ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຈະເພີ້ມຈໍານວນພະນັກງານ ຂຶ້ນ 15 ພັນຄົນ


ການສະຫລອງວັນຄູແຫ່ງຊາດລາວ ໃນເດືອນຕຸລາ ປີ 2010 ທີ່ຈັດຂຶ້ນໃນໂຮງຮຽນແຫ່ງນຶ່ງ ທີ່ນະຄອນວຽງຈັນ
ການສະຫລອງວັນຄູແຫ່ງຊາດລາວ ໃນເດືອນຕຸລາ ປີ 2010 ທີ່ຈັດຂຶ້ນໃນໂຮງຮຽນແຫ່ງນຶ່ງ ທີ່ນະຄອນວຽງຈັນ

ລັດຖະບານລາວອະນຸມັດ ແຜນການເພີ່ມຈໍານວນພະນັກງານຂຶ້ນ ຫຼາຍກວ່າ 15,000 ຄົນ ຫາກແຕ່ໂຮງຮຽນໃນເຂດຊົນນະບົດ ຍັງຕ້ອງປະເຊີນກັບບັນຫາຂາດແຄນຄູ ຢູ່ຕໍ່ໄປ.

ສໍານັກງານນາຍົກລັດຖະມົນຕີລາວ ລາຍງານວ່າ ກອງປະຊຸມສາມັນຂອງຄະນະລັດຖະ
ບານລາວ ໄດ້ມີມັດຕິຮັບຮອງເອົາແຜນການຮັບເອົາລັດຖະກອນໃໝ່ປະຈໍາສົກປີ 2011-
2012 ຢ່າງເປັນທາງການໃນທ້າຍເດືອນກັນຍາທີ່ຜ່ານມານີ້ ຕາມການສະເໜີຂອງທາງ
ການກະຊວງພາຍໃນ ໂດຍອີງໃສ່ຄວາມຕ້ອງການດ້ານລັດຖະກອນຂອງບັນດາກະຊວງ,
ອົງການ ແລະ ທ້ອງຖິ່ນ ທັງທີ່ໄດ້ມີການປັບປຸງ ແລະ ສ້າງຕັ້ງຂຶ້ນໃໝ່ໃນທົ່ວປະເທດ
ຊຶ່ງກໍພົບວ່າ ການທີ່ຈະສາມາດຕອບສະໜອງລັດຖະກອນໃຫ້ພຽງພໍກັບໜ້າທີ່ວຽກງານ
ໃນໄລຍະໃໝ່ນັ້ນ ກໍຈະຕ້ອງມີການເພີ່ມຈໍານວນລັດຖະກອນໃໝ່ຂຶ້ນອີກບໍ່ໜ້ອຍກວ່າ
15,340 ຄົນ.

ແຕ່ຢ່າງໃດກໍຕາມ, ການຮັບຮອງເອົາແຜນການດັ່ງກ່າວຈະມີຜົນສັກສິດ ແລະສາມາດທີ່
ຈະນໍາໄປຈັດຕັ້ງປະຕິບັດໄດ້ຢ່າງແທ້ຈິງນັ້ນກໍຍັງຈະຕ້ອງລໍຖ້າການນໍາສະເໜີເພື່ອຂໍໃຫ້ນາ
ຍົກລັດຖະມົນຕີລົງນາມອະນຸມັດແຜນການຢ່າງເປັນການເສຍກ່ອນ ແລະ ຫຼັງຈາກນັ້ນ, ທາງການກະຊວງພາຍໃນຈິ່ງຈະແຈ້ງການໄປເຖິງກະຊວງ, ອົງການ ແລະ ທ້ອງຖິ່ນຕ່າງໆ ເພື່ອໃຫ້ດໍາເນີນການຈັດຕັ້ງປະຕິບັດຕໍ່ໄປ, ຫາກແຕ່ມີລາຍງານກ່ອນໜ້ານີ້ວ່າ ກະຊວງ
ສຶກສາທິການແລະກິລາ ຈະໄດ້ຮັບໂຄຕ້າໃນການເພີ່ມຈໍານວນລັດຖະກອນໃໝ່ຫຼາຍກວ່າ
ກະຊວງ ແລະອົງການອື່ນໆ

ກອງປະຊຸມດ້ານການພັດທະນາການສຶກສາ ທີ່ຈັດຂຶ້ນໃນກາງ ເດືອນມິຖຸນາ, 2011 ທີ່ຈັດຂຶ້ນໃນນະຄອນຫລວງວຽງຈັນ, ລາວ
ກອງປະຊຸມດ້ານການພັດທະນາການສຶກສາ ທີ່ຈັດຂຶ້ນໃນກາງ ເດືອນມິຖຸນາ, 2011 ທີ່ຈັດຂຶ້ນໃນນະຄອນຫລວງວຽງຈັນ, ລາວ

ຊຶ່ງໃນກໍລະນີດັ່ງກ່າວນີ້ ທ່ານ
ລີຕູ ບົວປາວ, ລັດຖະມົນຕີ
ຊ່ວຍວ່າການກະຊວງສຶກສາທິ
ການ ແລະກິລາຖະແຫຼງຍອມ
ຮັບວ່າ ສົກຮຽນປະຈໍາປີ 2011-
2012 ທີ່ໄດ້ເລີ່ມຂຶ້ນຢ່າງເປັນ
ທາງການໃນວັນທີ 1 ກັນຍາ
ເປັນຕົ້ນມາແລ້ວນັ້ນ ເຖິງແມ່ນ
ວ່າ ຄະນະລັດຖະບານລາວໄດ້
ອະນຸມັດໃຫ້ເພີ່ມຈໍານວນຄູໄດ້
ເຖິງ 9,600 ຄົນກໍຕາມ ຫາກ
ແຕ່ກໍມີຄູພຽງສ່ວນໜ້ອຍທີ່ໄດ້
ສະໝັກໃຈປະຈໍາຢູ່ໂຮງຮຽນໃນເຂດຊົນນະບົດ. ສະນັ້ນ ຈຶ່ງເຮັດໃຫ້ໂຮງຮຽນທີ່ຢູ່ໃນເຂດ
ຊົນນະບົດຂອງລາວນັ້ນ ຍັງຄົງຕ້ອງປະເຊີນໜ້າກັບບັນຫາຂາດແຄນບຸກຄະລາກອນຄູ
ຕໍ່ໄປ.

ສາເຫດທີ່ຄູສ່ວນໃຫຍ່ບໍ່ຢາກໄປປະຈໍາຢູ່ໂຮງຮຽນໃນເຂດຊົນນະບົດນັ້ນ ກໍເພາະວ່າ ບໍ່ຢາກ
ໃຊ້ຊີວິດຢ່າງລໍາບາກ ແລະທີ່ສໍາຄັນອີກປະການນຶ່ງກໍຄື ຄູໃນເຂດຊົນນະບົດ ຍັງໄດ້ຮັບເງິນ
ເດືອນບໍ່ຕົງຕາມກໍານົດເວລາອີກດ້ວຍ. ໃນຂະນະທີ່ຄູໃນເຂດຕົວເມືອງນັ້ນ ມີທັງຄວາມສະ
ດວກ ສະບາຍໃນການໃຊ້ຊີວິດ ແລະໄດ້ຮັບເງິນເດືອນຕາມກໍານົດເວລາໂດຍຜ່ານ ລະບົບ
ທະນາຄານອີກດ້ວຍ. ດ້ວຍສະພາບການທີ່ເປັນຢູ່ນີ້ ຈຶ່ງເຮັດໃຫ້ເຂດຕົວເມືອງມີຈໍານວນຄູ
ເກີນລະດັບຄວາມຕ້ອງການ, ໃນຂະນະທີ່ຄູແຕ່ລະຄົນທີ່ຢູ່ເຂດຊົນະບົດນັ້ນ ກັບຕ້ອງຮັບ
ພາລະໃນການສອນນັກຮຽນເຖິງ 70 ຄົນ ຫຼື 2 ຫ້ອງຮຽນເປັນຢ່າງໜ້ອຍ.

ໂຮງຮຽນໃນເຂດຊົນນະບົດລາວແຫ່ງນຶ່ງ
ໂຮງຮຽນໃນເຂດຊົນນະບົດລາວແຫ່ງນຶ່ງ

ນອກຈາກນັ້ນ ກໍປະກົດວ່າ ໂຮງຮຽນໃນ
ເຂດຊົນນະບົດໄດ້ຮັບໂຄຕ້າໃນການເພີ່ມ
ຈໍານວນຄູທີ່ຕໍ່າກວ່າລະດັບຄວາມຄວາມ
ຕ້ອງການທີ່ເປັນຈິງ ທັງຍັງໄດ້ຮັບທຶນ
ສະໜັບສະໜູນສໍາລັບການສ້າງຄູຊົນນະ
ບົດ ໃນແຕ່ລະປີຢ່າງຈໍາກັດອີກດ້ວຍ ໂດຍ
ສະເພາະແມ່ນການສ້າງຄູທີ່ເຜົ່ານັ້ນດັ່ງທີ່
ເຈົ້າໜ້າທີ່ແຜນການກະຊວງສຶກສາໃນ
ແຂວງຄໍາມ່ວນໄດ້ໃຫ້ການອະທິບາຍເຖິງ
ສະພາບການດັ່ງກ່າວນີ້ວ່າ:

ໂຕເລກຂອງກະຊວງ ຫຼືຂອງແຂວງໃຫ້ເຮົານັ້ນ ມັນບໍ່ໄດ້ຕາມຄວາມຕ້ອງການ, ສົມມຸດວ່າເຮົາຕ້ອງການຊາວຄົນຊິໄປຍົກລະດັບໃນປີນີ້ແຕ່ວ່າເພິ່ນປ່ອຍມາໃຫ້ເຮົາ
ພັດ ຫ້າ, ຫົກຕົວເລກ ແຕ່ມັນຈົບມາແຕ່ລະ
ລຸ້ນຫັ້ນບໍ່ພຽງພໍຕາມຄວາມຕ້ອງການ.

ໃນປັດຈຸບັນຢູ່ທົ່ວປະເທດລາວ ມີຈຳນວນຄູທັງໝົດຫຼາຍກ່ວາ 63,000 ຄົນ ເຊິ່ງໃນນີ້ກໍມີ
ຢູ່ປະມານ 37,000 ຄົນ ທີ່ເປັນຄູໃນໂຮງຮຽນຂອງລັດຖະບານ. ສ່ວນທີ່ເຫຼືອ ກໍເປັນຄູ
ຕາມສະຖານສຶກສາຂອງພາກເອກະຊົນ ໂດຍສ່ວນໃຫຍ່ກໍຄືບັນດາຄູ ທີ່ບໍ່ຍອມໄປປະຈໍາ ຢູ່ໂຮງຮຽນຂອງລັດຖະບານໃນເຂດຊົນນະບົດນັ້ນເອງ.

ແຕ່ຢ່າງໃດກໍຕາມ ທ່ານພັນຄໍາ ວິພາວັນ ລັດຖະມົນຕີແລະເລຂາພັກກະຊວງສຶກສາ ແລະ
ກິລາ ຖະແຫລງຢືນຢັນວ່າ ເປົ້າໝາຍສໍາຄັນຂອງແຜນຍຸດທະສາດ ການປະຕິຮູບການສຶກ
ສາແຫ່ງຊາດ ຈາກປັດຈຸບັນເຖິງປີ 2015 ກໍຄືການຂະຫຍາຍໂອກາດທາງດ້ານການສຶກສາ
ເພື່ອຄົນລາວທຸກຄົນ.

XS
SM
MD
LG