ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໕ ທັນວາ ໒໐໒໔

ໂຄງການ ຟາມຫາໂຮງຮຽນ ຊ່ວຍທັງເດັກນ້ອຍ ແລະຊາວສວນ ໃນ ສຫລ (ວີດີໂອ)


School Lunches Join Farm-to-Table Trend
please wait

No media source currently available

0:00 0:02:42 0:00
ລິງໂດຍກົງ

ເບີ່ງວີດີໂອ ກ່ຽວກັບລາຍງານນີ້.

ສະໝອງ​ຂອງ​ເດັກນ້ອຍ
​ແມ່ນ​ຕ້ອງ​ການ​ອາຫານ​ທີ່​ດີ​ຕໍ່​ສຸຂະພາບເພື່ອ​ການ​ເຕີບ​ໃຫຍ່.
ສ່ວນ​ຄອບຄົວ​ຊາວ​ໄຮ່​ຊາວ​ສວນກໍ​ຕ້ອງການ​ລູກ​ຄ້າ​ທີ່​ສະໝໍ່າ
ສະ​ເໝີ ​ເພື່ອ​ກິດຈະການ​ຂອງ​ຕົນ​ຈະ​ໄດ້​ຈະ​ເລີ​ນຮຸ່ງ​ເຮືອງ. ຢູ່
ໃນ​ທົ່ວ​ໂລກ​ເວລາ​ນີ້ ມີ​ການ​ເຄື່ອນ​ໄຫວ​ເພື່ອ​ເອົາ​ສອງ​ຢ່າງ​ນີ້
ມາ​ພົວພັນ​ກັນ ຊຶ່ງ​ໄດ້​ພິ​ສູດໃຫ້​ເຫັນ​ວ່າ ເປັນ​ຜົນ​ດີ​ແກ່​ທັງ​ສອງ​
ຝ່າຍ. ​ໃນ​ມື້​ນີ້ ​ທີ 16 ຕຸລາ ຊຶ່ງ​ເປັນ​ວັນອາຫານ​ໂລກ​ນັ້ນ Steve
Baragona ຜູ້ສື່​ຂ່າວ​ວີ​ໂອ​ເອ ພິຈາລະນາ​ເບິ່ງ​ການ​ເຄື່ອນໄຫວ
​ຢູ່​ໃນ​ທົ່ວ​ໂລກ ​ເພື່ອເອົາ​ອາຫານ​ຈາກຟາ​ມຫລື​ສວນ​ ​ໄປ​ລ້ຽງເດັກ
ນ້ອຍ​ຢູ່ໂຮງຮຽນນັ້ນ ຊຶ່ງ​ດາຣາມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ​.



ຢູ່ໂຮງຮຽນ​ປະຖົມ Ruth Ann Monroe ໃນເມືອງ​ Hagerstown ນອກນະຄອນຫລວງ Washington D.C. ໃນເວລາ​ກິນ​ເຂົ້າ​ທ່ຽງ​ມື້​ນຶ່ງ ພວກ​ເດັກນ້ອຍ​ນັກຮຽນກໍາລັງລຽນແຖວ
​ລໍຖ້າ​ເອົາ​ອາຫານ ໝູ​ອົບ​ ທີ່​ມາ​ຈາກ​ຟາ​ມທ້ອງ​ຖິ່ນ​ແຫ່ງ​ນຶ່ງ. ທ່ານ Jeffrey Proulx ​ເປັນ​ຫົວໜ້າ​ບໍລິຫານໂຮງ​ອາຫານ​ຂອງ​ໝວດໂຮງຮຽນ​ເຂດ​ເມືອງ​ Hagerstown ​ຂອງ​ລັດ​ແມຣີແລນດ໌.

ທ່ານ Proulx ​ເວົ້າ​ວ່າ ພວກ​ເຮົາ​ຍັງ​ມີ​ໝາກ apple ຈາກ​ສວນ​ທ້ອງ​ຖິ່ນ​ນໍາ ຊຶ່ງ​
ມື້​ນີ້ ​ແມ່ນ​ຊະນິດ​ສີ​ເຫລືອງຂຽວ ທີ່​ເອີ້ນ​ວ່າ
Golden ຫລື Yellow Delicious
ຫລື ​ເຫ​ລືອງ​ແຊບ ມາ​ຈາກ​ສວນ​ແອັ​ປ​ເປິ້ນ Rinehart Orchards ​ຢູ່​ເມືອງ
Smithsburg.”

