ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປີ 2022 ໄດ້​ເຮັດ​ໃຫ້​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ມະ​ນຸ​ມັດ​ການ​ໃຊ້​ຈ່າຍ​ມູນ​ຄ່າ 430 ຕື້ໂດ​ລາ ໃນ​ການ​ແກ້​ໄຂ​ບັນ​ຫາ​ສະ​ພາບ​ອາ​ກາດ ແລະ ສັງ​ຄົມ


YE US Congress HOUSE.mp4
please wait

No media source currently available

0:00 0:03:32 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ຈາກ​ການ​ໃຫ້​ທຶນ​ດ້ານ​ສະ​ພາບ​ອາ​ກາດ ແລະ ສັງ​ຄົມ​ທີ່​ສຳ​ຄັນ ຫາ​ການ​ປົກ​ປ້ອງ​ການ​ແຕ່ງ​ງານ​ຂອງ​ຄົນ​ເພດ​ດຽວ​ກັນ ແລະ ການ​ສືບ​ສວນ​ສອບ​ສວນ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ມີ​ປີ​ທີ່​ວຸ້ນ​ວາຍ ຄວບ​ຄຸມ​ສຽງ​ສ່ວນຫຼາຍ​ທັງ​ໃນ​ສະ​ພາ​ສູງ ແລະ ສະ​ພາ​ຕ່ຳ. ນັກ​ຂ່າວ​ວີ​ໂອ​ເອ​ປະ​ຈຳ​ລັດ​ຖະ​ສ​ະ​ພາ ແຄ​ເທີ​ຣິນ ກິບ​ສັນ ໄດ້​ເລົ່າ​ຄືນ​ປີ​ນີ້ ກ່ຽວ​ກັບ ຫໍ​ລັດ​ຖະ​ສະ​ພາ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ວິ​ກິດ​ການ​ສາ​ກົນ​ທີ່​ຮີບ​ດ່ວນ​ໄດ້​ຮຽກ​ຮ້ອງ​ຄວາມ​ສົນ​ໃຈ​ໃນ​ທັນ​ທີ​ຈາກ​ຕອນ​ຕົ້ນ​ຂອງ​ປີ​ທີ​ສອງ​ຂອງ​ຫໍ​ລັດ​ຖ​ະ​ສະ​ພາ ສະ​ຫະ​ລັດ ສະ​ໄໝ​ທີ 117.

​ການ​ຂໍ​ຮ້ອງ​ຂອງປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ​ຕໍ່​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ເພື່ອ​ສົ່ງ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ ແລະ ມະ​ນຸດ​ສະ​ທຳ ໄດ້​ເຮັດ​ໃຫ້​ພັກ​ເດ​ໂມ​ແຄ​ຣັດ ແລະ ຣີ​ພັບ​ບ​ລິ​ກັນ​ສາ​ມັກ​ຄີ​ກັນ.

ທ່ານ ມິດ​ຈ໌ ແມັກ​ຄອນ​ແນ​ລ, ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ສະ​ພາ​ສູງ ກ່າວ​ວ່າ “ຄວາມ​ຂັດ​ແຍ້ງນີ້​ມີ​ຜົນ​ສະ​ທ້ອນ​ຕາມ​ມາ​ໂດຍ​ກົງ ແລະ ຄັ້ງ​ໃຫຍ່​ສຳ​ລັບ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ ອາ​ເມ​ຣິ​ກາ ແລະ ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຂອງ ອາ​ເມ​ຣິ​ກາ. ການ​ຮຸກ​ຮານ​ຂອງ ຣັດ​ເຊຍ ແມ່ນ​ບໍ່​ສາ​ມາດ​ຖືກ​ອະ​ນຸ​ຍາດ​ໃຫ້​ສືບ​ຕໍ່​ໂດຍບໍ່​ມີ​ຄ່າ​ເສຍ​ຫາຍ.”

ສະ​ຫະ​ລັດ ຈະ​ສົ່ງ​ການ​ຊ່ວຍ​ເຫຼືອ​ເກືອບ 18 ຕື້​ໂດ​ລາ​ພາຍ​ໃນ​ທ້າຍ​ເດືອນ​ຕຸ​ລາ, ຈົ​ນ​ເຮັດ​ໃຫ້​ສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ບາງ​ຄົນ ຕ້ອງ​ຕັ້ງ​ຄຳ​ຖາມ​ຕໍ່​ການ​ເລັ່ງ​ການ​ໃຊ້​ຈ່າຍ​ດັ່ງ​ກ່າວ.

