ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດານັກວິທະຍາສາດ ຄົ້ນພົບ ວິທີຕໍ່ສູ້ພະຍາດ ດ້ວຍ ມັນດ້າງຫວານສີສົ້ມ


ພວກເດັກນ້ອຍ ກຳລັງກິນ ມັນດ້າງຫວານ ສີສົ້ມ ມີວິຕາມິນ ເອ ສູງ. (Courtesy - HarvestPlus)
ພວກເດັກນ້ອຍ ກຳລັງກິນ ມັນດ້າງຫວານ ສີສົ້ມ ມີວິຕາມິນ ເອ ສູງ. (Courtesy - HarvestPlus)

ບັນດານັກຄົ້ນຄວ້າ ​ໄດ້​ຊ່ວຍ​ຫລຸດຜ່ອນ ບັນຫາ​ສຸຂະພາບ ທີ່​
ສຳຄັນ ດ້ວຍມັນ​ດ້າງ ​ແບບ​ງ່າຍດາຍ.

​ໂຄງການ​ນຶ່ງ​ ທີ່​ຊ່ວຍພວກ​ກະ​ສິກອນ ຂະໜາດ​ນ້ອຍ ​ຢູ່​ໃນ​
ປະ​ເທດ Mozambique ປູກ​ມັນ​ດ້າງ​ຫວານ ເນື້ອສີ​ສົ້ມ ທີ່​
ສົມບູນດ້ວຍ ວິຕາ​ມິນ ​A ​ສາມາດ​ຕັດອັດຕາ ​ອາການຖອກ​ທ້ອງ
​ຂອງ​ພວກ​ເດັກນ້ອຍ ​ລົງເຖິງ 40 ຫາ 50 ​ເປີ​ເຊັນ ອິງ​ຕາມ​ການ​
ສຶກສາຄົ້ນຄວ້າ​ໃໝ່.

ມັນ​ເປັນຄັ້ງທຳ​ອິດ​ ທີ່​ໂຄງການ​ພັດທະນາ​ດັ່ງກ່າວ ​ແນ​ເປົ້າໝາຍ
​ໃສ່ຜະລິດຜົນກະສິກຳ ທີ່​ເຫັນ​ວ່າ ​ສາມາດ​ສົ່ງ​ເສີມສຸຂະພາບ
ນຳ​ດ້ວຍ. ຜູ້​ສື່​ຂ່າວ ວີ​ໂອ​ເອ Steve Baragona ມີ​ລາຍ​ງານ
ຊຶ່ງ​ໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ການ​ຂາດ​ແຄນ ວິ​ຕາ​ມິນ ​A ນັ້ນ ຈະເພີ້​ມຄວາມ​ສ່ຽງ ຕໍ່​ການ​ຕິດ​ແປດພະຍາດຮ້າຍ​ແຮງ ​ແລະ ​ເຖິງ​ແກ່​ຄວາມ​ຕາຍ​ໄດ້. ອິງ​ຕາມ​ອົງການ​ອະນາ​ໄມ​ໂລກ ຫຼື WHO ພວກ​ເດັກນ້ອຍ 190 ລ້ານຄົນ ​ໃນ​ທົ່ວ​ໂລກ ​ບໍ່​ໄດ້​ຮັບ ວິ​ຕາ​ມິນ ​A ຢ່າງ​ພຽງພໍ.

ສະຖານທີ່ ລົນນະລົງ ມັນດ້າງເນື້ອສີສົ້ມ ທີ່ອຸດົມສົມບູນດ້ວຍ ວິຕາມິນ A ຢູ່ໃນປະເທດ ໂມຊາມບິກ. (Courtesy - HarvestPlus)
ສະຖານທີ່ ລົນນະລົງ ມັນດ້າງເນື້ອສີສົ້ມ ທີ່ອຸດົມສົມບູນດ້ວຍ ວິຕາມິນ A ຢູ່ໃນປະເທດ ໂມຊາມບິກ. (Courtesy - HarvestPlus)

ນັກ​ຊ່ຽວຊານ​ດ້ານ​ໂພຊະນາ​ການ ທ່ານນາງ Anna Herforth
ກ່າວ​ຜ່ານ​ທາງ Skype ວ່າ ວິ​ຕາ​ມິນ​ເສີມ​ຕ່າງໆ ສາມາດ​ແກ້​
ບັນຫາ​ໄດ້ ຊົ່ວ​ຄາວ​ເທົ່າ​ນັ້ນ.

ທ່ານ ​ນາງ Herforth ​ເວົ້າວ່າ “ມັນ​ຄື​ກັນ​ກັບ​ວ່າ ​ເປັນ​ການ​
ແກ້​ໄຂ ບັນຫາ​ພື້ນຖານ ​ດ້ວຍ​ວິທີການຊົ່ວຄາວຫຼາຍກວ່າ
ຊຶ່ງເປັນ​ການ​ທີ່ ປະຊາຊົນ ບໍ່​ສາມາດໄດ້​ຮັບ ​ອາຫານ​
ການ​ກິນ​ ທີ່​ມີ​ຄຸນ​ນະພາ​ບສູງ.”

ດັ່ງນັ້ນ ອົງການ ຄົ້ນຄວ້າ ດ້ານ​ກະສິກຳ ທີ່​ມີ​ຊື່ວ່າ HarvestPlus
ຢາກ​ປັບປຸງ​ອາຫານ​ການ​ກິນ ຂອງ​ພວກຄົນທຸກ​ຍາກ ​ໃນ​ໂລກ ​ຢູ່​ຕາມ​ຊົນນະບົດ ​ໂດຍ​ການ​
ນຳ​ສະ​ເໜີ ພືດ​ພັນຫຼັກຕ່າງໆ ທີ່​ອຸດົມ​ສົມ​ບູນ ດ້ວຍ​ທາດ​ອາຫານຫຼັກຕ່າງໆ ຕາມ​ທຳ​ມະຊາດ.

ທ່ານ Alan de Brauw ​ເວົ້າວ່າ “ຖ້າ​ເຈົ້າສາມາດ​ເຮັດ​ສິ່ງ​ໃດ​ນຶ່ງ​ໄດ້ ​ໂດຍຜ່ານ​ການ​ປູກຝັງ ​ເພື່ອ​ເພີ້​ມປະລິມານ​ຂອງ​ວິ​ຕາ​ມິນ A ​ໃນ​ອາຫານ​ການ​ກິນ​ ​ເຈົ້າກໍ​ຈະ​ຢູ່​ໃນ​ສະພາບດີຫຼາຍທີ່ສຸດ ​ເພາະວ່າ ອັນ​ນັ້ນມັນ​ຍືນ​ຍົງຫຼາຍກວ່າ.”

ທ່ານ Alan de Brauw ​ເປັນນັກ​ເສດຖະສາດ ຢູ່​ທີ່​ສະ​ຖາ​ບັນ​ຄົ້ນຄວ້າ ນະ​ໂຍບາຍ ດ້ານ​ອາຫານ​ສາກົນ ຊຶ່ງ​ເປັນຜູ້ຮ່ວມຂຽນ​ລາຍງານກ່ຽວກັບ​ ສຶກສາຄົ້ນຄວ້າ​ໃໝ່ດັ່ງກ່າວ ຢູ່​ໃນ​ວາລະສານ World Development.

ບັນດາ​ເພື່ອນ​ຮ່ວມ​ງານ​ຂອງ​ທ່ານ ຢູ່​ທີ່ອົງການ HarvestPlus ​ໄດ້​ນຳ​ສະ​ເໜີ ພວກ​ມັນດ້າງ
ຫວານເນື້ອ​ສີສົ້ມ ​ໃຫ້​ແກ່​ຊາວ​ໂມ​ຊຳ​ບິ​ກ ​ໃນ​ປີ 2006.

ທ່ານ de Brauw ​ເວົ້າວ່າ “ປະມານ 70 ​ເປີ​ເຊັນ ຂອງ​ພວກ​ເດັກນ້ອຍ ອາຍຸ​ຕ່ຳ​ກວ່າ
5 ປີ ​ແມ່ນ​ຂາດ​ແຄນ ວິ​ຕາ​ມິນ A. ສະນັ້ນ ​ເຮົາ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ ທີ່​ຈະຕ້ອງ​
ຫາ​ການ​ແກ້​ໄຂ​ໃໝ່ໆ.”

ຊາວ​ກະ​ສິກອນ ​ໂມ​ຊຳ​ບິ​ກ ​ໄດ້​ພາກັນ​ປູກ​ມັນ​ດ້າງ​ຫວານ ສີຂາວ ຫຼື ສີ​ເຫຼືອງຢູ່ແລ້ວ. ​ແຕ່​
ມັນດ້າງເຫລົ່ານີ້ ​ໃຫ້​ວິ​ຕາ​ມິນ A ພຽງ​ໜ້ອຍ​ດຽວ. ແຕ່ມັນ​ດ້າງຫວານ​ສີສົ້ມ ​ນ້ອຍຫົວດຽວ
ມີ ວິ​ຕາ​ມິນ A ​ເຕັມ​ສ່ວນ​ທີ່​ຈະສະໜອງ​ໃຫ້​ພຽງພໍ ​ພາຍໃນ​ນຶ່ງ​ມື້.

ປະຊາຊົນ ​ໃນ 24 ໝູ່​ບ້ານ ​ໄດ້​ຮັບ​ເຄືອມັນ​ດ້າງຫວານ​ສີສົ້ມ ພ້ອມ ດ້ວຍ ການ​ເຝິກອົບຮົມ
​ແລະ ການ​ສິດສອນ​ໃຫ້​ຮູ້ ກ່ຽວກັບ​ວິທີ​ການ​ປູກ​ຝັງເຄືອ​ມັນດ້າງດັ່ງກ່າວ ​ແລະ ຄວາມ​ສຳຄັນ​
ຂອງ​ວິ​ຕາ​ມິນ A.

