ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກວິທະຍາສາດ ພວມຊອກຫາ ສິ່ງທີ່ມີຊີວິດ ຢູ່ນອກ ຈັກກະວານ ດ້ວຍ ກ້ອງສ່ອງ ທີ່ທັນສະໄໝລ້ຳເລີດ


Green Bank Telescope Searches for Life in Outer Space
please wait

No media source currently available

0:00 0:02:42 0:00

ເຊີນຊົມວີດີໂອ ລາຍງານນີ້

ມີສິ່ງທີ່ມີຊີວິດ ຢູ່ແຫ່ງຫົນອື່ນບໍ່ ນອກເໜືອໄປຈາກໂລກນີ້?
ບັນດານັກວິທະຍາສາດ ກຳລັງພະຍາຍາມທຸກສິ່ງທຸກຢ່າງ
ເພື່ອຈະຫາຄຳຕອບ ສຳລັບຄຳຖາມຂໍ້ນີ້. ແລະເຄື່ອງມືອັນນຶ່ງ
ທີ່ພວກເພິ່ນນຳໃຊ້ ກໍແມ່ນກ້ອງສ່ອງຈານດາວທຽມລະບົບຈັບ
ສັນຍານ ທີ່ມີເທັກໂນໂລຈີ ທັນສະໄໝລ້ຳເລີດທີ່ສຸດ ອັນນຶ່ງໃນ
ໂລກ ທີ່ເອີ້ນວ່າ Green Bank Telescope ຫຼື GBT. ກ້ອງ
ສ່ອງນີ້ ໄດ້ຮັບການຄັດເລືອກ ເມື່ອບໍ່ນານມານີ້ ໂດຍ “ໂຄງ
ການລິເລີ້ມຄວາມກ້າວໜ້າ ໃນການຟັງສຽງ ຫຼື Break-
through Listen Initiative”
ຊຶ່ງມີເປົ້າໝາຍແນໃສ່ ເພື່ອ
ສົ່ງເສີມຄວາມກ້າວໜ້າ ໃນພາລະກິດ ຂອງການຊອກຫາຊີວິດ
ທີ່ສະຫລຽວສະຫລາດ ຢູ່ນອກຈັກກະວານ. ຜູ້ສື່ຂ່າວວີໂອເອ
Enming Liu ແລະ Yiyi Yang ມີລາຍງານເລື້ອງນີ້ ທີ່ບັນຍາຍໂດຍ Lin Yang ຊຶ່ງ
ໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຕັ້ງຢູ່ໃນທ່າມກາງເຂດພູດອຍ ແມ່ນກ້ອງສ່ອງຈານດາວທຽມລະບົບຈັບສັນຍານ ຊື່ວ່າ
Robert C. Byrd Green Bank Telescope ຂອງ ໂຄງການ NARO Outreach
ທີ່ໃຫຍ່ທີ່ສຸດຂອງໂລກ ທີ່ໝູນໄດ້ຮອບດ້ານ.

ທ່ານ Michael Holstine ຜູ້ຈັດການທຸລະກິດຂອງ GBT ເວົ້າວ່າ “ພື້ນຜິວຂອງແຜ່ນ
ສະທ້ອນ ແມ່ນໃຫຍ່ຫຼາຍ ທີ່ມີຂະໜາດ ເທົ່າກັບ 0.9 ເອັກຕາ. ຂະໜາດຂອງສະ
ໜາມກິລາ ອາເມຣິກັນ ຟຸດບອລ ຂອງມະຫາວິທະຍາໄລ ຕາມປົກກະຕິແລ້ວແມ່ນ
ຈະເທົ່າກັນກັບພື້ນທີ່ ຂອງແຜ່ນສະທ້ອນນັ້ນ ພໍດີເລີຍ. ມັນສາມາດ ຮັບສັນຍານ
ຄວາມແຮງ ທີ່ຄ່ອຍທີ່ສຸດຫຼາຍໆພັນລ້ານເທົ່າຈົນນັບບໍ່ໄດ້. ຄັນເວົ້າແບບຄົນສາມັນ
ແລ້ວ ອັນນັ້ນແມ່ນເທົ່າກັບ ພະລັງງານທີ່ອອກມາຈາກ ເມັດຫິມະ ທີ່ຕົກຖືກພື້ນດິນ.”

ກ້ອງສ່ອງ GBT ເລີ້ມເຂົ້າມາໃນອອນລາຍ ເມື່ອປີ 2000 ຊຶ່ງໄດ້ປ່ຽນແທນ ເຄື່ອງຈັກອັນ
ເກົ່າ. ມັນແມ່ນ ນຶ່ງໃນສອງກ້ອງສ່ອງທີ່ສຳຄັນ ອັນໄດ້ຖືກນຳມາໃຊ້ ໃນ “ໂຄງການຄວາມ
ກ້າວໜ້າໃນການຟັງສຽງ”
ໄລຍະນຶ່ງປີ ມູນຄ່າ 100 ລ້ານໂດລາ ທີ່ໄດ້ລິເລີ້ມ ໂດຍເສດຖີ
ນັກທຸລະກິດ ຣັດເຊຍ ທ່ານ Yuri Milner ແລະ ນັກວິທະຍາສາດ ອັງກິດ ທ່ານ Stephen
Hawking ເພື່ອຊອກຫາ ຊີວິດສະຫຼຽວສະຫຼາດຢູ່ຕ່າງດາວ ຢູ່ໃນຈັກກະວານ.

