ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການອາລັກຂາ ​ປະທານາທິບໍດີ ສະຫະລັດ ສະສາງ ຄະດີການຟ້ອງຮ້ອງ ຈຳແນກເຈົ້າໜ້າ ທີ່ຜິວດຳ


ເຈົ້າໜ້າທີ່ ອາລັກຂາ​ປະທານາທິບໍດີ ສະຫະລັດ ຢຶນຢູ່ເດີ່ນຫຍ້າ ຕອນເໜືອຂອງ ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ.
ເຈົ້າໜ້າທີ່ ອາລັກຂາ​ປະທານາທິບໍດີ ສະຫະລັດ ຢຶນຢູ່ເດີ່ນຫຍ້າ ຕອນເໜືອຂອງ ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ.

ອົງການອາລັກຂາ​ປະທານາທິບໍດີສະຫະລັດ ໄດ້ເຫັນດີທີ່ຈະຈ່າຍເງິນ 24 ລ້ານໂດລາ ແລະ ທຳການປະຕິຮູບ ຕໍ່ລະບົບ​ຊົນຊັ້ນຂອງພວກເຂົາເຈົ້າ ເພື່ອສະສາງຄະດີການ​ຟ້ອງ​ຮ້ອງທີ່ປະກອບມີເຈົ້າໜ້າທີ່ ອາເມຣິກັນ ຜິວດຳ 100 ຄົນ ຜູ້ທີ່ໄດ້ກ່າວວ່າ ພວກເຂົາເຈົ້າ ຖືກຈຳ​ແນ​ກກີດ ກັນ​ຍ້ອນເຊື້ອຊາດຜິວ​ພັນຂອງພວກເຂົາເຈົ້າ.

ການຟ້ອງຮ້ອງ​ແບບ​ເປັນໝູ່​ຄະນະໄດ້ຍ້ອນກັບຄືນໄປປີ 2000, ເມື່ອກຸ່ມທຳອິດຂອງເຈົ້າ ໜ້າທີ່ 10 ຄົນກ່າວຫາອົງການອາລັກຂາ​ປະທານາທິບໍດີວ່າ ໄດ້ສະແດງໃຫ້ເຫັນ​ເຖິງການ ຈຳ​ແນ​ກເຊື້ອຊາດຜິວ​ພັນ ໃນການຕັດສິນວ່າຜູ້ໃດຄວນຖືກວ່າຈ້າງ, ເລື່ອຕຳແໜ່ງທີ່ສູງ ຂຶ້ນ, ຖືກສົ່ງໄປຫ້ອງການອື່ນ, ໃຫ້ເງິນໂບນັສ, ແລະ ວິທີການລົງໂທດສຳລັບຄົນຜູ້ທີ່ໄດ້ກະ ທຳຜິດ.

ຜູ້ນຳໜ້າໃນການຮ້ອງທຸກ ທ່ານ Reginald Moore ໄດ້ເຮັດວຽກໃຫ້ອົງການ​ອາລັກຂາ​ປະທານາທິບໍດີມາຫຼາຍກວ່າ 20 ປີແລ້ວ ແລະ ໄດ້ກ່າວຫາ ໃນການຟ້ອງຮ້ອງວ່າ ໃນລະ ຫວ່າງປີ 1999 ຫາ 2002 ທ່ານໄດ້ຂໍສະໝັກເລື່ອນຕຳແໜ່ງຫຼາຍກວ່າ 180 ຄັ້ງໂດຍບໍ່​ໄດ້ຖືກເລືອກ. ຕໍ່ມາລາວຖືກເລື່ອນຕຳແໜ່ງສອງຄັ້ງ, ແຕ່ໄດ້ກ່າວວ່າ ການເຄື່ອນຍ້າຍດັ່ງ ກ່າວໄດ້ເກີດຂຶ້ນຫຼັງຈາກລາວຖືກຍົກຍ້າຍ, ຍື່ນຄຳຮ້ອງ ແລະ ຟ້ອງຮ້ອງ.

ຜູ້ຮ້ອງທຸກອື່ນໆອີກຫຼາຍຄົນກໍໄດ້ກ່າວຫາວ່າ​ມີປະສົບການທີ່ຄ້າຍຄືກັນ, ລວມທັງການ ຖືກເລື່ອນຕຳແໜ່ງຫຼັງຈາກຖືກຟ້ອງຮ້ອງ. ເອກະສານໃນປີ 2006 ກ່າວວ່າ ເຈົ້າໜ້າທີ່ລະ ດັບສູງຫຼາຍຄົນບໍ່ໄດ້​ເອົາຫົວຊາມາດົນນານ ກັບຄຳຮ້ອງທຸກເປັນປະຈຳ.

ບັນດາຜູ້ຮ້ອງທຸກໄດ້ກ່າວວ່າ “ອົງການອາລັກຂາ​ປະທານາທິບໍດີ​ບໍ່​ສາມາດທີ່ຈະປົກ ປ້ອງເຈົ້າໜ້າທີ່ພິເສດ ອາເມຣິກັນ ຜິວດຳຂອງພວກເຂົາເຈົ້າຈາກການຖືກຈຳ​ແນ​ກກີດ​ກັນເຊື້ອຊາດຜິວ​ພັນໃນທຸກດ້ານ ຂອງວຽກງານຂອງພວກເຂົາເຈົ້າຢ່າງແທ້ຈິງ. ການ ແບ່ງແຍກຕໍ່ເຈົ້າໜ້າທີ່ ອາເມຣິກັນ ຜິວດຳ ໃນອົງການອາລັກຂາ​ປະທານາທິບໍດີ ໄດ້ ກາຍໂຄງຮ່າງສ່ວນໜຶ່ງຂອງອົງການ ແລະ ໄດ້ຂະຫຍາຍອອກຫຼາຍທົດສະວັດແລ້ວ.”

ຂໍ້ຕົກລົງແກ້ໄຂບັນຫາທີ່ຖືກຍື່ນໃນສານລັດຖະບານກາງໃນ ວໍຊິງຕັນ ວັນອັງຄານວານີ້ ກ່າວວ່າ ເງິນຄ່າຊົດເຊີຍທີ່ແນ່ນອນຕໍ່ບັນດາເຈົ້າໜ້າທີ່ແມ່ນຍັງບໍ່ຖືກຕັດສິນເທື່ອ, ແຕ່ມັນ ຈະລວມຈຳນວນຢູ່ປະມານ 300,000 ໂດລາຕໍ່ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG