ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວິທີການຮັກສາອາຫານ ບໍ່ໃຫ້ບູດເນົ່າ ໂດຍການໃຊ້ ເທັກໂນໂລຈີງ່າຍໆ (ວີດິໂອຮຽນພາສາອັງກິດ)


ວິທີການຮັກສາອາຫານ ບໍ່ໃຫ້ບູດເນົ່າ ໂດຍການໃຊ້ ເທັກໂນໂລຈີງ່າຍໆ (ວີດິໂອຮຽນພາສາອັງກິດ)
ວິທີການຮັກສາອາຫານ ບໍ່ໃຫ້ບູດເນົ່າ ໂດຍການໃຊ້ ເທັກໂນໂລຈີງ່າຍໆ (ວີດິໂອຮຽນພາສາອັງກິດ)

ອັນດັບຕໍ່ໄປ ເຮົາ ຂໍສະເໜີລາຍງານພິ​ເສດດ້ານເທັກໂນໂລຈີຂອງພະແນກພາສາອັງກິດ ຫລື Special English Technology Report ກ່ຽວກັບວິທີການຮັກສາອາຫານບໍ່ໃຫ້ບູດເນົ່າ ຊຶ່ງບົວສະຫວັນ ມີລາຍລະອຽດ ມາເວົ້າສູ່ທ່ານໃນອັນດັບຕໍ່ໄປ.

ເບິ່ງລາຍງານພາສາອັງກິດ

ຟັງລາຍງານພາສາລາວ:

ອຸນຫະພູມທີ່ແຕກຕ່າງກັນພຽງສອງສາມອົງສາ ກໍສາມາດເຮັດໃຫ້ມີ ຄວາມແຕກຕ່າງກັນ ຫລາຍໃນການເກັບຮັກສາຂອງກິນໄວ້. ອາຫານອາດຈະບູດໄດ້ ຖ້າມັນຫາກຢູ່ໃນອຸນຫະ
ພູມທີ່ອຸ່ນເກີນໄປ. ຫາກແຕ່ ວ່າຢູ່ໃນຫລາຍເຂດທີ່ທຸກຍາກຂອງໂລກ ການຊອກຫາວິທີ
ຮັກສາອາຫານໃຫ້ເຢັນ ແມ່ນເປັນເລື້ອງຍາກ. ຕູ້ເຢັນກໍແພງ ແລະກໍຕ້ອງການໄຟຟ້າອີກ
ດ້ວຍ. ແຕ່ວ່າການກິນອາຫານບູດເນົ່າ ບໍ່ພຽງແຕ່ເຮັດໃຫ້ ຮ່າງກາຍສ່ຽງຕໍ່ການເຈັບປ່ວຍ ມັນທັງຍັງເຮັດໃຫ້ສິ້ນເປືອງທາງເສດຖະກິດອີກດ້ວຍ.

ພວກຊາວສວນແມ່ນເສຍເງິນຄໍາຫລາຍ ເມື່ອພວກເຂົາເຈົ້າຕ້ອງໂຍນສິນຄ້າທີ່ຂາຍບໍ່ອອກ
ໄວນັ້ນ ຖິ້ມ. ແຕ່ວ່າໃນປີ 1995 ນາຍຄູຜູ້ນຶ່ງ ຊື່ Mohammed Bah Abba ຢູ່ພາກເໜືອ
ຂອງປະເທດໄນຈີເຣຍໄດ້ ພົບວິທີແກ້ໄຂບັນຫາອັນນີ້. ລາວໄດ້ພັດທະນາ "ລະບົບ​ທຳ
ຄວາມເຢັນທີ່​ໃຊ້​ໝໍ້​ຊ້ອນ​ໝໍ້.”

