ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ແຂວງສະຫວັນນະເຂດ ປະເຊີນກັບ ບັນຫາຂາດດຸນ ການຄ້າ ກັບ ຫວຽດນາມ


ລົດບັນທຸກແລ່ນຜ່ານປະຕູໂຂງເຂດຊາຍແດນ ລາວ ບາວ ໃນ ຫວຽດນາມ.
ລົດບັນທຸກແລ່ນຜ່ານປະຕູໂຂງເຂດຊາຍແດນ ລາວ ບາວ ໃນ ຫວຽດນາມ.

ພາກທຸລະກິດການຄ້າໃນແຂວງສະຫວັນນະເຂດ ປະເຊີນກັບບັນຫາຂາດດຸນການຄ້າຕໍ່ ຫວຽດນາມ ເກີນກວ່າ 52 ລ້ານໂດລາ ໂດຍສົ່ງສິນຄ້າອອກພຽງ 6 ລ້ານໂດລາ ແຕ່ນຳ
ເຂົ້າສິນຄ້າ ຫວຽດນາມ ເກີນກວ່າ 58 ລ້ານໂດລາ.

ທ່ານ ພອນສະໄໝ ຈັນສີນາ ຮອງຫົວໜ້າຜະແນກອຸດສາຫະກຳ ແລະ ການຄ້າຂອງ
ແຂວງສະຫວັນນະເຂດ ຖະແຫຼງວ່າສະພາວະການຄ້າລະຫວ່າງ ແຂວງສະຫວັນນະ
ເຂດ ກັບ ແຂວງກວາງຈີ ຂອງຫວຽດນາມ ໃນໄລຍະ 6 ເດືອນຕົ້ນປີ 2017 ນີ້ມີມູນຄ່າ
ລວມຫຼາຍກວ່າ 64 ລ້ານໂດລາ ໃນນີ້ເປັນການສົ່ງສິນຄ້າຈາກແຂວງສະຫວັນນະເຂດ
ໄປແຂວງກວາງຈີ ຄິດເປັນມູນຄ່າລວມພຽງແຕ່ 6 ລ້ານເທົ່ານັ້ນ ໃນຂະນະທີ່ແຂວງສະ
ຫວັນນະເຂດ ໄດ້ນຳເຂົ້າສິນຄ້າຈາກແຂວງກວາງຈີ ຄິດເປັນມູນຄ່າເກີນກວ່າ 58 ລ້ານ
ໂດລາ ຊຶ່ງກໍເຮັດໃຫ້ແຂວງສະຫວັນນະເຂດ ຕ້ອງຂາດດຸນການຄ້າຄິດເປັນມູນຄ່າຫຼາຍ
ກວ່າ 52 ລ້ານໂດລາ.

ໂດຍສາເຫດທີ່ເຮັດໃຫ້ແຂວງສະຫວັນນະເຂດ ຕ້ອງຂາດດຸນການຄ້າຕໍ່ແຂວງກວາງຈີ
ດັ່ງກ່າວກໍຍ້ອນວ່າ ສິນຄ້າທີ່ນຳເຂົ້າຈາກ ຫວຽດນາມ ສ່ວນໃຫຍ່ຄື ນໍ້າມັນເຊື້ອໄຟ,
ເຄື່ອງຈັກ, ສິນຄ້າອຸປະໂພກບໍລິໂພກ ໃນຂະນະທີ່ສົ່ງສິນຄ້າກະສິກຳໄປ ຫວຽດນາມ
ດັ່ງທີ່ທ່ານ ພອນສະໄໝ ໄດ້ໃຫ້ການຢືນຢັນວ່າ.

"ສິນຄ້າຫຼັກທີ່ແຂວງສະຫວັນນະເຂດ ພວກເຮົາສົ່ງອອກນີ້ ແມ່ນມີນໍ້າຕານ, ຫີນກາວ, ຜະລິດຕະພັນໄມ້, ງົວ, ຄວາຍ, ມັນຕົ້ນ, ຢາງບົງ, ກ້ວຍເປັນຕົ້ນ ແລະ ມູນຄ່ານຳເຂົ້າ
58.43 ລ້ານໂດລາ ສ່ວນໃຫຍ່ເປັນເຄື່ອງເພື່ອຮັບໃຊ້ໃນໂຄງການ, ນໍ້າມັນເຊື້ອໄຟ
ແລະ ອຸປະໂພກບໍລິໂພກ."

ສຳລັບໃນປີ 2017 ນີ້ລັດຖະບານ ລາວ ໄດ້ວາງແຜນການທີ່ຈະຈຳກັດການຂາດດຸນ
ການຄ້າຕ່າງປະເທດໃຫ້ຢູ່ທີ່ມູນຄ່າລວມ 23 ລ້ານໂດລາ ດ້ວຍການຄວບຄຸມການນຳ
ເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ທີ່ລະດັບ 4,482 ລ້ານໂດລາ ແລະ ສົ່ງເສີມການສົ່ງ
ສິນຄ້າອອກໄປຕ່າງປະເທດໃຫ້ໄດ້ 4,459 ລ້ານໂດລາ ທັງຍັງຈະຊຸກຍູ້ການຜະລິດ
ສິນຄ້າໃນພາກອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳລວມໃຫ້ໄດ້ເຖິງ 6,927 ຕື້ກີບ
ຫຼື ເກີນກວ່າ 865 ລ້ານໂດລາໃນຕະຫຼອດປີ 2017 ນີ້ອີກດ້ວຍ.

ທັງນີ້ໂດຍມາດຕະການໜຶ່ງທີ່ລັດຖະບານ ລາວ ໄດ້ຈັດຕັ້ງປະຕິບັດເພື່ອຄວບຄຸມການ
ນຳເຂົ້າສິນຄ້າຈາກຕ່າງປະເທດກໍຄືການຈັດເກັບອາກອນມູນຄ່າເພີ່ມໃນອັດຕາ 10
ເປີເຊັນຈາກຄົນ ລາວ ແລະ ຊາວຕ່າງຊາດທີ່ໄດ້ຊື້ເຄື່ອງຕິດຕົວຈາກຕ່າງປະເທດເຂົ້າ
ມາໃນ ລາວ ທີ່ມີລາຄາເກີນ 4 ແສນກີບ ຫຼື 50 ໂດລາຕາມຂໍ້ກຳນົດຂອງລັດຖະມົນຕີ
ວ່າການກະຊວງການເງິນ ນັບແຕ່ເດືອນພະຈິກ 2016 ເປັນຕົ້ນມາ ໂດຍໄດ້ເລີ່ມຈັດຕັ້ງ
ປະຕິບັດຢູ່ສະເພາະດ່ານສະພານມິດຕະພາບ ລາວ-ໄທ ແຫ່ງທີ່ 1 ຊຶ່ງກໍໄດ້ຈັດເກັບອາ
ກອນມູນຄ່າເພີ່ມຈາກຄົນ ລາວ ແລະ ຊາວຕ່າງຊາດທີ່ເດີນທາງເຂົ້າ-ອອກ ລາວ ດ້ວຍ
ລົດສ່ວນຕົວເປັນສຳຄັນ.

ສ່ວນມາດຕະການສົ່ງເສີມການສົ່ງສິນຄ້າອອກໄປຕ່າງປະເທດ ແລະ ຊຸກຍູ້ການຜະລິດ
ສິນຄ້າໃນພາກອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳນັ້ນກໍໄດ້ມີການດຳເນີນມາດຕະ
ການຫຼຸດຕົ້ນທຶນການຜະລິດໃຫ້ຕໍ່າລົງ ເພື່ອໃຫ້ສາມາດແຂ່ງຂັນທາງດ້ານລາຄາສິນຄ້າ
ໃນຕະຫຼາດໂລກໃຫ້ໄດ້.

ແຕ່ຢ່າງໃດກໍຕາມ ທາງການ ລາວ ກັບ ໄທ ກໍໄດ້ຕົກລົງວ່າຈະເພີ່ມມູນຄ່າການຄ້າລະ
ຫວ່າງກັນໃຫ້ເຖິງ 8,000 ລ້ານໂດລາໃນປີ 2017 ໃນກອງປະຊຸມຮ່ວມລະຫວ່າງ ກະ
ຊວງອຸດສາຫະກຳ ແລະ ການຄ້າຂອງ ລາວ ກັບກະຊວງການຄ້າຂອງ ໄທ ຄັ້ງທີ 6 ທີ່
ບາງກອກ ເມື່ອທ້າຍປີ 2016 ຊຶ່ງກໍຖືເປັນມູນຄ່າການຄ້າທີ່ເພີ່ມຂຶ້ນເຖິງ 150 ເປີເຊັນ
ຈາກປີ 2014 ໂດຍຄາດວ່າ ໄທ ຈະເປັນຝ່າຍໄດ້ປຽບດຸນການຄ້າຕໍ່ ລາວ ໃນມູນຄ່າ
ລວມເກີນກວ່າ 2,620 ລ້ານໂດລາ.

ສ່ວນທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ
ຖະແຫຼງຢືນຢັນວ່າໃນປີ 2016 ການຄ້າຕ່າງປະເທດຂອງ ລາວ ມີມູນຄ່າລວມທັງໝົດ
8,739 ລ້ານໂດລາ ໃນນີ້ກໍແບ່ງເປັນການສົ່ງສິນຄ້າອອກໄປຕ່າງປະເທດ ໃນມູນຄ່າ
4,523.9 ລ້ານໂດລາ ຊຶ່ງເກີນຄາດໝາຍທີ່ວາງໄວ້ເຖິງ 22 ເປີເຊັນ ສ່ວນການນຳເຂົ້າ
ສິນຄ້າຈາກຕ່າງປະເທດ ມີມູນຄ່າລວມ 4,215.2 ລ້ານໂດລາ ອັນເປັນຜົນເຮັດໃຫ້ ລາວ
ເປັນຝ່າຍທີ່ໄດ້ປຽບດຸນການຄ້າຕ່າງປະເທດເປັນຄັ້ງທຳອິດ ຄິດເປັນມູນຄ່າລວມເກີນ
ກວ່າ 308 ລ້ານໂດລາ.

XS
SM
MD
LG