ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ຊູ​ເມີ ສະ​ເໜີ​ສະ​ພາ​ສູງ ໃຫ້​ຮຽກ​ຕົວ ເຈົ້າ​ໜ້າ​ທີ່ ທ​ຳ​ນຽບ​ຂາວ 4 ຄົນ ສຳ​ລັບ​ການ​ດຳ​ເນີນ​ຄະ​ດີ ຟ້ອງ​ຮ້ອງ


ຜູ້​ນຳ​ສຽງ​ສ່ວນ​ຫຼາຍ ທ່ານ ມິ​ຈ໌ ແມັກ​ຄອນ​ແນ​ລ ແລະ ຜູ້​ນຳ​ສຽງ​ສ່ວນ​ນ້ອຍ ທ່ານ ຈັກ ຊູ​ເມີ ລົມ​ກັນ ໃນ​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, ສະ​ຫະ​ລັດ.
ຜູ້​ນຳ​ສຽງ​ສ່ວນ​ຫຼາຍ ທ່ານ ມິ​ຈ໌ ແມັກ​ຄອນ​ແນ​ລ ແລະ ຜູ້​ນຳ​ສຽງ​ສ່ວນ​ນ້ອຍ ທ່ານ ຈັກ ຊູ​ເມີ ລົມ​ກັນ ໃນ​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, ສະ​ຫະ​ລັດ.

ດ້ວຍ​ສະ​ພາ​ຕ່ຳ ສະ​ຫະ​ລັດ ຄາດ​ວ່າ​ຈະ​ຟ້ອງ​ຮ້ອງ​ປະ​ທາ​ນາທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ອາ​ທິດນີ້, ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ລະ​ດັບ​ສູງ​ໃນ​ສະ​ພາ​ສູງ ໄດ້​ຮຽກ​ຮ້ອງ​ສະ​ພາທີ່​ຈະ​ດຳ​ເນີນ​ການ​ຟ້ອງ​ຮ້ອງ​ນັ້ນ ​ໃຫ້​ຟັງ​ຄຳ​ໃຫ້​ການ​ຈາກ​ສັກ​ຂີ​ພິ​ຍານ​ສີ່​ຄົນ​ຈາກ​ລັດ​ຖະ​ບານ​ທ່ານ ທ​ຣຳ.

ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ທ່ານ ຈັກ ຊູ​ເມີ ໄດ້​ຂຽນ​ໃນ​ຈົດ​ໝາຍ​ທີ່​ໄດ້​ສົ່ງ​ຫາ​ຜູ້​ນຳ​ສຽງ​ສ່ວນຫຼາຍ​ທ່ານ ມິ​ຈ໌ ແມັກ​ຄອນ​ແນ​ລ ໃນ​ວັນ​ອາ​ທິດ​ວານນີ້​ວ່າ ສະ​ພາ​ສູງ​ຈະ​ຮຽກ​ຕົວ​ວ່າ​ການ​ຫົວ​ໜ້າ​ທີ່​ປຶກ​ສາ​ທຳ​ນຽບ​ຂາວ​ທ່ານ ມິກ ມັ​ລ​ເວ​ນີ ແລະ ຜູ້​ຊ່ວຍ​ເຫຼືອ​ລະ​ດັບ​ສູງ​ຂອງ​ທ່ານ ມັ​ລ​ເວ​ນີ, ທ່ານ ໂຣ​ເບີດ ແບຼ, ພ້ອມ​ກັບ​ອະ​ດີດ​ທີ່​ປຶກ​ສາ ກ່ຽວ​ກັບ ການ​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ທ່ານ ຈອນ ໂບ​ລ​ຕັນ ແລະ ເຈົ້າ​ໜ້າ​ທີ່​ງົບ​ປະ​ມານ​ທ່ານ ໄມ​ເກິ​ລ ດັ​ຟ​ຟີ.

