ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂຊ​ລ​ສ໌ເວົ້າ​ວ່າ ​ເຢຍ​ຣະ​ມັນ​ຫາ​ທາງ​ ເພີ້ມການ​ຮັດແໜ້ນສາຍ​ພົວ​ພັນ​ ກັບຂົງ​ເຂດ​ອິນ​ໂດ-ປາ​ຊີ​ຟິກ


ນາຍົກລັດຖະມົນຕີເຢຍຣະມັນ, ທ່ານ Olaf Scholz (ຊ້າຍ) , ແລະ​ຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ​ທ່ານ​ຝ່າຍ​ຍີ່​ປຸ່ນ, ທ່ານ Fumio Kishida, ຍ່າງ​ໄປ​ພ້ອມ​ກັນກ່ອນ​ທີ່​ຈະ​ມີ​ການ​ປະ​ຊຸມສອງ​ຝ່າຍ​ຂອງ​ພວກ​ເພິ່ນ ຢູ່​ຫ້ອງ​ການ​ສຳ​ນັກ​ງານ​ນາ​ຍົກ​ ທີ່​ນະ​ຄອນ​ຫລວງໂຕ​ກຽວຂອງ​ຍີ່​ປຸ່ນ, ວັນ​ທີ 28 ເມ​ສາ, 2022.
ນາຍົກລັດຖະມົນຕີເຢຍຣະມັນ, ທ່ານ Olaf Scholz (ຊ້າຍ) , ແລະ​ຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ​ທ່ານ​ຝ່າຍ​ຍີ່​ປຸ່ນ, ທ່ານ Fumio Kishida, ຍ່າງ​ໄປ​ພ້ອມ​ກັນກ່ອນ​ທີ່​ຈະ​ມີ​ການ​ປະ​ຊຸມສອງ​ຝ່າຍ​ຂອງ​ພວກ​ເພິ່ນ ຢູ່​ຫ້ອງ​ການ​ສຳ​ນັກ​ງານ​ນາ​ຍົກ​ ທີ່​ນະ​ຄອນ​ຫລວງໂຕ​ກຽວຂອງ​ຍີ່​ປຸ່ນ, ວັນ​ທີ 28 ເມ​ສາ, 2022.

ນາຍົກລັດຖະມົນຕີເຢຍຣະມັນ, ທ່ານໂອ​ລາ​ຟ ​ໂຊ​ລ​ສ໌ (Olaf Scholz) ກ່າວ ຢູ່ນະຄອນຫຼວງໂຕກຽວ ໃນວັນພະຫັດວານນີ້ວ່າ ປະເທດຂອງທ່ານຢາກເພີ່ມ ທະວີ ການພົວພັນກັບບັນດາປະເທດໃນຂົງ​ເຂດອິນໂດ-ປາ ຊີຟິກ ທີ່ມີຄ່ານິຍົມ ແບບດຽວກັນ, ແລະເຮັດວຽກຮ່ວມກັນເພື່ອຢຸດຕິການຮຸກຮານຂອງຣັດເຊຍໃນຢູເຄຣນ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ທ່ານໂຊ​ລ​ສ໌ (Scholz) ກ່າວ​ຫລັງຈາກ​ການ​ພົບ​ປະ​ກັບ​ນາຍົກລັດຖະມົນຕີຟູ​ມິ​ໂອະ ກິ​ຊີ​ດະ (Fumio Kishida) ວ່າ "ການ​ເດີນທາງ​ຂອງ​ຂ້າພະ​ເຈົ້າ ​ແມ່ນ​ສັນຍານ​ທາງ​ການ​ເມືອງ​ທີ່​ຈະ​ແຈ້ງ​ເພື່ອ​ໃຫ້​ຮູ້ວ່າ ​ເຢຍຣະ​ມັນ ​ແລະສະຫະພາບ ​ຢູ​ໂຣບ ຈະ​ສືບ​ຕໍ່ ​ແລະຮັດ​ແໜ້ນ​ການ​ພົວພັນ ​ກັບ​ຂົງ​ເຂດ​ອິນ​ໂດ-ປາຊີ​ຟິກ".

ທ່ານກິ​ຊີ​ດະກ່າວ​ວ່າ ທ່ານ​ແລະທ່ານໂຊ​ລ​ສ໌ ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ ​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ກຸ່ມ​ປະ​ເທດ​ອຸດສາຫະກຳ 7 ປະ​ເທດ ພວກ​ເຂົາ​ເຈົ້າ​ມີ​ຄວາມ​ຮັບຜິດຊອບ ​ໃນ​ການເຮັດ​ວຽກ​ຮ່ວມກັນ ​ເພື່ອ​ຍຸຕິ​ການ​ຮຸກ​ຮານ​ຂອງຣັດ​ເຊຍ ​ແລະ​ຟື້ນ​ຟູ​ສັນຕິພາບ, ສະຖຽນ​ລະ​ພາບ​ແລະຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ຂອງ​ສາກົນ ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

“ວິ​ກິດ​ການ​ຢູ​ເຄ​ຣນ​ເຮັດ​ໃຫ້​ພື້ນ​ຖານຂອງ​ຄວາມ​ເປັນ​ລະ​ບຽບຂອງ​ສາ​ກົນສັ່ນ​ຄອນ​ບໍ່​ພຽງ​ແຕ່​ຢູ່ໃນ​ຢູ​ໂຣ​ບ​ເທົ່າ​ນັ້ນ​ ແຕ່​ໃນເຂດ​ເອ​ເຊຍ​ອີກ​ດ້ວຍ. ການ​ດຳ​ເນີນຄວາມ ພະຍາຍາມໃດໆ ທີ່ຈະປ່ຽນແປງສະຖານະພາບເດີມຕ້ອງໄດ້ຫລີກລ້ຽງ, ໂດຍສະ ເພາະໃນຂົງ​ເຂດ​ເອ​ເຊຍຕາເວັນອອກ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ກິ​ຊີ​ດະ​ທີ່ກ່າວໃນ ກອງປະຊຸມຖະ​ແຫລງຂ່າວຮ່ວມກັນ.
ທ່ານກ່າວວ່າ "ຖ້າພວກເຮົາບໍ່ສະແດງອອກໃຫ້ [ຣັດເຊຍ] ເຫັນຢ່າງຈະແຈ້ງວ່າ ປະເພດຂອງການປ່ຽນແປງ ແຕ່ຝ່າຍດຽວ ຕໍ່ສະຖານະພາບເດີມ ໂດຍການໃຊ້​ກຳ​ລັງບັງຄັບ ແລະແບບ​ຂາດ​ສະ​ຕິ ​ແມ່ນ​ຈະ​ໄດ້​ຮັບຜົນ​ເສຍ​ຫາຍສູງ, ມັນຈະສົ່ງຂໍ້ຄວາມທີ່ບໍ່ຖືກຕ້ອງຕໍ່ຂົງ​ເຂດເອ​ເຊຍ."

​ໃນ​ການ​ເດີນທາງ​ໄປ​ນະຄອນຫຼວງ​ໂຕ​ກຽວ​ຄັ້ງ​ທຳ​ອິດ​ຂອງ​ທ່ານໃນ​ຖານະນາຍົກ ລັດຖະມົນຕີນັ້ນ ທ່ານໂຊ​ລ​ສ໌ກ່າວ​ວ່າ ທັງ​ເຢຍຣະ​ມັນ ​ແລະຍີ່ປຸ່ນແມ່ນ ເປັນຜູ້​ປົກ​ປ້ອງ “​ລະ​ບົບ​ລະ​ບຽບຂອງ​ສາກົນ​ທີ່​ອີງ​ໃສ່​ກົດ​ລະ​ບຽບ”, ຫຼັກການ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ​ການ​ປ້ອງ​ກັນ​ສິດທິ​ມະນຸດ​ທົ່ວ​ໂລກ. ທ່ານໂຊ​ລ​ສ໌ກ່າວອີກ​ວ່າ ທ່ານ​ຢາກ​ໄປ​ຍີ່​ປຸ່ນ ​ກໍ​ເພາະວ່າ​ໂຕ​ກຽວ​ຈະ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ປະ​ທານກຸ່ມ 7 ປະ​ເທດ ຫລື G-7 ຕໍ່ຈາກ​ເຢຍ​ຣະ​ມັນ.

ຍີ່ປຸ່ນ​ໄດ້​ວາງ​ມາດ​ຕະການ​ລົງ​ໂທດ​ຕໍ່ຣັດ​ເຊຍ ​ໂດຍ​ສອດຄ່ອງ​ກັບ​ບັນດາ​ປະ​ເທດ ກຸ່ມ G-7 ​ອື່ນໆ ​ແລະ​ໃຫ້ການ​ສະໜັບສະໜຸນ​ແກ່​ຢູ​ເຄຣນ ຍ້ອນ​ມີ​ຄວາມ​ວິຕົກ​ກັງວົນ​ວ່າ ການ​ຮຸກ​ຮານ​ຂອງຣັດ​ເຊຍອາດ​ຈະ​ເຮັດ​ໃຫ້​ຈີນ​ມີ​ຄວາມ​ກ້າຫານ ​ແລະ​ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶງຢູ່ເຂດ​ເອ​ເຊຍຕາ​ເວັນ​ອອກຕື່ມຂຶ້ນ. ຈີນ​ໄດ້​ສະ​ແຫວ​ງຫາ​ທາງຄວບ​ຄຸມ​ໄຕ້​ຫວັນ​ທີ່​ເປັນ​ເອກະລາດ​ມາ​ເປັນ​ເວລາ​ດົນ​ນານແລ້ວນັ້ນ ​ແລະ​ໄດ້​ຂົ່ມຂູ່​ວ່າ ຈະ​ເຮັດ​ແນວ​ນັ້ນ ​ໂດຍການ​ໃຊ້​ກຳ​ລັງ​ບັງຄັບ ​ຖ້າຫາກ​ຈຳ​ເປັນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກ​ິດ

XS
SM
MD
LG