ບັນດານັກວິທະຍາສາດ ທີ່ຊອກຫາວິທີປິ່ນປົວໂຣກ AIDS ໃຫ້
ຫາຍນັ້ນ ກ່າວວ່າ ພວກເຂົາເຈົ້າໄດ້ຄົ້ນພົບເຄມີພື້ນຖານ ຂອງ
ເຊື້ອໄວຣັສ HIV ແລະວ່າແຜນຍຸທະສາດ ທີ່ເປັນໄປໄດ້ຫລາຍ
ທີ່ສຸດ ໃນການຕໍ່ສູ້ກັບພະຍາດນີ້ ກໍຈະແມ່ນ ໂຈມຕີມັນດ້ວຍ
ໄວຣັສອີກຊະນິດໜຶ່ງ. George Putic ຜູ້ສື່ຂ່າວວີໂອເອ ມີ
ລາຍງານ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ.
ເບິ່ງວີດີໂອ ລາຍງານນີ້ ເປັນພາສາລາວ:
ເປັນເວລາເກືອບ 25 ປີ ທີ່ບັນດານັກວິທະຍາສາດໃນທົ່ວໂລກໄດ້ພະຍາຍາມຊອກຫາວິທີ ປິ່ນປົວໂຣກເອດສ໌ທີ່ໄດ້ມາຮອດ ເວລານີ້ ໄດ້ເອົາຊີວິດຄົນໄປຫລາຍລ້ານຄົນ. ອົງການສະຫະປະຊາຊາດ ຫລື UN ປະເມີນ ວ່າ ມີຄົນຕິດເຊື້ອໄວຣັສຂອງໂຣກ AIDS ໃໝ່ ຫລາຍກ່ວາ 2 ລ້ານຄົນ ໃນປີກາຍນີ້ ຊຶ່ງຫລາຍກ່ວາເຄິ່ງໜຶ່ງ ແມ່ນຢູ່ໃນເຂດຕອນໃຕ້ຂອງທະເລຊາຍ Sahara ໃນທະວີບ Africa.
ບັນດານັກຄົ້ນຄ້ວາໄດ້ພັດທະນາຢາຂຶ້ນມາຫລາຍໆຢ່າງ ທີ່ສາມາດຕໍ່ອາຍຸຂອງຄົນປ່ວຍເປັນໂຣກເອດສ໌ ໃຫ້ຍືນອອກໄປໄດ້ຫລາຍໆປີ ແຕ່ວ່າລາຄາຢາທີ່ແພງຫລາຍນັ້ນ ເຮັດໃຫ້ຫລາຍໆຄົນບໍ່ສາມາດໃຊ້ມັນໄດ້.
ດັ່ງນັ້ນ ພວກນັກວິທະຍາສາດ ທີ່ມະຫາວິທະຍາໄລແຫ່ງນະຄອນ Miami ຈຶ່ງນຳໃຊ້ວິທີການໃໝ່ ເພື່ອໂຈມຕີເຊື້ອໄວຣັສ HIV.
ໃນປີ 2008 ຄົນປ່ວຍຄົນໜຶ່ງທີ່ຕິດເຊື້ອ HIV ຢູ່ນະຄອນເບີລິນ ປະເທດເຢຍລະມັນ ໄດ້ຮັບການປິ່ນປົວໃຫ້ຫາຍດີ ຫລັງຈາກທີ່ລາວໄດ້ຮັບ Gene ຫລືເຊື້ອກຳມະພັນທີ່ຖືກປ່ຽນພັນ
ແລ້ວ ໃນລະຫວ່າງການຜ່າຕັດປ່ຽນໄຂມັນກະດູກ ຫລື bone marrow transplant ຈາກ
ຜູ້ບໍລິຈາກ ລາຍໜຶ່ງທີ່ມີພູມຕ້ານທານເຊື້ອ HIV ໂດຍທຳມະຊາດ.
ທ່ານ Mario Stevenson ຜູ້ອຳນວຍການ ສູນຄົ້ນຄ້ວາໂຣກ AIDS ທີ່ມະຫາວິທະຍາໄລ
ແຫ່ງນະຄອນ Miami ກ່າວວ່າ ເວລານີ້ບັນດານັກ ຄົ້ນຄ້ວາກຳລັງພະຍາຍາມຊອກຫາ
ຫົນທາງ ເພື່ອນຳໃຊ້ເຊື້ອກຳມະພັນທີ່ຖືກປ່ຽນພັນແລ້ວນັ້ນ ປິ່ນປົວຄົນເປັນໂຣກເອດສ໌
ໃຫ້ໄດ້ ໃນຂອບເຂດກວ້າງຂວາງ.