​ ໃນ​ຕອນ​ທ້າຍ​ຂອງ​ການ​ສຶກສາຄົ້ນຄວ້າ ​ໄລຍະ 3 ປີນັ້ນ ມີກໍລະນີ ພວກ​ເດັກນ້ອຍ ທີ່​ມີ​
ອາການ​ຖອກທ້ອງ ຕ່ຳ​ກວ່າ 40 ​ເປີ​ເຊັນ ​ໃນ​ບັນດາ​ໝູ່​ບ້ານ ທີ່​ປູກມັນ​ດ້າງຫວານ​ສີສົ້ມ ​ເມື່ອ
ປຽບທຽບກັບ 12 ໝູ່​ບ້ານ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ ບໍ່​ໄດ້​ຮັບ​ການແນະນຳ ​ມັນ​ດ້າງ​ຫວານ​ນັ້ນ.
​ໃນ​ບັນດາ​ພວກ​ເດັກນ້ອຍ ອາຍຸ​ຕ່ຳ​ກວ່າ 3 ປີ ຄວາມ​ແຕກ​ຕ່າງ ກໍຄື 50 ​ເປີ​ເຊັນ.

ທ່ານ de Brauw ​ເວົ້າວ່າ “ມັນ​ເປັນ​ເລື້ອງ​ທີ່​ສຳຄັນຫຼາຍ ​ເພາະວ່າ ຜ່ານ​ມາ ບໍ່​ມີ​ຜູ້​ໃດ
ສະ​ແດງ​ໃຫ້​ເຫັນໄດ້​ວ່າ ການ​ແຊກ​ແຊງ ​ດ້ວຍ​ຜະລິດຜົນ​ດ້ານກະສິກຳ ສາມາດມີ​
ຜົນ​ຢ່າງກວ້າງຂວາງ ​ຕໍ່​ສຸຂະພາບ ​ດ້ານໃດ​ດ້ານນຶ່ງ​ໄດ້.” ​

ບັນດາ​ນັກ​ຊ່ຽວຊານ ກຳລັງ​ສົ່ງ​ເສີມ​ແນວ​ຄິດ ທີ່​ສິດສອນ​ໃຫ້​ແກ່​ຊາວ​ກະສິກອນ ວິທີການ​
ປູກຝັງ ໃຫ້​ຫຼາຍຂຶ້ນ ​ແລະ ​ໃຫ້​ອາຫານ​ດີ​ຂຶ້ນຕື່ມ ຊຶ່ງເປັນ​ແນວທາງ​ທີ່​ດີ​ທີ່​ສຸດ ​ໃນ​ບັນ​ດາ​ແນວ
ທາງ​ຕ່າງໆ ​ເພື່ອ​ປັບປຸງ ສຸຂະພາບ.

ທ່ານນາງ Herforth ກໍເວົ້າວ່າ “ອັນ​ນີ້ ​ເປັນບ່ອນການ​ຄົ້ນຄົ້ວ ທີ່​ກຳລັງເປັນທີ່ສົນໃຈ
ແທ້ໆ ​ໃນ​ເວລາ​ນີ້.”

ທ່ານ ​ນາງ Anna Herforth ບໍ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ສຶກສາຄົ້ນຄວ້າ​ນີ້. ​ແຕ່​ທ່ານ​ນາງ
ກ່າວ​ວ່າ ມັນເຮັດ​ໜ້າ​ທີ່​ ​ໃນ​ການ​ເຊື່ອມ​ໂຍງ​ຕໍ່ກັນ​ ໄດ້​ເປັນ​ຢ່າງ​ດີ.

ທ່ານ​ນາງ Herforth ​ເວົ້າວ່າ “ມັນ​ເປັນ​ການ​ປະກາດ​ວ່າ ​ເບິ່ງ​ແມ້ ຖ້າ ເ​ຈົ້າຜະລິດ​
ອາຫານ​ ​ແລະ ​ມັນ​ມີ​ຢູ່​ທົ່ວ​ໄປ ທີ່​ປະຊາຊົນ ຫາ​ກິນ​ໄດ້ ​ແລະ ພວກ​ເຂົາ​ເຈົ້າມັກ​ມັນ
​ແລະ ກິນ​ມັນ​ໄດ້ ສະນັ້ນ ມັນ​ເປັນ​ສິ່ງ​ທີ່​ດີຫຼາຍ ສຳ​ຫລັບ​ສຸຂະພາບ.”

ອົງການ HarvestPlus ​ເອົາ​ວິທີ​ການ​ແບບ​ດຽວ​ກັນກັບ​ ພືດຜົນອື່ນໆ ລວມທັງ ມັນຕົ້ນ ທີ່​ມີ
ວິ​ຕາ​ມິນ A ສູງ ຢູ່​ໃນ​ປະ​ເທດໄນ​ຈີ​ເຣຍ, ເຂົ້າຟ່າງທີ່​ອຸດົມ​ດ້ວຍທາດ​ເຫຼັກ ຢູ່​ໃນ​ອິນ​ເດຍ,
​ເຂົ້າ​ທີ່​ມີ​ທາດ​ສັງກະສີ​ສູງ ຢູ່​ໃນ​ບັງ​ກລາ​ແດັສ.

XS
SM
MD
LG