ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວສະກັອດແລນ ບໍ່ເຫັນດີ ໃຫ້ແຍກໂຕ ເປັນເອກກະລາດ ຈາກອັງກິດ (ວິດີໂອ/ສະໄລດ໌)


Scotland Votes ‘No’ To Independence
Scotland Votes ‘No’ To Independence

ບັນດາ​ຜູ້​ປ່ອນ​ບັດຊາວ Scotland ​ໄດ້​ລົງ​ຄະ​ແນນ​ສຽງ​ເຫັນ​ດີ​
ໃຫ້​ຮັກສາ ການເປັນສະຫະພັນ ກັບອັງກິດ ທີ່​ມີ​ມາ​ເປັນເວລາ
307 ປີ​ນັ້ນ ດຳເນີນຕໍ່ໄປ ໃນ​ການ​ລົງ​ປະຊາ​ມະຕິ​ຄັ້ງ​ປະ​ຫວັດ​
ສາດ.

ຜົນ​ການ​ລົງ​ຄະ​ແນນ​ສຽງ ສະ​ແດງ​ໃຫ້​ເຫັນ​ວ່າ 55 ​ເປີ​ເຊັນ​ ຂອງ
ການ​ປ່ອນ​ບັດ​ເຫັນ​ດີ​ໃຫ້​ Scotland ສືບຕໍ່ເປັນພາກ​ສ່ວນ​ຂອງ
ອັງກິດ ຊຶ່ງ​ປຽບທຽ​ບກັບ 45 ​ເປີ​ເຊັນ​ ທີ່​ລົງ​ຄະແນນ​ສຽງ​ໃຫ້ແຍກ
ໂຕອອກ​ເປັນ​ເອກ​ກະລາດນັ້ນ.

ຢູ່​ທີ່​ເມືອງ Glasgow ຊຶ່ງ​ເປັນ​ເມືອງ​ໃຫຍ່​ສຸດຂອງ Scotland ນັ້ນ 61 ​ເປີ​ເຊັນ​ຂອງ​ຜູ້​ປ່ອນ
​ບັດ ​ໄດ້​ເລືອກ​ເອົາ ການ “​ເຫັນ​ດີ” ເພື່ອແຍກໂຕ ອອກ​ເປັນ​ເອກ​ກະ ລາດແລະ 39 ​ເປີ​ເຊັນ
ໄດ້​ປ່ອນ​ບັດ​ບໍ່ເຫັນພ້ອມ​. ​ເຖິງ​ຢ່າງ​ໃດ​ກໍ​ດີ ບັນດາ​ຜູ້​ປ່ອນ ​ບັດ ຢູ່ເມືອງ Edinburgh ຊຶ່ງ
ເປັນ​ເມືອງ​ຫລວງຂອງ Scotland ​ແລະ​ເມືອງ Aberdeen ​ຊຶ່ງເປັນເມືອງ​ໃຫຍ່​ອັນ​ສາມ​
ນັ້ນ ບັນດາຜູ້ປ່ອນບັດໄດ້​ປະຕິ​ເສດຕໍ່​ການ​ເປັນ​ເອກ​ກະລາດ​ ດ້ວຍຄະແນນສຽງຢ່າງຫຼວງ
ຫຼາຍ. ຜູ້ນຳໃນການ​ໂຄສະນາ​ຫາ​ສຽງ​ ໃຫ້ຢູ່ຮ່ວມກັນດີ​ກ່ອນ ທ່ານ Alistair Darling ກ່າວ
ເຖິງ​ຜົນ​ການ​ປ່ອນ​ບັດ​ໃນວັນ​ສຸກ​ມື້​ນີ້​ວ່າ ​ມັນມີຄວາມໝາຍສຳຄັນໃຫ້ແກ່​ທັງ​ສອງ Scotland ​ແລະ ອັງກິດ ຮວມກັນແລ້ວ.

ທ່ານ Darling ກ່າວ​ວ່າ “ປະຊາຊົນ Scotland ​ໄດ້​ສະແດງ​ອອກ​ມາໃຫ້ເຫັນ ແລ້ວ. ພວກ​
ເຮົາ​ໄດ້​ເລືອກ​ເອົາ​ການ​ຢູ່​ຮ່ວມ​ກັນ ​ແທນ​ທີ່​ຈະ​ແຍກ​ຈາກ​ກັນ ​ແລະ​ການ​ປ່ຽນແປງໄປໃນ​ທາງ
​ດີ ​ແທນ​ທີ່​ຈະ​ແບ່ງ​ແຍກຈາກ​ກັນ ​ໂດຍ​ບໍ່​ມີ​ຄວາມ​ຈຳ​ເປັນ.”