ທ່ານ ຊູ​ເມີ ໄດ້​ກ່າວ​ຢ້ຳ​ຕໍ່​ຄະ​ນະ​ກຳ​ມະ​ການ​ສະ​ພາ​ຕ່ຳ​ທີ່​ດຳ​ເນີນ​ການ​ສືບ​ສວນ​ການ​ຟ້ອງ​ຮ້ອງ​ໃຫ້​ຂໍ​ເຈົ້າ​ໜ້າ​ທີ່​ທັງ​ສີ່​ຄົນ​ນັ້ນ​ມາ​ປາ​ກົດ​ຕົວ​ເພື່ອ​ການ​ສອບ​ຖາມ, ແຕ່ບໍ່​ມີ​ໃຜເຮັດ​ຫຍັງ.

ທ່ານ ແມັກ​ຄອນ​ແນັ​ລ ໄດ້​ເພີ່ມ​ຄວາມ​ຄາດ​ຫວັງ​ ຂອງການ​ດຳ​ເນີນ​ຄະ​ດີ​ສັ້ນ ໂດຍບໍ່​ມີ​ສັກ​ຂີ​ພິ​ຍານ​ຖືກ​ຮຽກ​ຕົວ, ແລະ ໄດ້​ກ່າວ​ວ່າ​ທ່ານ​ຈະ​ປະ​ສານ​ງານ​ກັບ​ທຳ​ນຽບ​ຂາວ ໃນ​ຂະ​ນະ​ທີ່​ທ່ານ​ວາງ​ແຜນ​ການ​ດຳ​ເນີນ​ຄະ​ດີ​ຢູ່.

ໂຄ​ສົກ​ຄົນ​ນຶ່ງ​ຂອງ​ທ່ານ ແມັກ​ຄອນ​ແນ​ລ ໄດ້​ກ່າວ​ວ່າ ທ່ານ​ຈະ​ປະ​ຊຸມ​ກັບ​ທ່ານ ຊູ​ເມີ ເພື່ອ​ຫາ​ວິ​ທີ​ດຳ​ເນີນ​ຂັ້ນ​ຕອນ​ຕ່າງໆ.

ທ່ານ ຊູ​ເມີ ຍັງ​ໄດ້​ສະ​ເໜີ​ໃນ​ຈົດ​ໝາຍ​ດັ່ງ​ກ່າວ ກ່ຽວ​ກັບ ຈຳ​ນວນ​ຄັ້ງ​ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ ແລະ ທະ​ນາຍ​ຄວາມຂອງ​ທຳ​ນຽບ​ຂາວ ຈະ​ມີ​ສຳ​ລັບ​ການ​ສະ​ແດງຫຼັກ​ຖານ​, ຈຳ​ນວນ​ຄັ້ງ​ທີ່​ສະ​ພາ​ສູງ​ຕ້ອງ​ໄດ້​ຖາມ​ເຂົາ​ເຈົ້າ, ແລະ ຈຳ​ນວນ​ຂອງ​ເວ​ລາ​ສຳ​ລັບ​ການ​ໃຫ້​ປາ​ກ​ຄຳ​ຂອງ​ສັກ​ຂີ​ພິ​ຍານ, ສະຫຼຸບ​ການ​ໃຫ້​ປາກ​ຄຳ ແລະ ກາ​ນ​ພິ​ຈາ​ລະ​ນາ​ກ່ອນ​ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ຈະ​ໃຫ້​ຄຳ​ຕັດ​ສິນ​ຂອງ​ເຂົາ​ເຈົ້າ.

ທ່ານ ຊູ​ເມີ​ ໄດ້​ຂຽນ​ວ່າ “ພວກ​ເຮົາ​ເຊື່ອ​ວ່າ​ຂໍ້​ສະ​ເໜີນີ້ ຈະ​ອາດ​ນຸ​ຍາດ​ໃຫ້​ການ​ດຳ​ເນີນ​ຄະ​ດີ ເຊິ່ງ​ຂໍ້​ເທັດ​ຈິງ​ທຸກ​ຢ່າງ​ສາ​ມາດ​ຖືກ​ນຳ​ມາ​ພິ​ຈາ​ລະ​ນາ​ຢ່າງ​ເຕັມ​ທີ່ ແລະ ຢ່າງ​ເປັນ​ທຳ, ແລະ ການ​ລົງ​ຄະ​ແນນ​ສຽງ​ສຸດ​ທ້າຍ​ຈຶ່ງ​ສາ​ມາດ​ດຳ​ເນີນ​ຂຶ້ນ​ພາຍ​ໃນ​ໄລ​ຍະ​ເວ​ລາ​ທີ່​ເໝາະ​ສົມ, ໂດຍ​ປາ​ສະ​ຈາກ​ການ​ເລື່ອນ​ເວ​ລາ​ທີ່ບໍ່​ຈຳ​ເປັນ​ໃດໆ.”

