ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າແຂວງ ແຂວງໄຊສົມບູນຢືນຢັນວ່າ ກໍາລັງເຈົ້າໜ້າທີ່ຕໍາຫຼວດສາມາດຮັບປະກັນຄວາມສະຫງົບຮຽບຮ້ອຍໄດ້ຢ່າງຄົບຖ້ວນຕາມເປົ້າໝາຍ


ພາບຂອງເມືອງອານຸວົງ ແຂວງໄຊສົມບູນ.
ພາບຂອງເມືອງອານຸວົງ ແຂວງໄຊສົມບູນ.

ເຈົ້າແຂວງ ແຂວງໄຊສົມບູນຢືນຢັນວ່າ ກໍາລັງເຈົ້າໜ້າທີ່ຕໍາຫຼວດສາມາດຮັບປະກັນຄວາມສະຫງົບຮຽບຮ້ອຍໄດ້ຢ່າງຄົບຖ້ວນຕາມເປົ້າໝາຍຂອງລັດຖະບານ ໃນການຮັບປະກັນ ແລະຮັກສາຄວາມສະຫງົບໃຫ້ໄດ້ 100 ເປີເຊັນ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານພອນຄໍາ ຮູງບຸນຍວງ ເຈົ້າແຂວງແຂວງໄຊສົມບູນຖະແຫຼງຢືນຢັນວ່າ ໃນປັດຈຸບັນອໍານາດການປົກຄອງແຂວງໄຊສົມບູນ ໂດຍການປະສານງານແບບໃກ້ຊິດລະຫວ່າງກໍາລັງເຈົ້າໜ້າທີ່ຕໍາຫຼວດ ກັບກໍາລັງປ້ອງກັນຊາດນັ້ນ ສາມາດຮັບປະກັນຄວາມສະຫງົບຮຽບຮ້ອຍໄດ້ຢ່າງຄົບຖ້ວນຕາມເປົ້າໝາຍຂອງລັດຖະ ບານໃນການຮັບປະກັນ ແລະຮັກສາຄວາມສະຫງົບພາຍໃນ ໃຫ້ໄດ້ 100 ເປີ ເຊັນ ທັງນີ້ໂດຍການຈັດສົ່ງເຈົ້າໜ້າທີ່ຕໍາຫຼວດ ແລະທະຫານໄປເຄື່ອນໄຫວ ເພື່ອເສີມສ້າງຄວາມເຂົ້າໃຈ ແລະດຶງເອົາການຮ່ວມມືຈາກປະຊາຊົນຢູ່ໃນທ້ອງ ຖິ່ນຕ່າງໆຢ່າງທົ່ວເຖິງ ນັບຕັ້ງແຕ່ທີ່ໄດ້ມີການສ້າງຕັ້ງແຂວງໄຊສົມບູນຢ່າງເປັນທາງການ ໃນວັນທີ 31 ທັນວາ 2013 ເປັນຕົ້ນມາ ເຊິ່ງກໍປາກົດວ່າປະຊາຊົນລາວບັນດາເຜົ່າໄດ້ໃຫ້ການຮ່ວມມື ແລະເຂົ້າໃຈແນວທາງ ແລະເປົ້າໝາຍຂອງພັກ-ລັດ ເປັນຢ່າງດີ ດັ່ງທີ່ທ່ານພອນຄໍາ ໄດ້ໃຫ້ການຢືນຢັນວ່າ:

“ພາຍຫຼັງສ້າງຕັ້ງແຂວງໄຊສົມບູນເປັນຕົ້ນມາ ກໍເຮັດໃຫ້ແນວຄິດ-ຈິດໃຈຂອງປະຊາຊົນມີຄວາມອຸ່ນເຢັນທຸ່ນທ່ຽງ ແລະພັດທະນາເຮືອນຊານບ້ານຊ່ອງ ແລະຊີວິດການເປັນຢູ່ຂອງເຂົາເຈົ້າກໍດີຂຶ້ນ ບວກໃສ່ກັບເບື້ອງລັດພວກເຮົາພາຍໃຕ້ການນໍາພາຂອງສູນກາງພັກ ແລະລັດຖະບານ ໂດຍຄວາມເຫັນດີຂອງຄະນະພັກ ແລະອົງການປົກຄອງແຂວງ ໄດ້ສຸມໃສ່ພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ເຮັດໃຫ້ສະພາບໂດຍ ລວມຂອງແຂວງໄຊສົມບູນຄ່ອຍໆດີຂຶ້ນ.”

ທັງນີ້ ເພື່ອເປັນການຮັບປະກັນ ແລະຮັກສາຄວາມສະຫງົບຮຽບຮ້ອຍພາຍໃນລາວໃຫ້ໄດ້ 100 ເປີເຊັນດັ່ງກ່າວ ກະຊວງປ້ອງກັນຄວາມສະຫງົບໄດ້ຈັດສົ່ງກໍາລັງເຈົ້າໜ້າທີ່ຕໍາຫຼວດໄປປະຈໍາການເພີ້ມຂຶ້ນໃນ 7 ແຂວງ ທີ່ລວມເອົາແຂວງໄຊສົມບູນນໍາດ້ວຍ ໄດຍໄດ້ສ້າງຕັ້ງ 11 ກອງກໍາລັງເພື່ອຮັບຜິດຊອບປະຕິບັດການໃນທຸກຮູບແບບ ທີ່ແນໃສ່ການປ້ອງກັນຄວາມສະຫງົບພາຍໃນສັງຄົມລາວແບບໃກ້ຊິດ ແລະເຂັ້ມງວດ ລວມເຖິງປະຕິບັດການທາງທະຫານທີ່ຕ້ອງຢູ່ພາຍໃຕ້ກົດໝາຍດ້ວຍເຊັ່ນກັນ ດັ່ງທີ່ພົນເອກຈັນສະໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ-ລັດຖະມົນຕີກະຊວງປ້ອງກັນປະເທດຢືນຢັນວ່າ:

“ການຈັດຕັ້ງຍົກສູງບົດບາດໃຫ້ແກ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນມີຄວາມໝາຍ-ຄວາມສໍາຄັນ ສໍາລັບນາຍແລະພົນທະຫານກໍຄືພະນັກງານນັກລົບໃນທົ່ວກໍາລັງປະກອບອາວຸດປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງພວກເຮົາ ເພື່ອໃຫ້ທຸກຄົນໄດ້ເຂົ້າໃຈ ແລະເປັນເຈົ້າການ ກ້າວເຂົ້າສູ່ໄລຍະແຫ່ງການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ສະນັ້ນ ເພື່ອເຮັດໄດ້ແນວນັ້ນ ກໍາລັງປະກອບອາວຸດຕ້ອງໄດ້ຮູ້ ເພື່ອຮັບປະກັນທາງດ້ານຄວາມເຂົ້າໃຈ ທີ່ຖືກ ຕ້ອງກ່ຽວກັບແນວທາງ-ນະໂຍບາຍຂອງພັກ ແລະລັດ.”

ການຈັດຕັ້ງປະຕິບັດດັ່ງກ່າວ ເປັນການປະກອບສ່ວນສໍາຄັນໃນຍຸດທະສາດສອງໜ້າທີ່ຄື ການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ເຊິ່ງຮັບຜິດ ຊອບໂດຍກອງທັບປະຊາຊົນລາວນັບແຕ່ປີ 2000 ເປັນຕົ້ນມາ ເພື່ອເຮັດໃຫ້ສາມາດຮັບປະກັນສະຖຽນລະພາບທາງການເມືອງ ແລະຄວາມໝັ້ນຄົງແຫ່ງຊາດໄດ້ຢ່າງຄົບຖ້ວນ ດ້ວຍການຈໍາກັດການເຄື່ອນໄຫວຂອງກຸ່ມກໍາລັງປະກອບອາວຸດທີ່ຕໍ່ຕ້ານອໍານາດພັກ ແລະລັດຖະບານລາວໃຫ້ໄດ້ຢ່າງສົມບູນ ໂດຍສະເພາະແມ່ນຢູ່ໃນເຂດ 7 ແຂວງເປົ້າໝາຍກໍຄື ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງຊຽງຂວາງ, ແຂວງຫຼວງພະບາງ, ແຂວງອຸດົມໄຊ ແຂວງບໍລິຄໍາໄຊ ແລະນະຄອນຫຼວງວຽງຈັນ ທີ່ຍັງມີການເຄື່ອນໄຫວຂອງກຸ່ມກໍາລັງຕິດອາວຸດທີ່ເປັນການຕໍ່ຕ້ານອໍານາດພັກ-ລັດຢູ່ເລື້ອຍມາ.

ພາຍໃຕ້ສະພາບການດັ່ງກ່າວ ທາງການລາວຍັງໄດ້ກໍານົດງົບປະມານປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບໃຫ້ເປັນງົບປະມານປິດລັບທີ່ບໍ່ຕ້ອງສະແດງລາຍລະອຽດການໃຊ້ຈ່າຍຕໍ່ສະພາແຫ່ງຊາດ ນັບແຕ່ປີ 2015ເປັນຕົ້ນມາ ເພາະຖືວ່າການປ້ອງກັນຊາດ ປ້ອງກັນຄວາມສະຫງົບເປັນວຽກງານສໍາຄັນທີ່ສຸດຕໍ່ສະຖຽນລະພາບທາງການເມືອງ ແລະຄວາມໝັ້ນຄົງແຫ່ງຊາດ ຈຶ່ງຕ້ອງມີການປິດລັບ ແລະບໍ່ຕ້ອງສະແດງລາຍງານຢ່າງເປີດເຜີຍຕໍ່ໜ່ວຍງານໃດ ນອກຈາກການລາຍງານປິດລັບຕໍ່ພັກ9ລັດຖະບານເທົ່ານັ້ນ.

ທັງນີ້ ໂດຍສະຖາບັນ Global Fire Power ໄດ້ຈັດລະດັບກໍາລັງ ແລະອາວຸດຂອງກອງທັບປະຊາຊົນລາວໃຫ້ຢູ່ອັນດັບທີ 121 ຈາກ 142 ປະເທດທົ່ວໂລກໃນປີ 2022 ມີກໍາລັງທະຫານປະຈໍາການ 75,000 ກວ່າຄົນ, ເຮືອບິນລົບທາງທະຫານ 32 ລໍາ, ລົດຖັງ ແລະລົດຫຸ້ມເກາະ 330 ຄັນ, ປືນໃຫຍ່ ກັບລະບົບຕໍ່ສູ້ທາງອາກາດ 185 ເຄື່ອງ, ເຮືອລາດຕະເວນ 40 ລໍາ, ເຊິ່ງໄດ້ຮັບການຈັດສັນງົບປະມານເກີນກວ່າ 85 ລ້ານໂດລາຕໍ່ປີ ໂດຍບໍ່ລວມງົບປະມານທີ່ຈັດສັນໃຫ້ການປ້ອງກັນຄວາມສະຫງົບພາຍໃນ ກໍຄືຕໍາຫຼວດ ຫຼືພະນັກງານປ້ອງກັນຄວາມສະຫງົບ (ປກສ) ທີ່ມີຈໍານວນຫຼາຍກວ່າ 65,000 ຄົນໃນທົ່ວປະເທດລາວແຕ່ຢ່າງໃດ.

XS
SM
MD
LG