ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ມີແຜນຈະຂຶ້ນເງິນເດືອນ ໃຫ້ແກ່ຄູ ໃນທົ່ວປະເທດ


تنہائی کے لمحات گزارنے کے مختلف انداز
تنہائی کے لمحات گزارنے کے مختلف انداز

ລັດຖະບານລາວອະນຸມັດ ​ແຜນການ​ປັບ​ຂຶ້ນ​ເງິນ​ເດືອນ​ໃຫ້​ແກ່​ຄູ-ອາຈານ ​ໃນ​ທົ່ວ​ປະ​ເທດ ​ໂດຍ​ຫວັງ​ວ່າ ຈະ​ເຮັດ​ໃຫ້​ຄຸນ​ນະພາ​ບການ​ສຶກສາ​ດີ​ຂຶ້ນ ​ແລະ​ດຶງ​ດູດ​ບຸກຄະລາ​ກອນ​ທີ່​ມີຄວາມ​ຮູ້ ຄວາມ​ສາມາດ​ໃຫ້​ໄດ້​ຫລາຍ​ຂຶ້ນ.

ກອງປະຊຸມຂອງຄະນະລັດຖະບານລາວ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ​ທອງ​ສິງ
ທໍາ​ມະ​ວົງນາຍົກລັດຖະມົນຕີ​ລາວ ໄດ້ມີມັດຕິອະນຸມັດ​ແຜນການ​ປັບ​ຂຶ້ນ​ເງິນ​ເດືອນ​ໃຫ້
​ແກ່​ຄູ-ອາຈານ ​ໃນ​ທົ່ວ​ປະ​ເທດ​ໃນ​ທ້າຍ​ເດືອນມັງກອນ​ນີ້ ​ໂດຍ​ຫວັງ​ວ່າຈະ​ເປັນ​ຜົນ​ເຮັດ​
ໃຫ້​ບັນດາ​ຄູ-ອາຈານ ມີ​ສະພາບ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ ອັນ​ຈະ​ສົ່ງ​ຜົນ​ຕໍ່​ເນື່ອງ​ໄປ​ເຖິງ
ການ​ພັດທະນາ​ເພື່ອ​ຍົກ​ລະດັບ​ການ​ສຶກສາ​ຂອງ​ລາວ​ໃຫ້​ດີ​ຂຶ້ນ ອີກ​ດ້ວຍ.

ນອກຈາກ​ນີ້ ຄະນະ​ລັດຖະບານລາວກໍ​ຍັງຄາດ​ຫວັງ​ອີກ​ດ້ວຍວ່າການ​ປັບ​ຂຶ້ນ​ເງິນ​ເດືອນ
ໃຫ້​ແກ່​ບັນດາ​ຄູ-ອາຈານ​ເປັນ​ກໍລະນີ​ພິ​ເສດ​ໃນ​ຄັ້ງນີ້ ຈະ​ເປັນ​ປັດ​ໃຈ​ທີ່​ຊ່ວຍ​ດຶງ​ດູດ​ເອົາ​
ບຸກຄະລາ​ກອນ ທີ່​ມີ​ຄວາມ​ຮູ້ ຄວາມ​ສາມາດ​ໃຫ້ເຂົ້າມາມີ​ສ່ວນ​ຮ່ວ​ມ​ໃນ​ການ​ພັດທະນາ
​ຄຸນ​ນະພາ​ບການ​ສຶກສາ​ຂອງ​ລາວ​ໃຫ້ໄດ້ມາດຕະຖານ ຂອງ​ກຸ່ມ​ອາຊຽນດ້ວຍ​ກັນ ​ແລະ
​ໄດ້​ມາດຕະຖານ​ສາກົນ​ເທື່ອ​ລະ​ກ້າວ​ອີກ​ດ້ວຍ.

ທ່ານ​ນາງ​ບຸນ​ເພັງ ມູນ​ໂພ​ໄຊ ລັດຖະມົນຕີ​ປະ​ຈໍາ​ສໍານັກງານ​ນາຍົກລັດຖະມົນຕີ ​ແລະ​ໂຄສົກ​ຄະນະ​ລັດຖະບານ​ລາວ
ທ່ານ​ນາງ​ບຸນ​ເພັງ ມູນ​ໂພ​ໄຊ ລັດຖະມົນຕີ​ປະ​ຈໍາ​ສໍານັກງານ​ນາຍົກລັດຖະມົນຕີ ​ແລະ​ໂຄສົກ​ຄະນະ​ລັດຖະບານ​ລາວ

ດັ່ງ​ທ່ານ​ນາງ​ບຸນ​ເພັງ ມູນ​ໂພ​ໄຊ ລັດຖະມົນຕີ​ປະ​ຈໍາ​ສໍານັກງານ​ນາຍົກລັດຖະມົນຕີ ​ແລະ​ໂຄສົກ​ຄະນະ​ລັດຖະບານ​ລາວ ​ໄດ້​ຖະ​ແຫລ​ງຊີ້​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

“​ເພື່ອ​ປັບປຸງ​ກົນ​ໄກ​ການ
​ຄຸ້ມ​ຄອງ​ໃຫ້​ຄູ​ສອນ ປະຕິ
ບັດໜ້າທີ່​ຢ່າງ​ມີ​ປະສິດທິ​
ຜົນ​ສູງ ຊຸກຍູ້​ສົ່ງ​ເສີມ ​ແລະ
​ດຶງດູດ ​ໃຫ້​ຄົນ​ຢາກຮຽນ
​ແລະ​ເປັນ​ຄູ ປັບປຸງ​ເງິນ​ເດືອນ ​ແລະ​ສິ່ງ​ຈູງ​ໃຈ​ໃຫ້​ສູງ​ຂຶ້ນ ດ້ວຍ​ການ​ປັບປຸງ ລະບົບ​ການຈັດ​ສັນ​ຂັ້ນ​ເງິນ​ເດືອນຂອງ​ຄູ​ໃຫ້​ແຕກ​ຕ່າງ​ກັບ​ລັດຖະກອນ​ທົ່ວ​ໄປ ຍົກ​ສະຖານະພາ​ບ ຖານະ​ບົດບາດ ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂອງ​ຄູ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ​ກໍ​ຍັງ​ບໍ່ທັນ​ໄດ້​ໃຫ້​ລາຍ​ລະອຽດວ່າຈະ​ມີ​ການ​ປັບ​ຂຶ້ນ​ເງິນ​
ເດືອນ​ ໃຫ້​ແກ່​ບັນດາ​ຄູ-ອາຈານ​ໃນ​ສັດສ່ວນ​ເທົ່າ​ໃດ​ແທ້ ​ເນື່ອງ​ຈາກ​ວ່າ ຍັງ​ຈະ​ຕ້ອງ​ສະ​ເໜີ
​ແຜນການ​ດັ່ງກ່າວ ຕໍ່ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ ​ເພື່ອ​ໃຫ້ກາ​ນຮັບຮອງ ​ແລະ​ອະນຸມັດ
​ແຜນການ​ຢ່າງ​ເປັນ​ທາງ​ການ​ເສຍ​ກ່ອນ ຊຶ່ງ​ຄາດໝາຍວ່າ ສະພາ​ແຫ່ງ​ຊາດ​ລາວ ຈະ​ມີ​ການ
​ປະຊຸມ​ສະ​ໄໝສາມັນ​ຄັ້ງທີ 3 ພາຍ​ໃນ​ເດືອນ​ມິຖຸນາ ປີນີ້.

ກ່ອນໜ້ານີ້ ທ່ານ ລີຕູ ບົວປາວ, ລັດຖະມົນຕີ ຊ່ວຍວ່າການກະຊວງສຶກສາທິການ ແລະກິ
ລາ ຖະແຫຼງຍອມຮັບວ່າ ໂຮງຮຽນໃນເຂດຊົນນະບົດຍັງ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ຂາດ​ແຄນ
ບຸກຄະລາ​ກອນ​ຄູ​ຕໍ່​ໄປ ເຖິງແມ່ນວ່າ ລັດຖະບານລາວໄດ້ອະນຸມັດໃຫ້ເພີ່ມຈໍານວນຄູໄດ້ເຖິງ
9,600 ຄົນ ​ໃນສົກຮຽນປະຈໍາປີ 2011-2012 ນີ້ກໍຕາມ ຫາກແຕ່ກໍມີຄູພຽງສ່ວນໜ້ອຍທີ່
ໄດ້ສະໝັກໃຈປະຈໍາຢູ່ໂຮງຮຽນໃນເຂດຊົນນະບົດ.

ສາເຫດທີ່ຄູສ່ວນໃຫຍ່ບໍ່ຢາກໄປປະຈໍາຢູ່ໂຮງຮຽນໃນເຂດຊົນນະບົດນັ້ນ ກໍເພາະວ່າ ບໍ່ຢາກ
ໃຊ້ຊີວິດຢ່າງລໍາບາກ ແລະທີ່ສໍາຄັນອີກປະການນຶ່ງກໍຄື ຄູໃນເຂດຊົນນະບົດ ຍັງໄດ້ຮັບເງິນ
ເດືອນບໍ່ຕົງຕາມກໍານົດເວລາອີກດ້ວຍ. ໃນຂະນະທີ່ຄູໃນເຂດຕົວເມືອງນັ້ນ ມີທັງຄວາມສະ
ດວກ ສະບາຍໃນການໃຊ້ຊີວິດ ແລະໄດ້ຮັບເງິນເດືອນຕາມກໍານົດເວລາໂດຍຜ່ານ ລະບົບ
ທະນາຄານອີກດ້ວຍ. ດ້ວຍສະພາບການທີ່ເປັນຢູ່ນີ້ ຈຶ່ງເຮັດໃຫ້ເຂດຕົວເມືອງມີຈໍານວນຄູ
ເກີນລະດັບຄວາມຕ້ອງການ, ໃນຂະນະທີ່ຄູແຕ່ລະຄົນທີ່ຢູ່ເຂດຊົນະບົດນັ້ນ ກັບຕ້ອງຮັບ
ພາລະໃນການສອນນັກຮຽນເຖິງ 70 ຄົນ ຫຼື 2 ຫ້ອງຮຽນເປັນຢ່າງໜ້ອຍ.

ເດັກນອ້ຍນັກຮຽນລາວໃນເຂດຊົນນະບົດແຫ່ງນຶ່ງ
ເດັກນອ້ຍນັກຮຽນລາວໃນເຂດຊົນນະບົດແຫ່ງນຶ່ງ

ໃນປັດຈຸບັນຢູ່ທົ່ວປະເທດລາວ ມີຈຳນວນ
ຄູທັງໝົດຫຼາຍກ່ວາ 63,000 ຄົນ ເຊິ່ງໃນ
ນີ້ກໍມີຢູ່ປະມານ 37,000 ຄົນ ທີ່ເປັນຄູໃນ
ໂຮງຮຽນຂອງລັດຖະບານ. ສ່ວນທີ່ເຫຼືອ
ກໍເປັນຄູຕາມສະຖານສຶກສາຂອງພາກ
ເອກະຊົນ ໂດຍສ່ວນໃຫຍ່ກໍຄືບັນດາຄູທີ່
ບໍ່ຍອມໄປປະຈໍາຢູ່ໂຮງຮຽນຂອງລັດຖະບານ
ໃນເຂດຊົນນະບົດນັ້ນເອງ.

ໃນ​ປັດຈຸບັນ​ນີ້ ​ລາວ​ຈະມີ​ໂຮງຮຽນ​ປະຖົມ​ຢູ່​ເຖິງ 94% ຂອງ​ຈໍານວນ​ໝູ່​ບ້ານ​ທັງ​ໝົດ​ໃນ​ທົ່ວ
​ປະເທດ ແລະ​ໃນຂະນະ​ດຽວ​ກັນ ​ກໍ​ເຮັດ​ໃຫ້ 91.6% ຂອງເດັກນ້ອຍໃນ​ໄວຮຽນທັງ​ໝົດ​
ມີ​ໂອກາດ​ໄດ້​ຮຽນ​ໜັງສື​ໃນ​ລະດັບ​ປະ​ຖົມ ແລະສ່ວນ 68% ກໍ​ໄດ້​ຮຽນ​ຈົນຈົບມັດທະຍົມ
ຕົ້ນກໍ​ຕາມ ຫາກ​ແຕ່​ວ່າໂອກາດໃນ​ການ​ໄດ້​ຮຽນລະດັບ​ມັດທະຍົມ​ປາຍແລະ​ລະດັບ​ປະລິນ
ຍາ​ຕີນັ້ນ ກໍ​ຍັງຄົງ​ມີ​ອັດຕາສະ​ເລ່ຍທີ່​ຕໍ່າ​ຫລາຍ​ ໂດຍສະເພາະແມ່ນໃນລະດັບປລິນຍາຕີນັ້ນ
ມີຄົນລາວບໍ່ເຖິງ 1% ຂອງປະຊາກອນລາວໃນທົ່ວປະເທດ ທີ່ມີໂອກາດໄດ້ຮຽນ.

XS
SM
MD
LG