ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກວິທະຍາສາດ ພັດທະນາ ການກວດເລືອດ ເພື່ອກວດຫາ ໂຣກມະເຮັງ 8 ຊະນິດ


Scientists Develop Blood Test to Detect Eight Types of Cancer
please wait

No media source currently available

0:00 0:01:58 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ວັນອາທິດທີ 4 ທີ່ຜ່ານມາ ເປັນວັນພະຍາດມະເຮັງໂລກ, ເປັນໂອກາດນຶ່ງ ໃນແຕ່ລະປີ
ທີ່ຈະເຕືອນສະຕິ ກ່ຽວກັບ ໂຣກມະເຮັງ ແລະ ສົ່ງເສີມໃຫ້ທຳການປ້ອງກັນເອົາໄວ້, ໃຫ້
ກວດຫາ ແລະ ປິ່ນປົວ. ເວົ້າພື້ນການກວດຫານັ້ນ, ນັກຂ່າວວີໂອເອ ເຟທ ລາປີດັສ
"Faith Lapidus" ມີລາຍງານວ່າ ບັນດານັກຄົ້ນຄວ້າ ທີ່ສູນກາງໂຣກມະເຮັງ ຈອນສ
ຮັອບກິນສ ຄິມໂມລ "Johns Hopkins Kimmel" ໃນ ນະຄອນ ບອລຕິມໍ
"Baltimore," ລັດ ແມຣີແລນ "Maryland," ກຳລັງພັດທະນາວິທີກວດເລືອດທີ່ຊອກ
ຫາ ໂຣກມະເຮັງ 8 ຊະນິດ ຊຶ່ງພຸດທະສອນ ມີລາຍລະອຽດມາສະເໜີ ທ່ານໃນອັນດັບ
ຕໍ່ໄປ.

ໂຣກມະເຮັງ ແມ່ນໂຣກຮ້າຍແຮງອັນດັບສອງ ທີ່ເປັນສາເຫດນຳໄປສູ່ການຕາຍໃນທົ່ວ
ໂລກ, ແລະ ຄົນສ່ວນໃຫຍ່ບໍ່ຮູ້ວ່າເຂົາເຈົ້າມີເຊື້ອໂຣກນັ້ນ ຈົນກວ່າເຂົາເຈົ້າເກີດມີອາ
ການ. ສິ່ງດັ່ງກ່າວນັ້ນອາດປ່ຽນແປງໄດ້ດ້ວຍການກວດເລືອດທີ່ເອີ້ນວ່າ ແຄນເຊີຊີຄ໌ "CancerSEEK."

ດຣ. ນິໂຄລັສ ປາປາໂດປູລັອສ "Nikolas Papadopulos," ອາຈານສອນກ່ຽວກັບ
ເນື້ອງອກວິທະຍາ ແລະ ພະຍາດວິທະຍາ ທີ່ໂຮງຮຽນການຢາ Johns Hopkins ກ່າວ
ວ່າ “ການກວດສອບນີ້ຖືກອອກແບບມາ ໃຫ້ຄົນທີ່ບໍ່ເກີດມີອາການ. ສຳຄັນທີ່ສຸດ, ນັ້ນ
ແມ່ນການນຳໃຊ້ ທີ່ພວກເຮົາຢາກໃຫ້ການກວດການີ້ມີ. ແຕ່ຄວາມແຕກຕ່າງອື່ນໆ
ແມ່ນ: ນຶ່ງ, ມັນແມ່ນການກວດກາ ທີ່ໃຊ້ການວິເຄາະຫຼາຍຢ່າງ. ມັນຈະກວດຫາ ທັງ
DNA ແລະ ທາດໂປຣຕີນ, ແລະ ມັນມີຄວາມພິເສດ ສຳລັບການກວດເລືອດ ເຊິ່ງມັນ
ກວດຫາເນື້ອງອກຫຼາຍຊະນິດ.”

ດຣ. ນິໂຄລັສ ປາປາໂດປູລັອສ ກ່າວວ່າ ການກວດການີ້ ສາມາດຊອກຫາ 8 ຊະນິດ
ທົ່ວໄປຂອງໂຣກມະເຮັງ, ແລະ ມັນກໍມີຄວາມພິເສດສຳລັບຄວາມສາມາດຂອງມັນ ທີ່
ຈະລະບຸໄດ້ວ່າ ໂຣກມະເຮັງນັ້ນຢູ່ບ່ອນໃດໃນໂຕຂອງເຮົາ.

ທັງທ່ານ ແລະ ທີມຂອງທ່ານ ທີ່ສູນກາງໂຣກມະເຮັງ ຈອນສ໌ ຮັອບກິນສ໌ ຄິມໂມລ
"Johns Hopkins Kimmel ໄດ້ທົດສອບ DNA ທີ່ກ່ຽວຂ້ອງກັບໂຣກມະເຮັງ ແລະ
ທາດໂປຣຕີນ ໃນເລືອດຂອງຄົນປ່ວຍເປັນໂຣກມະເຮັງຫຼາຍກວ່າ 1,000 ຄົນ.

ການກວດເລືອດ ໄດ້ມີຜົນອອກມາໃນທາງບວກ ໃນປະມານ 70 ເປີເຊັນຂອງຫຼາຍກໍ
ລະນີ, ແລະ ໄດ້ບອກຜົນບວກທີ່ຜິດພຽງ 7 ຄັ້ງເທົ່ານັ້ນ ໃນກຸ່ມຄວບຄຸມຜູ້ທີ່ແຂງແຮງ
812 ຄົນ.

ການທົດລອງທີ່ມີຂະໜາດໃຫຍ່ກວ່ານີ້ ແມ່ນມີຄວາມຈຳເປັນ, ແຕ່ທ່ານ ປາປາໂດປູ
ລັອສ ກ່າວວ່າ ວຽກງານຂອງເຂົາເຈົ້າອາດຊ່ວຍຊີວິດ ແລະ ປະຢັດເງິນໄດ້.

ດຣ. ນິໂຄລັສ ປາປາໂດປູລັອສ ກ່າວວ່າ “ການປິ່ນປົວຄົນ ທີ່ເປັນໂຣກມະເຮັງໃນບັ້ນ
ທ້າຍແມ່ນແພງຫຼາຍ. ຢາປົວພະຍາດແມ່ນແພງຫຼາຍອີ່ຫຼີ. ແລະພວກເຮົາເຊື່ອວ່າ ການ
ມີການກວດກາປ້ອງກັນ ເພື່ອກວດຫາໂຣກມະເຮັງໃນແຕ່ລະບຸກຄົນທີ່ຍັງຮູ້ສຶກແຂງ
ແຮງຢູ່, ເຂົາເຈົ້າບໍ່ມີອາການ ແລະ ຫວັງວ່າໂຣກມະເຮັງຍັງຄົງຢູ່ໃນໄລຍະຕົ້ນໆນັ້ນ,
ຈະງ່າຍກວ່າ ສຳລັບການປິ່ນປົວ ແລະ ການປິ່ນປົວກໍຖືກກວ່າ ແລະ ຊ່ວຍຊີວິດຂອງ
ເຂົາເຈົ້າໄວ້ໄດ້ ຖ້າສົມທຽບໃສ່ກັບແຕ່ພຽງ ການຍືດຊີວິດຂອງພວກເຂົາເຈົ້າອອກໄປ
ເທົ່ານັ້ນ.”

ບັນດານັກຄົ້ນຄວ້າຫວັງວ່າ ການກວດເລືອດ CancerSEEK ໃນທີ່ສຸດ ຈະເປັນສ່ວນ
ນຶ່ງ ໃນການກວດສຸຂະພາບປະຈຳວັນ ວ່າເປັນວິທີ ທີ່ຈະກວດຄົ້ນຫາຈັບໂຣກມະເຮັງ
ໃຫ້ໄດ້ຕັ້ງແຕ່ຕອນຕົ້ນໆ.

XS
SM
MD
LG