ທ່ານ ເຄ​ຊີ ເບີ​ແກັດ, ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ຈອດ​ຈ໌ ວໍ​ຊິງ​ຕັນ ໄດ້​ກ່າວ​ວ່າ “ໃນ​ຂະ​ນະ​ທີ່​ມັນ​ໄດ້​ມີ​ຄວາມ​ກະ​ຈ່າງ​ແຈ້ງຫຼາຍ ແລະ ຫຼາຍ​ຂຶ້ນ​ທີ່​ມັນ​ຈະ​ເປັນ​ການ​ຕອບ​ສະ​ໜອງ​ໄລ​ຍະ​ຍາວ​ດ້ວຍ​ເງິນ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນ​ຂອງ ອາ​ເມ​ຣິ​ກາ ເປັນ​ອົງ​ປະ​ກອບ​ທີ່​ຈຳ​ເປັນ​ນັ້ນ, ພວກ​ເຮົາ​ໄດ້​ເລີ່ມ​ເຫັນ​ພັກ​ຣີ​ພັບ​ບ​ລີ​ກັນ​ຂ້ອນ​ຂ້າງ​ເອົາ​ທ່າ​ທາງ​ອື່ນ. ແລະ ແລ້ວ​ໃນ​ທີ່​ສຸດ, ໃນ​ຂະ​ນະ​ທີ່​ການ​ເລືອກ​ຕັ້ງ​ໄດ້​ມາ​ຮອດ, ກໍ​ໄດ້​ໃຊ້​ການ​ຕອບ​ໂຕ້​ຕໍ່​ຕ້ານ ຢູ​ເຄ​ຣນ, ຫຼື ຢ່າງ​ໜ້ອຍ​ເຂົາ​ເຈົ້າຫຼາຍ​ຄົນ​ໄດ້​ເວົ້າ​ວ່າ ພວກ​ເຮົາ​ໃຊ້​ເງິນຫຼາຍ​ໂພດ. ພວກ​ເຮົາ​ມີ​ບັນ​ຫາຫຼາຍ​ໂພດ ​ຢູ່ໃນ​ປະ​ເທດນີ້.”

ການ​ຟື້ນ​ຟູ​ເສດ​ຖະ​ກິດ ອາ​ເມ​ຣິ​ກາ ຫຼັງ​ຈາກ​ໂຣກ​ລະ​ບາດ ໂຄວິດ-19 ໄດ້​ຄອບ​ງຳ​ຄວາມ​ເປັນ​ຫ່ວງ​ພາຍ​ໃນ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ, ໃນ​ຂະ​ນະ​ທີ່​ທຳ​ນຽບ​ຂາວ​ທ່ານຂອງໄບ​ເດັນ ໄດ້​ໃຊ້​ເວ​ລາຫຼາຍ​ເດືອນ​ເຈ​ລະ​ຈາ​ໂຄງ​ການ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ ແລະການ​ໃຊ້​ຈ່າຍ​ໃນ​ສັງ​ຄົມ 430 ຕື້​ໂດ​ລາ, ເຊິ່ງ​ແມ່ນ​ກົດ​ໝາຍຫຼຸ​ດ​ຜ່ອນ​ອັດ​ຕາ​ເງິນ​ເຟີ້.

ທ່ານ​ນາງ ເອ​ມີ ເດ​ຊີ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ອາ​ເມ​ຣິ​ກັນ ກ່າວ​ວ່າ “ໂຄງ​ການ​ລິ​ເລີ່ມ​ສະ​ພາບ​ອາ​ກາດ​ປ່ຽ​ນ​ແປງຫຼາຍ​ອັນ​ທີ່​ລັດ​ຖະ​ບານ​ທ່ານ ໄບ​ເດັນ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຜັກ​ດັນ​ແທ້ໆ​ແມ່ນ​ຂ້ອນ​ຂ້າງ​ຖືກ​ຝັງ​ຢູ່​ໃນ​ກົດ​ໝາຍ​ການຫຼຸດ​ຜ່ອນ​ອັດ​ຕາ​ເງິນ​ເຟີ້ນີ້, ແລະ ຈາກ​ທັດ​ສະ​ນະ​ຄະ​ຕິ​ດ້ານ​ເສດ​ຖະ​ກິດ, ສະ​ນັ້ນ​ມັນ​ຈຶ່ງ​ໄດ້​ກະ​ທົບ​ຕໍ່​ບູ​ລິ​ມະ​ສິດ​ສູງ​ສຸ​ດຫຼາຍ​ອັນ.”

ຫຼັງ​ຈາກ​ການ​ຕັດ​ສິນ​ຂອງ​ສານ​ສູງ​ສຸດ ​ເພື່ອ​ຕ່າວ​ປີ້ນ​ສິ​ດ​ທິ ​ໃນ​ການ​ເຮັດ​ແທ້ງ​ລູກ​ຂອງ​ລັດ​ຖະ​ບານ​ກາງ, ພັກ​ເດ​ໂມ​ແຄ​ຣັດ​ແມ່ນບໍ່​ສາ​ມາດ ​ທີ່​ຈະ​ເອົາ​ຊະ​ນະ ​ດ້ວຍ​ສຽງ​ສ່ວນຫຼາຍ​ຢ່າງ​ຫວຸດ​ຫວິດ​ຂອງ​ເຂົາ​ເຈົ້າ​ໃນ​ສະ​ພາ​ສູງ ແລະ ສະ​ພາ​ຕ່ຳ​ເພື່ອ​ປົກ​ປ້ອງ​ສິດ​ທິ​ໃນ​ການ​ເຮັດ​ແທ້ງ​ລູກ. ແຕ່​ເຂົາ​ເຈົ້າ​ສາ​ມາດ​ທີ່​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ພັກ​ການ​ເມືອງ​ດຽວ​ເພື່ອ​ປົກ​ປ້ອງ​ການ​ແຕ່​ງານ​ຂອງ​ຄົນ​ເພດ​ດຽວ​ກັນ ແລະ ຕ່າງ​ເຊື້ອ​ຊາດ​ຜິວພັນ.

ແຕ່​ໃນ​ສະ​ພາ​ຕ່ຳ ສະ​ຫະ​ລັດ, ພັກ​ເດ​ໂມ​ແຄ​ຣັດ ແລະ ຣີ​ພັບ​ບ​ລີ​ກັນ​ແມ່ນ​ແຕກ​ແຍກ​ກັນ ກ່ຽວ​ກັບ ຄະ​ນະ​ກຳ​ມະ​ການ​ທີ່​ທຳ​ການ​ສືບ​ສວນ​ສອບ​ສວນ​ການ​ໂຈມ​ຕີ​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ເມື່ອ​ວັນ​ທີ 06 ມັງ​ກອນ 2021. ການ​ຟັງ​ຄຳ​ໃຫ້​ການ​ໃນ​ຊ່ວງ​ເວ​ລາ ​ທີ່​ມີ​ຜູ້​ຊົມ​ໂທ​ລະ​ພາບຫຼາຍ​ທີ່​ສຸດ ​ຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ກ່ຽວ​ກັບ ການ​ພະ​ຍາ​ຍາມ​ຕ່າວ​ປີ້ນ​ການ​ເລືອກ​ຕັ້ງ​ປີ 2020 ໄດ້​ບັນ​ລຸເຖິງຈຸດ​ສູງ​ສຸດ ​ໃນ​ການ​ສອບ​ສວນ​ທີ່​ເກີດ​ຂຶ້ນ​ໄດ້​ຍາກ​ຂອງ​ອະ​ດີດ​ປະ​ທ​າ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ.

ປີ​ດັ່ງ​ກ່າວ​ແມ່ນ​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ​ຢູ່​ບ່ອນ​ກ່າວ​ຄຳ​ປາ​ໄສ​ຂອງ​ສະ​ພາ​ຕ່ຳ, ໃນ​ຂະ​ນະ​ທີ່​ປະ​ທານ​ສະ​ພາ​ຕ່ຳ​ທ່າ​ນ​ນາງ ແນນ​ຊີ ເພ​ໂລ​ຊີ ໄດ້​ປະ​ກາດ​ວ່າ​ທ່ານ​ນາງ​ຈະ​ລົງ​ຈາກ​ຕຳ​ແໜ່ງ, ເຊິ່ງ​ເປັນ​ການ​ສິ້ນ​ສຸດ​ການ​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ຜູ້​ນຳ​ພາ​ພັກ​ເດ​ໂມ​ແຄ​ຣັດ​ດົນ​ສອງ​ທົດ​ສະ​ວັດ.

ທ່າ​ນ​ນາງ ແນນ​ຊີ ເພ​ໂລ​ຊີ, ປະ​ທານ​ສະ​ພາ​ຕ່ຳ​ກ່າວ​ວ່າ “ສຳ​ລັບ​ຂ້າ​ພະ​ເຈົ້າ, ເວ​ລາ​ແມ່ນ​ໄດ້​ມາ​ຮອດ​ແລ້ວ​ ສຳ​ລັບ​ຄົນ​ລຸ້ນ​ໃໝ່​ທີ່​ຈະ​ນຳ​ພາ​ກອງ​ປະ​ຊຸມ​ພັກ​ເດ​ໂມ​ແຄ​ຣັດ ທີ່​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຄົາ​ລົບ​ຢ່າງ​ເລິກ​ເຊິ່ງ.”

ແມ່ນ​ກະ​ທັ້ງ​ທີ່​ທ່ານ​ນາງ​ສືບ​ຕໍ່​ຮັບ​ໃຊ້​ໜ້າ​ທີ່​ໃນ​ສະ​ພາ​ຕ່ຳ​ກໍ​ຕາມ, ບັນ​ດາ​ນັກ​ວິ​ເຄາະ​ເວົ້າ​ວ່າ ​ມູນ​ເຊື້ອ​ຂອງ​ທ່ານ​ນາງ​ແມ່ນ​ໄດ້​ຖືກ​ຮັບ​ປະ​ກັນ​ຢ່າງ​ແນ່ນອນ.

ທ່າ​ນ​ນາງ ເອ​ມີ ເດ​ຊີ ກ່າວ​ວ່າ “ຖ້າ​ທ່ານ​ນາງ​ຍ່າງ​ອອກ​ຈາກ​ຕຶກມື້​ອື່ນ, ຜົນ​ກະ​ທົບ​ແມ່ນມີ​ຂ້ອນ​ຂ້າງ​ຊັດ​ເຈນ. ທຸກ​ຢ່າງ​ແມ່ນ​ໃຫຍ່ຫຼາຍ, ຮ່າງ​ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ທີ່​ສຳ​ຄັນ​ທີ່​ທ່ານ​ນາງ​ໄດ້​ຊ່ວຍ​ຮັບ​ຜ່ານ, ຂໍ້​ເທັດ​ຈິງ​ທີ່​ທ່ານ​ນາງ​ເປັນ​ປະ​ທານ​ສະ​ພາ​ຕ່ຳ​ແມ່​ຍິງ​ຄົນ​ທຳ​ອິດ​ນັ້ນ, ເປັນ​ສິ່ງ​ກີດ​ຂວາງ​ບາງ​ອັນ​ທີ່ແທ້​ຈິງ​ແລ້ວທ່ານ​ນາງໄດ້​ດຶກ​ລົງ.”

ພັກ​ຣີ​ພັບ​ບ​ລີ​ກັນ​ຈະ​ຄວບຄຸມ​ສະ​ພາ​ຕ່ຳ ແລະ ພັກ​ເດ​ໂມ​ແຄ​ຣັດ ຈະ​ສືບ​ຕໍ່​ຄວບ​ຄຸມ​ສຽງ​ສ່ວນຫຼາຍ​ ຢ່າງ​ຫວຸດ​ຫວິດ​ໃນ​ສະ​ພາ​ສູງ ເວ​ລາ​ທີ່​ລັດ​ຖະ​ສະ​ພາ​ໃໝ່​ສາ​ບານ​ຕົນ​ເຂົ້າ​ເຮັດ​ວຽກ​ ໃນ​ເດືອນ​ມັງ​ກອນ​ຈະ​ມານີ້.

A pressing international crisis demanding immediate attention at the beginning of the second year of the 117th U.S. Congress …

Ukrainian President Volodymr Zelenskyy’s plea to U.S. lawmakers to send military and humanitarian aid united Democrats and Republicans …

“This conflict has a direct and major consequences for America’s national security and America’s national interests. Russia’s aggression cannot, cannot be allowed to continue cost free.”

The United States would send nearly $18 billion in aid by the end of October, leading some Republican lawmakers to question the speed of spending.

“As it became very, very clear that this was going to be a long-term response with America's money and resources as being the necessary components, we started seeing Republicans kind of take the other position. And then ultimately, as the election came up, taking an anti-Ukrainian response, or at least a lot of them saying, 'We're spending too much money. We have too many problems here at home.'”

The recovery of the American economy after the COVID-19 pandemic dominated lawmakers’ concerns domestically — as the Biden White House spent months negotiating a $430 billion package of climate and social spending — the Inflation Reduction Act.

“A lot of the climate change initiatives that the Biden administration was really trying to push are kind of embedded in this Inflation Reduction Act, and from an economic standpoint, so it's hitting a lot of the priorities.”

After the Supreme Court decision in June overturning the federal right to abortion, Democrats failed to overcome their narrow majorities in both chambers to protect abortion rights. But they were able to strike a bipartisan deal protecting same-sex and interracial marriage.

But in the U.S. House, Democrats and Republicans were divided over the committee investigating the January 6, 2021, attack on the U.S. Capitol. The committee’s prime-time hearings into the attempt to overturn the 2020 election culminated in a rare subpoena of former President Donald Trump.

The year coming to a close on the House floor, as Speaker Nancy Pelosi announced she would step aside, ending two decades serving in Democratic leadership…

“For me, the hour has come for a new generation to lead the Democratic caucus that I so deeply respect.”

Even as she continues to serve in the House, analysts say her legacy is assured.

“If she walked out of the building tomorrow, the impact is quite clear [[COVER CUT with broll of Pelosi]] All the huge, monumental pieces of legislation she's helped pass, the fact that she was the first female speaker, some of the barriers that she's literally torn down.”

Republicans will control the House and Democrats will continue to hold a narrow majority in the Senate when a new Congress is sworn in next January.

XS
SM
MD
LG