ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມັງກອນ ໒໐໒໕

ປະຊາຊົນຫຼາຍ​ພັນ​ຄົນ ພາກັນ​ຫຼົບ​ໜີ​ ​ຂະນະ​ທີ່​ໄຟ​ໄໝ້​ປ່າ​ຄວບ​ຄຸມ​ບໍ່​ໄດ້​ ທັງໃນ ​ແລະ​ອ້ອມ​ແອ້ມ​ ນະຄອນ ລອສ ແອນເຈີເລສ


ແປວໄຟລຸກລາມອອກໄປໃສ່ຕຶກອາຄານ ຂະນະທີ່ ໄຟປ່າເຂດ Eaton Fire ເຜົາໃໝ້ ໃນເມືອງ ປາຊາດີນາ, ລັດຄາາລີຟໍເນຍ, ວັນທີ 7 ມັງກອນ 2025.
ແປວໄຟລຸກລາມອອກໄປໃສ່ຕຶກອາຄານ ຂະນະທີ່ ໄຟປ່າເຂດ Eaton Fire ເຜົາໃໝ້ ໃນເມືອງ ປາຊາດີນາ, ລັດຄາາລີຟໍເນຍ, ວັນທີ 7 ມັງກອນ 2025.

ບັນດານັກດັບເພີງໃນລັດຄາລິຟໍເນຍ ພາກັນຕໍ່ສູ້ກັບໄຟປ່າທີ່ແຜ່ລາມດ້ວຍລົມພັດແຮງ ເຊິ່ງໄດ້ສ້າງຄວາມເສຍຫາຍໄປທົ່ວຂົງເຂດນະຄອນ ລອສ ແອງເຈລເລັສ (Los Angeles), ໂດຍທຳລາຍເຮືອນຊານຫຼາຍຫຼັງ, ປິດກັ້ນຖະໜົນຫົນທາງ, ສົ່ງຜົນໃຫ້ປະຊາຊົນຫຼາຍສິບພັນຄົນພາກັນຫຼົບໜີອອກໄປ ແລະສູນເສຍຊັບພະຍາກອນຢ່າງຫຼວງຫຼາຍ ໃນຂະນະທີ່ເຈົ້າໜ້າທີ່ພາກັນກະກຽມຮັບມືກັບສະຖານະການທີ່ອາດຮ້າຍແຮງຂຶ້ນໃນວັນພຸດມື້ນີ້, ອີງຕາມລາຍງານຂອງອົງການຂ່າວ AP.

ແປວ​ໄຟ​ຈາກ​ໄຟ​ໄໝ້ ເກີດຂຶ້ນ​ໃນ​ຕອນ​ແລງ​ຂອງ​ວັນ​ອັງຄານ​ວານ​ນີ້ ໃກ້​ກັບ​ເຂດ​ອະນຸລັກ​ທຳ​ມະ​ຊາດ​ໃນ​ບໍລິເວນຈ້າຍ​ພູ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ນະຄອນ ລອສ ແອງເຈລເລສ, ​ໄດ້​ແຜ່​ລາມໄປ​ຢ່າງໄວວາ ​ເຮັດ​ໃຫ້​ພະນັກງານ​ຢູ່​ສູນ​ອາວຸ​ໂສ​ແຫ່ງ​ນຶ່ງ​ຕ້ອງຍົກຍ້າຍຜູ້ອາວຸ​ໂສ​ຫຼາຍ​ສິບ​ຄົນ​ທີ່​ນັ່ງ​ລໍ້​ຍູ້ ​ແລະ​ຕຽງ​ນອນ​ຂອງ​ໂຮງໝໍ​ ລົງມາຢູ່​ຕາມ​ຖະໜົນ​ໄປຫາ​ບ່ອນ​ຈອດ​ລົດ. ຜູ້ອາວຸໂສຫຼາຍຄົນພາກັນລໍຖ້າຢູ່ທີ່ນັ້ນດ້ວຍຊຸດນອນຂອງພວກເຂົາເຈົ້າ ໃນຂະນະທີ່ຖ່ານໄຟລຸກໄໝ້ຢູ່ອ້ອມຮອບພວກເຂົາ ຈົນຮອດຍາມທີ່ລົດໂຮງໝໍ, ລົດເມ ແລະແມ່ນແຕ່ລົດຕູ້ກໍ່ສ້າງມາຮອດ ເພື່ອພາພວກເຂົາເຈົ້າໄປຍັງບ່ອນທີ່ປອດໄພ.