ທ່ານນາງ Karen O’Neil ຜູ້ອຳນວຍການດ້ານສະຖານທີ່ ເວົ້າວ່າ “ໂຄງການຄວາມກ້າວ
ໜ້າ ໃນການຟັງສຽງນີ້ ຈະເປັນທີ່ໜ້າອັດສະຈັນ. ມັນຈະເປັນຄັ້ງທຳອິດ ບ່ອນທີ່
ທ່ານສາມາດ ເວົ້າໄດ້ວ່າ ມັນເປັນຄວາມພະຍາຍາມພ້ອມພຽງກັນໄປ ແລະຊອກ
ຫາສັນຍານຕ່າງໆ.”


ໃນເມື່ອ ກ້ອງສ່ອງດັ່ງກ່າວ ມີຄວາມລະອຽດອ່ອນທີ່ສຸດ ກັບສັນຍານຂອງວິທະຍຸ ທີ່ຈະ
ແຊກແຊງຫລົບກວນ ຄະນະກຳມະທິການ ໂທລະຄົມມະນາຄົມ ຂອງລັດຖະບານກາງ
ຈຶ່ງໄດ້ສ້າງຕັ້ງເຂດ ງຽບສະງົບ ຈາກວິທະຍຸແຫ່ງຊາດ ໃນອ້ອມແອ້ມ ເມືອງ Green Bank
ໃນປີ 1958 ໂດຍມີ ເນື້ອທີ່ 34,000 ກິໂລແມັດມົນທົນ ຊຶ່ງການນຳໃຊ້ໂທລະສັບມືຖື ລະ
ບົບ Wi-Fi ແລະ ອຸປະກອນວິທະຍຸອື່ນໆເປັນຕົ້ນ ແມ່ນຖືກຈຳກັດ ຢ່າງເຂັ້ມງວດດ້ວຍ
ກົດໝາຍ.

ແຕ່ປະຊາຊົນໃນພື້ນທີ່ ແມ່ນເຄີຍຊິນກັບມັນມາແລ້ວ.

ເຈົ້າຂອງປ້ຳນ້ຳມັນ ທ່ານ Donnie Ervine ເວົ້າວ່າ “ຂ້າພະເຈົ້າໝາຍຄວາມວ່າ ມັນບໍ່
ເປັນເລື້ອງທີ່ໃຫຍ່ປານໃດ. ການຈຳກັດທີ່ສຳຄັນ ກໍແມ່ນໂທລະສັບມືຖື. ໃນເມື່ອ
ທ່ານອອກໄປຈາກເຂດຫວງຫ້າມແລ້ວ ທ່ານກໍຈະສາມາດໃຊ້ເຄື່ອງ microwaves
ໂທລະທັດ ແລະ ທຸກໆຢ່າງເຫຼົ່ານັ້ນໄດ້.”

ປະຊາຊົນເມືອງ Green Bank ທ່ານ Harold Crist ເວົ້າວ່າ “ພວກເຮົາບໍ່ມີລະບົບໂທ
ລະສັບມືຖື ໃດໆເລີຍ ພວກເຮົາບໍ່ສາມາດໃຊ້ເຄື່ອງສື່ສານຄື້ນສັ້ນ. ມັນເປັນການ
ສ່ຽງໜ້ອຍນຶ່ງ. ຖ້າທ່ານບໍ່ເຄີຍມີມັນ​ທ່ານກໍຈະບໍ່ຮູ້ສຶກວ່າຂາດມັນ.”

ແຕ່ການຈຳກັດນັ້ນ ເຮັດໃຫ້ເກີດ ຄວາມຫຍຸ້ງຍາກ ແກ່ເຈົ້າໜ້າທີ່ຕຳຫຼວດ.

ສິບໂທຕຳຫຼວດ Samuel Hummel ຂອງກົມຕຳຫຼວດເມືອງ Pocahontas ເວົ້າວ່າ
“ໃນເວລາ ຂ້າພະເຈົ້າ ອອກປະຕິບັດການ ຂຶ້ນໄປທາງເໜືອ ຫາຫໍສັງເກດການ
ແລະອັນນັ້ນແຫຼະ ມັນຈະເຮັດໃຫ້ເກີດຄວາມເຄັ່ງຕຶງຫຼາຍຂຶ້ນ ແລະເກີດຄວາມ
ຢ້ານກົວຫຼາຍຂຶ້ນໜ້ອຍນຶ່ງ ບໍ່ຢ້ານກົວແທ້ດອກ ແຕ່ເຮັດໃຫ້ເຈົ້າ ຕຽມພ້ອມກັບ
ທຸກສະຖານະການ ເພາະວ່າ ເຈົ້າບໍ່ຮູ້ຈັກວ່າ ເຈົ້າຈະສາມາດ ຕິດຕໍ່ກັບໃຜໄດ້
ຖ້າເຈົ້າຕ້ອງການຄວາມ
ຊ່ວຍເຫຼືອ.”