ລະບົບດັ່ງກ່າວນີ້ໃຊ້ໝໍ້ມົນໆ ສອງໜ່ວຍທີ່ເຮັດດ້ວຍດິນດາກ ໝໍ້​ນ້ອຍ​ໃສ່​ໄວ້​ຢູ່​ຂ້າງ​ໃນໝໍ້
ໃຫຍ່. ຊ່ອງຫວ່າງຫ່າງກັນລະຫວ່າງໝໍ້ສອງໜ່ວຍ ນັ້ນ ແມ່ນເອົາດິນຊາຍປຽກຍັດໃສ່.
ໝໍ້ໜ່ວຍຢູ່ໃນແມ່ນເອົາໝາກໄມ້, ຜັກ ຫລືເຄື່ອງດື່ມໃສ່​. ແລ້ວເອົາຜ້າປຽກປົກຄຸມເຄື່ອງ
ທັງໝົດຢູ່ໃນລະບົບທໍາຄວາມເຢັນຫັ້ນໄວ້. ອາຫານທີ່ໃສ່ຢູ່ໃນໝໍ້ໜ່ວຍນ້ອຍນັ້ນແມ່ນຖືກ
ເກັບຮັກສາບໍ່ໃຫ້ເໜົ່າ ໂດຍຜ່ານຂັ້ນຕອນການລະເຫີຍແບບງ່າຍໆ. ນໍ້າຢູ່ໃນດິນຊາຍລະ
ຫວ່າງກາງຂອງໝໍ້ສອງໜ່ວຍນັ້ນແມ່ນໄດ້ລະເຫີຍ ຜ່ານພື້ນຜີວຂອງໝໍ້ໜ່ວຍໃຫຍ່ ບ່ອນ
ທີ່ມີອາກາດແຫ້ງກວ່າເຄື່ອນໄຫວໄປມາ. ຂະບວນການລະເຫີຍຂອງ​ອາຍ​ນໍ້າ​ດັ່ງກ່າວໄດ້
ເຮັດໃຫ້ອຸນຫະພູມຫຼຸດລົງໄດ້ຫລາຍອົງສາ. ການເຮັດແບບນີ້ ແມ່ນເຮັດໃຫ້ໝໍ້ໜ່ວຍທີ່ຢູ່
ທາງໃນນັ້ນເຢັນ ແລະເຮັດໃຫ້ອາຫານປອດໄພຈາກການຖືກທໍາລາຍ ໂດຍເຊຶື້ອແບັກທີ
ເຣຍທີ່ບໍ່ດີ. ອາຫານບາງຢ່າງສາມາດຮັກສາໃຫ້ສົດໄດ້ເປັນ​ເວລາຫລາຍອາທິດ ໂດຍການ
ເຮັດແບບນີ້.

ປະຊາຊົນ​ຢູ່ທົ່ວປະ​ເທດໄນຈີເຣຍ ເລີ້ມນໍາໃຊ້ລະບົບທີ່ປະດິດຄິດສ້າງໃໝ່ອັນນີ້ ແລະລະບົບ
ດັ່ງກ່າວ ກໍໄດ້ກາຍມາເປັນທີ່ນິຍົມໃຊ້ກັນໃນກຸ່ມຊາວສວນຢູ່ໃນປະເທດອື່ນໆ ຂອງອາຟຣິກ
ກາອີກດ້ວຍ. ທ່ານ Mo-hammed Bah Abba ໄດ້ໃຊ້ທຶນຂອງລາວເອັງ​ເຂົ້າ​ໃນການ
ຜະລິດລະ​ບົບ​ເຮັດ​ຄວາມ​ເຢັນ​ແບບ​ໝໍ້​ຊ້ອນ​ໝໍ້ ຫ້າພັນໜ່ວຍທໍາອິດ ເພື່ອໃຊ້ໃນປະຊາຄົມ
ຂອງລາວ ແລະໃນຫ້າໝູ່ບ້ານທີ່ຢູ່ໃກ້ຄຽງນັ້ນ.

ລະບົບທໍາຄວາມເຢັນ ທີ່ໃຊ້ໝໍ້ຊ້ອນໝໍ້ຂອງທ່ານ Mohammed Bah Abba ຢູ່ພາກເໜືອຂອງປະເທດໄນຈີເຣຍ
ລະບົບທໍາຄວາມເຢັນ ທີ່ໃຊ້ໝໍ້ຊ້ອນໝໍ້ຂອງທ່ານ Mohammed Bah Abba ຢູ່ພາກເໜືອຂອງປະເທດໄນຈີເຣຍ

ໃນປີ 2000, ບໍລິສັດ Rolex
Watch Company ຂອງປະ
ເທດສະຫວິດເຊີແລນ ໄດ້ໃຫ້
ກຽດລາວກ່ຽວ​ກັບ​ການ​ຄິດ​ຄົ້ນ
ລະບົບດັ່ງກ່າວຂຶ້ນມາ ໂດຍ
ການມອບລາງວັນ Rolex ໃຫ້
ແກ່ລາວ. ລາງວັນດັ່ງກ່າວນີ້
ແມ່ນເປັນການຮັບຮູ້ບຸກຄົນ​ຜູ້
ທີ່ໄດ້ພະຍາຍາມປະດິດ​ຄິດ​ຄົ້ນ
ສິ່ງ​ຂອງ​ຕ່າງໆທີ່ແນໃສ່​ເພື່ອ
ປັບປຸງຄວາມຮູ້ ແລະຄວາມຢູ່
ດີກິນດີຂອງມະນຸດຊາດ. ຄະນະກໍາມະການນຶ່ງ​ເປັນ​ຜູ້​ພິຈາລະນາ​ເພື່ອ​ໃຫ້ລາງວັນ​ແກ່​ໂຄງ
ການຕ່າງໆ ​ທາງດ້ານວິທະຍາສາດ ແລະການແພດ, ເທັກໂນໂລຈີ, ການສຳ​ຫຼວດ ແລະ
ການຄົ້ນພົບ, ​ໂຄງການດ້ານສິ່ງແວດລ້ອມ ແລະປະຫວັດສາດດ້ານວັດທະນາທໍາ. ຜູ້ໄດ້
ຮັບລາງວັນເຫລົ່າ ນີ້ແມ່ນໄດ້ຮັບເງິນຊ່ວຍເຫລືອເພື່ອພັດທະນາແລະ ເສີມຂະຫຍາຍໂຄງ
ການຂອງຕົນ. ລາງວັນດັ່ງກ່າວ ແມ່ນໄດ້ມີ​ການ​ມອບ​ໃຫ້ໃນທຸກໆສອງປີ.

ການມອບລາງວັນ ຄັ້ງຕໍ່ໄປຈະຈັດຂຶ້ນໃນທ້າຍປີ 2012. ປີກາຍນີ້ທາງບໍລິສັດ Rolex ໄດ້
ເປີດຕົວໂຄງການລາງວັນສໍາລັບພວກຊາວໜຸ່ມ ຫລື Young Laureates Program ໃຫ້
ແກ່ພວກຄົນລຸ້ນໜຸ່ມນ້ອຍ.

ນີ້ຄືລາຍການພາສາອັງກິດພິເສດ ຫລື Special English ຂອງ VOA. ພວກເຮົາມີລາຍ ການອື່ນໆໄວ້ໃຫ້ທ່ານໄດ້ອ່ານ, ໄດ້ຟັງແລະ ຮຽນພາສາອັງກິດ ທີ່ຂຽນເປັນເລື້ອງ, ອັດເປັນ
ສຽງໃນລະບົບ MP3s ແລະເປັນກິດຈະກໍາຕ່າງໆອີກຢູ່ໃນເວັບໄຊ໌ ຂອງພວກເຮົາ ທີ່
voaspecialenglish.com. ນອກນັ້ນແລ້ວ ພວກເຮົາຍັງໄດ້ນໍາສະເໜີບົດຮຽນພາສາອັງກິດ
ຢູ່ໃນໜ້າ VOA Learning English ຢູ່ໃນ Facebook ອີກດ້ວຍ.

XS
SM
MD
LG