ໄຟ​ໄໝ້​ອີກ​ແຫ່ງ​ນຶ່ງ ​ເກີດ​ຂຶ້ນ​ໃນ​ບໍ່ເທົ່າໃດຊົ່ວ​ໂມງ​ກ່ອນ​ໜ້າ​ນີ້ ​ໄດ້​ແຜ່​ລາມ​ໄປ​ທົ່ວ​ຊຸມຊົນ ປາຊີຟິກ ພາລິເຊດ (Pacific Palisades) ຂອງ​ເມືອງ, ເຊິ່ງເປັນເນີນ​ພູ​ລຽບ​ຕາມ​ຊາຍ​ຝັ່ງ​ທີ່​ມີ​ບ່ອນ​ຢູ່​ອາ​ໄສ​ຂອງບັນດາບຸກ​ຄົນ​ທີ່ມີຊື່ສຽງ ​ແລະ​ເປັນອານຸສອນວົງ Beach Boys ໃນບົດເພງອັນໂດ່ງດັງຂອງພວກ​ເຂົາ​ເຈົ້າ​ທີ່ມີຊື່ວ່າ “Surfin' USA” ​ໃນ​ຊຸມ​ປີ 1960, ທ່າມກາງ​ຄວາມ​ຮີບ​ດ່ວນ​ເພື່ອ​ໄປ​ຍັງບ່ອນທີ່​ປອດ​ໄພ, ຖະໜົນຫົນ​ທາງ​ຕ້ອງສັນຈອນ​ໄປ​ມາບໍ່​ໄດ້ ເນື່ອງ​ຈາກປະຊາ​ຊົນ​ຈໍາ​ນວນຫຼາຍພາກັນ​ປະ​ຖິ້ມ​ຍານ​ພາ​ຫະ​ນະ​ຂອງ​ພວກເຂົາ​ ​ແລະພາກັນລົງຍ່າງ, ບາງຄົນ ກໍເອົາ​ຫີບເຄື່ອງເດີນທາງໄປນໍາ.

ການຈະລາຈອນຕິດຂັດໃນຖະໜົນ Palisades Drive ເຮັດໃຫ້ຍານພາຫະນະສຸກເສີນບໍ່ສາມາດແລ່ນຜ່ານໄດ້ ແລະ ຕ້ອງໄດ້ນໍາເອົາລົດຂຸດດິນຂະໜາດໃຫຍ່ (bulldozer) ເຂົ້າມາ ເພື່ອຍູ້ລົດທີ່ຖືກປະຖິ້ມໄວ້ນັ້ນ ອອກໄປທາງຂ້າງ ເພື່ອເປີດທາງ. ວິດີໂອທີ່ຖ່າຍໃຫ້ເຫັນຕາມທາງຫຼວງ Pacific Coast Highway ສະແດງໃຫ້ເຫັນບ້ານເຮືອນ ແລະທຸລະກິດຕ່າງໆ ຖືກທໍາລາຍຕາມເສັ້ນທາງທີ່ມີຊື່ສຽງແຫ່ງນີ້.

