ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລະດັບ ນ້ຳທະເລ ຂອງໂລກ ທີ່ຈະສູງຂຶ້ນນັ້ນ ເປັນສິ່ງທີ່ ຫຼີກລ່ຽງບໍ່ໄດ້


ເຄືອຂ່າຍ ແມ່ນ້ຳ ແລະ ລຳທານ ທີ່ໄຫລຢູ່ເທິງ ແຜ່ນນ້ຳກ້ອນ ລົງສູ່ມະຫາສະມຸດ ນັ້ນ ເຊິ່ງກ່ອນໜ້ານີ້ ແມ່ນຮູ້ຈັກ ຄວາມເປັນມາ ພຽງໜ້ອຍດຽວ ອາດເປັນອົງປະກອບ ທີ່ສຳຄັນ ທີ່ສົ່ງຜົນເຮັດໃຫ້ ລະດັບນ້ຳທະເລ ສູງຂຶ້ນ. (ອີງຕາມ UCLA/Lawrence C. Smith)
ເຄືອຂ່າຍ ແມ່ນ້ຳ ແລະ ລຳທານ ທີ່ໄຫລຢູ່ເທິງ ແຜ່ນນ້ຳກ້ອນ ລົງສູ່ມະຫາສະມຸດ ນັ້ນ ເຊິ່ງກ່ອນໜ້ານີ້ ແມ່ນຮູ້ຈັກ ຄວາມເປັນມາ ພຽງໜ້ອຍດຽວ ອາດເປັນອົງປະກອບ ທີ່ສຳຄັນ ທີ່ສົ່ງຜົນເຮັດໃຫ້ ລະດັບນ້ຳທະເລ ສູງຂຶ້ນ. (ອີງຕາມ UCLA/Lawrence C. Smith)

ບັນດາ​ນັກວິທະຍາສາດ ກ່າວ​ວ່າ ລະດັບ​ນຳ​ທະ​ເລ​ທີ່​ຈະ​ສູງ​ຂຶ້ນ
ຫຼາຍກວ່າ ​ແມັດ​ນຶ່ງນັ້ນ ​ແມ່ນ ບໍ່​ສາມາດ​ຫລີກ​ລ່ຽງ​ໄດ້ ​ແຕ່​ພວກ
​ເຂົາ​ເຈົ້າ ຍັງບໍ່​ແນ່​ໃຈ​ວ່າ ​ນ້ຳທະເລຈະສູງຂຶ້ນໃນ​ເວລາ​ໃດ​
ຢູ່ບ່ອນ​ໃດ ​ຫຼື ຫຼາຍປາ​ນໃດ.

ບັນດານ​ນັກ​ຊ່ຽວຊານ ຢູ່​ທີ່ ອົງການ​ອະວະກາດ​ສະຫະລັດ ຫຼື
NASA ​ທີ່​ກຳລັງ​ເຮັດວຽກ​ຮ່ວມ​ກັບ ບັນດາ​ນັກວິທະຍາສາດ
ຢູ​ໂຣບ ກ່າວ​ ​ໃນ​ວັນ​ພຸດ​ວານ​ນີ້ ວ່າ ​ເມືອ​ງ​ໃຫຍ່​ຕ່າງໆ​ ​ເຊັ່ນ
Tokyo ​ແລະ Singapore ລັດ Florida ຂອງ​ສະຫະລັດ ​ແລະ
ປະ​ເທດ​ເກາະ​ຈຳນວນ​ນຶ່ງ ອາດ​ຫາຍ​ຈົມ​ນ້ຳ​ໄປ.

ບັນດາ​ນັກວິທະຍາສາດ ກ່າວ​ອີກ​ວ່າ ຂໍ້​ມູນ​ໃນ​ປັດ​ຈຸ​ບັນ​ນີ້ ຊີ້​ບອກ​ວ່າ ​ລະດັບນ້ຳ​ໃນມະຫາ
​ສະມຸດຈະສູງຂຶ້ນ ຢ່າງ​ນ້ອຍ ນຶ່ງ​ແມັດ ​ແມ່ນ​ເປັນ​ອັນ​ທີ່​ແນ່ນອນ ​ໃນ​ໄລຍະ 100 ຫາ 200 ປີ
​ຂ້າງ​ໜ້າ. ​ແຕ່​ພວກ​ເຂົາ​ເຈົ້າ ກ່າວ​ວ່າ ມັນ​ອາດຫຼາຍກວ່າ​ນັ້ນ ສຸດ​ແລ້ວ​ແຕ່​ອັດຕາ​ຂອງ​ການ
​ສູນ​ເສຍ​ຂອງແຜ່​ນນ້ຳກ້ອນຂົ້ວ​ໂລກ ຢູ່​ໃນ​ເຂດ Greenland ​ແ​ລະຂົ້ວໂລກໃຕ້ ຫລື
Antarctica.

ພວກ​ເຂົາ​ເຈົ້າ ຍັງ​ບໍ່​ແນ່​ໃຈ​ວ່າ ​ໃນ​ເວລາ​ໃດ ​ແລະ ຢູ່​ແຫ່ງ​ໃດ​ຂອງ​ໂລກ ​ຢ່າງຄັກແນ່ ທີ່ໂລກ
ຂອງເຮົາຄາດ​ວ່າ ຈະ​ໄດ້​ເກີດໄພ​ຫາ​ຍະ​ນະໃນ​ການ​ເພີ້​ມສູງ​ຂຶ້ນຂອງ​ລະດັບ​ນ້ຳທະ​ເລ ​ໂດຍ
​ກ່າວ​ວ່າ ການໄຫລຂອງມະຫາ​ສະມຸດ ​ແລະການ​ໝຸນ​ວຽນ​ທາງ​ດ້ານ​ທຳ​ມະ​ຊາດ​ອື່ນໆ​ນັ້ນ
ແມ່ນມີການປ່ຽນແປງ.

A rise in global sea levels of more than a meter is unavoidable, scientists say, but they are not sure exactly when, where, or how much.

Experts with the U.S. space agency, NASA, -- working with European scientists -- said Wednesday such major cities as Tokyo and Singapore, the U.S. state of Florida, and a number of island nations could disappear.

The scientists say current data suggest a rise in ocean levels of at least one meter is a certainty in the next 100-200 years.But they say it could be much more depending on rate of loss of the polar ice sheets around Greenland and Antarctica.

They are also unsure when and precisely where the Earth could expect to see such a catastrophic rise in sea levels, saying ocean currents and other natural cycles vary.

XS
SM
MD
LG