ຢູ່​ໃນ​ຄຳ​ຖະ​ແຫລ​ງທີ່ີຍອ​ມຮັບເຖີງກາ​ນເສຍໄຊນັ້ນຜູ້ນຳ​ຫົວຊາດ​ນິຍົ​ມ​ Scotland ທ່ານ
Alex Salmond ຮ້ອງ​ການລົງ​ປະຊາ​ມະຕິ​ວ່າ ​ເປັນ​ໄຊ​ຊະນະ ​ຂອງຂັ້ນ ຕອນປະຊາທິປະ
ໄຕ ​ແລະ​ຮຽກຮ້ອງໃຫ້​ບັນດາ​ຜູ້​ສະໜັບສະໜູນຄວາມເປັນເອກ ກະລາດຂອງ Scotland
​ນັ້ນ ຈົ່ງ​ຮັບ​ເອົາ​ຜົນ​ຂອງການ​ລົງ​ຄະແນນ​ສຽງ.

ທ່ານ Salmond ຍັງ​ຮຽກຮ້ອງ​ໃຫ້ລອນດອນ ຈົ່ງ​ໃຫ້​ກຽດ​ໃນຄຳ​ໝັ້ນ​ສັນຍາ​ຂອງ​ຕົນ ທີ່ຈະ
ໃຫ້ສິດອຳ​ນາດຫຼາຍຂຶ້ນ​ແກ່​ບັນດາ​ຜູ້​ແທນ Scotland.

ນາຍົກລັດຖມົນຕີ​ ອັງກິດ ທ່ານ David Cameron ກ່າວ​ວ່າ ການ​ອະພິປາຍກັນກ່ຽວ​ກັບ
​ເອກ​ກະລາດ ຂອງ Scotland ບັດ​ນີ້​ໄດ້​ສີ້ນສຸດ​ລົງແລ້ວ ​ແລະ ອັງກິດ ຈະ​ໃຫ້​ກຽດຕໍ່​ຄວາມ​
ໝັ້ນ​ໝາຍ​ຂອງ​ຕົນ​ທີ່ຈະອຳນາດ​ໃໝ່​ແກ່ Scotland ຮວມທັງ​ກິດຈະການ​ຕ່າງໆ ເຊັນ​ວ່າ
ການ​ເກັບ​ພາສີ ການ​ໃຊ້​ຈ່າຍ ​ແລະ​ສະ​ວັດ​ດີກາ​ນຂອງປະຊາຊົນ. ທ່ານ Cameron ກ່າວ
​ວ່າ ສິດ​ທິເຫຼົ່ານັ້ນ ຍັງ​ຈະ​ໃຫ້ແກ່ ​ອັງກິດ Wales ​ແລະ Ireland​ ເໜືອ.

​ຜູ້ມີສິດປ່ອນບັດເກືອ​ບທັງ​ໝົດ​ສີ່​ລ້ານ​ຄົນຂອງ​ Scotland ຄື 97 ​ເປີ​ເຊັນຂອງ ພວກທີ່ໄປ
ຈົດທະບຽນນັ້ນ ​ໄດ້​ໄປ​ປ່ອນ​ບັດ​ໃນການລົງ​ປະຊາ​ມະຕິຄັ້ງນີ້. ການ​ໄປ ປ່ອນ​ບັດ​ມີ​ລາຍ​ງານ​ວ່າ ມີປະມານ 86 ​ເປີ​ເຊັນ.

BRITAIN SCOTLAND VOTE CNPK
please wait

No media source currently available

0:00 0:02:28 0:00

Scottish voters have voted in favor of keeping the country's 307-year union with Britain intact in a historic independence referendum

Results show that 55 percent of votes were in favor of remaining part of Britain compared to 45 percent who voted for independence.

In Glasgow, Scotland's largest city, 61 percent of voters chose 'Yes' to independence, with 39 percent voting against it. However, voters in the Scottish capital, Edinburgh, and Aberdeen, the country's third largest city, rejected independence by wide margins.

Better Together campaign leader Alistair Darling said Friday's results were momentous for both Scotland and Britain as a whole.

"The people of Scotland have spoken. We have chosen unity over division and positive change rather than needless separation."

In a speech conceding his defeat, Scottish Nationalist Leader Alex Salmond called the referendum a triumph of the democratic process and urged Scotland's independence supporters to accept the results of the vote.

"And Scotland has by a majority has decided not, at this stage, not to become an independent country. I accept that verdict of the people and I call on all of Scotland to follow suit in accepting the democratic verdict of the people of Scotland."

Salmond also called on London to honor its pledge of granting more powers to Scottish lawmakers.

British Prime Minister David Cameron said the debate on Scottish independence has now been settled, and that Britain will honor its commitments to give Scotland new powers, including on affairs such as tax, spending and welfare. Mr. Cameron said those rights will also be extended to England, Wales and Northern Ireland.

Nearly all of Scotland's 4 million eligible voters - 97 percent - registered to cast their ballot in the referendum. The turnout was reported at around 86 percent.

XS
SM
MD
LG