ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຂດພັດທະນາກວມລວມໄຊເສດຖາ ດຶງດູດ ເອົານັກລົງທຶນລາວ ແລະຕ່າງປະເທດ ໄດ້ແລ້ວ 84 ລາຍ


ເຂດເສດຖະກິດພິເສດສາມຫລ່ຽມຄໍາໃນແຂວງບໍ່ແກ້ວທີ່ພັດທະນາໂດຍນັກລົງທຶນຈາກຈີນ
ເຂດເສດຖະກິດພິເສດສາມຫລ່ຽມຄໍາໃນແຂວງບໍ່ແກ້ວທີ່ພັດທະນາໂດຍນັກລົງທຶນຈາກຈີນ

ເຂດພັດທະນາກວມລວມໄຊເສດຖາຢູ່ນະຄອນຫຼວງວຽງຈັນ ສາມາດດຶງດູດເອົາບໍລິສັດເອກະຊົນລາວແລະຕ່າງປະເທດໄດ້ແລ້ວ 84 ລາຍ ທີ່ມີມູນຄ່າການລົງທືນທັງໝົດ 1. 6 ຕື້ ໂດລາ ແລະຈ້າງພະນັກງານ 4 ພັນກວ່າຄົນ. ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ທ່ານ ທະນົງໄຊ ຄຸດໄພທູນ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດໃນນະຄອນຫລວງ ວຽງຈັນ ໄດ້ຖະແຫລງຢືນຢັນວ່າ ເຂດພັດທະນາກວມລວມໄຊເສດຖາໃນນະຄອນຫຼວງວຽງຈັນ ສາມາດດຶງດູດເອົາການລົງທຶນຂອງບໍລິສັດເອກະຊົນລາວ ແລະຕ່າງຊາດໄດ້ແລ້ວ 84 ໂຄງການ ແລະໄດ້ນຳເອົາ ເງິນລົງທຶນເຂົ້າມາໃນລາວລວມມູນຄ່າເຖິງ 1 ລ້ານ 6 ແສນ ໂດລາ ທັງຍັງມີອີກຫລາຍບໍລິສັດ ທີ່ມີແຜນຈະເຂົ້າມາລົງທືນເພີ້ມຂຶ້ນອີກຫລາຍກ່ວາ 2 ພັນ ລ້ານໂດລາ, ເຊິ່ງຈະເຮັດໃຫ້ມີການຈ້າງງານເພີ້ມຂຶ້ນຈາກຫລາຍກວ່າ 4,000 ຄົນ ໃນປັດຈຸບັນນີ້ ເປັນຫລາຍກ່ວາ 8,000 ຄົນ ໃນໄວໆນີ້ ດັ່ງທີ່ທ່ານ ທະນົງໄຊຢືນຢັນວ່າ:

"ມາຮອດປັດຈຸບັນນີ້ ສາມາດດຶງດູດການລົງທືນພາຍໃນ ແລະຕ່າງປະເທດໄດ້ 84 ບໍລິສັດ ແລະມີແຜນການທີ່ຈະລົງທຶນ 2,184 ລ້ານໂດລາ ຈົນມາຮອດປັດຈຸບັນນີ້ມີມູນຄ່າການລົງທຶນທີ່ແທ້ຈິງ 1,6 ຕື້ໂດລາ. ບໍລິສັດທີ່ໃຫຍ່ແລະມີຊື່ສຽງລະດັບພາກພື້ນ ແລະສາກົນປະກອບມີບໍລິສັດ Hoya ລາວຈໍາກັດ ຜະລິດກ່ຽວກັບ ຮາດດິສ (hard disk) ຄອມພິວເຕີຂອງປະເທດຍີ່ປຸ່ນທີ່ມີການນໍາໃຊ້ແຮງງານໃນ phase ທໍາອິດຢູ່ 4 ພັນຄົນ ແລະກະຊິເສີມຂະຫຍາຍໃນ phase ທີສອງອີກ 4 ພັນຄົນ. ບໍລິສັດເປໂຕຣ-ເຄມີລາວ ເປັນໂຮງງານກັ່ນນໍ້າມັນແຫ່ງທຳອິດຂອງ ສປປ ລາວ ມີມູນຄ່າການລົງທຶນຢູ່ 197 ລ້ານໂດລາແລະຈະເລີ່ມທົດລອງການຜະລິດໃນທ້າຍປີນີ້.

ສ່ວນທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ - ລັດຖະມົນຕີກະຊວງແຜນການ ແລະການລົງທຶນກ່າວວ່າໃນປີ 2019 ທີ່ຜ່ານມາ, ຄະນະກໍາມະການຄຸ້ມຄອງເຂດເສດຖະ ກິດພິເສດ ແລະເສດຖະກິດແຫ່ງຊາດໄດ້ອະນຸຍາດການລົງທຶນໃນເຂດເສດຖະກິດພິເສດ 12 ແຫ່ງເພີ້ມຂຶ້ນອີກ, ໃນນັ້ນມີ 202 ລາຍ ຊຶ່ງເຮັດໃຫ້ມີບໍລິສັດເອກະຊົນເອກະຊົນທີ່ລົງທຶນໃນເຂດເສດຖະກິດພິເສດ 806 ລາຍໃນປັດຈຸບັນນີ້ ໂດຍໃນນີ້ເປັນບໍລິສັດຕ່າງປະເທດ 688 ລາຍ ແລະບໍລິສັດຖືຮຸ້ນຮ່ວມລະຫວ່າງເອກະຊົນ ລາວກັບຕ່າງປະເທດອີກ 118 ລາຍ ທີ່ມີມູນຄ່າການລົງທືນທັງໝົດຫຼາຍກວ່າ 4 ຕື້ 5 ລ້ານໂດລາ ແລະສາມາດຜະລິດສິນຄ້າເພື່ອສົ່ງອອກໄປຕ່າງປະເທດໃນມູນຄ່າທັງໝົດ 394,4 ລ້ານໂດລາ, ແຕ່ວ່າກໍໄດ້ມອບພັນທະໃຫ້ແກ່ລັດຖະບານລາວພຽງແຕ່ 122 ຕື້ ກີບ ຫລືປະມານ 13 ລ້ານ ໂດລາ ເທົ່ານັ້ນໃນຕະຫລອດປີ 2019 ທີ່ຜ່ານມາ.

ພາບເຂດເສດຖະກິດສະເພາະຢູ່ບຶງທາດຫລວງໃນນະຄອນຫລວງວຽງຈັນ ທີ່ລົງທຶນພັດທະນາໂດຍນັກລົງທຶນຈີນ
ພາບເຂດເສດຖະກິດສະເພາະຢູ່ບຶງທາດຫລວງໃນນະຄອນຫລວງວຽງຈັນ ທີ່ລົງທຶນພັດທະນາໂດຍນັກລົງທຶນຈີນ

ນອກຈາກນີ້ ບັນດາບໍລິສັດຕ່າງປະເທດກໍ່ຍັງໄດ້ນຳເຂົ້າແຮງງານສ່ວນຫລາຍມາຈາກຕ່າງປະເທດອີກດ້ວຍຊຶ່ງສາມາດເຫັນໄດ້​ຈາກ​ການ​ຈ້າງ​ແຮງ​ງານ​ຈຳ​ນວນ​ທັງ​ໝົດ 26,756 ຄົນ​ໃນ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ທັງ 12 ແຫ່ງ ກໍ​ປາ​ກົດ​ວ່າ​ມີ​ການ​ຈ້າງ​ແຮງ​ງານລາວ ພຽງ​ແຕ່ 2,607 ຄົນ​ເທົ່າ​ນັ້ນ ເນື່ອງ​ຈາກວ່າ​ຝີ​ມື​ຂອງ​ແຮງ​ງານລາວ ບໍ່​ສາ​ມາດ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ບໍ​ລິ​ສັດ​ຕ່າງ​ຊາດ​ໄດ້​ຢ່າງ​ພຽງ​ພໍ ລວມທັງ​ຍັງ​ມີ​ບັນ​ຫາ​ໃນຫຼາຍ​ດ້ານ​ທີ່​ເປັນ​ອຸ​ປະ​ສັກ​ຕໍ່​ການ​ລົງ​ທຶນ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ ໃນ​ນີ້​ກໍ​ລວມ​ເຖິງ​ບັນ​ຫາ ກ່ຽວ​ກັບ ນິ​ຕິ​ກຳ​ທີ່ບໍ່​ຊັດ​ເຈນ ແລະ ການ​ເວນ​ຄືນ​ທີ່​ດິນ​ຂອງ​ປະ​ຊາ​ຊົນ ລາວ ດ້ວຍ​ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

"ນິ​ຕິ​ກຳ ກ່ຽວ​ກັບ ເຂດ​ເສດ​ຖ​ະ​ກິດ​ພິ​ເສດ​ທີ່​ມີ​ໃນ​ປັດ​ຈຸ​ບັນ​ນີ້​ຍັງ​ບໍ່​ທັນ​ໜັກ​ແໜ້ນ​ພຽງ​ພໍ​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ພົບ​ຄວາມ​ຫຍຸ້ງ​ຍາກ ໂດຍ​ສະ​ເພາະ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ຜູ້​ລົງ​ທຶນ ອັນ​ສອງນີ້​ກະ​ແມ່ນ​ການ​ຈັດ​ສັນ ແລະ ການ​ກຳ​ນົດ​ເນື້ອ​ທີ່​ດິນ​ຍັງ​ພົບ​ຄວາມ​ຫຍຸ້ງ​ຍາກ ອັນ​ທີ​ສາມ​ແມ່ນ​ການ​ສ້າງ ແລະ ສະ​ໜອງ​ແຮງ​ງານ​ເພື່ອ​ປ່ຽນ​ແທນ​ແຮງ​ງານ​ຕ່າງ​ປະ​ເທດ​ຍັງ​ບໍ່​ທັນ​ເປັນ​ລະ​ບົບ ການ​ສ້າງ​ໂຄງ​ການ​ທີ່​ມີ​ສ່ວນ​ຮ່ວມ​ກັບ​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ໂດຍ​ສະ​ເພາະ​ການ​ຜະ​ລິດ​ເພື່ອ​ຕອບ​ສະ​ໜອງ​ເຄື່ອງ​ອຸ​ປະ​ໂພກ-ບໍ​ລິ​ໂພກ​ໃຫ້​ແກ່​ຄວາມ​ຕ້ອງ​ການ ກະ​ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ."

ທັງນີ້ ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມຫຼ່ຽມ​ຄຳທີ່​ແຂວງບໍ່​ແກ້ວຂອງ​ກຸ່ມ​ບໍ​ລິ​ສັດ​ດອກ​ງິ້ວ​ຄຳ​ຈາກຈີນ ມີ​ບໍ​ລິ​ສັດ​ຕ່າງ​ຊາດ​ເຂົ້າ​ມາ​ລົງ​ທຶນ​ແລ້ວ 147 ລາຍ. ເຂດ​ເສດ​ຖະ​ກິດ​ສະ​ເພາະ​ບໍ່​ເຕັນ​ແດນ​ງາມ ຢູ່​ແຂວງຫຼວງ​ນ້ຳ​ທາ ກໍ​ມີ​ບໍ​ລິ​ສັດຈີນເຂົ້າ​ມາ​ລົງ​ທຶນ​ແລ້ວ 128 ລາຍ, ເຂດ​ເສດ​ຖະ​ກິດ​ພິ​ເສດສະ​ຫວັນ-ເຊ​ໂນ​ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ​ ກໍ​ມີ​ບໍ​ລິ​ສັດ​ຕ່າງ​ຊາດ​ເຂົ້າ​ມາ​ລົງ​ທຶນ​ແລ້ວ 117 ລາຍ, ນິຄົມອຸດສາຫະກໍາ ແລະການຄ້າວຽງຈັນ- ໂນໂທອງກໍມີ 47 ລາຍ, ເຂດ​ເສດ​ຖະ​ກິດ​ພິ​ເສດ​ຈຳ​ປາ​ສັກ 33 ລາຍ ແລະ ເຂດ​ອື່ນໆ 73 ລາຍ ທັງນີ້ ໂດຍຍັງບໍ່ລວມການລົງທຶນຂອງຈີນທີ່ເຂດເສດຖະກິດພິເສດບຶງທາດຫລວງໃນນະຄອນຫລວງວຽງຈັນ ແຕ່ຢ່າງໃດ.

XS
SM
MD
LG