ປະມານ 85 ​ປີ​ເຊັນ ຂອງ​ໝາກ​ແອັປ​ເປິ້ນ ທີ່​ບໍລິ​ໂພ​ກຢູ່​ໂຮງຮຽນ​ນີ້ ​ແມ່ນ​ມາ​ຈາກ​ສວນ
ແອັປ​ເປິ້ນຂອງ J. D. Rinehart ທີ່ຢູ່​ຫ່າງ​ຈາກ​ໂຮງຮຽນ​ ໄປ​ພຽງ​ແຕ່ 20 ຫລັກ.

ທ່ານ Rinehart ກັບ​ທ່ານ Proulx ​ແມ່ນ​ເປັນ​ຄູ່​ພາຄີ​ໃນ​ໂຄງການ farm-to-school
ຫລື ຈາກ​ຟາ​ມຫລື​ສວນ ຫາ ​ໂຮງຮຽນ ທີ່​ມີ​ຈໍານວນ​ຫລາຍ​ຂຶ້ນ​ເລື້ອຍໆ ຢູ່​ໃນ​ສະຫະລັດ. ​
ໃນ​ແຕ່​ລະ​ມື້ ພວກ​ໂຮງຮຽນຫລວງທັງຫລາຍ ​ແມ່ນ​ສະໜອງ​ອາຫານ​ໃຫ້​ເດັກນັກຮຽນ
ຫລາຍ​ກວ່າ 30 ລ້ານ​ຄົນ. ​ໃນ​ນັ້ນ ປະມານ 20 ລ້ານ​ຄົນ ​ແມ່ນ​ເປັນ​ເດັກນ້ອຍ​ທີ່​ມາ​ຈາກ​
ຄອບຄົວ​ລາຍ​ໄດ້​ຕໍ່າ ທີ່​ກາງ​ຕໍ່​ອາຫານ​ທີ່​ໄດ້​ຮັບ​ການ​ເກື້ອ​ກຸນ​ຈາກ​ລັດຖະບານ​ກາງ ​ເພື່ອ​
ປ້ອງ​ກັນ​ບໍ່​ໃຫ້​ເຂົາ​ເຈົ້າ​ອຶດຫິວ ​ແລະ​ໃຫ້​ຕັ້ງ​ໃຈ​ໃສ່​ແ​ຕ່ການ​ຮຽນ.

ແຕ່ ທ່ານ Jeffrey Proulx ​ເວົ້າ​ວ່າ ພວກ​ໂຮງຮຽນ​ສ່ວນ​ໃຫຍ່ບໍ່​ເສີບອາຫານທີ່​ປຸງ​ແຕ່ງ​
ມາ​ສົດໆ ບໍ່​ຄື​ໝວດ​ໂຮງຮຽນ​ຂອງ​ທ່ານ.

​ແທ້​ໆ​ແລ້ວ ​ພວກ​ເຮົາແມ່ນໄດ້​ກ້າວມາຮອດ ຂັ້ນ​ກາຍ​ການບໍລິ​ໂພ​ກອາຫານ ທີ່​
ເອົາ​ອອກ​ມາ​ຈາກ​ລັງ ​ໄປສູ່​ເຕົາ​ອົບ ກໍ​ຄື​ອາຫານທີ່​ປຸງ​ແຕ່ງ​ມາ​ແລ້ວ​ ແລະ​ພ້ອມ​
ສໍາລັບ​ອຸ່ນ​ໃຫ້​ຮ້ອນ​ແລະເສີ​ບ​ໄດ້​ໂລດນັ້ນ. ສະ​ນັ້ນ​ແລ້ວ ກໍ​ແມ່ນ​ວ່າ​ພວກ​ເຮົາ​ໄດ້​
ກັບ​ຄືນ​ໄປ​ຍັງຮາກ​ເຫງົ້າ​ຂອງ​ພວກ​ເຮົາ ​ກໍຄື​ປຸງ​ແຕ່ງອາຫານເອົາ​ເອງ
.”

