ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເສຍຊີວິດ ຢ່າງໜ້ອຍ 50 ຄົນ ໃນເຫດລະເບີດຫຼາຍບັ້ນ ໃນອີຣັກ (ວີດີໂອ)


ບ່ອນເກີດເຫດລະເບີດລົດແຕກຂຶ້ນ ໃນຄຸ້ມ Mashtal ຂອງນະຄອນຫຼວງແບກແດດ ຂອງອີຣັກ, ວັນທີ 27 ຕຸລານີ້.
ບ່ອນເກີດເຫດລະເບີດລົດແຕກຂຶ້ນ ໃນຄຸ້ມ Mashtal ຂອງນະຄອນຫຼວງແບກແດດ ຂອງອີຣັກ, ວັນທີ 27 ຕຸລານີ້.
ການ​ວາງລະ​ເ​ບີ​ດຕໍ່​ເນື່ອງ​ກັນຫຼາຍໆ​ບັ້ນ​ຢູ່​ໃນ​ເມືອງຫຼວງຂອງ​ອີຣັກ ​ແລະ​ການໂຈມຕີສະ ຫຼະຊີບດ້ວຍລະເບີດ​ບັ້ນ​ນຶ່ງ ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ​ໄດ້​ສັງ ຫານ​ຜູ້​ຄົນ​ໄປ ປະມານ 50 ຄົນ ​ແລະ​ບາດ​ເຈັບ​ອີກຫຼາຍຄົນ.

​ລະ​ເບີດລົດຫຼາຍໆຄັນ ທີ່​ແຕກ​ຂຶ້ນ​ໃນ​ເຂດ​ຊາວ Shi-ite ​ໃນ Baghdad ​ເມື່ອ​ວັນ​ອາ ທິດ ​ມື້​ນີ້ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 37 ຄົນ. ​ເຈົ້າໜ້າ​ທີ່​ກ່າວ​ວ່າ ລະ​ເບີດ​ໄດ້​ແຕກ​ຂຶ້ນຕໍ່ໆ​ກັນ​ເປັນ​ເວລາ​ປະມານ​ເຄິ່ງຊົ່ວ​ໂມງ ​ໃນ​ເຂດຕ່າງໆ​ຂອງ ​ເມືອງຫຼວງ Baghdad.

ບໍ່​ມີ​ຝ່າຍ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໂດຍ​ທັນ​ທີ ​ແຕ່​ຊາວ​ນິກາຍ Shi’ite ​ແລະ ຊາວ ຊຸນ​ນີ ​ໄດ້ມີ​ປະຫວັດ​ໃນ​ການແບ່ງ​ແຍກ​ທາງ​ສາສະ ໜາ ທີ່​ຍັງ​ຜົນ​ໃຫ້ເກີດ​ຄວາມ​ຮຸນ​ແຮງ​ຂຶ້ນນັ້ນ.

ທີ່​ເມືອງ Mosul ທາງ​ພາກ​ເໜືອ​ຂອງ​ປະ​ເທດ ການວາງລະ​ເບີດລົດ​ຄັນ​ນຶ່ງ ​ທີ່​ແນ​ເປົ້າ ໝາຍ​ໃສ່​ພວກ​ທະຫານ ​ໄດ້​ສັງຫານ 12 ຄົນ ຊຶ່ງ​ເຊື່ອ​ວ່າ​ມີພົນລະ​ເຮືອນຮວມຢູ່​ໃນ​ນັ້ນ​ນໍາ. ​ເຈົ້າໜ້າ​ທີ່​ກ່າວ​ວ່າ ມີຢ່າງ​ໜ້ອຍ 20 ຄົນ ບາດ​ເຈັບ ​ໃນ​ເຫດການ​ໂຈມ​ຕີ​ບັ້ນ​ດັ່ງ ກ່າວ.

ຂໍ້​ມູນຂອງ​ຢູ​ເອັນ ພົບ​ວ່າ ມີຫຼາຍກວ່າ 5,000 ຄົນ ທີ່​ໄດ້​ຖືກ​ສັງຫານ ​ໃນ​ການ​ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ແຮງ​ໃນ​ອີຣັກ ນັບ​ຕັ້ງ​ແຕ່​ເດືອນ​ເມສາເປັນ​ຕົ້ນ​ມາເວລາກໍາລັງ​ຮັກສາ​ຄວາມ​ ປອດ​ໄພ​ທີ່​ຄອບ​ງໍາ​ໂດຍ ຊາວ Shi’ite ​ໂຈມ​ຕີ​ຄ້າຍ​ປະ​ທ້ວງ​ຂອງ​ພວກ​ຊຸນ​ນີ ທາງ​ພາກ​ເໜືອ​ຂອງ Baghdad ນັ້ນ.

Iraq blasts
please wait
Embed

No media source currently available

0:00 0:00:43 0:00


A string of bombings in Iraq's capital and a suicide bombing in the northern part of the country have killed about 50 people and wounded many others.

Several car bombings mainly in Shi'ite areas of Baghdad Sunday killed at least 37 people. Officials say all the explosions detonated in a span of about a half hour in various parts of Baghdad.

There has been no immediate claim of responsibility, but Shi'ites and Sunni Islamists have a history of sectarian strife resulting in violence.

In the northern city of Mosul, a car bomber targeting soldiers killed 12 people. Civilians are believed to be among those killed. Officials say at least 20 people were wounded in the attack.

U.N. data show more than 5,000 people have been killed in militant attacks in Iraq since April when Shi'ite-dominated security forces attacked a Sunni protest encampment north of Baghdad.

Analysts have warned that the surge in violence -- the worst since 2008 -- threatens the return of widespread sectarian killing that pushed the country to the brink of civil war in the years after the 2003 U.S.-led invasion.
XS
SM
MD
LG