ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາວະ ຂາດແຄນ ນ້ຳ ແມ່ນໄພ ຂົ່ມຂູ່ ທີ່ຈະກາຍເປັນ ວິກິດການ ຂອງໂລກ


Shortage of Fresh Water Threatens to Become Global Crisis
please wait

No media source currently available

0:00 0:02:57 0:00

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ບັນ​ດາ​ນັກວິ​ທະ​ຍາ​ສາດ​ກ່າວ​ວ່າ ​ໂລກ​ຂອງ​ພວກ​ເຮົາ​ກຳລັງປະ
ສົບກັບ​ບັນຫາ​ຂາດ​ແຄນ​ນ້ຳ, ​ແລະ ​ມັນ​ກໍຈະ​ມີແຕ່ຮ້າຍ​ແຮງຂຶ້ນ
ໄປເລື້ອຍໆ​ ​ຍ້ອນ​ວ່າ​ປະຊາກອນ​ຂອງ​ໂລກ​ ຂະຫຍາຍຕົວ​ເພີ່ມ
​ຂຶ້ນ ແລະ ສະພາບ​ອາກາດກໍ​ປ່ຽນແປງ. ຮູບ​ພາບ​ທີ່​ສະ​ແດງ​ໃຫ້​
ເຫັນການຂາດ​ແຄນ​ນ້ຳ​ແມ່ນ​ກຳລັງ​ສົ່ງ​ຜົນ​ກະທົບ​ຕໍ່​ປະຊາ​ຊົນ​ທົ່ວ​
ໂລກ​ເຊິ່ງສາ ມາ​ດພົບ​ເຫັນ​ໄດ້​ທີ່ພິພິທະພັນ​ສັດ​ນ້ຳແຫ່ງ​ມະຫາ​ສະ
ມຸດປາຊີ​ຟິກ ​ໃນ​ເມືອງ Long Beach ລັດ ຄາ​ລີ​ຟໍ​ເນ​ຍ. ສະຖານ
​ທີ່​ດັ່ງກ່າວ​ນັ້ນ ​ກໍ​ຍັງ​ເປັນ​ບ່ອນ​ທີ່​ບັນດາ​ຜູ້​ຊ່ຽວ​ຊານ ເປິ​ກສາ​ຫາລື​
ກັນ ກ່ຽວ​ກັບ​ຄວາມ​ຮ້າ​ຍ​ແຮງ​ຂອງ​ບັນຫາ ​ແລະ ການຫາທາງ​ແກ້​
ໄຂ. ຜູ້​ສື່​ຂ່າວ Elizabeth Lee ມີ​ລາຍ​ງານ ​ເຊິ່ງ ພຸດທະ​ສອນ
ຈະ​ນຳ​ລາຍ​ລະອຽດມາສະ​ເໜີ​ທ່ານ.

ເລື່ອງ​ຂອງ​ນ້ຳ ​ໄດ້​ເຂົ້າ​ມາ​ຢູ່​ໃນ​ຄວາມ​ຄິດ​ຂອງ​ປະຊາ​ຊົນ​ທີ່​ອາ​ໄສ​ຢູ່ໃນ​ທາງ​ພາກ​ໃຕ້​ຂອງ​ ສະຫະລັດ ຢ່າງ​ຕໍ່​ເນື່ອງ​ເພາະວ່າ ​ບໍ່​ມີ​ນ້ຳ​ພຽງພໍ​ມາເປັນ​ເວລາ​ຫຼາຍ​ປີ​ແລ້ວ.

ທ່ານ Kevin Wattier ​ອະ​ດີດ​ຜູ້​ຈັດການ​ທົ່ວ​ໄປ ພະ​ແນ​ກນ້ຳ​ເມືອງ Long Beach ກ່າວ​ວ່າ “ນີ້​ແມ່ນ​ເຫັນ​ໄດ້​ຊັດເຈນ​ເລີຍ​ວ່າ​ ເປັນ​ໄພ​ແຫ້ງ​ແລ້ງ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະຫວັດ ສາດ​ຂອງລັດ ຄາ​ລີ​ຟໍ​ເນຍ.”

ແຕ່​ວ່າ​ພາກ​ຕາ​ເວັນ​ຕົກ​ຂອງ ອາ​ເມຣິກາ ບໍ່​ແມ່ນ​ເປັນພຽງບ່ອນ​ດຽວ​ເທົ່ານັ້ນ ທີ່​ຂາດ​ແຄ​ນນ້ຳ.

ທ່ານ Jerry Schubel ຈາກ ພິພິທະພັນສັດ​ນ້ຳ​ແຫ່ງ ປາຊີ​ຟິກ ກ່າວ​ວ່າ “​ຫຼາຍ​ກວ່າ​ເຄິ່ງ ໜຶ່ງ​ຂອງ​ປະຊາກອນ​ທົ່ວ​ໂລກ ອາ​ໄສຢູ່​ໃນ​ເຂດທີ່​ມີ​ຄວາມ​ກົດ​ດັນ​ກ່ຽວ​ກັບ​ນ້ຳ, ​ແລະ ອີງ​ຕາມ​ອົງການ​ສະຫະ​ປະຊາ​ຊາດ, ຈຳນວນ​ຕົວ​ເລກ​ດັ່ງກ່າວ​ນັ້ນ​ຈະ​ເພີ່ມ​ຂຶ້ນ​ເປັນ 2 ສ່ວນ 3 ​ໃນ​ປີ 2025, ໜ້ອຍ​ກວ່າ 10 ປີນັບ​ແຕ່​ດຽວ​ນີ້​ເປັນ​ຕົ້ນ​ໄປ.”

