ລິ້ງ ສຳຫລັບເຂົ້າຫາ

ຢູແນັສໂກສົມທຽບ ການສຶກຂອງລາວ ໃສ່ເຂດເອເຊຍ ຕາເວັນອອກ, ຕອນທີ 2

  • ໄພສານ ວໍຣະຈັກ

ນັກຮຽນ ທີ່ໂຮງຮຽນມັດທະຍົມປາຍວຽງຈັນ ຊຶ່ງເປັນໂຮງຮຽນທີ່ມີຊື່ສຽງ ດ້ານຄຸນນະພາບ ດ້ານການສຶກສາແຫ່ງນຶ່ງ ໃນລະດັບຊາດຂອງລາວ

ຂ້າງລຸ່ມນີ້ແມ່ນ ​ຕອນ​ທີ​ສອງຂອງລາຍ​ງານ​ການຕິດຕາມເບິ່ງຄວາມກ້າວໜ້າຂອງການສຶກສາ ສຳລັບ​ທຸກ​ຄົນ​ຢູ່​ໃນ​ທົ່ວ​ໂລກ ຫຼື Education for All ຂອງອົງການຢູ​ແນັສ​ໂກ ​ທີ່​ສົມ​ທຽບ ​ໂຕ​ເລກຜົນ​ການ​ປະ​ຕິ​ບັດ 6 ​ເປົ້າ​ໝາຍຂອງ​ໂຄງການ EFA ຂອງ​ຂົງ ເຂດ​ເອ​ເຊຍ​ປາຊີ​ຟິກ ກັບ ສປປ ລາວ ຊຶ່ງໄພສານຈະ​ນໍາມາສະເໜີທ່ານ​.

ໂຄງ​ການ Education for All ຫຼືການສຶກສາ​ສຳລັບ​ທຸກ​ຄົນ ຊຶ່ງ​ເປັນ​ເປົ້າໝາຍສະຫັດສະ
ວັດຂອງອົງການສະຫະປະຊາຊາດນັ້ນ ແມ່ນຄວາມ​ໝາຍ​ໝັ້ນຕັ້ງ​ໃຈ​ຂອງ​ນາໆ​ຊາດ ​ທີ່​ໄດ້​ມີ
ການ​ຕົກ​ລົງຮັບ​ເອົາ ​ໂດຍ​ລັດຖະບານ​ຂອງ​ປະ​ເທດ​ຕ່າງໆ ອົງການ​ຈັດຕັ້ງນາໆຊາດ​ ທີ່​ບໍ່​ຂຶ້ນ
ກັບ​ລັດຖະບານ ພະ​ແນ​ກການ​ຕ່າງໆ​ຂອງ​ອົງການ​ສະຫະ​ປະຊາຊາດ ​ແລະ​ຄູ່​ພັດທະນາ​ນັ້ນ ​
ແມ່ນ​ມີ​ເປົ້າໝາຍ​ຢູ່ 6 ຂໍ້ດ້ວຍກັນກໍ​ຄື 1. ເສີມ​ຂະຫຍາຍ​ແລະ​ປັບປຸງ​ການ​ລ້ຽງດູແລະ
ໃຫ້ການ​ສຶ​ກສາ​ແກ່​ເດັກ ຕັ້ງ​ແຕ່​ຍັງ​ນ້ອຍໆ 2.​ ເອື້ອ​ອໍານວຍໃຫ້​ທຸກໆ​ຄົນ​ ໄດ້​ຮັບ
ການສຶກສາລະ​ດັບ​ປະຖົມ​ໃນ​ທົ່ວ​ໂລກ 3. ເອື້ອ​ອໍານວຍ​ໃຫ້​ທຸກໆ​ຄົນ​ໄດ້​ມີ​ໂອກາດ
ຮໍ່າຮຽນ​ເອົາ​ຄວາມ​ຮູ້​ຄວາ​ມຊໍານານ​ ຕິດ​ໂຕ​ໄປ​ຕະຫລອດ​ຊີວິດ 4. ເອື້ອ​ອໍາ​ນວຍ​
ໃຫ້​ທັງ​ເດັກ​ແລະ​ຜູ້​ໃຫຍ່​ ສາມາດ​ອ່ານ​ອອກ​ຂຽນ​ໄດ້ 5. ລົບ​ລ້າງ​ຄວາມ​ແຕກ​ຕ່າງ​
ທາງ​ເພດ​ສໍາລັບ​ໂອກາດ​ໃນ​ການ​ສຶກສາ​ທັງ​ໃນ​ຂັ້ນປະຖົມ​ແລະ​ມັດທະຍົມແລະ 6. ​
ປັບປຸງ​ຄຸນ​ນະພາ​ບຂອງ​ການ​ສຶກສາ​ໃນ​ທຸກໆ​ດ້ານ.

