ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຖິງ​ຈະ​ມີ​ຂ່າວນອງ​ນັນ ກ່ຽວ​ກັບ ເຟ​ສ​ບຸກ ແຕ່​ມັນ​ກັບ​ເປັນ ​ອຸບ​ປະ​ກອນ ​ທີ່​ຂ້ອນ​ຂ້າງດີ ໃນ​ຫວຽດ​ນາມ


ພາບ​ທີ່​ສະ​ແດງ​ສັນ​ຍາ​ລັກ ຂອງ​ບໍ​ລິ​ສັດ ເຟ​ສ​ບຸກ ວັນ​ທີ 29 ມີ​ນາ 2018, ​ທີ່​ເຫັນ​ໃນ​ໜ້າ​ຈໍ​ຕະ​ຫຼາດ​ຮຸ້ນ ໃນ​ຈະ​ຕູ​ລັດ ທາມ​ສ​ແກ​ຣ໌.
ພາບ​ທີ່​ສະ​ແດງ​ສັນ​ຍາ​ລັກ ຂອງ​ບໍ​ລິ​ສັດ ເຟ​ສ​ບຸກ ວັນ​ທີ 29 ມີ​ນາ 2018, ​ທີ່​ເຫັນ​ໃນ​ໜ້າ​ຈໍ​ຕະ​ຫຼາດ​ຮຸ້ນ ໃນ​ຈະ​ຕູ​ລັດ ທາມ​ສ​ແກ​ຣ໌.

ກ່ອນ​ໜ້າ​ເຟ​ສ​ບຸກ, ທ່ານ​ນາງວູ ​ກິມ ຈີ ໄດ້​ຄິດ​ວ່າ ມັນ​ຂາດ​ເຂີນ​ຫຍັງ​ໄປ​ ໃນ ​ວຽກ​ງານ
ຂອງ​ລາວ, ຊຶ່ງເພື່ອເປັນ​ການ​ສົ່ງ​ເສີມ​ທາງ​ດ້ານ​ເສດ​ຖະ​ກິດ ​ທັງໃນ​ແລະ​ເຂດ​ອ້ອມ​ແ​ອ້ມ
ອ່າວ​ຮາ​ລອງ ທີ່​ໂດ່ງ​ດັງຂອງຫວຽດ​ນາມ. ການ​ພິມ​ເຜີຍ​ແຜ່​ທາງ​ ​ໜ້າ​ແວັບ​ໄຊ​ຕ໌ໃນ​ກົມ
ຂອງ​ລາວ ຫຼື​ບໍ່ ກໍກ່າຍ​ເອກ​ກະ​ສານ ສົ່ງ​ໄປ​ໃຫ້​ພວກ​ທີ່​ຢູ່​ໃນ​ການ​ເບິ່ງ​ແຍງ, ຊຶ່ງ​ນາງ​
ໄດ້​ກ່າວ​ວ່າ ມັນ​ແມ່ນການ​ເປັນ​ສົນ​ທະ​ນາ ​ແຕ່​ພຽງຝ່າຍ​ດຽວ​ເທົ່າ​ນັ້ນ.

ແຕ່ ຫຼັງ​ຈາກ​ທີ່​ລາວ ໄດ້​ຈັດ​ໜ້າແວັບ​ໄຊ​ຕ໌ ທີ່​ເປັນ​ທາງ​ການ ໃຫ້​ແຂວງກວາງ ນິນ
ການ​ສົນ​ທະ​ນາ​ກັນໄດ້​ເລີ້ມ​ຂຶ້ນ​ທັງ​ສອງ​ທິດ​ທາງ ລະ​ຫວ່າງ ທ່ານ​ນາງ​ຈີ ແລະ​ພວກ​
ຢູ່​ອາ​ໄສ​ໃນ​ທ້ອງ​ຖິ່ນ ຫຼື​ບໍ່ ກໍ​ທຸ​ລະ​ກິດ​ອື່ນໆ ນັ້ນ​ຄື​ເຫດ​ຜົນ​ຫຼັກ ຖ້າ​ເວົ້າ​ເຖິງ​ສື່​ສັງ​ຄົມ​.
ທ່ານ​ນາງ​ຄິດ​ວ່າ ​ພວກ​ລັດ​ຖະ​ກອນ ຈຳ​ເປັນ​ທີ່​ຈະ​ກ້າວ​ໃຫ້​ທັນ​ກັບ​ທົ່ວ​ປະ​ເທດ.

“ສື່​ສັງ​ຄົມ​, ໂດຍ​ສະ​ເພາະ​ເຟ​ສ​ບຸກ, ແມ່ນ​ໃຊ້​ຫຼາຍ​ໃນ​ຫວຽດ​ນາມ,” ຊຶ່ງ​ທ່ານ​ນາງ​ຈີ
ຜູ້​ຊຶ່ງ​ເປັນ​ຮອງ​ຫົວ​ໜ້າ ​ສົ່ງ​ເສີມແລະ​ສະ​ໜັບ​ສະ​ໜຸນ​ການ​ລົງ​ທຶນ ໄດ້​ກ່າວ​ໄວ້
ແລະ​ທ່ານ​ນາງ ຍັງ​ໄດ້​ກ່າວ​ຕໍ່​ໄປ​ວ່າ “ແຕ່ ສຳ​ລັບ​ພະ​ແນກ​ການ​ຕ່າງໆ​ຂອງ​ລັດ​ຖະ​ບານ
ທີ່​ໃຊ້​ມັນ​ເປັນ​ເຄື່ອງ​ມື​ສົນ​ທະ​ນາ​ກັບ​ພວກ​ຜູ້​ຄົນ ແລະ​ທຸລະ​ກິດ​ອື່ນໆ, ແມ່ນ​ວ່າ​ຍັງ​ບໍ່
​ມີ​ການໃຊ້ຢ່າງ​ຫຼວງຫຼາຍ​ເທື່ອ.”

ແມ່ນ​ແຕ່ ​ໃນ​ຂະ​ຍະ​ທີ່​ລັດ​ຖະ​ບານ​ໃນ​ທົ່ວ​ໂລກ ​ຮຽກ​ຮ້ອງ​ໃຫ້​ມີ​ການ​ເອົາ​ຄວາມ​ຮັບ​ຜິດ​
ຊອບແລະ​ມີ​ຄວາມ​ໂປ່ງໃສຫຼ​າຍ​ຂຶ້ນ ຈາກ​ເຟ​ສ​ບຸກ, ແຕ່ເຈົ້າ​ໜ້າ​ທີ່​ຂອງ​ລັດ​ຖະບານ​ໃນ
​ຫວຽດ​ນາມແມ່ນ​ຊອກ​ຫາຫຼາຍທາງເລືອກ​ອື່ນໆ ໃນ​ການ​ໃຊ້ແວັບ​ໄຊ​ຕ໌. ແລະເຟ​ສ​ບຸກ
​ແມ່ນ​ເຕັມ​ໃຈທີ່​ຈະ​ປະ​ຕິ​ບັດ​ຕາມ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG