ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕົວຢາຊະນິດໃໝ່ ຈະສາມາດ ຊ່ອຍຮັກສາ ພົນລະເມືອງ ຂອງເຜິ້ງ ໃນທົ່ວໂລກໄດ້


ນ້ຳເຜິ້ງສົດຈາກຮັງເຜິ້ງ
ນ້ຳເຜິ້ງສົດຈາກຮັງເຜິ້ງ

ພວກເຜິ້ງ​ກຳລັງ​ຕົກ​ຢູ່​ໃນ​ອັນຕະລາຍ​ໃນ​ທົ່ວ​ໂລກ ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ໃນ​ອັນ​ທີ່​ເອີ້ນ​ວ່າ ການພັງ​ທະລາ​ຍລົງໃນການ​ເຮັດ​ຮັງຂອງ​ເຜິ້ງ ​ແມ່ນ​ມາ​ຈາກຈາກ​ຫຼາຍໆປະການ ນັບ​ແຕ່​ການ​ໃຊ້​ຢາ​ຂ້າ​ແມງ​ໄມ້ ຕະຫຼອດ​ຈົນ​ການສູນ​ເສຍທີ່ຢູ່​ອາ​ໄສຍ້ອນ​ການ​ຕິດ​ແປດ​ເຊື້ອ​ຈຸລິນ​ຊີ​ ຫຼື microorganisms ​ແຕ່​ວ່າ​ພວກ​ນັກວິທະ ຍາສາດ ​ໃນ​ປະ​ເທດ​ໂປ​ແລນກ່າວ​ວ່າ ພວກ​ເຂົາ​ເຈົ້າ​ກຳລັງ​ຫາ​ຊ່ອງ​ທາງ​ ເພື່ອຈະ​ຊ່ອຍປິ່ນ​ປົວຮັກສາ​ພະຍາດ​ແນວ​ນຶ່ງ ​ໃຫ້ຫາ​ຍດີ​ໄດ້. George Putic ນັກ​ຂ່າວ​ຂອງ VOA ມີ​ລາຍ​ງານ​ຂອງກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງ​ວັນນະ​ສອນຈະ​ນຳ​ເອົາ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

​ພວກ​ນັກວິທະຍາສາດ ​ແມ່ນ​ກຳລັງ​ຕໍ່ສູ້​ໃນ​ຫລາຍໆ​ດ້ານ ​ເພື່ອຈະຊ່ອຍປົກ​ປ້ອງ​ການ​ຫລຸດ​ນ້ອຍ​ຖອຍ​ລົງ​ຂອງ​ຈຳນວນ​ເຜິ້ງ​ຢູ່ໃນ​ທົ່ວ​ໂລກ.

ສາ​ເຫດ​ນຶ່ງ ທີ່​ມີ​ຜົນກະທົບ ​ຕໍ່​ການ​ເຮັດ​ຮັງ​ຂອງເຜິ້ງ ​ໃນປະ​ເທດໂປ​ແລນ ແມ່ນ​ ເຊື້ອ Nose- mosis ຫຼື nosema ຊຶ່ງເປັນໂຣກທີ່ເກີດຈາກພວກ​ເຊື້ອ​ລາທັງຫຼາຍ ທີ່ສົ່ງຜົນ ກະທົບຕໍ່ ພວກເຜິ້ງທີ່​ຕົວ​ແກ່ທັງຫຼາຍ.

ທ່ານນາງ Aneta Ptaszynska ຈາກມະຫາວິທະຍາໄລ Maria Curie-Sklodowska ກ່າວວ່າ “ພວກເຜິ້ງທີ່​ເປັນ​ຄົນ​ງານທີ່ຕິດ​ໂຣກ ແມ່ນມີຊີວິດຢູ່​ໄດ້ ​ໃນເວລາສັ້ນໆ ໃນຊ່ວງ ລະດູຮ້ອນ ປະມານ 8 ຫາ 12 ມື້ ໃນຂະນະທີ່ຕາມ​ປົກ ກະຕິ​ແລ້ວ ພວກມັນ​ມີຊີວິດຢູ່ໄດ້ 36 ມື້ ເພາະສະນັ້ນການປະກອບກິດຈະກຳອື່ນໆຂອງພວກຄອບຄົວເຜິ້ງທັງໝົດ ຈະລົດ ນ້ອຍຖອຍລົງແລະພວກເຜິ້ງ ຍັງຈະຕ້ອງມີບັນຫາກັບລະດູໜາວທີ່ກຳລັງ​ຈະຜ່ານ​ໄປ​ນັ້ນ.”

ພວກນັກວິທະຍາສາດ ຕັ້ງທິດ​ສະ​ດີ​ຂຶ້ນວ່າ ຢາຂ້າແມງໄມ້ບາງຢ່າງ ສາມາດເຮັດໃຫ້ລະບົບ ພູມຕ້ານ ທານພາຍໃນຂອງພວກເຜິ້ງອ່ອນເພຍຊຶ່ງ​ເຮັດໃຫ້ມັນ​ບໍ່​ສາ​ມາ​ດ ຕໍ່ສູ້​ກັບພວກ​ກາ​ຝາກຕ່າງໆ​ໄດ້. ຫຼັງ​ຈາກ​ທີ່​ພວກ​ມັນ ​ໄດ້​ກືນ​ກິນ​ອາຫານ ຫຼື​ນ້ຳ ທີ່ມີ​ສານ​ພິດ​ເຈືອ​ປົນ​ເຂົ້າ​ໄປ​ ແລ້ວ ​ເຜິ້ງກໍຈະ​ປະພຶດ​ຕົວແບບ​ຜິດ​ປົກກະຕິແລະ​ກໍ​ຕາຍ​ຢ່າ​ງ​ໄວວາ.

ສິ່ງ​ດັ່ງກ່າວ​ນີ້​ຄິດ​ວ່າ ​ແມ່ນ​ນຶ່ງ​ໃນ​ສາ​ເຫດຫຼັກ​ທີ່​ເຮັດ​ໃຫ້​ພົນລະ​ເມືອງ​ຂອງພວກ​ເຜິ້ງ​ໃນ​ໂປ​ແລນ ຫລຸດ​ລົງ​ເຫລືອ​ພຽງ​ເຄິ່ງນຶ່ງ ​ໃນໄລຍະ 15 ປີທີ່​ຜ່ານ​ມາ.

ພວກນັກວິທະຍາສາດໂປ​ແລນ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ ນ້ຳ​ຢາ​ທີ່​ກັ່ນ​ຈາກ​ດອກ​ໄມ້ຊະນິດ​ນຶ່ງ ທີ່​ມີປະສິດ​ທິ​ຜົນ ​ຫຼາຍ​ກວ່າ 90 ​ເປີ​ເຊັນ ​ໃນ​ການ​ຊ່ອຍ​ຊີວິດ​ຂອງ​ພວກ​ເຜິ້ງ.

ທ່ານນາງ Aneta Ptaszynska ກ່າວ​ວ່າ “​ໃນ​ອີກ​ດ້ານ​ນຶ່ງ ກໍ​ຄື​ວ່າ ພວກ​ເຜິ້ງນີ້ ​ແມ່ນ​ໄດ້​ລຸດລະດັບ ​ຂອງ​ເຊື້ອພະຍາດ Nosemosi ລົງ. ພວກ​ເຮົາ​ໄດ້​ສັງ​ເກດ​ເຫັນຢ່າງຈະແຈ້ງ ກ່ຽວ​ກັບ​ການ​ຫຼຸດ​ລົງ​ຂອງ​ຈຳນວນ​ສະ​ປໍ​ໃນ​ລຳ​ໄສ້ຂອງ​ພວກ​ເຜິ້ງ ຫລັງ​ຈາກ​ໄດ້​ກິນ​ນ້ຳ​ດອກ​ໄມ້​ແລ້ວ. ​ໃນ​ອີກ​ດ້ານ​ນຶ່ງ ພວກ​ເຂົາ​ຈະ​ເພີ້​ມ ລະດັບ ຂອງ enzymes ທີ່​ຮັບຜິດ ຊອບ ຕໍ່​ປະຕິກິລິ​ຍາ​ໃນ​ລະບົບ​ພູມ​ຕ້ານທານຂອງ​ພວກ​ແມງ​ໄມ້​ຕ່າງໆ. enzymes ທີ່​ສາ​ມາດສັງ​ເກດ ຕົວການ​ຂອງການ​ເຮັດ​ໃຫ້​ເກີດ​ໂຣກ ສິ່ງແປກ​ປອມ​ເຂົ້າ​ໄປ​ໃນ​ຮ່າງກາຍ.”

ຢາ​ໃໝ່​ທີ່​ວ່າ​ນີ້ ​ແມ່ນ​ກຳລັງ​ຢູ່​ໃນ​ຂັ້ນ​ຕອນການ​ທົດ​ລອງ ​ກ່ອນ​ທີ່​ຈະໄດ້​ຮັບ​ການອະນຸມັດ​ໃຫ້​ໃຊ້​ໄດ້.

ພວກນັກວິທະຍາສາດ ພາກັນ​ເຕືອນ​ວ່າ ການ​ສີດ​ຢາ​ກັນ​ຍຸງ ທີ່​ນຳ​ເຊື້ອໄວຣັສ Zika ກໍ​ສາມາດທຳລາຍ​ພວກ​ເຜິ້ງ​ໄດ້​ເຊັ່ນ​ກັນ.

​ເຈົ້າ​ໜ້າ​ທີ່ ​ໃນ​ຂົງ​ເຂ​ດທີ່​ໄດ້​ຮັບ​ຜົນ​ກະທົບ ​ແມ່ນ​ແນະນຳ​ໃຫ້​ສີດ​ຢາ​ກັນ​ແມງ​ໄມ້ ຫຼັງ​ຈາ​ກມື​ດ ຄ່ຳ​ແລ້ວ ​ເວລາ​ພວກ​ເຜິ້ງພາກັນ​ຫຼັບນອນ​ແລ້ວ​ນັ້ນ ​ແລະ​ໃຫ້​ໃຊ້​ຢາ​ຊະນິດທີ່​ເປັນສານ​ເຄມີ​ປະສົມ​ນ້ຳ ທີ່​ສາມາດ​ຂ້າ​ພຽງ​ແຕ່ໜອນ​ນ້ຳ​ຂອງ​ຍຸງ​ເທົ່າ​ນັ້ນ.

ທ່ານ Michael Steinkampf ຊຶ່ງ​ເປັນຄົນ​ລ້ຽງ​ເຜິ້ງກ່າວ​ວ່າ “ຢາ​ທີ່​ວ່າ​ນີ້ ​ແມ່ນ​ເປັນ​ພິດ​ແຮງ​ຫຼາຍຕໍ່ພວກໜອນ​ນ້ຳຂອງຍຸງ ​ແຕ່​ວ່າ ​ເມື່ອ​ປະສົມ​ກັບ​ນ້ຳ​ເຂົ້າ​ໄປ​ແລ້ວ​ ຈະ​ບໍ່​ເປັນ​ພິດ​ເປັນ​ໄພ​ຕໍ່​ພວກ​ເຜິ້ງ​ເລີຍ.

​ເທົ່າ​ທີ່​ພວກ​ເຮົາ​ຊາບ​ນັ້ນ ພວກ​ເຜິ້ງ​ແມ່ນ​ເປັນ​ຜູ້​ນຳ​ເກສອນ​ຂອງ​ພວກ​ຜົນໄມ້​ແລະ​ພືດ​ຜັກ​ຕ່າງໆ​ໄປ​ປະສົມ​ພັນ​ກັນ ຊຶ່ງບັນດານັກວິທະຍາສາດ ກ່າວ​ວ່າ ການ​ຕື່ນຕົວ ​ເພີ້ມຂຶ້ນກ່ຽວ​ກັບ​ການ​ປົກ​ປ້ອງ​ຮັກສາ​ພວກ​ເຜິ້ງ ​ແມ່ນມີ​ຄວາມ​ຫຼໍ່​ແຫຼມສຳຄັນສຳ​ລັບ​ອຸດສາຫະກຳ​ອາຫານ​ໃນ​ທົ່ວ​ໂລກ.

ອ່ານຂ່າວນີ້ເປັນພາສາອັງກິດເພີ້ມຕື່ມ

XS
SM
MD
LG