ລັດຖະສະພາສະຫະລັດ ຍັງມີຄຳຖາມທີ່ສຳຄັນ ສຳລັບສະຖາບັນວິທະຍາສາດແຫ່ງຊາດ ຫຼື NAS ຊຶ່ງທາງລັດຖະສະພາ ຢາກຮູ້ຈັກວ່າ “ມີແຕ່ພວກເຮົາຕາມລຳພັງບໍ ຢູ່ໃນຈັກກະວານນີ້” ຫຼືມີດາວໜ່ວຍອື່ນຄືກັນກັບພວກເຮົາຊຶ່ງມີສິ່ງທີ່ມີຊີວິດສະຫຼຽວສະຫຼາດຢູ່ທີ່ນັ້ນ? ສະຖາບັນວິທະຍາສາດແຫ່ງຊາດພວມເຮັດວຽກຮ່ວມກັບພວກນັກວິທະຍາສາດໃນທົ່ວປະເທດເພື່ອຕອບຄຳຖາມດັ່ງກ່າວ. Erika Celeste ໄດ້ໂອ້ລົມກັບນັກວິທະຍາສາດທ່ານນຶ່ງ ທີ່ມະຫາວິທະຍາໄລ Notre Dame ດັ່ງໄພສານ ຈະນຳເອົາລາຍລະອຽດ ມາ ສະເໜີທ່ານ ໃນອັນດັບຕໍ່ໄປ.
ກ້ອງສ່ອງທາງໄກຮັບໂບ (Hubble) ເຮັດໃຫ້ພວກເຮົາສາມາດມອງເຫັນພາບທີ່ໜ້າຕື່ນເຕັ້ນຈາກອະວະກາດ ແຕ່ກໍບໍ່ໄດ້ໃຫ້ລາຍລະອຽດຢ່າງພຽງພໍເພື່ອຊ່ອຍພວກເຮົາ ໃນການຊອກຄົ້ນຫາສິ່ງທີ່ມີຊີວິດ ຢູ່ໃນຫຼາຍພັນຕື້ກາແລັກຊີທົ່ວຈັກກະວານ.
ທ່ານຈັສຕິນ ເຄຣັບ ຮອງສາສະດາຈານສອນຟີຊິກ ທີ່ມີຫາວິທະຍາໄລ Notre Dame ກ່າວວ່າ “ຖ້ານຶ່ງສ່ວນສິບເປີເຊັນຂອງດາວຕ່າງໆ ມີດາວເຄາະຄ້າຍຄືກັນກັບໂລກເຮົາ ແລະອາດມີສິ່ງທີ່ມີຊີວິດ ອາໄສຢູ່ນັ້ນ ດ້ວຍເຫດນີ້ຈຶ່ງພາໃຫ້ມີຄວາມຄຸມເຄືອຢູ່ວ່າ ອາດມີຫຼາຍພັນລ້ານໜ່ວຍ ຢູ່ໃນ ແຕ່ລະບົບກາແລັກຊີທາງຊ້າງເຜືອກຂອງພວກເຮົາເທົ່ານັ້ນ.”
ໃນຖານະທີ່ເປັນສະມາຊິກຄະນະກຳມະການຍຸດທະສາດວິທະຍາສາດ Exoplanet ຂອງສະຖາບັນວິທະຍາສາດແຫ່ງຊາດ ທ່ານຈັສຕິນ ເຄຣັບ ແມ່ນໄດ້ເພັ່ງເລັງໃສ່ວ່າ ສະຫະລັດຈະສຳຫຼວດອະວະກາດແບບໃດ? ແລະຢູ່ໃສ ໃນທົດສະວັດຕໍ່ໜ້ານີ້.
ໃນເດືອນກັນຍາຜ່ານມາ ທາງຄະນະກຳມະການ ໄດ້ເປີດເຜີຍລາຍງານສະບັບນຶ່ງ ທີ່ໃຫ້ລາຍລະອຽດກ່ຽວກັບຂໍ້ສະເໜີຫຼາຍໆຢ່າງກ່ຽວກັບເລື້ອງນີ້. ທຳອິດຂໍ້ສະເໜີ ໄດ້ຊຸກຍູ້ໃຫ້ອົງການອະວະກາດສະຫະລັດ ຫຼືນາຊາ ພັດທະນາແລະສົ່ງຄະນະປະຕິບັດງານ ຊຶ່ງມີຖານປະຕິບັດງານຢູ່ອະວະກາດ ເພື່ອໄປຊອກຄົ້ນຫາດາວເຄາະທີ່ມີຮູບຮ່າງ ແລະລັກສະນະ ຄ້າຍຄືກັນກັບໂລກ ຢູ່ຕາມລະບົບດາວຕ່າງໆ ແຕ່ນັ້ນ ແມ່ນເລື້ອງທີ່ບໍ່ງ່າຍເລີຍ.
ທ່ານຈັສຕິນ ເຄຣັບ ກ່າວວ່າ “ຖ້າເຮົາຫາກພະຍາຍາມຈະຖ່າຍພາບ ເອົາດາວເຄາະ ພວກເຮົາແມ່ນປະເຊີນກັບ ຄວາມຫຍຸ້ງຍາກ ຫຼາຍຢ່າງ. ນຶ່ງໃນນັ້ນກໍຄືມັນຢູ່ຫ່າງກັນພຽງໜ້ອຍດຽວຢູ່ເທິງທ້ອງຟ້າ ດັ່ງນັ້ນພວກເຮົາຈຶ່ງຕ້ອງການກ້ອງສ່ອງທີ່ດີສົມຄວນ ເພື່ອຈະຖ່າຍຮູບພາບໄດ້. ບັນຫາກໍມີຢູ່ວ່າ ບັນຍາກາດຂອງ ໂລກເຮົາ ເຮັດໃຫ້ຮູບມົວ ແລະເຮັດໃຫ້ບັນຫາຮ້າຍແຮງຕື່ມ.”