ພວກ​ທີ່​ຕ້ອງ​ຕິ​ເວົ້າ​ວ່າ ອາຫານ​ໂຮງຮຽນ​ທີ່​ສໍາ​ເລັດ​ຮູບປຸງ​ແຕ່ງ​ມາ​ແລ້ວ​ນັ້ນ ມີ​ສ່ວນ​ຊ່ວຍ​
ເຮັດ​ໃຫ້​ໂຣກອ້ວນ​ພີ​ຂອງ​ເດັກນ້ອຍ ​ແຜ່ລະບາດ​ອອກ ​ໄປອີກ. ​ແຕ່​ກົດ​ລະບຽບ​ໃໝ່​ຂອງ​
ລັດຖະບານແມ່ນ​ແນ​ໃສ່​ເພື່ອ​ເຮັດ​ໃຫ້​ອາຫານ​ທີ່​ເສີ​ບຢູ່​ໂຮງຮຽນ​ຕ່າງໆ ມີ​ໂພຊະ​ນາ​ການ​
ແລະ​ເປັນ​ປະ​ໂຫຍ​ດຕໍ່​ສຸຂະພາບ​ຫລາຍ​ຂຶ້ນ. ທ່ານ Proulx ​ເວົ້າ​ວ່າ ສ່ວນ​ປະກອບຫລື​
ເຄື່ອງປຸງ​ແຕ່ງ​ທີ່​ສົດໆ ​ ແມ່ນ​ຈະ​ເຮັດ​ໃຫ້​ງ່າຍ​ຂຶ້ນ ທີ່​ຈະ​ຫລຸດ​ລະດັບທີ່​ເປັນ​ອັນຕະລາຍ​ຕໍ່
ສຸຂະພາບ​ ຂອງ​ເກືອ​ແລະ​ນໍ້າ​ມັນ ​ນັ້ນ.

ວິທີ​ທີ່​ຈະ​ໃຫ້​ບັນລຸ​ລະດັບ​ໃໝ່ທີ່​ລັດຖະບານ​ວາງ​ອອກ​ນັ້ນ ກໍ​ແມ່ນ​ປຸງ​ແຕ່ງ
ອາຫານ​ເອົາ​ເອງ ແລະ​ເພື່ອ​ທີ່​ຈະ​ຄວບ​ຄຸມ​ສິ່ງ​ທີ່ຢູ່​ທາງໃນອາຫານ​ໃຫ້​ໄດ້​
ແທ້ໆ​ນັ້ນ ພວກ​ເຮົາ​ກໍ​ຕ້ອງ​ຊອກ​ແຫ​ລ່ງເອົາ​ເອງ
.”

​ແລະ​ການ​ຊອກ​ແຫ​ລ່ງອາຫານ ຈາກຟາ​ມຂອງ​ກະ​ເສດ​ຕະກອນ​ທີ່ຢູ່ໃກ້ໆ​ນັ້ນ ກໍ​ແມ່ນ​ຈະ
ຊ່ວຍ​ນໍາ​ເອົາ​ເງິນ​ກັບ​ຄືນ​ເຂົ້າ​ສູ່​ເສດຖະກິດ​ອີກ ອິງ​ຕາມ​ຊາວ​ສວນ​ປູກ​ໝາກ​ໄມ້ J. D. Rinehart ທີ່ກ່າວວ່າ:

“ມັນ​ອໍານວຍ​ໃຫ້​ພວກ​ເຮົາ​ສາມາດ​ປັບປຸງ​ສະຖານ​ທີ່​ຮົ້ວ​ສວນ​ຂອງ​ພວກ​ເຮົາ
ສາມ​າດຊື້​ອຸປະກອນ​ຈາກ​ທ້ອງ​ຖິ່ນ​ໄດ້. ການ​ຮັກສາ​ເງິນ​ໃຫ້​ໝຸນ​ວຽນ​ຢູ່​ໃນ​ທ້ອງ​
ຖິ່ນ ​ແມ່ນ​ເປັນ​ເລື້ອງ​ໃຫຍ່ ບໍ່​ແມ່ນ​ແຕ່​ສໍາລັບ​ພວກ​ເຮົາ​ເທົ່າ​ນັ້ນ ​ແຕ່​ສໍາລັບ​ຜູ້​ຊື້
ທີ່​ໄດ້​ຮັບປະ​ໂຫຍ​ດ ຈາກ​ພວກ​ເຮົາ​ນໍາ.”


​ການ​ຮັກສາ​ເງິນ​ໄວ້​ຢູ່​ໃນ​ເສດຖະກິດ​ທ້ອງ​ຖິ່ນ ​ໃນ​ຂະນະ​ທີ່​ສະໜອງ​ອາຫານ​ສົດ​ໃຫ້​ແກ່​
ພວກ​ເດັກ​ນັກຮຽນ​ທ້ອງ​ຖິ່ນນີ້​ເອງ ​ເປັນ​ເຫດຜົນ​ທີ່​ ພາ​ໃຫ້​ແລ​ເຫັນ​ໄດ້​ງ່າຍໆ​ວ່າ ​ເປັນ​ຫຍັງ​
ໂຄງການ farm-to-school ຈຶ່ງ​ໄດ້​ຂະຫຍາຍ​ ຈາກ 6 ລັດ ​ໃນ​ປີ 1997 ອອກ​ໄປສູ່​ທັງ
ໝົດ 50 ລັດ ​ໃນ​ປັດຈຸບັນ​ນີ້.


