ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການອະວະກາດ ສຫລ ເປີດເຜີຍ ພາບໃກ້ຊິດ ທີ່ສຸດ ທີ່ບໍ່ເຄີຍເຫັນຂອງ ດາວ ພະຍົມ


NASA Reveals Closest Look Ever at Pluto
please wait

No media source currently available

0:00 0:02:03 0:00

ຊົມວີດີໂອ ລາຍງານນີ້

ອົງການ​ອະວະກາດ​ສະຫະລັດ ຫຼື NASA ​ໄດ້​ນຳ​ສະ​ເໜີ
ຮູບ​ພາບ​ຈຳນວນ​ໜຶ່ງ ຂອງ​ດາວ​ພະ​ຍົມ ຫຼື Pluto ທີ່​ຖ່າ​ຍ
ມາຈາກ​ຍານ​ອະ​ວະກາດ New Horizons ​ໃນ​ຂະນະ​ທີ່​
ມັນ​ບິນ​ຜ່ານ​ ດາວນ້ອຍດວງນີ້ ​ເມື່ອວັນ​ອັງຄານ ​ທີ 14
ກໍລະກົດ. ຍານ​ອະ​ວາ​ກາດດັ່ງກ່າວໃຊ້​ເວລາ​ກະກຽມ​ໜຶ່ງ
​ທົດ​ສະ​ວັດ ເພື່ອການ​ເດີນທາງໄລຍະ 4​.8 ຕື້​ກິ​ໂລ​ແມັດ
ຜ່ານ​ລະບົບສຸລິຍະຈັກກະວານ​ຂອງ​ພວກ​ເຮົາ ​ເພື່ອ​ທີ່​ຈະ
ບິນ​ເຂົ້າໃກ້ ດາວພະຍົມໃຫ້ຫຼາຍທີ່ສຸດ ເທົ່າທີ່ເປັນໄປໄດ້
ແບບບໍ່ເຄີຍມີມາກ່ອນ. ຜູ້ສື່ຂ່າວວີໂອເອ Zlatica Hoke
ລາຍງານວ່າ ພາບຖ່າຍຕ່າງໆທີ່ ມີຄວາມຊັດແຈ້ງສູງເປັນ
ປະຫວັດການນັ້ນ ຈະຊ່ວຍບັນດານັກວິທະຍາ ສາດຮຽນຮູ້
ຫຼາຍຂຶ້ນ ກ່ຽວກັບວ່າ ລະບົບສຸລິຍະຈັກກະວານ ກໍ່ຕົວຂຶ້ນມາໄດ້ແນວໃດ ແລະ ອາດເປັນ
ໄປໄດ້ ທີ່ຈະຮຽນຮູ້ເຖິງການວິວັດທະນາ ການຂອງສິ່ງທີ່ມີຊີວິດໃນໂລກ. ໄຊຈະເລີນສຸກ
ຈະນຳເອົາເລື້ອງທີ່ໜ້າ ສົນໃຈນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນຂະນະທີ່ຍານສຳຫລວດ New Horizons ບິນຜ່ານກາຍ ດາວພະຍົມ ດ້ວຍຄວາມ ໄວເກືອບ 50,000 ກິໂລແມັດຕໍ່ຊົ່ວໂມງ ກ້ອງຖ່າຍພາບ ໄດ້ຖ່າຍເອົາພາບຕ່າງໆ
ຂອງດາວພະຍົມ ໃນໄລ ຍະໃກ້ຊິດ. ບັນດານັກວິທະຍາສາດຂອງອົງການ NASA ກ່າວ
ວ່າ ພາບຕ່າງໆເຫຼົານັ້ນ ສະໜອງຂໍ້ມູນ ທີ່ພວກເຂົາເຈົ້າບໍ່ເຄີຍມີມາກ່ອນ ກ່ຽວກັບຂອບ ນອກສຸດຂອງລະບົບສຸລິຍະຈັກກະວານ.