ຄະນະກຳມະການເຊື່ອວ່າ ການປະຕິບັດງານຂອງອົງການນາຊາເພື່ອເກັບກຳຂໍ້ມູນ ຢູ່ເທິງບັນຍາກາດຂອງໂລກ ແລະອຸບປະກອນທີ່ມີກຳລັງແຮງສູງຂຶ້ນ ອາດສາມາດແກ້ໄຂບັນຫານີ້ໄດ້ ຊຶ່ງນຳໄປສູ່ ຄຳແນະນຳຂໍ້ທີສອງ ກໍຄືໃຫ້ສ້າງກ້ອງສ່ອງຂະໜາດໃຫຍ່ 2 ໜ່ວຍຢູ່ທີ່ພື້ນດິນ ຊຶ່ງສາມາດຖ່າຍພາບ 10 ເທື່ອ ແຈ້ງກວ່າກ້ອງສ່ອງອະວະກາດ ຮັບໂບ (Hubble). ຢູ່ທີ່ຫ້ອງແລັບຂອງທ່ານ ທ່ານເຄຣັບແລະບັນດາເພື່ອນຮ່ວມງານຂອງທ່ານ ພວມທຳການຄົ້ນຄວ້າກ່ຽວກັບອຸບປະກອນໃໝ່ອື່ນໆ.
ອຸບປະກອນທີ່ມີຄວາມຊັບຊ້ອນສູງ ຍັງຈະສາມາດຊ່ອຍພວກນັກວິທະຍາສາດທີ່ໄດ້ໃຫ້ຄຳແນະນຳອີກຂໍ້ນຶ່ງ ນັ້ນກໍຄືໃຫ້ສຳເລັດ ກ້ອງສ່ອງ Wide Field infra-red Survey ທີ່ໄດ້ຮັບທຶນຈຳນວນນຶ່ງນັ້ນ. ເມື່ອສົ່ງຂຶ້ນໄປອະວະກາດນັ້ນ ມັນບໍ່ພຽງແຕ່ສາມາດຄົ້ນຫາດາວເຄາະ ທີ່ຢູ່ຫ່າງອອກໄປ ຫຼາຍຮ້ອຍປີແສງເທົ່ານັ້ນແຕ່ມັນຍັງສາມາດເກັບກຳຂໍ້ມູນກ່ຽວກັບວ່າ ດາວເຫຼົ່ານີ້ເຮັດຈາກຫຍັງ ແລະມັນສາມາດສະໜັບສະໜຸນສິ່ງທີ່ມີຊີວິດໄດ້ຫຼືບໍ່.
ທ່ານເຄຣັບກ່າວວ່າ ມັນຈະໃຫ້ຄຳຕອບ ກ່ຽວກັບຄຳຖາມທີ່ມີມາເປັນເວລາຊ້ານານ.
ທ່ານຈັສຕິນ ເຄຣັບ ກ່າວວ່າ “ພວກເຮົາຢູ່ທີ່ນີ້ແຕ່ພຽງຜູ້ດຽວຕາມລຳພັງບໍ? ນີ້ແມ່ນຄຳຖາມ ທີ່ມີຜົນບໍ່ພຽງແຕ່ຕໍ່ວິທະຍາສາດເທົ່ານັ້ນ ແຕ່ຍັງມີຜົນຕໍ່ເທວະວິທະຍາ ປລັດຊະຍາ ແລະຂົງເຂດອື່ນໆ ນຳດ້ວຍ. ມັນເປັນເລື້ອງທີ່ໜ້າສົນໃຈ ມັນເປັນສ່ວນນຶ່ງຂອງການເປັນມະນຸດ. ໂລກຂອງເຮົາ ມີຄວາມພິເສດ ແທ້ບໍ? ມັນເປັນໂລກທີ່ໂດດດ່ຽວບໍ? ມີດາວເຄາະໜ່ວຍອື່ນບໍ ທີ່ມີສິ່ງທີ່ມີຊີວິດອາໄສຢູ່? ພວກເຮົາສາມາດຕິດຕໍ່ກັບພວກເຂົາໄດ້ບໍ?”
ສ່ວນຄຳແນະນຳອື່ນໆເພື່ອຈະຕອບຄຳຖາມເຫຼົ່ານັ້ນ ແມ່ນຮວມທັງການສ້າງອຸບປະກອນທີ່ໃຊ້ເທັກໂນໂລຈີຫຼ້າສຸດ ສ້າງຕ່າໜ່າງທີມງານຢູ່ໃນທົ່ວໂລກ ເພື່ອປະສານງານກັນ ແລະສ້າງໂຄງການເພື່ອໃຫ້ພວກນັກລົງທຶນ ສະໜັບສະໜຸນຕ່າງໆ. ລາຍງານຈະໄດ້ຮັບການທົບທວນ ໂດຍທາງລັດຖະສະພາສະຫະລັດ ແລະນຳໃຊ້ໃນການວາງແຜນ ຂອງລັດຖະບານກາງ ເພື່ອຊອກຄົ້ນຫາດາວເຄາະໃໝ່ ແລະສິ່ງທີ່ມີຊີວິດ ນອກໂລກມະນຸດເຮົາ ໃນຮອບທົດສະວັດຕໍ່ໜ້ານີ້.