ຮູ​ບພາບ​ພວກ​ນີ້​ ແມ່ນ​ຖ່າຍ​ໂດຍ​ຊ່າງ​ພາບ ​ຂອງ​ວາລະສານ National Geographic.

ມັນ​ບັນ​ລະ​ຍາຍ​ໃຫ້​ເຫັນ​ຄວາມ​ຕ້ອງການ​ນ້ຳ​ໃນ​ທົ່ວ​ໂລກ.

ມູນ​ນິທິ The Annenberg ​ເປັນ​ຜູ້​ຈັດ​ງານ​ວາງສະ​ແດງ​ນີ້.

ທ່ານນາງ Camille Lowry ຈາກມູນ​ນິທິ Annenberg ກ່າວ​ວ່າ “​ໃນ​ຄວາມ​ຄິດ​ທີ່ວ່າ ປະ ຊາຊົນ​ບາງ​ຄົນ​ສາມາດ​ອຸທິດ​ຊີວິດ​ຂອງ​ຕົນ, ມື້​ໜຶ່ງ​ເຕັມໆ​ຂອງ​ພວກເຂົາ​ເຈົ້າ, ​ຍ່າງ​ເດີນທາງ​ເປັນ​ຫຼາຍໆ​ກິ​ໂລ​ແມັດ​ເພື່ອ​ພະຍາຍາມ ​ແລະຫາ​ນ້ຳ​ ແມ່ນ​ສິ່ງ​ທີ່​ເຫຼືອເຊື່ອ ສຳລັບ​ພວກ​ເຮົາ.”

ປະລິມານ​ຂອງ​ນ້ຳ​ຢູ່​ເທິງ​ໜ່ວຍ​ໂລກ ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຕື້​ປີມາແລ້ວ. ທ່ານ Jerry Schubel ຈາກ​ພິພິທະພັນສັດ​ນ້ຳ​ແຫ່ງປາຊີ​ຟິກ ກ່າວວ່າ ແຕ່​ອັດຕາ​ສ່ວນ​ ຂອງ​ນ້ຳ​ຈືດ​ ກັບ ນ້ຳ​ເຄັມ​ໄດ້​ມີ​ການ​ປ່ຽນ​ແປງ, ມັນ​ກໍ​ຍັງ​ມີ​ປັດ​ໄຈ​ອື່ນໆ​ທີ່ເຮັດ​ໃຫ້​ມີ​ການ​ຂາດ​ແຄນ​ນ້ຳ​ຈືດ.

ທ່ານ Jerry Schubel ກ່າວ​ວ່າ “​ໃນ​ພື້ນ​ທີ່​ສ່ວນ​ໃຫຍ່​ຂອງ​ໂລກ, ການ​ຂາດ​ແຄນ​ນ້ຳຈືດ​ ແມ່ນ​ວິ​ກິດ​ການ​ທີ່ໃກ້​ຈະ​ມາ​ເຖິງ ​ເຊິ່ງມັນ​ມີແຕ່ຈະ​ຮ້າຍ​ແຮງຂຶ້ນຍ້ອນສະພາບອາ ກາດ​ທີ່​ປ່ຽນ​ແປງ ​ແລະ ຈຳນວນ​ປະຊາກອນ​ທີ່​ເພີ່ມ​ສູງ​ຂຶ້ນ​.”

ທ່ານ Schubel ກ່າວ​ວ່າ ປະຊາກອນ​ໂລກ​ສ່ວນ​ໃຫຍ່​ອາ​ໄ​ສຢູ່​ໃນ​ປະ​ເທ​ດທີ່ແບ່ງປັນເຂດ​ແດນທາງ​ນ້ຳ, ​ແຕ່​ວ່າ​ປະ​ເທດ​ສ່ວນ​ຫຼາຍ​ນັ້ນ​ບໍ່​ມີ​ສັນຍາ​ກ່ຽວ​ກັບ​ ວິ​ທີ​ໃນ​ການ​ແບ່ງປັນ​ນ້ຳ​ດັ່ງກ່າວ​ນັ້ນ.

