ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວນາແຂວງ ສະຫວັນນະເຂດ ບໍ່ສາມາດ ບັນລຸເປົ້າໝາຍ ການປູກເຂົ້ານາແຊງປະຈຳປີ 2017 ໄດ້


ຊາວກະເສດຕະກອນລາວ ກຳລັງພາກັນ ປູກເຂົ້າ ນາແຊງ
ຊາວກະເສດຕະກອນລາວ ກຳລັງພາກັນ ປູກເຂົ້າ ນາແຊງ

ຊາວນາແຂວງ ສະຫວັນນະເຂດ ບໍ່ສາມາດບັນລຸເປົ້າໝາຍການປູກເຂົ້ານາແຊງປະຈຳປີ
2017 ໂດຍມີສາເຫດຈາໄພແຫ້ງແລ້ງ ແລະ ລາຄາເຂົ້າຕົກຕໍ່າ ເຮັດໃຫ້ກະເສດຕະກອນ
ຫົນໄປປູກພືດຊະນິດອື່ນ.

ທ່ານ ຄຳລຸຍ ຍາດຕິວົງ ຫົວໜ້າຜະແນກກະກິດກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ຖະແຫຼງຍອມຮັບວ່າ ການປູກເຂົ້ານາແຊງປະຈຳປີ 2017 ຂອງກະເສດຕະກອນ ລາວ
ໃນແຂວງ ສະຫວັນນະເຂດ ບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້ ໂດຍມີສາເຫດສຳຄັນມາ
ຈາກໄພແຫ້ງແລ້ງ ແລະ ລາຄາເຂົ້າກໍຕົກຕໍ່າລົງ ດັ່ງທີ່ທ່ານ ຄຳລຸຍ ໄດ້ໃຫ້ການຢືນຢັນວ່າ.

"ສຳລັບນາແຊງປີນີ້ ແຜນສູ້ຊົນພວກເຮົາ 30,000 ເຮັກຕາມ ແຕ່ວ່າໃນການຈັດຕັ້ງປະ
ຕິບັດນີ້ ເຮົາໄດ້ແຕ່ 26,900 ກວ່າເຮັກຕາ ປີນີ້ມັນມີສະພາບແຫ້ງແລ້ງຫັ່ນແຫຼະ ແລະ ນໍ້າກະບໍ່ຢາກພຽງພໍປານໃດ ສະພາບຕະຫຼາດເລື່ອງລາຄາກໍຖືວ່າ ລາຄາກໍບໍ່ຢາກດີ
ປານໃດ ຈຳນວນໜຶ່ງກະຜະລິດບໍ່ໝົດຫັ່ນນາ ບໍ່ເຕັມອັດຕາສ່ວນຫັ່ນແຫຼະ."

ພາຍໃຕ້ສະພາບການດັ່ງກ່າວກໍຍັງເຮັດໃຫ້ກະເສດຕະກອນ ລາວ ໃນແຂວງສະຫວັນນະ
ເຂດ ໄດ້ພາກັນຫັນໄປປູກພືດຊະນິດອື່ນແທນການປູກເຂົ້າຫຼາຍຂຶ້ນອີກດ້ວຍ ໂດຍຈາກ
ການເກັບກຳຂໍ້ມູນຂອງຜະແນກກະສິກຳ-ປ່າໄມ້ແຂວງ ສະຫວັນນະເຂດ ໃນໄລຍະນີ້ກໍ
ພົບວ່າກະເສດຕະກອນໃນແຂວງສະຫວັນນະເຂດໄດ້ພາກັນຫັນໄປປູກພືດຊະນິດອື່ນໆ ເຊັ່ນພືດຜັກຕ່າງໆ,​ ສາລີຫວານ, ໝາກໂມ, ໝາກແຕງ, ເຜືອກ, ມັນ ແລະ ຖົ່ວຊະນິດ
ຕ່າງໆ ຄິດເປັນເນື້ອທີ່ລວມເຖິງ 28,000 ເຮັກຕາແລ້ວອັນໄດ້ສົ່ງຜົນກະທົບໂດຍກົງຕໍ່
ແຜນການສົ່ງຜົນຜະລິດຈາກແຂວງ ສະຫວັນນະເຂດ ໄປຂາຍຕ່າງປະເທດດ້ວຍນັ້ນເອງ.

ທັງນີ້ໂດຍລັດຖະບານ ລາວ ໄດ້ມອບໝາຍໃຫ້ແຂວງສະຫວັນນະເຂດ ເປັນແຂວງໜຶ່ງທີ່
ຈະຕ້ອງເພີ່ມຜົນຜະລິດເຂົ້າ ເພື່ອຕອບສະໜອງການບໍລິໂພກພາຍໃນປະເທດໃຫ້ພຽງພໍ
ແລະ ຍັງມີສ່ວນເກີນສຳລັບສົ່ງອອກໄປຕ່າງປະເທດດ້ວຍ ຊຶ່ງກໍປາກົດວ່າ ກະເສດຕະ
ກອນໃນແຂວງ ສະຫວັນນະເຂດ ໄດ້ສົ່ງຜົນຜະລິດເຂົ້າໄປຂາຍຕ່າງປະເທດໃນປະລິ
ມານລວມ 10,000 ກວ່າໂຕນໃນຕະຫຼອດປີ 2016 ເຖິງ 3 ເດືອນຕົ້ນປີ 2017 ນີ້ໂດຍ
ຕະຫຼາດທີ່ສຳຄັນກໍຄື ຈີນ.

ກ່ອນໜ້ານີ້ ກະຊວງກະສິກຳ ແລະ ປ່າໄມ້ ລາຍງານວ່າໃນລະດູເກັບກ່ຽວປະຈຳປີ 2015-
2016 ທີ່ຜ່ານມາ ກະເສດຕະກອນລາວ ສາມາດຜະລິດເຂົ້າໄດ້ໃນປະລິມານລວມກວ່າ 4 ລ້ານໂຕນ ໂດຍມີເນື້ອທີ່ປັກດຳນາປີ ແລະ ນາແຊງລວມກັນ 975,215 ເຮັກຕາ ແຕ່ກໍ
ສາມາດສົ່ງຜົນຜະລິດເຂົ້າໄປຂາຍຕ່າງປະເທດໄດ້ພຽງ 21,000 ໂຕນເທົ່ານັ້ນ ໂດຍ
ເປັນຜົນກະທົບຈາກສະພາວະໂລກຮ້ອນທີ່ເຮັດໃຫ້ສະພາບອາກາດບໍ່ມີຄວາມແນ່ນອນ
ເຊັ່ນ ຝົນຕົກຫຼ້າຊ້າ ແລະ ສະພາວະແຫ້ງແລ້ງທີ່ແກ່ຍາວ ຈຶ່ງເຮັດໃຫ້ການຜະລິດເຂົ້າບໍ່
ໄດ້ດີ ຫຼື ບໍ່ໄດ້ຕາມເປົ້າໝາຍແຜນການທີ່ວາງເອົາໄວ້.

ໂດຍພາຍໃຕ້ສະພາວະດັ່ງກ່າວຍັງເຮັດໃຫ້ທາງການ ລາວ ຄາດໝາຍວ່າ ໃນປີ 2017 ນີ້ກະເສດຕະກອນ ລາວ ຈະສາມາດສົ່ງຜົນຜະລິດເຂົ້າໄປຂາຍຕ່າງປະເທດໄດ້ໃນປະລິ
ມານລວມບໍ່ເກີນ 20,000 ໂຕນ ເພາະຈະຕ້ອງຕອບສະໜອງການບໍລິໂພກພາຍໃນປະ
ເທດໃຫ້ພຽງພໍກັບຄວາມຕ້ອງການຂອງ ປະຊາຊົນ ລາວ ເປັນບູລິມະສິດ ຊຶ່ງເປັນໄປຕາມ
ແຜນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງລັດຖະບານ ລາວ ຊຸດປັດຈຸ
ບັນນັ້ນເອງ.

ໂດຍໃນປີ 2016 ກະເສດຕະກອນ ລາວ ສາມາດຜະລິດສະບຽງອາຫານ ແລະ ສິນຄ້າ
ໄດ້ເພີ່ມຂຶ້ນຈາກປີ 2015 ເຊັ່ນຜະລິດພືດຜັກຕ່າງໆໄດ້ 1.7 ລ້ານໂຕນ, ສາລີຫວານ
27,950 ໂຕນ, ເຜືອກມັນ 330,900 ໂຕນ, ໝາກໄມ້ 1.33 ລ້ານໂຕນ, ສາລີລ້ຽງສັດ
1.2 ລ້ານໂຕນ, ອ້ອຍ 2.1 ລ້ານໂຕນ, ຖົ່ວເຫຼືອງ-ຖົ່ວດິນເກີນກວ່າ 85,310 ໂຕນ, ໝາກ
ເດືອຍ 271,000 ໂຕນ, ມັນຕົ້ນ 2.4 ລ້ານໂຕນ, ຢາສູບ 66,800 ໂຕນ ແລະ ຕອບສະ
ໜອງຊີ້ນສັດໃຫ້ປະຊາຊົນ ລາວ ໄດ້ທີ່ລະດັບ 65 ກິໂລກຣາມຕໍ່ປີ ແລະ ລັດຖະບານ ລາວ ຍັງໄດ້ວາງເປົ້າໝາຍທີ່ຈະຊຸກຍູ້ການຜະລິດເຂົ້າໃຫ້ໄດ້ເຖິງ 5 ລ້ານໂຕນໃນປີ 2020 ອີກ
ດ້ວຍ.

XS
SM
MD
LG