ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຕໍ່ຕ້ານການກໍ່ລັດຖະປະຫານຂະໜາດໃຫຍ່ ໃນຊູດານ ເປັນຂີດໝາຍວັນຄົບຮອບ ຂອງການລຸກຮືຂຶ້ນ


ຊາວຊູດານເດີນຂະບວນປະທ້ວງ ຜູ້ນຶ່ງໂບກທຸງຊາດ ໃນຂະນະທີ່ລາວ ຮ້ອງໂຮຄຳຂວັນ ໃນລະຫວ່າງການໂຮມຊຸມນຸມຕໍ່ຕ້ານຜູ້ບັນຊາການທະຫານ ທີ່ໄດ້ກໍ່ການລັດຖະປະຫານ ໃນວັນທີ 25 ຕຸລາ ຫຼັງຈາກໄດ້ທຳການປາບປາມຢ່າງນອງເລືອດ ຢູ່ເຂດທາງພາກເໜືອຂອງນະຄອນຫຼວງຄາຣ໌ທູມ, ພາບຖ່າຍ ໃນວັນທີ 19 ທັນວາ 2021.
ຊາວຊູດານເດີນຂະບວນປະທ້ວງ ຜູ້ນຶ່ງໂບກທຸງຊາດ ໃນຂະນະທີ່ລາວ ຮ້ອງໂຮຄຳຂວັນ ໃນລະຫວ່າງການໂຮມຊຸມນຸມຕໍ່ຕ້ານຜູ້ບັນຊາການທະຫານ ທີ່ໄດ້ກໍ່ການລັດຖະປະຫານ ໃນວັນທີ 25 ຕຸລາ ຫຼັງຈາກໄດ້ທຳການປາບປາມຢ່າງນອງເລືອດ ຢູ່ເຂດທາງພາກເໜືອຂອງນະຄອນຫຼວງຄາຣ໌ທູມ, ພາບຖ່າຍ ໃນວັນທີ 19 ທັນວາ 2021.

ຊາວຊູດານພາກັນລົງສູ່ຖະໜົນຫົນທາງ ຢູ່ທົ່ວປະເທດໃນການອອກມາປະທ້ວງຕໍ່ຕ້ານການຍຶດອຳນາດຂອງທະຫານ ແລະໃນທີ່ສຸດ ກໍໄດ້ຕົກລົງແຕ່ຕັ້ງນາຍົກ ລັດຖະມົນຕີ ອັບດາລາ ຮຳດັອກ ຄືນໃໝ່ ແຕ່ໄດ້ຂັດຂວາງກີດກັນການເຄື່ອນ ໄຫວດັ່ງກ່າວ. ທາງການຂອງຊູດານ ໄດ້ຮັດກຸມການຮັກສາຄວາມປອດໄພຢູ່ໃນນະຄອນຫຼວງຄາຣ໌ທູມ ແລະເມືອງຄູ່ແຝດ ໂອມດູມານ ຂອງນະຄອນຫຼວງນັ້ນ ດ້ວຍການຕັ້ງສິ່ງກີດຂວາງກັນລັດຖະບານແລະຕຶກອາຄານຕ່າງໆຂອງທະຫານ. ໃນວັນອາທິດວານນີ້ ການເດີນຂະບວນປະທ້ວງທັງຫຼາຍເປັນຂີດໝາຍຄົບຮອບໃນການເລີ້ມຕົ້ນຂອງການລຸກຮືຂຶ້ນ ຄັ້ງທີສາມ ຊຶ່ງໃນທີ່ສຸດ ໄດ້ບັງຄັບໃຫ້ທະ ຫານປົດຜູ້ນຳຜະເດັດການ ໂອມາຣ ອາລ-ບາເຊຍຣ໌ ທີ່ປົກຄອງມາຍາວນານ ແລະລັດຖະບານອິສລາມ ໃນເດືອນເມສາປີ 2019. ຊູດານ ຫຼັງຈາກນັ້ນມາ ກ້າວເຂົ້າສູ່ປະຊາທິປະໄຕທີ່ບອບບາງ ແລະໄດ້ປົກຄອງຮ່ວມກັນ ດ້ວຍລັດຖະ ບານທະຫານແລະພົນລະເຮືອນ. ການກໍ່ລັດຖະປະຫານ ໃນວັນທີ 25 ຕຸລາຜ່ານມາ ໄດ້ເຮັດໃຫ້ໄລຍະຂ້າມຜ່ານສັ່ນຄອນ ແລະນຳໄປສູ່ການປະທ້ວງຢູ່ຕາມຖະໜົນຫົນທາງຢ່າງບໍ່ລົດລະ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Sudanese took to the streets in the capital of Khartoum and elsewhere across the country for mass protests Sunday against an October military takeover and a subsequent deal that reinstated Prime Minister Abdalla Hamdok but sidelined the movement.

The demonstrations mark the third anniversary of the uprising that eventually forced the military removal of longtime autocrat Omar al-Bashir and his Islamist government in April 2019.

Sudan then followed a fragile path toward democracy and ruled by a joint military-civilian government. The October 25 coup has rattled the transition and led to relentless street protests.

XS
SM
MD
LG