ດາວ Pluto ເກືອບເຕັມຂອບຮູບພາບ ທີ່ຖ່າຍ ຈາກກ້ອງ Long Range Reconnaissance Imager (LORRI) ຢູ່ເຖິງຍານອະວະກາດ New Horizons ຂອງ NASA ໃນວັນທີ 13 ກໍລະກົດ 2015, ເມື່ອຍານບິນຫ່າງຈາກພື້ນດາວ 476,000 ມາຍ (768,000 ກິໂລແມັດ). ດາວ Pluto ເກືອບເຕັມຂອບຮູບພາບ ທີ່ຖ່າຍ ຈາກກ້ອງ Long Range Reconnaissance Imager (LORRI) ຢູ່ເຖິງຍານອະວະກາດ New Horizons ຂອງ NASA ໃນວັນທີ 13 ກໍລະກົດ 2015, ເມື່ອຍານບິນຫ່າງຈາກພື້ນດາວ 476,000 ມາຍ (768,000 ກິໂລແມັດ).
ດາວ Pluto ເກືອບເຕັມຂອບຮູບພາບ ທີ່ຖ່າຍ ຈາກກ້ອງ Long Range Reconnaissance Imager (LORRI) ຢູ່ເຖິງຍານອະວະກາດ New Horizons ຂອງ NASA ໃນວັນທີ 13 ກໍລະກົດ 2015, ເມື່ອຍານບິນຫ່າງຈາກພື້ນດາວ 476,000 ມາຍ (768,000 ກິໂລແມັດ). ດາວ Pluto ເກືອບເຕັມຂອບຮູບພາບ ທີ່ຖ່າຍ ຈາກກ້ອງ Long Range Reconnaissance Imager (LORRI) ຢູ່ເຖິງຍານອະວະກາດ New Horizons ຂອງ NASA ໃນວັນທີ 13 ກໍລະກົດ 2015, ເມື່ອຍານບິນຫ່າງຈາກພື້ນດາວ 476,000 ມາຍ (768,000 ກິໂລແມັດ).

​ທ່ານ John Spencer ນັກທໍລະນີວິທະຍາ ແລະທໍລະນີຟີສິກຂອງໂຄງການ New Horizons ກ່າວວ່າ “ພວກເຮົາໄດ້ພົບເຫັນວ່າ ຢ່າງນ້ອຍ ສ່ວນໜຶ່ງຂອງດາວພະຍົມ ແມ່ນຍັງເຍົາໄວຢູ່. ດາວພະຍົມ ບໍ່ມີຂຸມທີ່ເກີດຈາກສະເກັດດາວຕົກໃສ່ເລີຍ ທີ່ທ່ານ ຄາດຄິດໄວ້ວ່າ ຄວນຈະມີຢູ່​ພື້ນຜິວຂອງດາວ ທີ່ມີອາຍຸຫຼາຍແລ້ວ. ສະນັ້ນດາວພະຍົມ ແມ່ນກຳລັງມີການເຄື່ອນໄຫວ ຢູ່ພາຍໃນຂອງມັນ ທີ່ພາໃຫ້ເກີດ
ພື້ນຜິວຈາກ ຂັ້ນຕອນຕ່າງໆ ທີ່ພວກເຮົາຍັງບໍ່ເຂົ້າໃຈເທື່ອ.”

ຍານອະວະກາດລຳນີ້ ໄດ້ສົ່ງຮູບພາບຕ່າງໆ ຂອງດາວພະຍົມ ທີ່ໜ້າ ຕື່ນເຕັ້ນ​ທີ່ສຸດ ກ່ອນ
​ໜ້າການ​ບິນ​ຜ່ານ​ ໃນ​ວັນ​ອັງຄານທີ 14 ກໍລະກົດ​ ດ້ວຍ​ຊ້ຳ. ພວກ​ຮູບ​ພາບທີ່​ຖ່າຍໃນໄລຍະ ໃກ້ນັ້ນ ໄດ້ພາໃຫ້ມີການເພັ່ງ​ເລັງ​ໃສ່​ບໍລິ​ເວນ​ຕ່າງໆຊຶ່ງໃນ​ເມື່ອ​ກ່ອນ ຍັງບໍ່ຈະແຈ້ງ ​ເຊັ່ນ​ບ່ອນ​ທີ່​ເອີ້ນ​ວ່າ ​ໃຈກາງ​ຂອງ​ດາວ​ນັ້ນ.

ອົງການນາຊາເປີດເຜີຍ ພາບຖ່າຍໃກ້ຊິດ ໃກ້ບໍລິເວນເສັ້ນສູນສຸດ ຂອງດາວພະຍົມ ຊຶຶ່ງເປັນທີ່ໜ້າແປກໃຈວ່າ ມີພູຜາທີ່ຍັງເຍົາໄວໃຫ້ເຫັນ, ວັນທີ 15 ກໍລະກົດ 2015.
ອົງການນາຊາເປີດເຜີຍ ພາບຖ່າຍໃກ້ຊິດ ໃກ້ບໍລິເວນເສັ້ນສູນສຸດ ຂອງດາວພະຍົມ ຊຶຶ່ງເປັນທີ່ໜ້າແປກໃຈວ່າ ມີພູຜາທີ່ຍັງເຍົາໄວໃຫ້ເຫັນ, ວັນທີ 15 ກໍລະກົດ 2015.

ບັນດານັກວິທະຍາສາດ ​ຂອງອົງການ NASA ກ່າວ​ວ່າ ພາບ​ພູມປະ ເທດທີ່ເປັນພູຜາ ແລະ ນ້ຳ ຂອງດາວ​ພະ​ຍົມ​ ບໍ່ແມ່ນ​ໃນ​ອັນ​ທີ່​ພວກ​ເຂົາ​ເຈົ້າ​ ຄາດ​ຄິດ​ທີ່​ຈະ​ເຫັນ.