ນາງ ເຄລຊີ ເທຣນເນີ (Kelsey Trainor) ຜູ້ຢູ່ອາໄສໃນຂົງເຂດ Pacific Palisades ກ່າວວ່າ ຖະໜົນເສັ້ນດຽວທີ່ແລ່ນເຂົ້າ ແລະ ອອກຈາກຄຸ້ມບ້ານຂອງນາງໄດ້ຖືກປິດກັ້ນ. ຂີ້ເຖົ່າໄດ້ປິວຕົກ​ຢູ່ອ້ອມຮອບ​ພວກ​ເຂົາເຈົ້າ ​ໃນ​ຂະນະ​ທີ່​ໄຟໄດ້ລຸກ​ໄໝ້​ຢູ່​ທັງສອງ​ຝັ່ງ​ຂອງ​ຖະໜົນ.

ນາງ ເທຣນເນີ ກ່າວວ່າ “ພວກເຮົາໄດ້ເຫັນໄຟໄໝ້ຈາກຟາກນຶ່ງ ແລະກໍຕໍ່ໃສ່ອີກຟາກນຶ່ງຂອງຖະໜົນ, ປະຊາຊົນພາກັນໜີອອກຈາກລົດ ພ້ອມດ້ວຍໝາ, ແອນ້ອຍ ແລະຖົງພາຍຂອງພວກເຂົາເຈົ້າ, ພວກເຂົາພາກັນທັງໄຫ້ ທັງຮ້ອງ.”

​ເຫດໄຟປ່າແຫ່ງທີ່ 3 ເກີດຂຶ້ນໃນເວລາປະມານ 10:30 ໂມງແລງ. ຕາມ​ເວລາຢູ່ໃນ​ທ້ອງ​ຖິ່ນ ສົ່ງຜົນເຮັດ​ໃຫ້ມີການ​ເຕືອນ​ເພື່ອ​ອົບ​ພະຍົບ​ຢ່າງໄວວາ​ໃນບໍລິເວນ​ເມືອງ ຊິລມາ (Sylmar), ​ເຂດ​ຊຸມ​ຊົນ San Fernando Valley ​ເຊິ່ງ​ເປັນ​ຄຸ້ມ​ບ້ານ​ທີ່ຕັ້ງຢູ່ທາງ​ເໜືອ​ສຸດ​ໃນ​ນະຄອນ ລອສ ແອງເຈລເລສ. ສາ​ເຫດ​ຂອງ​ໄຟ​ໄໝ້​ທັງ​ສາມແຫ່ງຄັ້ງນີ້ ​ຍັງຢູ່ໃນຂັ້ນຕອນຂອງການ​ສືບສວນສອບສວນຢູ່.

ອ່ານຂ່າວນີ້ໃນພາສາອັງກິດ

California firefighters battled wind-whipped wildfires that tore across the Los Angeles area, destroying homes, clogging roadways as tens of thousands fled and straining resources as officials prepared for the situation to worsen early Wednesday.

The flames from a fire that broke out Tuesday evening near a nature preserve in the inland foothills northeast of LA spread so rapidly that staff at a senior living center had to push dozens of residents in wheelchairs and hospital beds down the street to a parking lot. The residents waited there in their bedclothes as embers fell around them until ambulances, buses and even construction vans arrived to take them to safety.

Another blaze that started hours earlier ripped through the city’s Pacific Palisades neighborhood, a hillside area along the coast dotted with celebrity residences and memorialized by the Beach Boys in their 1960s hit “Surfin' USA.” In the frantic haste to get to safety, roadways became impassable when scores of people abandoned their vehicles and fled on foot, some toting suitcases.

The traffic jam on Palisades Drive prevented emergency vehicles from getting through and bulldozer was brought in to push the abandoned cars to the side and create a path. Video along the Pacific Coast Highway showed widespread destruction of homes and businesses along the famed roadway.

Pacific Palisades resident Kelsey Trainor said the only road in and out of her neighborhood was blocked. Ash fell all around them while fires burned on both sides of the road.

“We looked across and the fire had jumped from one side of the road to the other side of the road,” Trainor said. “People were getting out of the cars with their dogs and babies and bags, they were crying and screaming."

A third wildfire started around 10:30 p.m. local time and quickly prompted evacuations in Sylmar, a San Fernando Valley community that is the northernmost neighborhood in Los Angeles. The causes of all three fires were under investigation.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG