ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງ Saudi ຝ່າຝືນ ການຫ້າມຂັບລົດ ໃນການປະທ້ວງ ວັນເສົາວານນີ້ (ວີດີໂອ)


ແມ່ຍິງ Saudi Arabia ຄົນນຶ່ງ ທີ່ກໍາລັງຂັບລົດ ຢູ່ພາຍໃນປະເທດ
ທີ່ທາງການສັ່ງຫ້າມນັ້ນ.
ແມ່ຍິງ Saudi Arabia ຄົນນຶ່ງ ທີ່ກໍາລັງຂັບລົດ ຢູ່ພາຍໃນປະເທດ ທີ່ທາງການສັ່ງຫ້າມນັ້ນ.
ພວກນັກ​ເຄື່ອນ​ໄຫວ​ໃນ​ປະ​ເທດ Saudi Arabia ກໍາລັງ​ອ້າງ​ເອົາໄຊຊະນະ​ ໃນ​ການ​ປະ​ທ້ວງ​ຂອງ​ພວກ​ເຂົາ​ເຈົ້າຕໍ່ຕ້ານ​ ການຫ້າມບໍ່​ໃຫ້​ແມ່ຍິງຂັບ​ລົດ ​ໃນ​ປະ​ເທດ.

​ແມ່ຍິງ​ຈໍານວນຫຼາຍສິບ​ຄົນ ພາກັນຂັບ​ລົດເມື່ອ​ວັນ​ເສົາ​ວານ​ນີ້ ​ໃນ​ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ຂອງ​ເຂົາ​ເຈົ້າ ​ເພື່ອ​ຜັກ​ດັນ​ໃຫ້​ມີການ​ຜ່ອນຜັນ ​ຂໍ້​ຈໍາກັດ​ຮັດ​ແຄບ ກ່ຽວ​ກັບ​ບົດບາດ​ຂ​ອງ​ແມ່ຍິງ ​ໃນ​ລາດ​ຊະ​ອານາຈັກ​ນີ້.

ພວກ​ນັກ​ເຄື່ອນ​ໄຫວ​ເວົ້າ​ວ່າ ພວກ​ຈັດການ​ປະ​ທ້ວງ ​ໄດ້​ຮັບຮູບ​ວີ​ດີ​ໂອ 13 ຮູບ ​ແລະ​ຂໍ້ ຄວາມ​ທາງ​ໂທລະສັບ​ອີກ ປະມານ 50 ລາຍ ຈາກ​ພວກ​ແມ່ ຍິງ ທີ່​ອ້າງ​ວ່າ​ພວກ​ເ​ຂົາ​ເຈົ້າ​
ໄດ້​ຂັບ​ລົດ. ​ແຕ່ບໍ່​ມີ​ວິທີ​ໃດ​ ທີ່​ຈະພິສູດ​ຂໍ້ຄວາມ ​ເຫຼົ່ານັ້ນ​ໄດ້.

ວີ​ດີ​ໂອ​ຮູບ​ນຶ່ງ ​ເປັນ​ຮູບ​ຂອງ​ນາງ May Al Sawyan ​ໄວ 32 ປີ ​ເປັນ​ແມ່​ຂອງ​ລູກ​ສອງ​ຄົນ ​ແລະ​ເປັນ​ນັກ​ຄົ້ນຄວ້າ​ເສດຖະກິດ ກໍາລັງ​ຂັບ​ລົດ​ອອກຈາກ​ບ້ານ​ພັກ​ຂອງ​ລາວ ຢູ່​ໃນ​ເມືອງ
ຫຼວງ Riyadh ​ໄປ​ຍັງ​ຮ້ານ​ຂາຍ ​ເຄຶ່ອງຢູ່ຂອງກິນ ​ແລະ​ກັບ​ບ້ານ.

ເຖິງ​ແມ່ນ​ບໍ່​ມີ​ກົດໝາຍ​ຫ້າມ​ແມ່ຍິງ​ຂັບ​ລົດ ​ໃນ Saudi Arabia ກໍ​ຕາມ ​ແຕ່​ພວກເຈົ້າໜ້າທີ່​
ບໍ່​ອອກໃບ​ຂັບ​ຂີ່​ ​ໃຫ້​ເຂົາ​ເຈົ້າ. ພວກ​ແມ່​ຍິງ​ທີ່​ຂັບ​ລົດ​ເມື່ອ​ວັນ​ເສົາວານ​ນີ້ ມີ​ໃບ​ຂັບ​ຂີ່​ຈາກ​ຕ່າງປະ​ເທດ.

​ເຖິງ​ແມ່ນ​ ​ຕໍາຫຼວດ​ໄດ້ຂູ່ ກ່ອນ​ໜ້າ​ນີ້ ​ວ່າ​ຈະ​ຈັບ​ກຸມ​ ​ແຕ່​ກໍ​ບໍ່ປາກົດ​ວ່າ​ ມີລາຍ​ງານວ່າ​ ມີ​ການ​ຈັບ​ກຸມ​ໃດໆ. ບໍ່​ແຈ້ງ​ຂາວ​ວ່າ ຕໍາຫຼວດ​ເຮັດບໍ່​ຫົວຊາ​ຕໍ່​ພວກ​ແມ່ຍິງ​ເຫຼົ່ານັ້ນ ຫຼື ບໍ່​ເຫັນເຂົາ​ເຈົ້າ​ຂັບ​ລົດ​ໄປ​ທົ່ວ​ເມືອງ ​ເປັນ​ເວລາ​ສັ້ນໆ​ນັ້ນ.

Saudi Authorities Warn of Punishment for Women Drivers
please wait

No media source currently available

0:00 0:00:48 0:00
ລິງໂດຍກົງ

Activists in Saudi Arabia are claiming victory in their protest against a ban on female drivers in the country.

A few dozen women got behind the wheel Saturday in their push for easing restrictions on women in the kingdom.

Activists say protest organizers received 13 videos and about 50 phone messages from women showing or claiming they had driven. There is no way to verify the messages.

One of the videos showed May Al Sawyan, a 32-year-old mother of two and an economic researcher, driving from her home in Riyadh to the grocery store and back.

Though no laws ban women from driving in Saudi Arabia, authorities do not issue them licenses. Women who drove on Saturday had driver's licenses from abroad.

Despite earlier threats of arrest by the police, there were no reports of any arrests. It is not clear if police turned a blind eye to the women or simply did not see the scattered, quick spins around towns.

Some information for this report was provided by AP, AFP and Reuters.
XS
SM
MD
LG