ທ່ານ Schubel ກ່າວ​ວ່າ “​ແລະ ຫຼາຍ​ພື້ນ​ທີ່​ໃນ​ເຂດ​ທີ່​ມີ​ຄວາມ​ບໍ່​ສະຫງົບ​ທາງ​ດ້ານ​ການ​ເມືອງ​ເຊັ່ນ ອາ​ຟຣິກາ​ເໜືອ, ຫອນ​ແຫ່ງ ອາ​ຟຣິກາ, ​ແຫຼມ​ອາຣັບ ​ແລະ ເຂດຕາ​ເວັນ​ ຕົກ​ສຽງ​ໃຕ້, ພາກກາງ ​ແລະ ພາກໃຕ້​ເອ​ເຊຍ. ປະຊາກອນທັງ​ໝົດ​ລວມ ກັນໃນ​ເຂດ​ດັ່ງກ່າວ​ນີ້ ​ແມ່ນ​ຄາດ​ຄະ​ເນ​ວ່າ ຈະ​ເພີ່ມຂຶ້ນ​ເປັນ​ສາມ​ເທົ່າ​ໃນ​ທ້າຍ​ສັດ ຕະວັດ​ນີ້. ດັ່ງ​ນັ້ນ​, ການ​ຂາດ​ແຄນ​ນ້ຳ ອາດ​ກາຍ​ເປັນ​ສະຖານະ​ການ​ທີ່​ບໍ່​ສາມາດ​ຄວບ​ຄຸມ​ໄດ້ ​ສຳລັບ​ຂໍ້​ຂັດ​ແຍ້​ງ​ໃນ​ພາກ​ພື້ນ ​ແລະ ສາກົນ.”

ນັກວິທະຍາສາດ​ກ່າວ​ວ່າ ການຝຶກ​ຫັດໃນ​ການ​ອະນຸລັກ ​ແມ່ນ​ບາດ​ກ້າວ​ທຳ​ອິດ​ທີ່​ຈະແກ້​ໄຂ​ວິ​ກິດ​ການ​ຂາດ​ແຄນ​ນ້ຳ. ຂະ​ບວນການ​ແຍກ​ເກືອ​ອອກ​ຈາກ​ນ້ຳ​ທະເລ​ກໍ​ຍັງ​ເປັນ​ອີກທາງ ເລືອກ​ໜຶ່ງ, ​ແຕ່ເວລາ​ມັນ​ມີຄ່າ​ໃຊ້​ຈ່າຍສູງ ນັ້ນຄືຄວາມເຫັນຂອງທ່ານ Kevin Wattier ຜູ້ຈັດ ການ​ພະ​ແນ​ກນ້ຳ​ ຂ​ອງ​ເມືອງ Long Beach ດົນ​ເຖິງ 14 ປີ.

ທ່ານ Kevin Wattier ກ່າວ​ວ່າ “ມັນ​ຈະ​ມີ​ມູນ​ຄ່າ ສອງ ຫາ ສາມ ​ເທົ່າ​ເພື່ອ​ແຍກ​ເກືອ​ອອກ​ຈາກ​ນ້ຳ​ທະ​ເລ ​ເຊິ່ງມັນຈະແພງເທົ່າກັບ​ການ​ນຳ​ເຂົ້າ​ນ້ຳ. ​ເຈົ້າ​ຈະ​ເພີ່ມ​ກາສ ຄາ​ບອນ​ໄດ​ອົກໄຊ​ທ໌ທົ່ວ​ໂລກ ​ເມື່ອ​ເຈົ້າ​ທຳ​ການ​ແຍກເກືອ​ອອກ​ຈາກ​ນ້ຳ​ທະ​ເລ.”
ທ່ານ Schubel ກ່າວ​ວ່າບັນຫາ​ການ​ຂາດ​ແຄນ​ນ້ຳຂອງ​ໂລກ​ຈະ​ສາມາດ​ແກ້​ໄຂ​ໄດ້ ​ຖ້າ​ທຸກໆ​ປະ​ເທດ​ເຮັດ​ວຽກ​ຮ່ວມ​ກັນ.

ທ່ານ Schubel ກ່າວ​ວ່າ “ພວກ​ເຮົາ​ສາມາດ​ສະໜອງ​ນ້ຳດື່ມ​ທີ່​ສະອາດ​ໃຫ້​ກັບ​ທຸກ​ຄົນ​ໃນ​ໂລກ​ນີ້ ​ແລະ ມີນ້ຳພຽງພໍເພື່ອ​ທຳການປູກຝັງ​ອາຫານ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້. ​ແຕ່​ວ່າ​ມັນ​ຈະ​ຕ້ອງ​ໄດ້​ໃຊ້​ເງິນ, ​ເທັກ​ໂນ​ໂລ​ຈີ, ຄວາມ​ເຕັມ​ໃຈ​ ​ແລະ ການ​ຮ່ວມ​ມືທາງ​ການ​ເມືອງ. ​ແລະ ການຮຽນ​ຮູ້​ວິທີການ​ແບ່ງປັນ​ການເຮັດການ​ຕັດສິນ​ໃຈ​ ໃນ​ການ​ຮ່ວມ​ມື​ກັນລະຫວ່າງ​ລັດຖະບານ.”

ທ່ານ​ກ່າວ​ວ່າ ການ​ຮ່ວມ​ມື​ແມ່ນ​ຈຳ​ເປັນ​ເພາະວ່າ ​ວິ​ກິດ​ການ​ນ້ຳ​ມີແຕ່ຈະ​ຮ້າຍ​ແຮງ​ຂຶ້ນ​ໄປ ນັບມື້.

XS
SM
MD
LG