ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກົມຕຳຫຼວດ ແຫ່ງທີສອງ ຢູ່ພາຍໃຕ້ການສຶບສວນ ຫຼັງຈາກທ້າວໂຊວິນ ຖືກຕັດສິນວ່າມີຄວາມຜິດ


ທ່່ານແອຣິກ ແນລສັນ (ຊ້າຍ) ທະນາຍຄວາມປ້ອງກັນ ແລະທ້າວເດເຣກ ໂຊວິນ ອະດີດຕຳຫຼວດເມືອງມິນເນອາໂປລິສ ກຳລັງຖືກດຳເນີນຄະດີ ວັນທີ 29 ມີນາ 2021.
ທ່່ານແອຣິກ ແນລສັນ (ຊ້າຍ) ທະນາຍຄວາມປ້ອງກັນ ແລະທ້າວເດເຣກ ໂຊວິນ ອະດີດຕຳຫຼວດເມືອງມິນເນອາໂປລິສ ກຳລັງຖືກດຳເນີນຄະດີ ວັນທີ 29 ມີນາ 2021.

ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານເມີຣິກ ກາແລນ ໃນວັນຈັນວານນີ້ ໄດ້ປະກາດ
ການສືບສວນຂອງລັດຖະບານກາງ ກ່ຽວກັບການປະຕິບັດງານ ຂອງຕຳຫຼວດຢູ່ເມືອງຫລຸຍ
ສວີລ ລັດເຄັນຕັກກີ ທາງພາກໃຕ້ຂອງສະຫະລັດ ບ່ອນທີ່ພວກເຈົ້າໜ້າທີ່ໃນປີກາຍນີ້ ໄດ້ຍິງ
ແລະສັງຫານນາງບຣີໂອນາ ເທເລີ ທີ່ເປັນນາຍຊ່າງເທັກນິກ ຮັບມືກັບເຫດສຸກເສີນລະຫວ່າງ
ການປະຕິບັດງານ ບຸກເຂົ້າໄປກວດຄົ້ນທີ່ຜິດພາດ ຢູ່ທີ່ເຮືອນຂອງນາງ.

ການສືບສວນຂອງກະຊວງຍຸຕິທຳກ່ຽວກັບ “ການກະທຳທີ່ມີມາເປັນລຳດັບຫຼືການ ປະຕິບັດ”
ຂອງຕຳຫຼວດ ໃນເມືອງຫລຸຍສວິລ ເປັນອົງການບັງຄັບໃຊ້ກົດໝາຍແຫ່ງທີສອງ ຫຼັງຈາກໄດ້
ມີການພົບເຫັນໃນອາທິດແລ້ວ ໃນການກະທໍາຜິດຂອງ ອະດີດເຈົ້າໜ້າທີ່ຕຳຫຼວດໃນເມືອງ
ມິນເນອາໂປລິສ ທ້າວເດເຣກ ໂຊວິນໃນການ ຕາຍຂອງຄົນອາເມຣິກັນເຊື້ອສາຍອາຟຣິກາ
ທ້າວຈອຣ໌ຈ ຟລອຍດ໌ ໃນຂະນະ ທີ່ຢູ່ໃນການຈັບກຸມຂອງຕຳຫຼວດປີກາຍນີ້.

ທ່ານກາແລນ ໄດ້ປະກາດ ກ່ຽວກັບການສືບສວນຂອງກະຊວງຍຸຕິທຳພິສູດ ຕໍ່ກົມຕຳຫຼວດ
ເມືອງມິນເນອາໂປລິສນຶ່ງມື້ຫຼັງຈາກຄະນະຕຸລາການໄດ້ພົບເຫັນວ່າ ທ້າວໂຊວິນ ຜູ້ທີ່ເປັນຄົນ
ຜິວຂາວ ມີຄວາມຜິດໃນການສັງຫານລະດັບສອງ ສັງ ຫານລະດັບສາມ ແລະຂ້າຄົນລະ
ດັບສອງ.

