ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດານັກວິທະຍາສາດ ເປີດເຜີຍ ຄວາມສ່ຽງໃໝ່ ຕໍ່ຫົວໃຈ ຈາກ COVID-19


COVID Heart Damage -- USAGM
please wait

No media source currently available

0:00 0:03:01 0:00

ບັນດານັກວິທະຍາສາດແມ່ນຍັງສຶກສາວິທີທີ່ໄວຣັສໂຄໂຣນາສົ່ງຜົນກະທົບຕໍ່ຮ່າງກາຍ ແລະ ເປັນຫຍັງມັນຈຶ່ງອັນຕະລາຍເຖິງຊີວິດ. ການສຳຫຼວດຢູ່ຄລີນິກແຫ່ງນຶ່ງໃນເມືອງ ຄລີຟແລນ (Cleveland) ລັດ ໂອໄຮໂອ ໄດ້ລະບຸໃຫ້ເຫັນວ່າ ຫຼາຍກວ່າເຄິ່ງນຶ່ງຂອງຜູ້ທີ່ຖືກຖາມນັ້ນບໍ່ຮູ້ວ່າ COVID-19 ອາດ ສົ່ງຜົນກະທົບຕໍ່ຫົວໃຈຂອງເຂົາເຈົ້າ, ແລະ ເກືອບ 70 ເປີເຊັນບໍ່ຮູ້ວ່າຄວາມດັນ ເລືອດສູງຍັງຈະຂະຫຍາຍຄວາມສ່ຽງ ຖ້າເຂົາເຈົ້າຕິດໄວຣັສນັ້ນ. ນັກຂ່າວ ວີໂອເອ ແຄໂຣລ ເພຍສັນ (Carol Pearson) ມີລາຍງານ, ເຊິ່ງພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ສິ່ງນຶ່ງທີ່ບັນດາໝໍຫົວໃຈຮູ້ໃນເວລານີ້ກໍແມ່ນວ່າ, ຄົນທີ່ມີບັນຫາຫົວໃຈມີຄວາມສ່ຽງທີ່ສູງກວ່າສຳ ລັບອາການແຊກຊ້ອນທີ່ຮ້າຍແຮງຖ້າເຂົາເຈົ້າຕິດ COVID-19.

ແຕ່ວ່າ, ຫຼາຍຄົນແມ່ນບໍ່ຮູ້ ກ່ຽວກັບ ເລື່ອງນີ້.

ດຣ. ຊາເມຍ ຄາປາເດຍ, ຈາກຄລີນິກ ຄລີຟແລນ ກ່າວວ່າ “ຫຼາຍຄົນຮູ້ວ່າມັນສົ່ງຜົນກະທົບຕໍ່ປອດ, ແຕ່ມັນຍັງສາມາດສົ່ງຜົນກະທົບຕໍ່ຫົວໃຈ, ການປໍ້າຂອງຫົວໃຈ, ແລະ ກົນໄກການແຂງຕົວຂອງເລືອດ. ທັງໝົດນີ້ສາມາດເຮັດໃຫ້ ເຈົ້າມີຄວາມສ່ຽງສູງຫຼາຍໃນການມີບັນຫາ ກ່ຽວກັບ ຫົວ ໃຈ.”

COVID ຍັງສາມາດສ້າງຄວາມເສຍຫາຍຕໍ່ຫົວໃຈທີ່ແຂງແຮງ, ແມ່ນກະທັ້ງຄົນທີ່ບໍ່ສະແດງອາການໃດໆ.

ດຣ. ອາລເລັນ ແອນເດີສັນ ຈາກສູນກາງວິທະຍາສາດດ້ານສຸຂະພາບ ຂອງ ມະຫາວິະທຍະ ເທັກ ຊັສ ໃນເມືອງ ແຊນ ແອນໂທນີໂອ ໄດ້ກ່າວວ່າ “ພວກເຮົາໄດ້ເຫັນຄົນໄຂ້ຜູ້ທີ່ອາດໄດ້ຕິດໄວຣັສດັ່ງກ່າວໂດຍທີ່ເຂົາເຈົ້າບໍ່ຮູ້ເລີຍ ແລະ ເຂົາເຈົ້າກໍຈະສະແດງໃຫ້ເຫັນວ່າມີອາການຂອງຫົວໃຈລົ້ມ ແຫຼວໃນຫຼາຍເດືອນ ຫຼື ຫຼາຍປີຕໍ່ໄປ. ສະນັ້ນມັນອາດມີຄວາມໝາຍໃນໄລຍະຍາວຕໍ່ຄົນໄຂ້ຜູ້ທີ່ໄດ້ຕິດ COVID-19.”

ດຣ. ແອນເດີສັນ ເວົ້າວ່າມັນແມ່ນຄວາມຈິງ ແມ່ນກະທັ້ງສຳລັບຄົນໄຂ້ບາງຄົນ.

ຜູ້ທີ່ມີຫົວໃຈທີ່ແຂງແຮງກ່ອນຕິດໄວຣັສໂຄໂຣນາ.

ດຣ. ອາລເລັນ ແອນເດີສັນ ກ່າວວ່າ “ເຂົາເຈົ້າຈະມີການເພີ່ມຂຶ້ນຂອງເຊື້ອໃນເລືອດທີ່ສອດຄ່ອງກັບໂຣກຫົວໃຈວາຍ ເຖິງແມ່ນວ່າເຂົາເຈົ້າຈະບໍ່ມີຫຼອດເລືອດໃນຫົວໃຈອຸດຕັນກໍຕາມ. ເຂົາເຈົ້າຈະມີຈັງຫວະໃນການເຕັ້ນຂອງຫົວໃຈທີ່ບໍ່ສະຫງົບ, ແລະ ນີ້ໄດ້ເກີດຂຶ້ນດ້ວຍຫຼາຍແຫຼ່ງທີ່ມາ.”

ຄວາມທຸກທາງອາລົມກໍຍັງມີບົດບາດເຊັ່ນກັນ,​ ອີງຕາມການກ່າວຂອງ ດຣ. ຄາປາເດຍ.

ດຣ. ຊາເມຍ ຄາປາເດຍ ກ່າວວ່າ “ຄົນຜູ້ທີ່ມີຄວາມຢ້ານ, ຄົນຜູ້ທີ່ມີຄວາມໂມໂຫ, ມັນໄດ້ສະແດງໃຫ້ເຫັນວ່າທັງສອງຢ່າງນີ້ສາມາດນຳໄປຢູ່ກົນໄກການກ້າມຂອງເລືອດ ແລະ ສາມາດກໍ່ໃຫ້ເກີດຫົວໃຈລົ້ມແຫຼວ.”

ບັນດາແພດໝໍ ກ່ຽວກັບ ຫົວໃຈທີ່ໄດ້ຮັບເສຍຫາຍບາງຄົນໄດ້ພິຈາລະນາວ່າ. ສາມາດແກ້ໄຂໄດ້. ບາງຄົນເວົ້າວ່າບໍ່ໄດ້, ແລະ ມັນສາມາດນຳໄປສູ້ການເສຍຊີວິດ.

ຢູ່ສູນກາງວິທະຍາສາດສຸຂະພາບ ຂອງມະຫາວິທະຍາໄລ ເທັກຊັສ ໃນເມືອງ ແຊນ ແອນໂທນີໂອ, ບັນດານັກຄົ້ນຄວ້າແມ່ນກຳລັງທົດລອງຢາຕ້ານເຊື້ອ ແລະ ຢາສຳລັບໂຣກເບົາຫວານ.

ເຂົາເຈົ້າຢາກເຫັນວ່າຢາພວກນີ້ ຈະສາມາດປ້ອງກັນຄວາມເສຍຫາຍຕໍ່ຫົວໃຈຂອງຄົນໄຂ້ COVID ໄດ້ຫຼືບໍ່.

ຢາຕ້ານເຊື້ອຈະຕໍ່ສູ້ກັບການຕິດເຊື້ອໂຣກ. ແຕ່ມັນບໍ່ໄດ້ຜົນກັບໄວຣັສຄື COVID-19.

ແຕ່ມັນມີພາກສ່ວນນ້ອຍໆຄືເມັດໝາກຖົ່ວຢູ່ໃນແຊລຂອງພວກເຮົາທີ່ເອີ້ນວ່າ ໄມໂທຄອນເດຣຍ.

ໄມໂທຄອນເດຣຍ ຜະລິດພະລັງງານເຄມີ ແລະ ການກະຕຸ້ນໃນລະບົບຮ່າງ ກາຍຂອງພວກເຮົາ, ລວມທັງການເຕັ້ນຂອງຫົວໃຈພວກເຮົາ.

ບັນດານັກວິທະຍາສາດເຊື່ອວ່າ ໄມໂທຄອນເດຣຍ ເກີດມາຈາກແບັກທີເຣຍ ຊະນິດນຶ່ງ, ສະນັ້ນຢາຕ້ານເຊື້ອອາດປົກປ້ອງມັນຈາກໄວຣັສໂຄໂຣນາ, ແລະ ໃນທາງກັບກັນໄມໂທຄອນເດຣຍ ຈະປ້ອງ ກັນຫົວໃຈ. ຢາໂຣກເບົາຫວານກໍຖືກທົດລອງເຊັ່ນກັນເພື່ອຊ່ວຍໄມໂທຄອນເດຣຍ ສືບຕໍ່ຜະລິດພະລັງງານ.

ບັນດານັກຄົ້ນຄວ້າຫວັງທີ່ຈະເລີ່ມການທົດລອງທາງການແພດກັບຄົນຜູ້ທີ່ໄດ້ຫາຍດີຈາກໄວຣັສ ໂຄໂຣນາ ສະນັ້ນບັນດາແພດໝໍຈຶ່ງສາມາດເຫັນວ່າຫົວໃຈຂອງບັນດາອາສາສະໝັກຈະສືບຕໍ່ເຮັດວຽກໄດ້ດີດົນຫຼັງຈາກເຂົາເຈົ້າໄດ້ຫາຍດີຈາກ COVID-19 ແລ້ວຫຼືບໍ່.

XS
SM
MD
LG