ສະ​ພາ​ຕ່ຳ​ແມ່ນ​ຄາດ​ວ່າ​ຈະ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ພຸດ​ທີ່​ຈະ​ມາ​ເຖິງນີ້ ເພື່ອ​ຮັບ​ຮອງ​ເອົາ​ສອງ​ມາດ​ຕາ​ຂອ​ງ​ການ​ຟ້ອງ​ຮ້ອງ ທີ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ຕ່ຳ​ໄດ້​ຮັບ​ຜ່ານ​ໃນ​ອາ​ທິດ​ທີ່​ຜ່ານ​ມາ. ການ​ດຳ​ເນີນ​ຄະ​ດີ​ດັ່ງ​ກ່າວ​ໃນ​ສະ​ພາ​ສູງ​ທີ່​ພັກ​ຣີ​ພັບ​ບ​ລີ​ກັນ​ກຳ​ສຽງ​ສ່ວນຫຼາຍ​ນັ້ນ ​ຈະ​ດຳ​ເນີນ​ຂຶ້ນ​ໃນ​ເດືອນ​ມັງ​ກອນ ດ້ວຍ​ການ​ຕັດ​ສິນ​ວ່າກະ​ທຳ​ຜິດ ແລະ ການ​ປົດ​ທ່ານ ທ​ຣຳ ອອກ​ຈາກ​ຕຳ​ແໜ່ງ​ແມ່ນ​ເບິ່ງ​ຄື​ວ່າ​ຈະ​ບໍ່​ເກີດ​ຂຶ້ນ.

ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ຕ່ຳ, ໂດຍມອງ​ຂ້າ​ມ​ການ​ຄັດ​ຄ້ານ​ຢ່າງ​ພ້ອມ​ພຽງ​ກັນ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ນັ້ນ, ໄດ້​ກ່າວ​ຫາ​ທ່ານ ທ​ຣຳ ກ່ຽວ​ກັບ ການ​ລະ​ເມີດ​ອຳ​ນາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດ້ວຍ​ການ​ຂໍ​ໃຫ້ ຢູ​ເຄ​ຣນ ສືບ​ສວນ​ສອບ​ສວນ ນຶ່ງ​ໃນ​ຜູ້​ທ້າ​ຊິງ​ຂອງ​ທ່ານ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ໃນ​ການ​ເລືອກ​ຕັ້ງ​ປີ 2020, ເຊິ່ງ​ແມ່ນ ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແລະ ຂັດ​ຂວາງ​ການ​ທົບ​ທວນ ກ່ຽວ​ກັບ ການ​ກະ​ທຳ​ຂອງ​ທ່ານ ໂດຍ​ລັດ​ຖະ​ສະ​ພາ ດ້ວຍ​ການ​ປະ​ຕິ​ເສດ​ທີ່​ຈະ​ມອບ​ເອ​ກະ​ສານຫຼາຍ​ພັນ​ໜ້າ ​ໃຫ້​ບັນ​ດາ​ນັກ​ສືບ​ສວນ​ສອບ​ສວນ​ການ​ຟ້ອງ​ຮ້ອງ ແລະ ການ​ກີດ​ກັນ​ຜູ້​ຊ່ວຍ​ຄົນ​ສຳ​ຄັນ​ຂອງ​ທ່ານ ທ​ຣຳ ຈາກ​ການ​ໄປ​ໃຫ້​ປາກ​ຄຳ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG