ທ່ານ ລີຕູ ບົວປາວ, ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະກິລາຖະແຫຼງ
ຍອມຮັບວ່າ ສົກຮຽນປະຈໍາປີ 2011-2012 ທີ່ໄດ້ເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 1
ກັນຍານີ້ ກໍຍັງປະກົດວ່າ ໂຮງຮຽນທີ່ຢູ່ໃນເຂດຊົນນະບົດຂອງລາວນັ້ນ ຍັງຄົງຕ້ອງປະ
ເຊີນໜ້າກັບບັນຫາຂາດແຄນບຸກຄະລາກອນຄູ ຕໍ່ໄປ ເຖິງແມ່ນວ່າລັດຖະບານລາວຈະ
ອະນຸມັດໃຫ້ເພີ່ມຈໍານວນຄູໄດ້ເຖິງ 9,600 ຄົນກໍຕາມ ຫາກແຕ່ກໍມີຄູພຽງສ່ວນໜ້ອຍ
ທີ່ໄດ້ສະໝັກໃຈປະຈໍາຢູ່ໂຮງຮຽນໃນເຂດຊົນນະບົດ.
ສາເຫດທີ່ຄູສ່ວນໃຫຍ່ບໍ່ຢາກໄປປະຈໍາຢູ່ໂຮງຮຽນໃນເຂດ
ຊົນນະບົດນັ້ນກໍເພາະວ່າ ບໍ່ຢາກໃຊ້ຊີວິດຢ່າງລໍາບາກ
ແລະ ທີ່ສໍາຄັນອີກປະການນຶ່ງກໍຄື ຄູໃນເຂດຊົນນະບົດ
ຍັງໄດ້ຮັບເງິນເດືອນບໍ່ຕົງຕາມກໍານົດເວລາອີກດ້ວຍ.
ໃນຂະນະທີ່ຄູໃນເຂດຕົວເມືອງນັ້ນ ມີທັງຄວາມສະດວກ
ສະບາຍໃນການໃຊ້ຊີວິດ ແລະໄດ້ຮັບເງິນເດືອນຕາມກໍາ
ນົດເວລາໂດຍຜ່ານລະບົບທະນາຄານອີກດ້ວຍ. ດ້ວຍສະ
ພາບການທີ່ເປັນຢູ່ນີ້ ຈຶ່ງເຮັດໃຫ້ເຂດຕົວເມືອງມີຈໍານວນ
ຄູເກີນລະດັບຄວາມຕ້ອງການ, ໃນຂະນະທີ່ຄູແຕ່ລະຄົນ
ທີ່ຢູ່ເຂດຊົນະບົດນັ້ນ ກັບຕ້ອງຮັບພາລະໃນການສອນນັກຮຽນເຖິງ 70 ຄົນ ຫຼື 2 ຫ້ອງ ຮຽນເປັນຢ່າງໜ້ອຍ.
ທັງນີ້ ໃນປັດຈຸບັນຢູ່ທົ່ວປະເທດລາວ ມີຈຳນວນຄູທັງໝົດຫຼາຍກ່ວາ 63,000 ຄົນ ເຊິ່ງ
ໃນນີ້ກໍມີຢູ່ປະມານ 37,000 ຄົນ ທີ່ເປັນຄູໃນໂຮງຮຽນຂອງລັດຖະບານ. ສ່ວນທີ່ເຫຼືອ
ກໍເປັນຄູຕາມສະຖານສຶກສາຂອງພາກເອກະຊົນ ໂດຍສ່ວນໃຫຍ່ກໍຄືບັນດາຄູ ທີ່ບໍ່ຍອມ
ໄປປະຈໍາ ຢູ່ໂຮງຮຽນຂອງລັດຖະບານໃນເຂດຊົນນະບົດນັ້ນເອງ.
ແຕ່ຢ່າງໃດກໍຕາມ ທ່ານພັນຄໍາ ວິພາວັນ ລັດຖະມົນຕີແລະເລຂາພັກກະຊວງສຶກສາ ແລະ
ກິລາ ຖະແຫລງຢືນຢັນວ່າ ເປົ້າໝາຍສໍາຄັນຂອງແຜນຍຸດທະສາດ ການປະຕິຮູບການສຶກ
ສາແຫ່ງຊາດ ຈາກປັດຈຸບັນເຖິງປີ 2015 ກໍຄືການຂະຫຍາຍໂອກາດທາງດ້ານການສຶກສາ
ເພື່ອຄົນລາວທຸກຄົນ ໂດຍສະເພາະແມ່ນການຂະຫຍາຍໂອກາດດ້ານການສຶກສາ ໄປສູ່ເຂດ
ຊົນນະບົດໃຫ້ໄດ້ຢ່າງທົ່ວເຖິງ ໃນທົ່ວປະເທດ ລວມທັງຍັງຈະພັດທະນາການສຶກສາໃນລາວ
ໃຫ້ມີຄຸນນະພາບທີ່ໄດ້ມາດຕະຖານດຽວກັນ ກັບປະເທດສະມາຊິກໃນກຸ່ມອາຊ່ຽນນໍາກັນອີກ
ດ້ວຍ.
ສໍາລັບການຈັດຕັ້ງປະຕິບັດ ໃນ
ພາກຕົວຈິງ ທີ່ຈະເຮັດໃຫ້ທາງ
ການລາວ ສາມາດບັນລຸເປົ້າ
ໝາຍ ທີ່ວາງໄວ້ດັ່ງກ່າວ ໄດ້
ຢ່າງແທ້ຈິງນັ້ນ ທ່ານພັນຄໍາ ກໍ
ໄດ້ຖະແຫລງເນັ້ນຢໍ້າໃນຕອນ
ນຶ່ງວ່າ:
“ຈະສືບຕໍ່ດໍາເນີນການປະຕິ
ຮູບລະບົບການສຶກສາໄລຍະ
ທີ 2 ຢ່າງເຖິງຖອງ ຮັບປະ
ກັນ 3 ລັກສະນະການສຶກສາຂອງພັກຄື ລັກສະນະຊາດ, ລັກສະນະວິທະຍາ
ສາດທັນສະໄໝ ແລະລັກສະນະມະຫາຊົນ, ຮັບປະກັນໃຫ້ໄດ້ຕາມ 5 ຫລັກມຸ້ງ
ຂອງການສຶກສາຂອງພັກ ຄືຄຸນສົມບັດການສຶກສາ ປັນຍາສຶກສາ ສິນລະປະ
ສຶກສາພະລະສຶກສາ ແລະແຮງງານສຶກສາ, ປະຕິບັດໃຫ້ໄດ້ວິໄສທັດທີ່ວ່າ ສ້າງ
ຄູເພື່ອສ້າງຄົນ ແລະສ້າງຄົນເພື່ອສ້າງຊາດ.”
ເຖິງແມ່ນວ່າໃນປັດຈຸບັນນີ້ ລາວຈະມີໂຮງຮຽນປະຖົມຢູ່ເຖິງ 94% ຂອງຈໍານວນໝູ່ບ້ານ
ທັງໝົດໃນທົ່ວປະເທດ ແລະໃນຂະນະດຽວກັນ ກໍເຮັດໃຫ້ 91.6% ຂອງເດັກນ້ອຍໃນໄວ
ຮຽນທັງໝົດ ມີໂອກາດໄດ້ຮຽນໜັງສືໃນລະດັບປະຖົມ ແລະສ່ວນ 68% ກໍໄດ້ຮຽນຈົນຈົບ
ມັດທະຍົມຕົ້ນກໍຕາມ ຫາກແຕ່ວ່າໂອກາດໃນການໄດ້ຮຽນລະດັບມັດທະຍົມປາຍ ແລະລະ
ດັບປະລິນຍາຕີນັ້ນ ກໍຍັງຄົງມີອັດຕາສະເລ່ຍທີ່ຕໍ່າຫລາຍ ໂດຍສະເພາະແມ່ນໃນລະດັບ
ປລິນຍາຕີນັ້ນ ມີຄົນລາວບໍ່ເຖິງ 1% ຂອງປະຊາກອນລາວໃນທົ່ວປະເທດ ທີ່ມີໂອກາດໄດ້
ຮຽນກັບທັງຍັງປາກົດວ່າ ມີຄຸນນະພາບການສຶກສາໃນລະດັບທີ່ຕໍ່າອີກດ້ວຍ. ເຖິງແມ່ນວ່າ
ໃນປັດຈະບັນນີ້ ລັດຖະບານລາວຈະປະກາດລົບລ້າງການບໍ່ຮູ້ໜັງສືຂອງປະຊາຊົນລາວ ທີ່
ມີອາຍຸຕັ້ງແຕ່ 15 ປີຂຶ້ນໄປໄດ້ຢ່າງສິ້ນເຊີງແລ້ວໃນ 94 ເມືອງ ຈາກທັງໝົດ 143 ເມືອງ ທົ່ວປະເທດກໍຕາມ.