ດອກເຕີ້ Stevenson ກ່າວວ່າ “ເຖິງແມ່ນວ່າ ພວກເຮົາຈະບໍ່ສາມາດ ນຳໃຊ້ການ
ຜ່າຕັດປ່ຽນໄຂມັນກະດູກ ເພື່ອກຳຈັດຖອນຮາກເຊື້ອ HIV ໄດ້ກໍຕາມ ແຕ່ມັນກໍ
ໄດ້ຊີ້ແນະໃຫ້ພວກເຮົາຮູ້ວ່າ ເຮົາສາມາດວາງແຜນ ຍຸທະສາດເພື່ອປົວໂຣກນີ້
ໃຫ້ຫາຍໄດ້ແນວໃດ. ມັນເຮັດໃຫ້ເຮົາເຂົ້າໃຈໄດ້ດີຂຶ້ນວ່າ ໄວຣັສ HIV ເຄື່ອນ
ໄຫວແນວໃດ ຢູ່ໃນຮ່າງກາຍຂອງຄົນທີ່ກຳລັງໄດ້ຮັບການບຳບັດຫລືປິ່ນປົວ
ແລະ ມັນກໍໄດ້ບອກໃຫ້ເຮົາຮູ້ກ່ຽວກັບອຸບປະສັກຊະນິດຕ່າງໆ ທີ່ພວກເຮົາຈຳ
ເປັນຕ້ອງໄດ້ຜ່ານຜ່າ ແລະ ຂ້າມໄປ ເພື່ອທີ່ຈະກຳຈັດຖອນຮາກມັນໃຫ້ໄດ້ແທ້ໆ.”
ດອກເຕີ້ Stevenson ກ່າວວ່າ ວິທີທີ່ໄດ້ຜົນອັນໜຶ່ງກໍຈະແມ່ນ ການພັດທະນາເຊື້ອໄວຣັສ
ອັນໜຶ່ງ ທີ່ບໍ່ເປັນພິດເປັນໄພ ທີ່ອາດສາມາດຖ່າຍທອດເຊື້ອກຳມະພັນ ທີ່ຖືກປ່ຽນພັນແລ້ວ
ນັ້ນ ເຂົ້າໄປໃນເຊື້ອໄວຣັສ HIV ໄດ້ໂດຍກົງ. ທ່ານກ່າວຕໍ່ໄປວ່າ ໂດຍການນຳໃຊ້ວິທີການ
ດັ່ງກ່າວນີ້ ພວກນັກວິທະຍາສາດຈຶ່ງເລີ້ມມອງເຫັນ ວິທີປີ່ນປົວທີ່ສາມາດເປັນໄປໄດ້.
ດອກເຕີ້ Stevenson ກ່າວວ່າ “ຄວາມພະຍາຍາມທາງວິທະຍາສາດຂັ້ນພື້ນຖານ
ຕ່າງໆ ທີ່ພວກເຮົາຫລາຍໆຄົນໄດ້ດຳເນີນມານັ້ນ ໄດ້ເລີ້ມ ເປີດເຜີຍໃຫ້ເຫັນແລ້ວ
ວ່າ ອົງປະກອບຂອງການປິ່ນປົວໃຫ້ຫາຍດີນັ້ນ ໜ້າຈະມີລັກສະນະແບບໃດ ແລະ
ພວກອຸບປະສັກຕ່າງໆຕໍ່ວິທີການປິ່ນ ປົວໃຫ້ຫາຍດີນັ້ນມັນມີເປັນແບບໃດ ແລະ
ຄວາມສຳເລັດອາດຈະອອກມາໃນຮູບໃດ.”
ບັນດານັກວິທະຍາສາດຕ້ອງເຮັດໃຫ້ແນ່ໃຈວ່າ ໄວຣັສທີ່ນຳສົ່ງເຊື້ອ ກຳມະພັນທີ່ປ່ຽນພັນ
ແລ້ວນັ້ນ ຈະຕ້ອງບໍ່ເປັນພິດເປັນໄພ ຫລືເປັນອັນຕະລາຍໂດຍເດັດຂາດ. ຢ່າງໃດກໍຕາມ
ພວກເຂົາເຈົ້າກ່າວວ່າ ວິທີການນີ້ ໃຫ້ຄວາມຫວັງຫລາຍ. ເຂົາເຈົ້າທຳນາຍວ່າ ມັນເປັນ
ເລື້ອງຂອງເວລາເທົ່ານັ້ນ ໝາຍຄວາມວ່າ ບໍ່ໄວກໍຊ້າ ໄຊຊະນະຕ້ານໂຣກເອດສ໌ກໍຈະມາເຖິງ.