ທ່ານ​ ນາງ Cathy Olkin ນັກວິທະຍາສາດ ຮອງຜູ້ອຳນວຍການ​ໂຄງການ New Horizons ​ເວົ້າວ່າ “ສະນັ້ນ ພວກ​ພູ​ຜາ​ເຫຼົ່ານີ້ແມ່ນ​ກຳລັງ​ສູງຂຶ້ນ ຈາກ​ແຜ່ນ​ພື້ນ​ຜິວ​ທີ່ຂ້ອນຂ້າງ​ລຽບ ຊຶ່ງ​ໃນ​ນັ້ນ​ເອງ​ກໍເປັນ​ທີ່​ໜ້າ​ປະ​ລາດ​ໃຈຄື​ກັນ ຍ້ອນ​ວ່າ ພວກ​ເຮົາ​ໄດ້​ຄາດ​ຄິດ​ກັນ​ວ່າ ຈະ​ມີ​ພວກຂຸມທີ່ເກີດຈາກສະເກັດດາວຕົກໃສ່ ​ໃນ​ບໍລິ​ເວນ​ສ່ວນ​ນັ້ນຫຼື ໃນທົ່ວ​ທຸກ​ແຫ່ງ​ຂອງ​ດາວດັ່ງກ່າວ. ​ແລະ ດ້ວຍ​ພູ​ຜາ​ທີ່​ກຳລັງ​ສູງ​ຂຶ້ນ ເຖິງປະ ມານ 3400 ​ແມັດ ອັນ​ນີ້​ເປັນຕາ​ງຶດຫຼາຍ.”

ບັນດາ​ນັກວິ​ທິຍາ​ສາດ ກ່າວ​ວ່າ ມັນ​ຈະ​ໃຊ້​ເວລາ​ຫຼາຍກວ່າປີ​ໜຶ່ງ ​ເພື່ອ​ທີ່​ຈະ​ສຶກສາຄົ້ນຄວ້າ
ພາບ​ເຫຼົ່ານັ້ນ. ​ແຕ່​ອັນ​ທີ່​ພວກ​ເຂົາ​ເຈົ້າ ​ໄດ້​ເຫັນ​ໃນສອງ​ສາມ​ຊົ່ວ​ໂມງ​ ເປັນຄັ້ງທຳອິດແມ່ນໄດ້ ​ປ່ຽນ ​ທັດສະນະ​ຄະຕິ​ໃນ​ເມື່ອ​ກ່ອນ​ ກ່ຽ​ວກັບ​ດາວ​ພະ​ຍົມ.

The U.S. space agency, NASA, has presented some of the images of Pluto taken from a spacecraft as it passed by the dwarf planet on Tuesday. New Horizons took a decade to make the 3 billion-mile journey through our solar system to make the closest approach ever to Pluto.Zlatica Hoke reports that the historic high-resolution photographs will help scientists learn more about how the solar system was formed and possibly about the development of life on Earth.

The close-up photos of Pluto were taken as New Horizons flew by at a speed of nearly 50,000 kilometers per hour. NASA scientists say the images provide information they previously did not have about the outer edge of our solar system.

(JOHN SPENCER, GEOLOGY AND GEOPHYSICS, NEW HORIZONS MISSION)
"We have found that at least parts of Pluto are very young. They don't have any craters that you would expect on an old surface. So Pluto is active on the interior - it is generating landscapes by processes we don't understand yet."

The spacecraft sent one of the most exciting images of Pluto even before the fly-by Tuesday. The close-up photos bring to focus once blurry areas, such as the one called the planet's heart.

NASA scientists say Pluto's topography of mountains and water was not what they expected.

(CATHY OLKIN, DEPUTY PROJECT SCIENTIST, NEW HORIZONS MISSION)
"So these mountains are rising out of the relatively smooth terrain, which in and of itself is surprising also, because we would have thought there'd be more craters on that part, or across the whole thing. And with the mountains ((that)) are rising up to heights about 11,000 feet ((3,400 meters)), this is just astounding."

Scientists say it is going to take them more than a year to research the images.But what they have seen in just the first few hours has changed previous conceptions about Pluto.

The New Horizons team is thrilled that the spacecraft did not suffer any damaging crashes with moons around Pluto. The close-up images of the largest one, Charon, also provide surprising information.

(ALAN STERN, PRINCIPAL INVESTIGATOR, NEW HORIZONS MISSION)
"We look at Charon and we find - oh, the thing does not have enough craters on it. It must be active.It must have in the recent past.... this tiny little world, just the size of Texas, has canyons longer than the Grand Canyon on it, created by tectonics."

The United States is the first nation to reach Pluto. With this latest space mission, it has visited every planet in our solar system.

XS
SM
MD
LG