ລາຍ​ງານ​ຂອງ​ອົງການ​ຢູ​ແນັສ​ໂກ​ໄ​ດ້ສົມ​ທຽບ​ໃຫ້​ເຫັນລະຫວ່າງ​ໂຕ​ເລກ​ຂອງລາວ​ແລະ​ຂອງ​ຂົງ
ເຂດ​ເອ​ເຊຍ​ປາຊີ​ຟິກ​ໃນ​ການດໍາ​ເນີນ​ຄວາມ​ພະຍາຍາມ​ເພື່ອ​ໃຫ້​ບັນລຸ 6 ​ເປົ້າໝາຍ​ນັ້ນ​ດັ່ງ​ນີ້:

ສໍາລັບ​ເປົ້າໝາຍ​ທີ 1 ກໍຄື ເສີມ​ຂະຫຍາຍ​ແລະ​ປັບປຸງ​ການ​ລ້ຽງດູ ແລະ​ໃຫ້ການ​ສຶ​ກ
ສາ​ແກ່​ເດັກ ​ຕັ້ງ​ແຕ່​ຍັງ​ນ້ອຍໆ
ນັ້ນ ລາຍ​ງານ​ເວົ້າວ່າ ການ​ສຶກສາ​ສາມາດ​ຊ່ອຍ​ຊີວິດ​ໄດ້.
ການ​ສຶກສາ​ສຳລັບ​ຜູ້ເປັນ​ແມ່​ແລະ​ຄວາມ​ຢູ່​ດີ​ກິນ​ຂອງ​ຄອບຄົວ ​ແມ່ນມີ​ສ່ວນພົວພັນ​ກັບ​ການ
ສ່ຽງ​ຕໍ່​ການ​ເສຍ​ຊີວິດ​ຂອງ​ພວກ​ເດັກນ້ອຍ.

ກ່ຽວ​ກັບ​ຈຸດ​ສໍາຄັນ​ອັນ​ທໍາ​ອິດ​ຂອງ​ເປົ້າ​ໝາຍ​ນີ້ກໍ​ຄື​ ການ​ລ້ຽງ​ດູ​ເດັກ ນັ້ນ ລາຍ​ງານ​ເວົ້າ​ວ່າ
ອັດຕາ​ການ​ຕາຍ​ຂອງ​ເດັກນ້ອຍໃນ​ເ​ຂດ​ເອ​ເຊຍ​ຕາ​ເວັນ​ອອກ​ແລະ​ຍ່ານ​ມະຫາ​ສະມຸດ​ປາຊີ​ຟິກ​
ໂດຍ​ສະ​ເລ່ຍ​ແລ້ວແມ່ນ​ໄດ້ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ ​ແຕ່​ແນວ​ໃດ​ກໍ​ຕາມ​ໃນ​ຈໍານວນ​ເດັກນ້ອຍ​
ທຸກໆ 1 ພັນ​ຄົນ​ໃດ​ທີ່​ເກີດ​ມາ​ຢູ່​ໃນ​ຂົງ​ເຂດ 31 ຄົນ​ຈະ​ບໍ່​ມີ​ອາຍຸ​ຮອດ 5 ປີ ສໍາລັບ ສປປ
ລາວ​ແລ້ວໃນ​ໄລຍະແຕ່ປີ 2005 ຫາ 2010 ​ເດັກນ້ອຍ​ທຸກ 1 ພັນ​ຄົນ​ທີ່​ເກີດ​ມາ
50 ຄົນ​ຈະ​ເສຍ​ຊີວິດ​ກ່ອນ​ມີ​ອາຍຸ​ຮອດ 1 ປີແລະ 65 ຄົນ​ຈະບໍ່​ມີ​ອາຍຸເຖິງ 5 ປີ.

ລາຍ​ງານ​ຍັງ​ເວົ້າອີກວ່າ ການ​ຂາດ​ແຄນ​ອາຫານ​ແມ່ນ​ເປັນ​ອຸບປະສັກ​ທີ່​ສຳຄັນຕໍ່​ການ​ບັນລຸ​ເປົ້າ
ໝາຍການ​ສຶກສຳລັບ​ທຸກ​ຄົນ​ຫຼື Education for All. ການ​ຖີບ​ໂຕ​ສູງ​ຂຶ້ນຂອງ​ລາຄາ​ອາຫານ​
ໃນ​ປີ 2008 ​ປະກອບ​ກັບ​ສະພາບ​ເສດຖະກິດ​ຕົກ​ຕໍ່າຂອງ​ໂລກ​ຍັງ​ສືບ​ຕໍ່ເປັນ​ອຸບປະສັກຕໍ່​ການ
ດຳ​ເນີນ​ຄວາມພະຍາຍາມ ​ເພື່ອ​ຕໍ່ຕ້ານ​ຄວາມ​ອຶດ​ຢາກ​ຢູ່​ໃນ​ຫຼາຍໆ​ປະ​ເທດ​ຂອງ​ຂົງ​ເຂດ. ລາຍ
ງານ​ພົບ​ວ່າ ປະມານ 40% ຂອງ​ພວກ​ເດັກນ້ອຍທີ່​ມີ​ອາຍຸ​ຕໍ່າ​ກວ່າ 5 ປີ​ ໃນ​ເຂດ​ເອ​ເຊຍ​ຕາ
ເວັນ​ອອກ ມີການເຕີບໂຕ​ຢ່າງ​ຊັກ​ຊ້າ​ ໃນ​ລະດັບ​ຜ້ານ​ກາງຫາ​ຮ້າຍ​ແຮງ ຍ້ອນ​ຜົນ​ກະທົບ​ຈາກ
ຄວາມ​ອຶດຫິວ. ສ່ວນ​ອັດຕາ​ຂອງ​ເດັກນ້ອຍ​ຢູ່​ລາວ​ ທີ່​ໄດ້​ຮັບ​ຜົນ​ກະທົບແບບ​ນີ້ ແມ່ນມີ​ສູງ​ເຖິງ
48%.

ສໍາລັບ​ຈຸດ​ສໍາຄັນ​ອັນ​ທີ​ສອງ​ຂອງ​ເປົ້າ​ໝາຍ​ນີ້ ກໍ​ຄື​ການ​ສຶກສາ​ຂອງ​ເດັກນ້ອຍ ນັ້ນລາຍ​ງານ
ເວົ້າວ່າໂອກາດ​ທາງ​ດ້ານ​ການ​ສຶກສາ​ແມ່ນ​ຕ້ອງຫຼໍ່ຫຼອມ​ຂຶ້ນດົນກ່ອນ​ທີ່​ເດັກນ້ອຍ​ຈະ​ເຖິງ​ໄວ​ເຂົ້າ​
ໂຮງຮຽນ. ພາສາ​ ຄວາມ​ສາມາດຮັບຮູ້ ແລະ​ຄວາມ​ສາມາດ​ທາງ​ດ້ານ​ສັງຄົມ​ທີ່​ພວກ​ເຂົາ​ເຈົ້າ
ໄດ້​ຮຽນ​ຮູ້​ໃນ​ຕອນ​ທີ່​ຍັງ​ເປັນ​ເດັກນ້ອຍ​ນັ້ນ ​ແມ່ນ​ພື້ນຖານ​ທີ່​ແທ້​ຈິງ​ສຳລັບ​ການ​ຮຽນ​ຮູ້​ຕະ​ຫລອດ​
ຊີວິດ.

ລາຍ​ງານ​ພົບ​ວ່າ​ ໃນ​ປີ 2008 ມີເດັກນ້ອຍຫຼາຍກວ່າ 39 ລ້ານ​ຄົນ​ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​
ອອກ ໄດ້​ຮັບ​ການ​ສຶກສາ​ໃນ​ຂັ້ນ​ອະນຸບານ ຊຶ່ງ​ໄດ້​ເພີ່ມ​ຂຶ້ນ 2 ລ້ານ 6 ​ແສນ​ຄົນ ​ນັບ​ແຕ່​ປີ
1999 ​ເປັນຕົ້ນມາ. ​ແຕ່​ແນວ​ໃດກໍ​ຕາມໂຕ​ເລກ​ 39 ລ້ານ​ຄົນ​ນັ້ນ ​ແມ່ນ​ເທົ່າ​ກັບ 48% ​ເທົ່າ​
ນັ້ນຂອງ​ພວກ​ເດັກນ້ອຍ​ໃນ​ໄວ​ອະນຸບານດັ່ງນັ້ນຈຶ່ງຍັງ​ມີ​ເດັກນ້ອຍ​ອີກໃນຈຳນວນ​ຫຼວງຫຼາຍ
ທີ່ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ສຶກສາ​ຂັ້ນ​ນີ້​ເທື່ອ.

ສ່ວນ​ຢູ່ ສປປ ລາວ​ນັ້ນກໍມີເດັກນ້ອຍ​ໃນ​ຈຳນວນ​ຫຼາຍຂຶ້ນໄດ້​ຮັບ​ການສຶກສາຂັ້ນ​ອະນຸບານ. ​
ໃນ​ປີ 1999 ມີ​ເດັກນ້ອຍ 8% ​ຫຼື 37,000 ຄົນ ໄດ້​ຮັບ​ການ​ສຶກສາກ່ອນ​ເຂົ້າ​ໂຮງຮຽນປະ
ຖົມແລະ​ອັດຕາ​ດັ່ງກ່າວ​ໄດ້​ເພີ່ມ​ຂຶ້ນເກືອບ 2 ​ເທົ່າເປັນ 15% ຫຼື​ 70,000 ຄົນໃນປີ 2008
ຊຶ່ງ​ໃນ​ປີ​ດຽວກັນນີ້ ມີ 14% ​ຂອງພວກ​ເດັກນ້ອຍ​ ໄວ​ອະນຸບານທັງ​ໝົດ ໄດ້ເຂົ້າໂຮງຮຽນ.
ໃນ​ນັ້ນ 50% ​ເປັນເດັກນ້ອຍແມ່ຍິງ.

ກ່ຽວ​ກັບເປົ້າໝາຍ​ທີ 2 ຄື​ ການ​ສຶກສາລະ​ດັບ​ປະຖົມສໍາລັບທຸກໆຄົນໃນ​ທົ່ວ​ໂລກ ນັ້ນ
ລາຍ​ງານ​ເວົ້າວ່າ​ໄດ້​ມີ​ຄວາມ​ກ້າວໜ້າ​ແບບ​ບໍ່​ກໍ້າ​ເກິ່ງ​ກັນ​ຢູ່​ໃນ​ທົ່ວ​ໂລກ. ອີງ​ຕາມ​ທ່າ​ອຽງ​ໃນປັດ
ຈຸບັນນີ້ ​ໂລກ​ຂອງ​ເຮົາ​ຈະ​ບໍ່​ສາມ​າດບັນລຸ​ເປົ້າໝາຍ​ທີ່​ໄດ້​ຕັ້ງ​ໄວ້​ຢູ່​ທີ່​ນະຄອນ Dakar ປະ​ເທດ
Senegal ນັ້ນ.

ລາຍ​ງານ​ເວົ້າວ່າສຳລັບ​ເຂດປາຊີ​ຟິກ​ນັ້ນພວມ​ມຸ່ງ​ໜ້າໄປ​ໃນ​ທິດ​ທາງ​ກົງກັນ​ຂ້າມກັບເປົ້າໝາຍ
ນີ້ໂດຍ​ທີ່ອັດຕາ​ການ​ເຂົ້າຮຽນ​ສຸດທິ​ໄດ້​ຫຼຸດລົງ​ຈາກ 90% ມາ​ເປັນ 84% ລະຫວ່າງ​ປີ 1999
ຫາປີ 2008.

ແຕ່ໃນ​ທາງ​ກົງກັນຂ້າມ ຢູ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນອອກ​ແລະ​ຍ່ານປາຊີ​ຟິກນັ້ນກຳປູ​ເຈຍ ລາວ
ແລະ​ Tonga ແມ່ນໄດ້​ທໍາຄວາມ​ກ້າວໜ້າທີ່​ສຳຄັນ ໄປ​ສູ່​ເປົ້າໝາຍ​ຂອງການ​ສຶກສາ​ຂັ້ນປະ
ຖົມສໍາລັບ​ທຸກ​ຄົນ​ໃນ​ໂລກຄື​ອັດຕາ​ເຂົ້າຮຽນສຸດທິ​ໄດ້​ເພີ່ມ​ຂຶ້ນ​ເຖິງ 5 ຫາ 11% ​ໃນລະຫວ່າງ​
ປີ 1999 ຫາ 2008.

ມີ​ພວກ​ເດັກນ້ອຍ​ຊັ້ນປະຖົມ ​ປະມານ 7 ລ້ານ 9 ​ແສນ​ຄົນ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ແລະ​
ປາຊີ​ຟິກບໍ່​ໄດ້​ເຂົ້າ​ໂຮງຮຽນ​ໃນ​ປີ 2008 ຊຶ່ງຫຼຸດລົງ​ເກືອບ 3 ລ້ານ​ຄົນ​ຈາກ ປີ 2009. ເດັກ
ນ້ອຍ​ຜູ້​ຊາຍ​ແມ່ນ​ປະກອບ​ເປັນ 61% ຂອງ​ຈຳນວນ​ທີ່​ວ່າ​ນີ້.

ຢູ່​ ສປປ ລາວນັ້ນ ຈຳນວນເດັກນ້ອຍ​ທີ່ບໍ່​ໄດ້​ເຂົ້າ​ໂຮງຮຽນ​ໄດ້​ຫຼຸດລົງ​ຈາກ 165 ພັນຄົນ​ໃນ​ປີ
1999 ມາ​ເປັນ 142,000 ຄົນໃນ​ປີ 2008 ​ໃນ​ນັ້ນ 54% ແມ່ນ​ເປັນ​ເດັກນ້ອຍ​ແມ່ຍິງ ສຳ
ລັບ​ເດັກນ້ອຍຊັ້ນປະຖົມ ​ທີ່ໄດ້​ເຂົ້າຮຽນ​ນັ້ນກໍມີ​ຈຳນວນ​ເພີ່ມ​ຂຶ້ນຈາກ 78% ​ໃນ​ປີ 1999 ມາ​
ເປັນ 82% ​ໃນ​ປີ 2008.

ລາຍ​ງານ​ເວົ້າວ່າ ສຳລັບ​ພວກ​ເດັກນ້ອຍ ​ທີ່​ໄດ້​ເຂົ້າຮຽນ​ໃນ​ຊັ້ນປະຖົມຕາມເກນອາຍຸໃນ​ເຂ​ດ
ເອ​ເຊຍຕາ​ເວັນ​ອອກນັ້ນ ມີຫຼາຍກວ່າ 92% ​ໄດ້​ຮຽນ​ຈົບ​ຊັ້ນສຸດ​ທ້າຍໃນປີ 2007. ​ແຕ່​ແນວ​
ໃດ​ກໍ​ຕາມລ​າຍງານ​ເວົ້າວ່າ ການ​ຮຽນ​ຈົບ​ຂັ້ນປະ ຖົມ​ຍັງ​ສືບ​ຕໍ່​ເປັນ​ບັນຫາ​ສຳຄັນ​ຢູ່​ໃນ​ຫລາຍ
ປະ​ເທ​ດເຊັ່ນ ກຳປູ​ເຈຍ​ແລະ​ລາວ ບ່ອນ​ທີ່​ອັດຕາ​ການ​ຮຽນ​ຈົບ​ແມ່ນ​ຍັງ​ຕໍ່າ​ກວ່າ 70%.

ອັດຕາ​ການ​ຮຽນ​ຈົບ​ຊັ້ນປະຖົມ​ຢູ່​ລາວ ແມ່ນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນຈາກ 54% ​ໃນ​ປີ
1999 ມາເປັນ 67% ​ໃນ​ປີ 2007. ອັດຕາ​ການ​ອອກ​ໂຮງຮຽນ​ຫລືຮຽນ​ບໍ່​ຈົບ​ຊັ້ນປະຖົມ​ຢູ່​
ລາວກໍ​ໄດ້ຮັບ​ການປັບປຸງ​ໃຫ້​ດີ​ຂຶ້ນ ຄື​ 33% ​ໃນ​ປີ 2007 ​ລຸດລົງ 13% ​ຈາກອັດຕາ 46%
ໃນ​ປີ 1999.

ຢູ່​ໃນ​ທົ່ວ​ໂລກ ມີ​ພວກ​ເດັກນ້ອຍ​ຊັ້ນປະຖົມປະມານ 67 ລ້ານ​ຄົນ ບໍ່​ໄດ້​ເຂົ້າໂຮງຮຽນ​ໃນ​ປີ
2008 ຂະນະ​ທີ່​ໃນ​ເຂດ​ເອ​ເຊຍ​ປາຊີ​ຟິກ ຈຳນວນເດັກນ້ອຍ ທີ່​ບໍ່​ໄດ້ເຂົ້າຮຽນ​ໄດ້​ຫຼຸດລົງ​ຈາກ
48 ລ້ານ​ຄົນໃນ​ປີ 1999 ມາເປັນ 26 ລ້ານ​ຄົນ​ໃນ​ປີ 2008 ​ແລະ​ຢູລາວ ຈຳນວນເດັກ​
ນ້ອຍ​ທີ່​ບໍ່​ໄດ້​ເຂົ້າຮຽນກໍ​ຫຼຸດຈາກ 165,000 ຄົນ ​ໃນ​ປີ 1999 ມາ​ເປັນ 140,000 ຄົນ​ໃນປີ
2008 ຊຶ່ງ 54% ແມ່ນ​ເປັນເດັກນ້ອຍ​ແມ່ຍິງ.

ເປົ້າໝາຍ​ທີ 3 ຂອງ​ໂຄງການ EFA ຄື​ ການຮໍ່າຮຽນ​ເອົາ​ຄວາມ​ຮູ້​ຄວາ​ມຊໍານານ​ຕິດ​
ໂຕ​ໄປ​ຕະຫລອດ​ຊີວິດ
ນັ້ນ​ ແມ່ນ​ມີ​ຄວາມ​ສຳຄັນຫຼາຍ ຕໍ່​ສະ​ວັດ​ດີພາບ​ຂອງ​ພວກ​ເດັກ
ນ້ອຍ​ແລະ​ຜູ້​ໃຫຍ່ ທີ່​ພົວພັນ​ໄປ​ເຖິງ ​ການ​ມີ​ໂອກາດ​ໄດ້​ທໍາ​ງານ ​ແລະ​ຄວາມ​ອຸດົມ​ຮັ່ງມີ​ທາງ​
ດ້ານ​ເສ​ດຖະກິດ. ລາຍງານເວົ້າວ່າການ​ເຂົ້າຮຽນ​ໃນ​ຊັ້ນມັດທະຍົມ​ຍັງ​ສືບ​ຕໍ່​ມີ​ການ​ຂະຫຍາຍ​
ໂຕ​ຢູ່​ໃນເຂດ​ເອ​ເຊຍ​ຕາ​ເວັນ​ອອກ ແລະ​ຍ່ານ​ມະຫາ​ສະມຸດ​ປາຊີ​ຟິກຊຶ່ງ​ໃນ​ປີ 2008 ມີ​ເກືອບ
164 ລ້ານ​ຄົນໄດ້​ເຂົ້າຮຽນໃນ​ຊັ້ນມັດທະຍົມເພີ່ມ​ຂຶ້ນຈາກຈໍານວນ​ລວມ 130 ລ້ານ​ຄົນ ນັບ
ແຕ່​ປີ 1999 ມາ.

ແຕ່​ແນ​ວ​ໃດ​ກໍ​ຕາມ​ ການ​ເຂົ້າຮຽນໃນ​ຊັ້ນມັດທະຍົມ​ຢູ່​ລາວ​ແມ່ນຍັງ​ຕໍ່າຫຼາຍ ຄື​ໃນ​ປີ 2008
ເດັກນ້ອຍລາວ ​ໃນ​ໄວ​ເຂົ້າ​ໂຮງຮຽນຄືອາຍຸ​ 11 ຫາ 16 ປີນັ້ນ ​ແມ່ນ​ມີ​ທັງ​ໝົດ 940,000 ​
ແຕ່​ຈາກ​ຈຳນວນ​ດັ່ງກ່າວ​ນີ້ມີ​ແຕ່ 412,000 ຄົນ​ທໍ່​ນັ້ນທີ່ໄດ້​ເຂົ້າ​ຮຽນ​ໃນ​ຂັ້ນ​ມັດທະຍົມ. ແມ່
ຍິງ​ແມ່ນ​ປະກອບ​ເປັນ 44% ຂອງຈຳນວນ​ດັ່ງກ່າວ.

ກ່ຽວ​ກັບເປົ້າໝາຍ​ທີ 4 ກໍ​ຄື ການ​ຮູ້​ໜັງສືອ່ານ​ອອກ​ຂຽນ​ໄດ້ ສໍາລັບ​ທຸກໆ​ຄົນ ນັ້ນ
ລາຍ​ງານເວົ້າວ່າ ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ແລະ​ຍ່ານມະຫາ​ສະມຸດ​ປາ​ຊີ​ຟິກ ຍັງ​ສືບ​ຕໍ່​ປະ
ເຊີນ​ກັບ​ບັນຫາ​ການກືກໜັງສືໂດຍ​ທີ່​ຫຼາຍໆ​ປະ​ເທດຍັງ​ຈະ​ບໍ່​ບັນລຸ​ເປົ້າໝາຍ​ໃນ​ຂອບ​ເຂດ
ທີ່​ກວ້າງຂວາງ. ລາຍ​ງານ​ກ່າວ​ວ່າ ຈໍານວນ​ຜູ້ໃຫຍ່​ທີ່ກືກ​ໜັງສື​ໃນເຂດດັ່ງກ່າວ​ ໄດ້​ຫຼຸດລົງ​
ປະມານ 105 ລ້ານ​ຄົນ ຫຼື 54% ຈາກ​ໄລຍະ 15 ປີ​ກ່ອນ. ​ໃນ​ຈຳນວນ​ນີ້ 71% ​ແມ່ນ
ເປັນ​ແມ່ຍິງແລະ​ຫຼາຍກວ່າ 3 ສ່ວນ 4 ຂອງ​ພວກ​ຜູ້​ໃຫຍ່​ທີ່​ກືກ​ໜັງສືແມ່ນ​ອາ​ໄສ​ຢູ່​ໃນພຽງ
ແຕ່​ 2 ປະ​ເທດ​ ຄື​ຈີນ​ແລະ​ອິນ​ໂດ​ເນ​ເຊຍ.

ຢູ່​ປະ​ເທດລາວໃນ​ລະຫວ່າງປີ 2005 ຫາ 2008 ມີ​ຜູ້​ໃຫຍ່​ທີ່ກືກ​ໜັງສື 961,000 ຄົນໃນ
ນັ້ນ 69% ແມ່ນເປັນແມ່ຍິງ. ມີການຄາດຄະເນກັນວ່າໃນປີ 2015 ພວກກືກໜັງສືຢູ່ລາວ
ຈະມີຈຳນວນ 936 ພັນຄົນ ໂດຍຈະມີແມ່ຍິງ ປະກອບເປັນ 68% ຂອງ​ໂຕ​ເລກນີ້. ແຕ່ປີ
2005 ຫາປີ 2008 ມີ ພວກຊາວໜຸ່ມອາຍຸລະຫວ່າງ 15 ຫາ 24 ປີ ຈຳນວນ 197,000
ຄົນ ກືກໜັງສືຢູ່ລາວ. ໃນຈຳນວນນີ້ 66% ແມ່ນເປັນແມ່ຍິງແລະມີການຄາດຄະເນກັນວ່າ
ຈຳນວນຊາວໜຸ່ມທີ່ກືກໜັງສື ຈະລຸດລົງ​ມາ​ເປັນ 151,000 ຄົນໃນປີ 2015 ໂດຍ 64%
ຈະເປັນແມ່ຍິງ.

ຄວາມບໍ່ກໍ້າເກິ່ງທາງເພດ ໃນການອ່ານອອກຂຽນໄດ້ຂອງພວກຜູ້​ໃຫຍ່ ຍັງມີຢູ່ຕໍ່ມາໃນ
ເຂດເອເຊຍຕາເວັນອອກ ແລະຍ່ານມະຫາສະມຸດປາຊີຟິກ. ອັດຕາການອ່ານອອກຂຽນ
ໄດ້ຂອງພວກແມ່ຍິງ ຢູ່ໃນຂົງເຂດນີ້ ໃນປີ 2008 ແມ່ນ 91% ສົມທຽບໃສ່ 96% ຂອງ
ພວກຜູ້ຊາຍ. ແຕ່ວ່າຢູ່ ສປປ ລາວ ນັ້ນອັດຕາການອ່ານອອກຂຽນໄດ້ຂອງພວກແມ່ຍິງ
ແມ່ນ 19% ຕໍ່າກວ່າພວກຜູ້ຊາຍ. ອັດຕາການ ຮູ້ໜັງສືຍັງມີຄວາມກ່ຽວຂ້ອງຢ່າງສຳຄັນ
ກັບຄວາມຮັ່ງມີ ແລະບ່ອນຢູ່ຂອງຄອບຄົວໂດຍທີ່ພວກແມ່ຍິງທີ່ທຸກຍາກຢູ່ໃນເຂດຊົນນະ
ບົດແມ່ນພວກ​ທີ່​ດ້ອຍ​ໂອກາດ​ດ້ານ​ການ​ສຶກສາ​ຫລາຍ​ທີ່​ສຸດ.

ສໍາລັບເປົ້າໝາຍ​ທີ 5 ກໍ​ຄື ຄວາມກໍ້າ​ເກິ່ງ​ກັນທາງ​ເພດໃ​ນການ​ສຶກສາ ນັ້ນ ລາຍ
ງານຂອງຢູແນສໂກເວົ້າວ່າ ​ໄດ້​ມີ​ການບັນລຸຄວາມກໍ້າເກິ່ງກັນທາງເພດໃນລະດັບຊັ້ນປະ
ຖົມຢູ່ໃນ 19 ປະເທດໃນຈຳນວນທັງ​ໝົດ 27 ປະເທດຢູ່ ໃນຂົງເຂດ.

ສ່ວນຢູ່ລາວ ບໍ່ມີທ່າທາງວ່າ ລາວຈະບັນລຸຄວາມເທົ່າທຽມກັນທາງເພດ ຢູ່ໃນລະດັບຊັ້ນ
ປະຖົມເທື່ອ ແລະມີທ່າທາງວ່າ​ ລາວ​ແຮ່ງ​ຈະ​ກ້າວ​ໄປໃນທາງກົງກັນຂ້າມກັບເປົ້າໝາຍດັ່ງ
ກ່າວນັ້ນ​ຊໍ້າ. ໃນລະດັບມັດທະຍົມນັ້ນ ມີນັກຮຽນຜູ້ຊາຍໄດ້ເຂົ້າຮຽນຫຼາຍກວ່ານັກຮຽນແມ່
ຍິງ ໃນ ປີ 2008 ຜ່ານມາຄືມີນັກຮຽນຊາຍ 48% ແລະນັກຮຽນຍິງ 39%.

ສຳລັບເປົ້າໝາຍ​ທີ 6 ຄື ຄຸນ​ນະພາ​ບຂອງ​ການ​ສຶກສາ ນັ້ນ ລາຍງານເວົ້າວ່າ ຈຳນວນ
ນັກຮຽນຕໍ່ນາຍຄູຜູ້ນຶ່ງ​ ໃນ​ຊັ້ນ​ປະຖົມຢູ່ລາວ ແມ່ນໄດ້ຮັບການປັບປຸງ ໃຫ້ດີຂຶ້ນໜ້ອຍ​ນຶ່ງ ຄື
ຈາກນັກຮຽນ 31 ຄົນຕໍ່ນາຍຄູຜູ້ນຶ່ງໃນປີ 1999 ຫຼຸດລົງມາເປັນ 30 ຄົນຕໍ່ນາຍຄູຜູ້ນຶ່ງໃນ
ປີ 2008. ໃນລະດັບອະນຸບານແລະມັດທະ ຍົມນັ້ນ ອັດຕາກັບ​ສູງຂຶ້ນ ຈາກນັກຮຽນ 18
ຄົນຕໍ່ນາຍຄູຜູ້ນຶ່ງໃນປີ 1999 ມາເປັນ 19 ຄົນຕໍ່ນາຍຄູຜູ້ນຶ່ງໃນປີ 2008 ສຳລັບຊັ້ນ​ອະນຸ
ບານແລະນັກຮຽນ 20 ຄົນຕໍ່ນາຍຄູຜູ້ນຶ່ງໃນປີ 1999 ມາເປັນນັກຮຽນ 23 ຄົນຕໍ່ນາຍ ຄູ
ຄົນນຶ່ງໃນປີ 2008 ສຳລັບຊັ້ນມັດທະຍົມ.

XS
SM
MD
LG