈັດ​ແຈງດັ່ງກ່າວ.

ທ່ານ Xi ​ໄດ້​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຈີນ ຕ້ອງການ​ທີ່​ຈະ​ມອງໄປ​ຂ້າງ​ໜ້າ ​ໃນ​ອະ
ນາ​ຄົດເພື່ອ “ຄ້ຳປະກັນການ​ພັດທະນາ​ຂອງ​ລັດ ​ແບບ​ນຶ່ງ​ປະ​ເທດ ສອງ​ລະບົບ.”

ຜູ້​ຕິດຕາມ​ສະຖານະ​ການ​ໃນຮົງ​ກົງ ທ່ານ Felix Patrikeeff ອາຈານ​ຈາກ​ວິທະຍາ​ໄລ
Kathleen Lunley ​ທີ່ Adelaide ​ໃນ​ອອສ​ເຕຣ​ເລຍ ​ໄດ້​ບອກ​ກັບ VOA ວ່າ ພວກ​ນັກ​
ເຄື່ອນໄຫວ ທີ່ຕ້ອງການ​ທີ່​ຈະ​ລົງ​ຄະ​ແນນ​ສຽງ ​ກ່ຽວ​ກັບ​ເລື່ອງ​ອະທິປະ​ໄຕ​ນັ້ນ ຈະ​ບໍ່​
ປະສົບ​ຜົນສຳ​ເລັດ ​ໃນ​ເປົ້າໝາຍ​ດັ່ງກ່າວນັ້ນ.

“ລັດຖະບານ​ນຈີນ ​ແມ່ນ​ໄດ້​ເອົາ​ມາດ​ຕະການ​ທີ່​ແນ່ນອນ ທີ່​ວ່າ​ຈະ​ຄວບ​ຄຸມ ​ເພີ່ມ​ຂຶ້ນ
ນັບ​ມື້ຢູ່​ໃນສະຖານ​ທີ່​ແຫ່ງ​ນີ້ ຊຶ່ງ​ເປັນ​ການ​ເອົາ​ບາດກ້າວ​ທີ່​ງຽບໆ,”
ນັ້ນ​ແມ່ນ​ຄຳ​ເວົ້າ
ຂອງທ່ານ Patrikeeff ​ທີ່ໄດ້​ກ່າວ​ໄວ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ​

XS
SM
MD
LG