ບັນດາແຂກຜູ້ຢ້ຽມຢາມ ຢາກຮູ້ວ່າ ມີຜູ້ໃດແລ້ວບໍ ໃນຈັກກະວານນີ້ “ສາມາດຕິດຕໍ່ມາຫາ
ໄດ້”
ຜ່ານທາງກ້ອງສ່ອງນີ້.

ທ່ານນາງ O’Neil ເວົ້າອີກວ່າ “ຄັນພວກເຮົາພົບເຫັນສັນຍານ ມັນກໍຈະເປັນການມະ
ຫັດສະຈັນ ຫຼືວ່າ ຖ້າພວກເຮົາບໍ່ພົບເຫັນມັນ ພວກເຮົາກໍຮູ້ວ່າ ພວກເຮົາແມ່ນບໍ່ໄດ້
ເບິ່ງໄປໃນທາງທີ່ຖືກຕ້ອງ. ມັນບໍ່ໝາຍຄວາມວ່າ ບໍ່ມີຊີວິດສະຫຼຽວສະຫຼາດ ຢູ່ທີ່
ແຫ່ງນັ້ນ ແຕ່ມັນໝາຍຄວາມວ່າ ເທັກນິກທີ່ພວກເຮົານຳໃຊ້ ເພື່ອຊອກຫາໃນປັດ
ຈຸບັນນີ້ ແມ່ນບໍ່ໄດ້ຜົນ.”

ມີຊີວິດທີ່ສະຫຼຽວສະຫຼາດບໍ ຢູ່ນອກອະວະກາດ? ກ້ອງສ່ອງ ອາດຊ່ວຍພວກເຮົາຕອບຄຳ
ຖາມນັ້ນໄດ້.

ພວກເຮົາຖ້າເບິ່ງນຳກັນເນາະ.

Is there life anywhere besides on Earth? Scientists are making every effort to find an answer to that question.And one tool they're using is one of the most technologically-advanced radio telescopes in the world -- the Green Bank Telescope.The telescope has recently been selected by the "Breakthrough Listen Initiative," which aims to advance the mission of finding intelligent life in outer space.VOA's Enming Liu and Yiyi Yang have the story. Lin Yang Narrates.

Nestled in the West Virginia mountains is the Robert C. Byrd Green Bank Telescope, the world's largest fully steerable radio telescope.

(MICHAEL HOLSTINEGBT BUSINESS MANAGER)
"The reflector surface is very large, is 2.3 acres in size ((0.9 hectares)).
((mandatory cg: Courtesy of NARO Outreach))
A typical college football stadium can fit inside of that reflector surface.It can receive a signal that's a billionth of a billionth of a millionth of a watt.In layman's terms, that's equivalent to the energy given off by a single snowflake hitting the ground."

The GBT came online in 2000, replacing an older machine. It is one of the two key telescopes being used in "Breakthrough Listen,"
((mandatory cg: courtesy Breakthrough Listen Initiative))
a ten-year $100 million initiative by Russian tycoon Yuri Milner and British scientist Stephen Hawking to search for intelligent extraterrestrial life in the universe.

(KAREN O'NEIL GBT SITE DIRECTOR)
"Breakthrough Listen is going to be fantastic.It will be the first time where you can really say there is a concerted effort to go and look for the signals.

Since radio telescopes are extremely sensitive to radio interference,
the Federal Communications Commission created The National Radio Quiet Zone around Green Bank in 1958, 34,000 square kilometers ((13000 square miles)) in which the use of cellphone, Wi-Fi, and other radio devices is strictly limited by law.

But local residents are used to it.

(DONNIE ERVINE GAS STATION OWNER)
"I mean, it's not that a big deal.The main restriction is the cell phones.Once you are out of the immediate area, you can still use your microwaves, TVs, all that stuff."

(HAROLD CRISTGREEN BANK RESIDENT)
"We don't have any cell phone system, we can't use short wave apparatuses.It's a little sacrifice there.But if you never had it, you don't miss it really."

The restrictions do cause some inconvenience for police, though.

(CPL. SAMUEL HUMMELPOCAHONTAS COUNTY SHERIFF'S DEPT.)
"When I work up north by the observatory and stuff, you are a little bit more tense and a little bit more scared, not really scared but a little bit more on your toes because you don't know if you are going to be able to get through to somebody if you need help or not."

Visitors wonder if somebody in the universe has been 'able to get through' to the Telescope yet.

(KAREN O'NEILGBT SITE DIRECTOR)
"Either we found the signal, that will be amazing, or we don't find the signal, we know we are not looking in the right way. It doesn't mean that there is not intelligent life out there, but it means the current techniques we are using to go look for are not going to work."

Is there intelligent life in outer space? The Green Bank Telescope could help us answer that question.

Let's wait and see.

XS
SM
MD
LG