​ແຕ່​ວ່າ​ສະຫະລັດ​ບໍ່​ແມ່ນ​ຜູ້​ນໍາ​ໂລກ​ ໃນ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນີ້ ອິງ​ຕາມ​ທ່ານ​ນາງ
Carmen Burbano ຈາກ​ອົງການ​ອາຫານ​ໂລກ ຫລື World Food Program.

ທ່ານ​ນາງ Burbano ​ເວົ້າ​ວ່າ ​ເລື້ອງ​ລາວ​ແຫ່ງ​ຄວາມ​ສໍາລັບ​ໃນ​ລະດັບ​ທົ່ວ​ໂລກ​ນັ້ນແມ່ນ​
ປະ​ເທດ ບຣາຊີ​ລ.

​ໃນ​ຕອນ​ເປັນປະທານາທິບໍດີ​ຂອງ​ບຣາຊີ​ລນັ້ນ ທ່ານ Luis Inacio Lula da Silva ​ໄດ້​
ຮັບ​ການຮັບ​ຮູ້ຈາກ​ນາໆ​ຊາດ ຍ້ອນ​ໂຄງການຕໍ່​ຕ້ານ​ຄວາມທຸກ​ຈົນ ທີ່​ເອີ້ນ​ວ່າ “Zero
Hunger” ກໍ​ຄື ບໍ່​ໃຫ້​ມີ​ຄວາມ​ອຶດຫິວ​ຈັກ​ດີ້​ເລີຍ ຂອງ​ທ່ານ.

ທ່ານ​ນາງ Burbano ​ຊີ້​ແຈງ​ວ່າ “ຫລັກ​ໝັ້ນ​ອັນ​ນຶ່ງ​ຂອງແຜນການ​ນັ້ນ ກໍ​ຄື ໂຄງການ
​ລ້ຽງ​ອາຫານ​ເດັກ​ນັກຮຽນ. ​ແຕ່​ວ່າ ​ໃນ​ປີ 2009 ນັ້ນ ພວກ​ເຂົາ​ເຈົ້າມາ​ສໍານຶກ​ໄດ້​
ວ່າ ​ໂຄງການ​ນີ້ ຊຶ່ງ​ກໍາລັງ​ເຮັດ​ໃຫ້​ລັດຖະບານ​ສິ້ນ​ເປືອງ​ເງິນ​ຢ່າງ​ຫລວງຫລາຍ​
ນັ້ນ ສາມາດ​ຫລຸດ​ຄ່າ​ໃຊ້​ຈ່າຍ​ລົງ​ໄ​ດ້ ​ໂດຍ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບພວກກະ​ເສດ​
ຕະກອນ​ຄອບຄົວ.“


ບັດ​ນີ້ ​ໂຄງການ​ດັ່ງກ່າວ​ແມ່ນ​ບັງຄັບ​ໃຫ້ ​ໂຮງຮຽນ​ທັງຫລາຍ​ໃຊ້​ສ່ວນ​ປະ​ກອບ​ຂອງ​ອາ
ຫານ​ຂອງ​ເຂົາ​ເຈົ້າ ທີ່​ມາ​ຈາກ​ຟາ​ມຫລື​ສວນ​ຂອງ​ກະ​ເສດ​ຕະກອນ​ທ້ອງ​ຖິ່ນ​ນັ້ນ 30%. ​ໂຄງການ​ຂອງ​ບຣາຊີ​ລ​ໄດ້​ຮັບ​ຜົນ​ສໍາ​ເລັດ​ຫລາຍ ຈົນ​ວ່າ ​ເວລາ​ນີ້ ລັດຖະບານ​ບຣາຊີ​ລ
ກໍາລັງ​ຊ່ວຍ​ຫລາຍໆ​ປະ​ເທດ​ໃນ​ອາ​ຟຣິກາ ຈັດ​ຕັ້ງ​ໂຄງການ​ຂອງ​ຕົນ​ເອງ​ຂຶ້ນ ​ເພື່ອ​ຊ່ວຍ
​ເດັກ​ນັກຮຽນ​ໃຫ້​ເຕີບ​ໃຫຍ່ ມີ​ສຸຂະພາບ​ແຂງ​ແຮງ ​ແລະ​ພ້ອມ​ດຽວ​ກັນ ​ກໍ​ຊ່ວຍ​ທຸລະ​ກິດ​
ຂອງພວກ​ກະ​ເສດ​ຕະກອນ​ທ້ອງ​ຖິ່ນ ​ໃຫ້​ຈະເລີ​ນຮຸ່ງ​ເຮືອງ ​ນໍາ.
XS
SM
MD
LG