ການປະກາດໃນໄລຍະໃກ້ໆກັນດັ່ງກ່າວ ສະທ້ອນໃຫ້ເຫັນເຖິງຄຳໝັ້ນສັນຍາໃນ ລະຫວ່າງ
ການໂຄສະນາຫາສຽງຂອງປະທານາທິບໍດີໂຈ ໄບເດັນທີ່ຈະຂະຫຍາຍ ການໃຊ້ການສືບສວນ
ກ່ຽວກັບ “ການກະທຳທີ່ມີມາເປັນລຳດັບ ຫຼືການປະຕິບັດ” ຂອງຕຳຫຼວດ ແລະຄຳສັ່ງສານທີ່
ເປັນທາງການ ໃນການຕໍ່ສູ້ການລະເມີດສິດທິ ພົນລະເມືອງຂອງຕຳຫຼວດແລະການລ່ວງລະ
ເມີດຕ່າງໆຢູ່ໃນກົມຕຳຫຼວດ. ວິທີ ການດັ່ງກ່າວ ແມ່ນໃຊ້ກັນຢ່າງກວ້າງຂວາງໃນລະຫວ່າງ
ລັດຖະບານປະທານາ ທິບໍດີບາຣັກ ໂອບາມາ ທີ່ໄດ້ຢຸດເຊົາໄປ ພາຍໃຕ້ອະດີດປະທານາ
ທິບໍດີດໍໂນລ ທຣໍາ.

ໃນການຖະແຫຼງຢູ່ກະຊວງຍຸຕິທຳນັ້ນ ທ່ານກາແລນກ່າວວ່າ ການສືບສວນໃໝ່ ຂອງກະ
ຊວງຂອງທ່ານກ່ຽວກັບການປະຕິບັດຂອງລັດຖະບານເມືອງຫລຸຍສວິລ-ແຈຟເຟີຊັນ ແລະ
ກົມຕຳຫຼວດເຂດເມືອງຫລຸຍສວິລ (LMPD) ຈະພິຈາລະນາ ເບິ່ງວ່າກຳລັງຕຳຫຼວດດັ່ງກ່າວ
ໄດ້ພົວພັນກັບ “ການກະທຳທີ່ມີມາເປັນລຳດັບຫຼືການປະຕິບັດ ທີ່ເປັນການລະເມີດ ຕໍ່ລັດ
ຖະທຳມະນູນ ຫຼືກົດໝາຍລັດຖະບານ ກາງຫຼືບໍ່.”

“ການສືບສວນຈະຊັງຊາເບິ່ງວ່າ LMPD “ພົວພັນກັບການກະທຳທີ່ມີມາເປັນລຳ ດັບຫຼືການ
ປະຕິບັດ ໃນການໃຊ້ກຳລັງແບບບໍ່ມີເຫດຜົນ” ຮວມທັງກັບພວກປະ ທ້ວງ. “ຕົນຈະພິຈາລະ
ນາເບິ່ງວ່າ LMPD ພົວພັນໃນການຢຸດກວດທີ່ບໍ່ຖືກຕ້ອງ ກັບລັດຖະທຳມະນູນໃນການຊອກ
ຄົ້ນ ການຍຶດເອົາ ພ້ອມທັງການກະທຳຜິດ ຂອງທາງກົມ ທີ່ໄດ້ອອກໝາຍຄົ້ນແບບຜິດກົດ
ໝາຍຢູ່ບັນດາເຮືອນສ່ວນໂຕ.”

ຍິ່ງໄປກວ່ານັ້ນ ພວກເຈົ້າໜ້າທີ່ກະຊວງຍຸຕິທຳ ຈະພິຈາລະນາເບິ່ງວ່າ LMPD ພົວພັນກັບ
ການປະຕິບັດທີ່ເປັນການຈຳແນກ ອີງໃສ່ຜິວພັນ ຫຼືພວກຄົນພິການ ຕ່າງໆ ນັ້ນຄືຄຳເວົ້າຂອງ
ລັດຖະມົນຕີກະຊວງຍຸຕິ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG