ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ພວກນັກວິທະຍາສາດ ພາກັນເຊື່ອມໂຍງລະດູການ El Nino ໃສ່ໂຣກອະຫຮິວາ ໃນອາຟຣິກາ ພາກຕາເວັນອອກ


ພີ່ນ້ອງຂອງທ້າວ Samual Moro, ໄວ 30, ໂສກເສົ້າເສຍໃຈ ຍ້ອນການຕາຍດ້ວຍໂຣກອະຮິວາ, ໃນ ສູນກາງຝຶກອົບຮົບ ໃນ Juba, ຊູດານໃຕ້.

ພວກ​ນັກຄົ້ນຄວ້າພາກັນລາຍງານວ່າ ມີການເຊື່ອມໂຍງ ລະຫວ່າງປາກົດ​ການ​ຂອງ​ດິນ​ຟ້າ​ອາກາດ ທີ່​ຮູ້​ກັນ​ວ່າ El Nino ​ກັບຈຳນວນ​ກໍລະນີໂຣກອະຮິວາ ​ໃນ​ພາກ​ຕາ​ເວັນ​ອອກ
​ຂອງ​ອາ​ຟຣິກາ. ການທຳນາຍລ່ວງໜ້າ ວ່າຕອນ​ໃດ ​ພາຍຸ El Nino ຈະ​ເກີດຂຶ້ນ ອາດ​ສາ
ມາດ ຊ່ອຍປັບປຸງຄວາມພ້ອມໃນການຕຽມຕົວທາງດ້ານສາທາລະນະ​ສຸກ. Jessica
Berman ນັກຂ່າວ ວີໂອເອ ມີ​ລາຍ​ງານ ເລື່ອງນີ້ ຊຶ່ງວັນນະ​ສອນ ຈະສະເໜີລາຍ​ລະອຽດ
​ໃນ​ອັນ​ດັບ​ຕໍ່​ໄປ.

ແອລ ນີໂຍ ແມ່ນປາກົດການ​ຂອງ​ດິນ​ຟ້າ​ອາກາດຂອງໂລກ ທີ່​ເກີດ​ຂຶ້ນ ​ໃນ​ເວລາ​ທີ່ບໍ່
ປົກກະຕິ ​ປະມານ​ ທຸກໆ 2 ຫາ 7 ປີ.

​ໃນ​ຂະນະ​ທີ່​ເກີດ​ພາຍຸ ແອລ ນີໂຍ ຢູ່ນັ້ນ ​ອຸ​ນະ​ພູມຂອງໜ້າ​ນ້ຳ ​ໃນມະຫາສະໝຸດປາ​
ຊິກ​ຟິກນອກຝັ່ງ​ທະ​ເລ​ຂອງ​ອາ​ເມຣິກາໃຕ້ ຈະອຸ່ນ​ກວ່າ​ປົກກະຕິ ຊຶ່ງແນວ​ໂນ້ມດັ່ງກ່າວ ​
ຈະ​ເລີ່​ມຕົ້ນ​ໃນຊ່ວງ​ເທດສະການ​ຄຣິສມັສ.

ປີ​ຕໍ່​ມາ ​ໃນ​ຊ່ວງ​ລະດູ​ໃບ​ໄມ້​ລົ່ນ ​ອຸ​ນະ​ພູມຂອງໜ້ານໍ້າໃນທະເລກໍຍັງອຸ່ນ ຖ້າຫາກ​ວ່າ​
ຈະອຸ່ນໜ້ອຍກວ່າແດ່​ ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງເຂດປາຊິ​ຟິກ ຊຶ່ງຈະ​ນຳ​ໄປ​ສູ່​ສະພາບ
ອາກາດ​ທີ່​ຮ້າຍ​ແຮງ​ ​ເຊັ່ນ​ນ້ຳ​ຖ້ວມ ​ແລະ​ໄພ​ແຫ້ງ​ແລ້ງ​ ອັນເປັນສະ​ພາບທີ່ອຳນວຍ​ໂອກາດ
ດີໃຫ້ແກ່​ໂຣ​ກອະຮິວາ ​ແຜ່​ລະບາດ​.

ມີການກະ​ປະມານ​ວ່າ ມີ 177 ລ້ານ ຄົນ ​ອາ​ໄສ​ຢູ່​ໃນຂົງ​ເຂດ ບ່ອນ​ທີ່​ໂຣ​ກອະຮິວານີ້
ເກີດ​ຂຶ້ນ​ໃນ​ຊ່ວງ ພາຍຸ ແອລ ນີໂຍ.

ແຕ່​ ​ຫຼັກ​ຖານ​ກ່ຽວກັບ ການ​ກະທົບ​ຕໍ່​ສຸຂະພາບ ຈາກ ພາຍຸ ແອລ ນີໂຍ ນີ້ ໃນ​ອາ​ຟຣິກາ ກໍຍັງບໍ່ໜັກແໜ້ນປານໃດ.

​ໃນ​ການ​ສຶກສາ ທີ່​ພິມ​ເຜີຍ​ແຜ່ ​ໃນ​ວາລະສານ Proceeding of National Academy
of Sciences ນັ້ນ ນັກວິ​ໄຈ​ເລື່ອງ​ໂຣກລະ​ບາດ ທ່ານ Sean Moore ທີ່​ເປັນ​ຜູ້ນຳ​ພາ
ຄະນະທີ່​ຄົ້ນ​ພົບຫຼັກ​ຖານ​ຂອງໂຣ​ກອະຮິວາ ທີ່ແຜ່​ລະບາດ ​ໃນ​ຫຼາຍ​ປະ​ເທດ ​ໃນ​ອາ​ຟຣິກາ​
ຕາເວັນ​ອອກ.

ທ່ານ Moore ກ່າວ​ວ່າ “​ເພາະວ່າ ພະຍາດດັ່ງກ່າວສາມາດຖືກພັດ​ໄປຕາມໜ້ານໍ້າ
ໄປຫາບ່ອນນ້ຳ​ຖ້ວມ ທີ່​ລ້າງ​ເຊິ​ເອົາສິ່ງ​ໂສ​ໂຄກ​ຕ່າງໆ ​ໄປສູ່​ນ້ຳ​ດື່ມ ນ້ຳ​ໃຊ້​ສະອາດ.
ນອກນັ້ນມັນ​ຍັງ​ສາມາດ​ສຸເອົາລະບົບນ້ຳ​ເສຍທີ່ເປັນພິດ ໄປຍັງ​ເຂດ​ໃນເມືອງໃຫ້ຄົນດື່ມຄົນໃຊ້.”

ມີ​ໂຣກອະຫິວາປະມານ 150 ພັນ ກໍລະນີ ຂອງ​ ​ໃນ​ແຕ່ລະ​ປີ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​
ຢູ່ໃນຂົງ​ເຂດ​ທະ​ເລ​ຊາຍ​ຊາ​ຮາຣາ​ຕອນໃຕ້​ອາ​ຟຣິກາ ອິງ​ຕາມ​ທ່ານ Moore ນັກວິ​ໄຈ
ດ້ານໂຣກລະບາດດັ່ງກ່າວ ຈາກ​ສະ​ຖາ​ບັນ Johns Hokins ຂະ​ແໜງ​ສາທາລະນະ​ສຸກ ​
ໃນ ນະຄອນ Baltimore.

​ແຕ່​ວ່າ ​ໃນ​ຊ່ວງ​ລະດູ​ການ El Nino ພວກ​ນັກວິ​ໄຈ ​ໄດ້​ຄົ້ນ​ພົບ​ວ່າ ​ໄດ້ເກີດ​ໂຣກອະຫິວາ
ເ​ເຜ່ລະບາດ​ຮ້າຍ​ແຮງຂຶ້ນ​ອີກ ​ໃນ​ຈຳນວນ 50 ພັນ ກໍລະນີ ​ໃນ​ພາກ​ຕາ​ເວັນ​ອອກຂອງ​
ອາ​ຟຣິກາ.

​ແນວ​ໂນ້ມ​ທີ່ປ່ຽນ​ແປງ​ຂອງ​ກໍລະນີ​ໂຣກອະຮິວາ ​ແມ່ນ​ຖືກ​ຕີລາຄາ ​ໃນ​ຊ່ວງ​ລະດູ​ການ
El Nino ​ໃນ​ລະຫວ່າງ​ປີ 2000 ຫາ 2014. ນອກນັ້ນ ​ຍັງ​ເຫັນວ່າ ມີ​ນ້ອຍ​ກວ່າ 30 ພັນ
ກໍລະນີ ທີ່​ໄດ້​ຖືກ​ລາຍ​ງານ ​ກ່ຽວກັບ​ພາກ​ໃຕ້​ຂອງ​ອາ​ຟຣິກາ ​ໃນປີ​ທີ່​ມີ​ພາຍຸ El Nino
ປຽບທຽບ​ໃສ່ ປີ​ທີ່​ບໍ່​ມີພາຍຸ El Nino.

ຖ້າບໍ່ມີການ​ປິ່ນປົວ​ແລ້ວ ອັດຕາ​ການ​ຕາຍ​ຈາກ​ໂຣກອະຫິ​ວາ​ນີ້ ​ແມ່ນ​ຖີບ​ຕົວສູງຂຶ້ນ
ຈົນ​ເຖິງ 50 ​ເປີ​ເຊັນ.

ປາກົດການ​ຂອງ​ດິນ​ຟ້າ​ອາກາດ ຈະສາມາດ​ທີ່​ຈະ​ຄາດ​ເດົາ​ໄດ້ ພາຍ​ໃນ 6 ຫາ 12 ​ເດືອນ ລ່ວງໜ້າ ​ຊຶ່ງທ່ານ Moore ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ ສາມາດ​ຕຽມ​ການ​ສຳລັບ​
ການລະ​ບາດ​ນີ້.

ທ່ານ Moore ກ່າວ​ວ່າ “ມັນ​ຄ້າຍໆ​ກັນ​ກັບ​ວ່າ ​ເປັນ​ການ​ເຕືອນ ​ເຖິງ​ແມ່ນ​ວ່າ​ມັນ​ຈະ​ບໍ່​
ສາມາດປ້ອງ​ກັນໄດ້ກໍ່ຕາມ, ຢ່າງ​ນ້ອຍ ມັນກໍ​ສາມາດ​ທີ່​ຈະ​ປ້ອງ​ກັນ​ການ​ເສຍ​ຊີວິດ
ຊຶ່ງ​ເປັນ​ແນວ​ໂນ້ມທີ່ເກີດ​ຂຶ້ນ ​ໃນ​ຊ່ວງ​ກ່ອນ​ເຖິງ​ການ​ແຜ່​ລະບາດແທ້ໆ.”

ວິທີ​ບຳບັດດ້ວຍ​ການ​ໃຊ້​ນ້ຳໂດຍທາງ​ປາກ ອິງ​ຕາມ​ທ່ານ Moore ການ​ສ່ຽງ​ຕໍ່​ການ​ຕາຍ​ຈາກ​ໂຣກອະຫິວາ ​ຈະ​ຫຼຸດ​ລົງ ນຶ່ງ​ເປີ​ເຊັນ.

ທ່ານ​ກ່າວ​ວ່າ ປັດຈຸບັນ​ນີ້ ມັນ​ມີ​ຢາປ້ອງ​ກັນ​ໂຣ​ກອະຫິວາ​ວັກ​ຊີ​ນ ທີ່​ລາຄາ​ຍ່ອມ​ເຍົາ​ທີ່​ຈະ​ສາມາດ​ນຳ​ມາ​ປ້ອງ​ກັນ​ໂຣກນີ້ໄດ້ ກ່ອນ​ທີ່ລະດູການ El Nino ​ຈະເກີດ​ຂຶ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG