ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຮງຮຽນ ໃນເຂດຊົນນະບົດ ຂອງ ລາວ ຕ້ອງການ ຄູສອນເຖິງ 19,757 ຄົນ


ທ່ານດາຣາສິງ ວັນ ຫອມສົມບັດ ຢູ່ໃນຫ້ອງສະຕຸຍດີໂອ ຂອງທ່ານ
ທ່ານດາຣາສິງ ວັນ ຫອມສົມບັດ ຢູ່ໃນຫ້ອງສະຕຸຍດີໂອ ຂອງທ່ານ

ໂຮງຮຽນໃນເຂດຊົນນະບົດຂອງ ລາວ ຍັງມີຄວາມຕ້ອງການຄູສອນອີກເຖິງ 19,757
ຄົນ ແຕ່ວ່າລັດຖະບານ ລາວ ໄດ້ກຳນົດໃຫ້ໂຮງຮຽນໃນທົ່ວປະເທດສາມາດບັນຈຸຄູໃໝ່
ໄດ້ພຽງ 1,850 ຄົນເທົ່ານັ້ນ.

ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ
ກິລາໃຫ້ການຢືນຢັນວ່າ ກະຊວງສຶກສາທິການ ແລະ ກິລາໄດ້ທຳການສຳຫຼວດສະ
ພາບການຮຽນ-ການສອນໃນບັນດາໂຮງຮຽນຂອງລັດໃນທົ່ວປະເທດ ເມື່ອບໍ່ນານມານີ້
ພົບວ່າມີໂຮງຮຽນເຖິງ 12,744 ແຫ່ງທີ່ຢູ່ໃນເຂດຊົນນະບົດນັ້ນຍັງປະເຊີນກັບບັນຫາ
ຂາດແຄນຄູສອນ ຄິດເປັນຈຳນວນລວມກັນເຖິງ 19,757 ຄົນແຕ່ໃນຂະນະດຽວກັນກໍ
ພົບວ່າບັນດາໂຮງຮຽນໃນເຂດຕົວເມືອງມີຄູເກີນຄວາມຕ້ອງການເຖິງ 9,664 ຄົນຊຶ່ງໃນ
ຈຳນວນຄູເກີນດັ່ງກ່າວນີ້ ກໍຍັງບໍ່ມີຜູ້ໃດທີ່ອາສາ ຫຼື ສະໝັກໃຈຍ້າຍໄປສອນຢູ່ໂຮງຮຽນ
ໃນເຂດຊົນນະບົດອີກດ້ວຍ.

ຍິ່ງໄປກວ່ານັ້ນ ເມື່ອສົມທົບດ້ວຍການທີ່ລັດຖະບານ ລາວ ມີງົບປະມານຢ່າງຈຳກັດກໍ
ຍັງເຮັດໃຫ້ຕ້ອງມີການກຳນົດໃຫ້ບັນດາໂຮງຮຽນຂອງລັດໃນທົ່ວປະເທດ ສາມາດທີ່
ຈະບັນຈຸຄູໃໝ່ໄດ້ພຽງແຕ່ 1,850 ຄົນເທົ່ານັ້ນໃນຕະຫຼອດປີ 2018 ນີ້ ຊຶ່ງກະຊວງສຶກ
ສາກໍຈະຕ້ອງປະຕິບັດຕາມຢ່າງເຄັ່ງຄັດ ໝາຍຄວາມວ່າບັນດາໂຮງຮຽນໃນເຂດຊົນ
ນະບົດຍັງຈະຕ້ອງປະເຊີນກັບບັນຫາຂາດແຄນຄູຕໍ່ໄປ.

ນອກຈາກນີ້ ການບັນຈຸຄູໃໝ່ຕາມຈຳນວນທີ່ລັດຖະບານ ລາວ ໄດ້ກຳນົດໄວ້ໃນແຕ່ລະ
ປີໂດຍຈັດໃຫ້ມີການສອບເສັງເພື່ອຄັດເລືອກເອົາຄູທີ່ມີເງື່ອນໄຂຢ່າງຄົບຖ້ວນ ແລະ
ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງແຕ່ລະພື້ນທີ່ນັ້ນ ກໍຍັງປາກົດມີການຈັດການ
ສອບເສັງທີ່ບໍ່ໄດ້ມາດຕະຖານ ຈຶ່ງເຮັດໃຫ້ໄດ້ຄູທີ່ບໍ່ມີຄຸນນະພາບ ໂດຍສະເພາະແມ່ນ
ບັນດາຄູອາສາສະໝັກໃນເຂດຊົນນະບົດທີ່ເຂົ້າຮ່ວມການສອບເສັງເພື່ອບັນຈຸເປັນລັດ
ຖະກອນຄູ ໃນສັງກັດກະຊວງສຶກສາດ້ວຍນັ້ນ ກໍປາກົດວ່າຈຳນວນສ່ວນຫຼາຍທີ່ສອບ
ເສັງບໍ່ຜ່ານດັ່ງທີ່ທ່ານນາງ ແສງເດືອນ ໄດ້ໃຫ້ການຢືນຢັນວ່າ.

"ຜ່ານມາໃນແຕ່ລະປີ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຕັ້ງການສອບເສັງບັນຈຸ
ລັດຖະກອນຄູ ແລະ ບໍລິຫານໃໝ່ຢູ່ຂັ້ນແຂວງ, ຂັ້ນເມືອງ ແລະ ສະຖານະການສຶກສາ
ຕ່າງໆຜ່ານການຈັດຕັ້ງປະຕິບັດແຕ່ລະປີກໍໄດ້ມີການຖອດຖອນບົດຮຽນ ແລະ ພົບວ່າ
ມີການສົ່ງຂ່າວຈາກໂຮງຮຽນຕ່າງໆວ່າ ຄູຈຳນວນນຶ່ງທີ່ຮັບເຂົ້າບັນຈຸນັ້ນບໍ່ຖືກຕ້ອງກັບ
ວິຊາການທີ່ໂຮງຮຽນຕ້ອງການ ແລະ ຄຳສົ່ງຂ່າວນີ້ຂ້ອນຂ້າງຫຼາຍສົມຄວນ ບອກວ່າຄູ
ອາສາສະໝັກບໍ່ຄ່ອຍຜ່ານການສອບເສັງບັນຈຸຍ້ອນອອກມາຫຼາຍປີແລ້ວ."

ທາງດ້ານທ່ານ ກອງສີ ແສງມະນີ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ
ແລະ ກິລາ ຍອມຮັບວ່າ ບັນຫາຄຸນນະພາບຕໍ່າຂອງບັນດາຄູ-ອາຈານສ່ວນໃຫຍ່ຂອງ
ລາວ ໃນປັດຈຸບັນມີສາເຫດມາຈາກວິທີການຄັດເລືອກທີ່ຜິດພາດ ແລະ ບໍ່ໄດ້ມາດຕະ
ຖານ ເພາະການຄັດເລືອກຄູ-ອາຈານຂອງລາວໃນໄລຍະທີ່ຜ່ານມາ ໄດ້ໃຫ້ຄວາມສຳ
ຄັນກັບສະພາບຮ່າງກາຍຫຼາຍກວ່າຄວາມຮູ້-ຄວາມສາມາດຂອງຄູ່ ຈຶ່ງເຮັດໃຫ້ໄດ້ຄູ
ໂຕໃຫຍ່ ແຕ່ບໍ່ມີຄວາມຮູ້ຄວາມສາມາດໃນການສອນນັກຮຽນ ອັນໄດ້ສົ່ງຜົນຕໍ່ເນື່ອງ
ເຮັດໃຫ້ນັກຮຽນທີ່ຈົບການສຶກສາອອກມາຢ່າງບໍ່ມີຄຸນະພາບດ້ວຍເຊັ່ນກັນ.

ໂດຍອີງຕາມລາຍງານຂອງກະຊວງສຶກສາທິການ ແລະ ກິລາ ລະບຸວ່າ ອັດຕາການ
ເຂົ້າຮຽນຂອງເດັກນ້ອຍ ລາວ ທີ່ອາຍຸ 3-5 ປີຢູ່ທີ່ລະດັບ 49 ເປີເຊັນ ສ່ວນການເຂົ້າ
ຮຽນໃນລະດັບປະຖົມສຶກສາ ລະດັບມັດທະຍົມ ແລະ ລະດັບມັດທະຍົມປາຍຢູ່ທີ່ອັດ
ຕາສະເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນຕາມລຳດັບ ຫາກ
ແຕ່ການພັດທະນາການສຶກສາໃນ ລາວ ຍັງຂາດຄຸນນະພາບໂດຍເຫັນໄດ້ຈາກອັດຕາ
ການຄ້າງຫ້ອງຮຽນໃນຊັ້ນປະຖົມສຶກສາຍັງຢູ່ທີ່ລະດັບ 4.9 ເປີເຊັນ ສ່ວນບັນຫາຍາກ
ຈົນນັ້ນ ກໍເຮັດໃຫ້ເດັກນ້ອຍໃນ ລາວ ຕ້ອງປະການຮຽນໃນອັດຕາສະເລ່ຍເຖິງ 4.8
ເປີເຊັນ ແລະ ຖ້າຫາກພິຈາລະນາສະເພາະໃນເຂດຊົນນະບົດທີ່ປະຊາຊົນສ່ວນໃຫຍ່
ຍັງມີສະພາບຊີວິດການເປັນຢູ່ທີ່ຍາກຈົນຢ່າງຍິ່ງ ຂະນະທີ່ລັດຖະບານ ລາວ ກໍບໍ່ສາ
ມາດທີ່ຈະໃຫ້ການຊ່ວຍເຫຼືອໄດ້ເລີຍນັ້ນກໍຍິ່ງເຮັດໃຫ້ການປະການຮຽນຂອງເດັກນ້ອຍ
ລາວ ມີອັດຕາສະເລ່ຍສູງກວ່າ 20 ເປີເຊັນ ຊຶ່ງຖືເປັນອັດຕາການປະການຮຽນທີ່ສູງທີ່
ສຸດໃນອາຊຽນອີກດ້ວຍ.

XS
SM
MD
LG